google-site-verification: google0d91bc93cfc88895.html ປິດປີ່ຂາວ PLUMBAGINACEAE ລັກສະນະພືດສາດ: ປິດປີ່ຂາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ປິດປີ່ຂາວ PLUMBAGINACEAE ລັກສະນະພືດສາດ: ປິດປີ່ຂາວ

ປິດປີ່ຂາວ
Plumbago zeylanica L.
PLUMBAGINACEAE



ລັກສະນະພືດສາດ: ປິດປີ່ຂາວ ເປັນພືດລົ້ມລຸກອາຍຸຫຼາຍປີ ຫຼື ໄມ້ພຸ່ມ, ສູງ 1-3 ມ, ກິ່ງກ້ານມັກຍືນແຜ່ອອກ. ໃບດ່ຽວ,ຮູບໄຂ່, ຂອບໃບລຽບ, ປາຍໃບແຫຼມມີຕິ່ງຢູ່ສ່ວນປາຍ, ຖານໃບຮູບຫຼິ້ມ, ດອກອອກເປັນຊໍ່ແບບກະຈະ;ກ້ານດອກຍາວ 0.5-1.5 ຊມ, ມີຕ່ອມ; ໃບປະດັບຮູບໄຂ່ ຂະໜາດ 4-6 x 1.5-2 ມມ, ປາຍຮຽວແຫຼມ;ເສັ້ນໃບມີ 6-8 ຄູ່. ໃບປະດັບຍ່ອຍຮູບແຂບ ຂະໜາດ 2 x 0.5 ມມ, ວົງກາບດອກຂະໜາດ 1-1.2 ຊມ,ວົງກີບດອກສີຂາວເຖີງສີຂຽວອ່ອນ, ເປັນຫຼອດຍາວ 1.8-2.2 ຊມ, ປາຍແຍກເປັນ 5 ແສກ, ຮູບໄຂ່ປີ້ນ ຫຼືຮູບຂອບຂະໜານແກມຮູບຫອກ, ຂະໜາດ 7 x 4 ມມ. ເກສອນຜູ້ມີ 5 ອັນ, ຖົງລະອອງເກສອນມີສີຟ້າ,ເຕົ້າໄຂ່ຮູບກັບສ້ວຍ, ມີ 5 ລ່ຽມ. ໝາກ ເປັນ ໝາກແບບແຫ້ງແຕກ, ສີເຫຼືອງຈາງ ຫຼື ສີນ້ຳຕານ,ຮູບຂອບຂະໜານ.



ປິ່ນປົວພະຍາດ: ແກ້ຂີ້ກາກ, ຂີ້ກ້ຽນ ແລະ ເປັນຢາຂັບປະຈຳເດືອນ
ສ່ວນທີ່ໃຊ້: ຮາກ
ວິທີການນຳໃຊ້: ແກ້ຂີ້ກາກ, ຂີ້ກ້ຽນແມ່ນໃຊ້ຮາກສົດ 1-2 ຮາກຕຳໃຫ້ລະອຽດ ປະສົມກັບນ້ຳ ຫຼື ເຫຼົ້າ
ເລັກນ້ອຍແລ້ວທາບໍລິວຽນທີ່ເປັນ. ສຳລັບຢາຂັບປະຈຳເດືອນແມ່ນໃຊ້ຮາກແຫ້ງ 30 ກຣາມ ແລະ
ຊີ້ນໝູສ່ວນທີ່ມີສີແດງ 60 ກຣາມ ຕົ້ມນ້ຳກິນ ແຕ່ຫ້າມໃຊ້ໃນຜູ້ຍິງຖືພາຈະເຮັດໃຫ້ແທ້ງລູກໄດ້
ເພາະມີລິດຮ້ອນ ແລະ ບີບມົດລູກ.
ການປູກຂະຫຍາຍພັນ: ປິດປີ່ຂາວ ເປັນວັດສະພືດທີ່ເກີດຂຶ້ນເອງຕາມທຳມະຊາດ ສາມາດຂະຫຍາຍພັນ
ໄດ້ໂດຍການກ້າແກ່ນ ແລະ ປັກຊໍາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ