google-site-verification: google0d91bc93cfc88895.html ຂີ້ໝິ້ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 07, 2016

ຂີ້ໝິ້ນ

ຊື່ພາສາລາວ: ຂີ້ໝິ້ນ, ຂະຫມີ້ນ ຂີ້ຫມີ້ນເຫລືອງ ຫນີ້ນຂາວ    ຊື່ວິທະຍາສາດ: Curcuma longa Linn.          ZINGIBERACEAE    ລັກສະນະພືດສາດ: ເປັນພືດລົ້ມລຸກອາຍຸປີດຽວ, ມີເຫງົ້າໃຕ້ດິນອາຍຸຫຼາຍປີ, ແຕກຂະແໜງ, ດ້ານໃນສີເຫຼືອງ, ດ້ານນອກສີເທົາ, ມີເສັ້ນຜ່າກາງປະມານ 1-2 ຊມ, ມີກິ່ນຫອມ; ລຳຕົ້ນ ແລະ ໃບສູງປະມານ30-90 ຊມ. ໃບດ່ຽວ, ຮູບຫອກແກມຮູບຂອບຂະໜານ, ໃບກ້ວາງ 12-15 ຊມ, ຍາວ 30-40 ຊມ;ກ້ານໃບຍາວ 8-15 ຊມ, ເປັນຮ່ອງທາງດ້ານໃນ. ດອກ ອອກເປັນຊໍ່ ຢູ່ສ່ວນປາຍຂອງລຳຕົ້ນປອມ,ກ້ານຊໍ່ດອກຍາວ 12-20 ຊມ. ຊໍ່ດອກຮູບຊົງກົມ; ໃບປະດັບສີຂຽວອ່ອນ ແລະ ສ່ວນປາຍມັກເປັນສີບົວຫຼື ສີຂາວ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂະໜາດ 3-5 ຊມ, ປາຍເຫວີ, ວົງກາບດອກສີຂາວ, ຂະໜາດ0.8-1.2 ຊມ, ປາຍມີ 3 ແສກບໍ່ເທົ່າກັນ. ວົງກີບດອກສີເຫຼືອງຈາງ, ເປັນຫຼອດຂະໜາດປະມານ 3 ຊມ,ແສກຄ້າຍຮູບສາມຫຼ່ຽມຂະໜາດ 1-1.5 ຊມ, ອັນຢູເຄິ່ງກາງມີຂະໜາດໃຫຍ່ກ່ວາ, ປາຍເປັນຕິ່ງແຫຼມ,ທາງຂ້າງເກສອນເພດຜູ້ເປັນໝັນສັ້ນກ່ວາກີບປາກ, ກີບປາກສີຂ້ອນຂ້າງເຫຼືອງຢູ່ເຄິ່ງກາງ, ແຖບສີເຫຼືອງ,ຮູບໄຂ່ປີ້ນ, ຂະໜາດ 1.2-2 ຊມ, ຖົງລະອອງເກສອນເປັນເດືອຍທີ່ຖານ. ເຕົ້າໄຂ່ມີຂົນບາງໆ. ປິ່ນປົວພະຍາດ: ດີເຈັບທ້ອງ ແລະ ໃຊ້ທາຕຸ່ມສິວ ສ່ວນທີ່ໃຊ້: ເຫງົ້າ ວິທີການນໍາໃຊ້: ໃຊ້ເຫງົ້າສົດລ້າງນ້ໍາໃຫ້ສະອາດແລ້ວນໍາມາຫຍ້ໍາກິນສົດໆຈະເຮັດໃຫ້ອາການເຈັບທ້ອງດີຂຶ້ນ, ເຫງົ້າສົດນໍາມາທາຕຸ່ມທາສິວກໍຫາຍໄດ້. ການປູກຂະຫຍາຍພັນ: ເປັນພືດທີ່ປູກງ່າຍສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກປະເພດ,ສາມາດຂະຫຍາຍພັນດ້ວຍການກ້າແກ່ນ ຫຼື ແຍກເຫງົ້າ ແຕ່ສ່ວນຫຼາຍແລ້ວຄົນນິຍົມປູກດ້ວຍການແຍກເຫງົ້າເພາະເປັນວິທີທີ່ງ່າຍ ແລະ ໄດ້ຮັບຜົນຜະລິດໄວ.



ຊື່ພາສາລາວ: ຂີ້ໝິ້ນ, ຂະຫມີ້ນ ຂີ້ຫມີ້ນເຫລືອງ ຫນີ້ນຂາວ

ຊື່ວິທະຍາສາດ: Curcuma longa Linn.









ZINGIBERACEAE

ລັກສະນະພືດສາດ: ຂີ້ໝິ້ນ ເປັນພືດລົ້ມລຸກອາຍຸປີດຽວ, ມີເຫງົ້າໃຕ້ດິນອາຍຸຫຼາຍປີ, ແຕກຂະແໜງ, ດ້ານໃນສີເຫຼືອງ, ດ້ານນອກສີເທົາ, ມີເສັ້ນຜ່າກາງປະມານ 1-2 ຊມ, ມີກິ່ນຫອມ; ລຳຕົ້ນ ແລະ ໃບຂີ້ໝິ້ນສູງປະມານ30-90 ຊມ. ໃບດ່ຽວ, ຮູບຫອກແກມຮູບຂອບຂະໜານ, ໃບກ້ວາງ 12-15 ຊມ, ຍາວ 30-40 ຊມ;ກ້ານໃບຍາວ 8-15 ຊມ, ເປັນຮ່ອງທາງດ້ານໃນ. ດອກ ອອກເປັນຊໍ່ ຢູ່ສ່ວນປາຍຂອງລຳຕົ້ນປອມ,ກ້ານຊໍ່ດອກຍາວ 12-20 ຊມ. ຊໍ່ດອກຮູບຊົງກົມ; ໃບປະດັບສີຂຽວອ່ອນ ແລະ ສ່ວນປາຍມັກເປັນສີບົວຫຼື ສີຂາວ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂະໜາດ 3-5 ຊມ, ປາຍເຫວີ, ວົງກາບດອກສີຂາວ, ຂະໜາດ0.8-1.2 ຊມ, ປາຍມີ 3 ແສກບໍ່ເທົ່າກັນ. ວົງກີບດອກສີເຫຼືອງຈາງ, ເປັນຫຼອດຂະໜາດປະມານ 3 ຊມ,ແສກຄ້າຍຮູບສາມຫຼ່ຽມຂະໜາດ 1-1.5 ຊມ, ອັນຢູເຄິ່ງກາງມີຂະໜາດໃຫຍ່ກ່ວາ, ປາຍເປັນຕິ່ງແຫຼມ,ທາງຂ້າງເກສອນເພດຜູ້ເປັນໝັນສັ້ນກ່ວາກີບປາກ, ກີບປາກສີຂ້ອນຂ້າງເຫຼືອງຢູ່ເຄິ່ງກາງ, ແຖບສີເຫຼືອງ,ຮູບໄຂ່ປີ້ນ, ຂະໜາດ 1.2-2 ຊມ, ຖົງລະອອງເກສອນເປັນເດືອຍທີ່ຖານ. ເຕົ້າໄຂ່ມີຂົນບາງໆ.     ປິ່ນປົວພະຍາດ: ດີເຈັບທ້ອງ ແລະ ໃຊ້ທາຕຸ່ມສິວ  ສ່ວນທີ່ໃຊ້: ເຫງົ້າ  ວິທີການນໍາໃຊ້: ໃຊ້ເຫງົ້າສົດລ້າງນ້ໍາໃຫ້ສະອາດແລ້ວນໍາມາຫຍ້ໍາກິນສົດໆຈະເຮັດໃຫ້ອາການເຈັບທ້ອງດີຂຶ້ນ,  ເຫງົ້າສົດນໍາມາທາຕຸ່ມທາສິວກໍຫາຍໄດ້.  ການປູກຂະຫຍາຍພັນ: ເປັນພືດທີ່ປູກງ່າຍສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກປະເພດ,ສາມາດຂະຫຍາຍພັນດ້ວຍ   ການກ້າແກ່ນ ຫຼື ແຍກເຫງົ້າ ແຕ່ສ່ວນຫຼາຍແລ້ວຄົນນິຍົມປູກດ້ວຍການແຍກເຫງົ້າເພາະເປັນວິທີທີ່ງ່າຍ ແລະ ໄດ້ຮັບຜົນຜະລິດໄວ.


ລັກສະນະພືດສາດຂີ້ໝິ້ນ ເປັນພືດລົ້ມລຸກອາຍຸປີດຽວ, ມີເຫງົ້າໃຕ້ດິນອາຍຸຫຼາຍປີ, ແຕກຂະແໜງ, ດ້ານໃນສີເຫຼືອງ, ດ້ານນອກສີເທົາ, ມີເສັ້ນຜ່າກາງປະມານ 1-2 ຊມ, ມີກິ່ນຫອມ; ລຳຕົ້ນ ແລະ ໃບຂີ້ໝິ້ນສູງປະມານ30-90 ຊມ. ໃບດ່ຽວ, ຮູບຫອກແກມຮູບຂອບຂະໜານ, ໃບກ້ວາງ 12-15 ຊມ, ຍາວ 30-40 ຊມ;ກ້ານໃບຍາວ 8-15 ຊມ, ເປັນຮ່ອງທາງດ້ານໃນ. ດອກ ອອກເປັນຊໍ່ ຢູ່ສ່ວນປາຍຂອງລຳຕົ້ນປອມ,ກ້ານຊໍ່ດອກຍາວ 12-20 ຊມ. ຊໍ່ດອກຮູບຊົງກົມ; ໃບປະດັບສີຂຽວອ່ອນ ແລະ ສ່ວນປາຍມັກເປັນສີບົວຫຼື ສີຂາວ, ຮູບໄຂ່ ຫຼື ຮູບຂອບຂະໜານ, ຂະໜາດ 3-5 ຊມ, ປາຍເຫວີ, ວົງກາບດອກສີຂາວ, ຂະໜາດ0.8-1.2 ຊມ, ປາຍມີ 3 ແສກບໍ່ເທົ່າກັນ. ວົງກີບດອກສີເຫຼືອງຈາງ, ເປັນຫຼອດຂະໜາດປະມານ 3 ຊມ,ແສກຄ້າຍຮູບສາມຫຼ່ຽມຂະໜາດ 1-1.5 ຊມ, ອັນຢູເຄິ່ງກາງມີຂະໜາດໃຫຍ່ກ່ວາ, ປາຍເປັນຕິ່ງແຫຼມ,ທາງຂ້າງເກສອນເພດຜູ້ເປັນໝັນສັ້ນກ່ວາກີບປາກ, ກີບປາກສີຂ້ອນຂ້າງເຫຼືອງຢູ່ເຄິ່ງກາງ, ແຖບສີເຫຼືອງ,ຮູບໄຂ່ປີ້ນ, ຂະໜາດ 1.2-2 ຊມ, ຖົງລະອອງເກສອນເປັນເດືອຍທີ່ຖານ. ເຕົ້າໄຂ່ມີຂົນບາງໆ.

ປິ່ນປົວພະຍາດ: ດີເຈັບທ້ອງ ແລະ ໃຊ້ທາຕຸ່ມສິວ
ສ່ວນທີ່ໃຊ້: ເຫງົ້າ
ວິທີການນໍາໃຊ້: ໃຊ້ເຫງົ້າສົດລ້າງນ້ໍາໃຫ້ສະອາດແລ້ວນໍາມາຫຍ້ໍາກິນສົດໆຈະເຮັດໃຫ້ອາການເຈັບທ້ອງດີຂຶ້ນ,
ເຫງົ້າສົດນໍາມາທາຕຸ່ມທາສິວກໍຫາຍໄດ້.
ການປູກຂະຫຍາຍພັນ: ເປັນພືດທີ່ປູກງ່າຍສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກປະເພດ,ສາມາດຂະຫຍາຍພັນດ້ວຍ

ການກ້າແກ່ນ ຫຼື ແຍກເຫງົ້າ ແຕ່ສ່ວນຫຼາຍແລ້ວຄົນນິຍົມປູກດ້ວຍການແຍກເຫງົ້າເພາະເປັນວິທີທີ່ງ່າຍ ແລະ ໄດ້ຮັບຜົນຜະລິດໄວ.




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ