google-site-verification: google0d91bc93cfc88895.html ຂີ້ເຫລັກບ້ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 07, 2016

ຂີ້ເຫລັກບ້ານ

ຊື່ພາສາລາວ: ຂີ້ເຫຼັກບ້ານ ຊື່ວິທະຍາສາດ: Senna alata (L.) Roxb. ຊື່ພາສາອັງກິດ: FABACEAE      ລັກສະນະພືດສາດ: ເປັນໄມ້ພຸ່ມ ສູງ 1-3 ມ, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ;ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່,ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ,ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ. ປິ່ນປົວພະຍາດ: ໃຊ້ປົວພະຍາດຜິວໜັງເຊັ່ນ: ຂີ້ກາກ ສ່ວນທີ່ໃຊ້: ໃບ ວິທີການນຳໃຊ້: ໃຊ້ໃບສົດທັບໂພະໃສ່ບໍລິເວນທີ່ເປັນ ຫຼື ໃຊ້ໃບໄປຕົ້ມນ້ຳອາບ ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳ ມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະ ດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.


ຊື່ພາສາລາວ: ຂີ້ເຫຼັກບ້ານ
ຊື່ວິທະຍາສາດ: Senna alata (L.) Roxb.
ຊື່ພາສາອັງກິດ: FABACEAE

ລັກສະນະພືດສາດ: ເປັນໄມ້ພຸ່ມ ສູງ 1-3, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ;ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່,ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ,ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ.

ຊື່ພາສາລາວ: ຂີ້ເຫຼັກບ້ານ ຊື່ວິທະຍາສາດ: Senna alata (L.) Roxb. ຊື່ພາສາອັງກິດ: FABACEAE      ລັກສະນະພືດສາດ: ເປັນໄມ້ພຸ່ມ ສູງ 1-3 ມ, ກິ່ງແຜ່ອອກດ້ານຂ້າງ, ຍອດອ່ອນມີຂົນສັ້ນນຸ້ມ;ໃບເປັນໃບປະສົມແບບຂົນນົກປາຍຄູ່, ໃບຍ່ອຍມີ 8-20 ຄູ່, ກ້ານໃບຍາວ 30-60 ຊມ. ກ້ານໃບຍ່ອຍ ຍາວ1 ຊມ. ຫູໃບເປັນຕິ່ງຮູບສາມຫຼ່ຽມ ຍາວ 6-8 ມມ, ຕິດທົນ, ໃບຍ່ອຍຮູບຮີ ຫຼື ຮູບຂອບຂະໜານ ກວ້າງ 4-6ຊມ, ຍາວ 7-15 ຊມ, ປາຍໃບ ແລະ ຖານໃບມົນ, ຂອບໃບລຽບ, ແຜ່ນໃບກ້ຽງ, ເສັ້ນໃບຍ່ອຍມີ 10-12 ຄູ່,ດອກອອກເປັນຊໍ່ແບບຊໍ່ກະຈະແຄບ, ອອກຕາມຊອກໃບຍາວ 20-50 ຊມ. ໃບປະດັບຮູບຮີ ຍາວ 2-3 ຊມ,ຫຼົ່ນງ່າຍ, ກ້ານດອກຍ່ອຍຍາວ 2-4 ມມ. ກາບດອກ 5 ກາບ ລຽງຊ້ອນເລື່ອມກັນໃນຕາດອກຮູບຂອບຂະໜານຍາວບໍ່ເທົ່າກັນ ຍາວ 1-2 ຊມ, ກີບດອກ 5 ກີບ ສີເຫຼືອງສົດ ແຜ່ນກີບຮູບໄຂ່ເກືອບມົນຍາວປະມານ 2ຊມ, ເກສອນເພດຜູ້ມີປະມານ 10 ອັນ 2 ອັນຍາວ, ຮັງໄຂ່ກ້ຽງ ມີເມັດໄຂ່ຈຳນວນຫຼາຍ; ໝາກເປັນຝັກຮູບແຖບກ້ຽງ ຍາວ 10-15 ຊມ, ມີປີກກ້ວາງປະມານ 5 ມມ. ຝັກມີຜະໜັງກັ້ນ. ແກ່ນມີ 50-60 ແກ່ນ. ປິ່ນປົວພະຍາດ: ໃຊ້ປົວພະຍາດຜິວໜັງເຊັ່ນ: ຂີ້ກາກ ສ່ວນທີ່ໃຊ້: ໃບ ວິທີການນຳໃຊ້: ໃຊ້ໃບສົດທັບໂພະໃສ່ບໍລິເວນທີ່ເປັນ ຫຼື ໃຊ້ໃບໄປຕົ້ມນ້ຳອາບ ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳ ມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະ ດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.


ປິ່ນປົວພະຍາດ: ໃຊ້ປົວພະຍາດຜິວໜັງເຊັ່ນ: ຂີ້ກາກ
ສ່ວນທີ່ໃຊ້: ໃບ
ວິທີການນຳໃຊ້: ໃຊ້ໃບສົດທັບໂພະໃສ່ບໍລິເວນທີ່ເປັນ ຫຼື ໃຊ້ໃບໄປຕົ້ມນ້ຳອາບ
ການປູກຂະຫຍາຍພັນ: ຂີ້ເຫຼັກບ້ານເປັນພືດທີ່ມີຄວາມທົນທານສາມາດເກີດໄດ້ເກືອບທຸກສະພາບດິນໃນທຳ
ມະຊາດ ຂະຫຍາຍພັນດ້ວຍແກ່ນ ຫຼື ຕັດຊຳ, ເປັນພືດທີ່ປູກງ່າຍປະຈຸບັນຄົນທົ່ວໄປມັກນຳມາປູກເປັນໄມ້ປະ
ດັບເພາະມີດອກ ແລະ ຊົງພຸ່ມທີ່ສວຍງາມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ