google-site-verification: google0d91bc93cfc88895.html ຝາງແດງ FABACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ຝາງແດງ FABACEAE

ຝາງແດງ
Caesalpinia sappan L.
FABACEAE



ລັກສະນະພືດສາດ: ເປັນໄມ້ພຸ່ມກຶ່ງໄມ້ເຄືອ, ລຳຕົ້ນມີໜາມໂຄ້ງສັ້ນໆ ແລະ ແຂງຕາມລຳຕົ້ນ, ໃນທຳມະຊາດອາດຈະພົບເປັນໄມ້ເຄືອຂະໜາດໃຫຍ່. ໃບເປັນໃບປະສົມແບບຂົນນົກ 2 ຊັ້ນ, ຈັບຮຽງສະຫຼັບກັນ,ໃບຍ່ອຍຮູບໄຂ່ ຫຼື ຮູບຂອບຂະໜານກ້ວາງ 0.6-0.8 ຊມ, ຍາວ 1.5-1.8 ຊມ, ຖານໃບສະຫຼຽງ. ດອກ ສີເຫຼືອງອອກລວມກັນເປັນຊໍ່ບໍ່ແຍກແໜງຕາມປາຍກິ່ງ ແລະ ງ່າມໃບໃກ້ໆປາຍກິ່ງ. ກາບດອກມີ 5 ກາບ,ຂອບກາບເກີຍຊ້ອນທັບກັນ, ກາບລຸ່ມສຸດໂຄ້ງງໍ ແລະ ຂະໜາດໃຫຍ່ກ່ວາກາບອື່ນ. ກີບດອກມີ 5 ກີບ,ຮູບໄຂ່ກັບ, ເກສອນຜູ້ມີ 10 ອັນແຍກເປັນອິດສະຫຼະ. ໝາກ ເປັນຝັກແປແຂງ, ຖານຈະສອບອຽງເລັກນ້ອຍ,ປາຍຝັກຈະແຜ່ກ້ວາງ, ປາຍຝັກເປັນລັກສະນະຄ້າຍຈະງອຍແຫຼມ, ແຕ່ລະຝັກຈະມີ 2-4 ແກ່ນ.



ປິ່ນປົວພະຍາດ: ເປັນຢາຂັບປະຈຳເດືອນ ແລະ ແກ້ເຈັບທ້ອງ ຖອກທ້ອງ.
ສ່ວນທີ່ໃຊ້: ແກນທີ່ມີສີແດງ
ວິທີການນຳໃຊ້: ສຳລັບຢາຂັບປະຈຳເດືອນແມ່ນໃຊ້ແກນ 5-15 ກຣາມ ຫຼື 5-8 ອັນ ໃສ່ນ້ຳປະມານ 1 ລິດ
ຕື່ມໝາກຂາມປະມານ 4 ໜ່ວຍເອົາແກ່ນອອກ ຕົ້ມກິນເຊົ້າແລງ.
ສຳລັບແກ້ເຈັບທ້ອງ, ຖອກທ້ອງ ໃຊ້ແກນ 3-9 ກຣາມ ຫຼື 4-6 ອັນ ຕົ້ມກັບນ້ຳ 1 ລິດ ຕົ້ມໃຫ້ເຫຼືອປະມານ
0.5 ລິດ ດຶ່ມເວລາທີ່ເຈັບທ້ອງ.
ການປູກຂະຫຍາຍພັນ: ຝາງແດງເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ, ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ,
ມັກເກີດຕາມປ່າປະສົມ ຫຼື ປ່າປ່ຽນໃບ, ສາມາດຂະຫຍາຍພັນດ້ວຍການຕັດຊຳກິ່ງງ່າ ແລະ ກ້າແກ່ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ