ສປປ ລາວ ຕັ້ງຢູ່ໃຈກາງຂອງແຫຼມອິນດູຈີນ
ມີເນື້ອທີ່ 236.800 ກິໂລຕາແມັດ, ໃນນັ້ນ ເນື້ອທີ່ດິນ
ຢູ່ລະດັບຄວາມສູງແຕ່ 70 ຫາ 200 ແມັດ ກວມເອົາປະມານ 20% ແລະ ເນື້ອທີ່ດິນ ຢູ່ລະດັບຄວາມສູງແຕ່ 200 ຫາ 2.820 ແມັດ ກວມເອົາ 80% ທຽບໃສ່ລະດັບນໍ້າທະເລ. ຕັ້ງຢູ່ເຂດອາກາດຮ້ອນຊຸ່ມ ມີລົມເຂດຮ້ອນ
ເໝາະສົມແກ່ ການປູກຝັງແລະລ້ຽງສັດ. ພູມອາກາດແບ່ງອອກເປັນສອງລະດູການຄື
ລະດູແລ້ງເລີ່ມແຕ່ເດືອນພະຈິກ ຫາ ເມສາ ແລະ ລະດູຝົນ ເລີ່ມແຕ່ເດືອນພຶດສະພາ ຫາ ຕຸລາ,
ປະລິມານນ້ຳຝົນສະເລ່ຍໝົດປີ 1,810 ມມ. ອຸ່ນຫະພູມສະເລ່ຍຕໍ່າສຸດ 20 ອົງສາ ແລະ ອຸ່ນຫະພູມສະເລ່ຍສູງສຸດ 30.4 ອົງສາ (2006 ຫາ 2011). ຄວາມຊຸ່ມຊື່ນອາກາດສະເລ່ຍຕໍ່າສຸດ
55.8% ສູງສຸດ 91.5%.
ພູມສັນຖານແບ່ງອອກເປັນ 3 ເຂດຄື:
ເຂດພູດອຍ, ພູພຽງ ແລະທົ່ງພຽງ. ຊຶ່ງເຂດທົ່ງພຽງກວມເອົາ1/3, ຊຶ່ງເປັນແຫຼ່ງຕົ້ນຕໍໃນການຜະລິດພືດສະບຽງອາຫານ ແລະພືດສິນຄ້າ. ໃນນັ້ນ,
ເນື້ອທີ່ດິນກະສິກໍາ ສວ່ນຫຼາຍແມ່ນນອນຢູ່ໃນ 7 ທົ່ງພຽງໃຫ່ຍ
ຊຶ່ງມີທ່າແຮງຂະຫຍາຍເນື້ອທີ່ທຳການຜະລິດໄດ້. ເຂດພູດອຍ
ແລະ ພູພຽງ ກວມເອົາ 2/3 ຊຶ່ງມີຂໍ້ຈຳກັດໃນການຂະຫຍາຍເນື້ອທີ່ການຜະລິດ
ເປັນສາເຫດໃຫ້ເກີດການຂາດແຄນສະບຽງອາຫານ ແລະຍັງພົບຂໍ້ຫຍຸ້ງຍາໃນການ ຂະຫຍາຍໂຄງລ່າງພື້ນຖານ
ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ, ເປັນຜົນສະທ້ອນຕໍ່ການຈໍລະຈອນແຈກຍາຍສະບຽງອາຫານ ບໍ່ພຽງພໍຕາມຄວາມຕ້ອງການ.
ໂຄງປະກອບຂອງດິນ
ກະສິກຳສວ່ນໃຫ່ຍ 68% ເປັນດິນຊາຍ, ຕົມແກມຊາຍ, ແລະ ຊາຍແກມຕົມ.
ຈາກການວິເຄາະສະພາບຄວາມອຸດົມສົມບູນຂອງຊັ້ນດິນປູກຝັງ ໃນລະດັບເລິກຈາກໜ້າດິນ 0.2 ແມັດ ພົບວ່າ 80% ຂອງດິນຢູ່ໃນພາກກາງ ແລະພາກໃຕ້
ເປັນດິນທີ່ບັນຈຸອິນຊີວັດຖຸ ໃນລະດັບຕໍ່າກວ່າ 2%, ແລະ 87% ຂອງດິນ ມີຄວາມເປັນກົດເປັນດ່າງຕໍ່າກວ່າ pH 5,5. ແຕ່ກົງກັນຂ້າມ ຢູ່ໃນເຂດພາກເໜືອ 80% ເປັນດິນຕົມ ແລະ ດິນໜຽວ ທີ່ມີຄວາມອຸດົມສົມບູນສູງກວ່າ,
ຊຶ່ງ 66% ຂອງດິນບັນຈຸອິນຊີວັດຖຸຫຼາຍກວ່າ 2% ແລະ 52% ຂອງດິນ ມີຄວາມເປັນກົດເປັນດ່າງໃນລະດັບສູງກວ່າ pH 5,5.
ໂດຍທົ່ວໄປແລ້ວ
ເຫັນວ່າ ປະເທດເຮົາແມ່ນມີພູສັນຖານ ແລະພູມອາກາດ ທີ່ເໝາະສົມ
ໃຫ້ແກ່ການປູກພືດກະສິກໍາຫຼາຍຊະນິດ. ແຕ່ຍ້ອນຈຸດພິເສດພູູມສັນຖານ ໃນເຂດພູດອຍ ແລະທົ່ງພຽງມີຄວາມແຕກຕ່າງກັນ
ຈິ່ງເຮັດໃຫ້ມີຂໍ້ຈຳກັດ ໃນການຂະຫຍາຍການຜະລິດກະສິກຳ ໂດຍສະເພາະແມ່ນ ການປູກພືດ,
ພື້ນຖານໂຄງລ່າງຈຳກັດ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ
ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຂົນສົ່ງປັດໄຈການຜະລິດ, ຈໍລະຈອນ, ຈຳໜ່າຍ ແລະແຈກຢາຍ
ຜົນຜະລິດພືດເຂົ້າເຖິງຕະຫຼາດ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ