google-site-verification: google0d91bc93cfc88895.html ສົ້ມປ່ອຍ ສັບພະຄຸນທາງສະຫມຸນໄພ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 08, 2016

ສົ້ມປ່ອຍ ສັບພະຄຸນທາງສະຫມຸນໄພ



ສົ້ມປ່ອຍ
Acacia concinna (Willd.) DC.
FABACEAE

ສົ້ມປ່ອຍ Acacia concinna (Willd.) DC. FABACEAE ລັກສະນະພືດສາດ: ສົ້ມປ່ອຍ ເປັນໄມ້ພຸ່ມ ສູງປະມານ 4 ມ ຫຼື ເຄິ່ງໄມ້ເຄືອເກາະກ່າຍໄປຕາມຕົ້ນໄມ້ອື່ນ, ເປືອກສົ້ມປ່ອຍ ດ້ານນອກສີເທົາ, ດ້ານໃນສີຂາວອົມແດງ, ມີເນື້ອໄມ້ແຂງແກ່ນ, ລຳຕົ້ນ ສົ້ມປ່ອຍ

ລັກສະນະພືດສາດ: ສົ້ມປ່ອຍ ເປັນໄມ້ພຸ່ມ ສູງປະມານ 4 ມ ຫຼື ເຄິ່ງໄມ້ເຄືອເກາະກ່າຍໄປຕາມຕົ້ນໄມ້ອື່ນ, ເປືອກສົ້ມປ່ອຍ ດ້ານນອກສີເທົາ, ດ້ານໃນສີຂາວອົມແດງ, ມີເນື້ອໄມ້ແຂງແກ່ນ, ລຳຕົ້ນ ສົ້ມປ່ອຍ ມີໜາມທຸກພາກສ່ວນ; ຍອດອ່ອນມີສີແດງຄ້ຳ. ໃບ ເປັນໃບປະສົມແບບຂົນນົກສອງຊັ້ນ, ໃບປະສົມຊັ້ນທີ 1 ໃບມີ 5-10 ຄູ່, ໃບປະສົມຊັ້ນທີ 2ໃບມີ 10-35 ຄູ່, ກ້ານໃບປະສົມຊັ້ນທີ 1 ຍາວ 6-16 ຊມ, ກ້ານໃບປະສົມຊັ້ນທີ 2 ຍາວ 4-7 ຊມ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 1-2 x 6-8 ມມ. ດອກສົ້ມປ່ອຍ ເປັນຊໍ່ກະຈຸກແໜ້ນອອກຕາມງ່າມໃບຄ້າຍຄືດອກກະຖິນ, ມີສີເຫຼືອງອ່ອນ. ໝາກ ເປັນຝັກ, ຮູບຂອບຂະໜານ, ກ້ວາງ 1.5-3 ຊມ, ຍາວ 10-15 ຊມ, ຜິວຝັກເປັນຄື້ນ, ເປືອກຝັກອ່ອນສີຂຽວອົມແດງເມື່ອແກ່ຈະເປັນສີນ້ຳຕານເຂັ້ມ.

ປິ່ນປົວພະຍາດ: ແກ້ໄອ, ແກ້ເຈັບທ້ອງ, ຂັບນ້ໍາຍ່ຽວ ແລະ ເຮັດໃຫ້ຜູ້ຍິງອອກລູກງ່າຍ

ສ່ວນທີ່ໃຊ້: ຮາກ, ໃບ ແລະ ໝາກ

ວິທີການນຳໃຊ້: ແກ້ໄອໃຊ້ໝາກແກ່ປີ້ງໃຫ້ເຫຼືອງແຊ່ໃສ່ນ້ໍາກິນ, ແກ້ເຈັບທ້ອງໃຊ້ຮາກຕົ້ມນ້ໍາກິນ, ຂັບນ້ຳຍ່ຽວ
ໃຊ້ໃບອ່ອນມາຕົ້ມນ້ຳ ແລະ ຜະສົມນ້ຳເຜິ້ງກິນ, ເຮັດໃຫ້ຜູ້ຍິງອອກລູກງ່າຍໂດຍຄົນບູຮານເຊື່ອວ່າໃຊ້ໝາກ
ສົ້ມປ່ອຍ 3-7 ຂໍ້ ຕົ້ມນ້ຳອາບຕອນແລງ ແລະ ມັກອາບກ່ອນກຳນົດອອກລູກ 2-3 ວັນ ແຕ່ບໍ່ໃຫ້ອາບຫຼາຍ
ເພາະຈະເຮັດໃຫ້ຮູ້ສຶກຮ້ອນ. ນອກຈາກນີ້ໃບສົ້ມປ່ອຍຍັງເປັນເຄ່ືອງປຸງເພີ່ມລົດຊາດອາຫານໃຫ້ມີລົດສົ້ມໄດ້
ແລະ ໝາກຍັງນຳໃຊ້ໃນພິທີກຳທາງສາດສະໜາ.

ການປູກຂະຫຍາຍພັນ: ສົ້ມປ່ອຍ ເປັນໄມ້ທີ່ພົບໃນທຳມະຊາດຕາມປ່າດິບແລ້ງ, ປ່າເລົ່າການຂະຫຍາຍພັນສົ້ມປ່ອຍເຮັດໄດ້ 2 ວິທີ ຄື: ຕັດຊຳ ແລະ ກ້າແກ່ນ.

ສົ້ມປ່ອຍ Acacia concinna (Willd.) DC. FABACEAE ລັກສະນະພືດສາດ: ສົ້ມປ່ອຍ ເປັນໄມ້ພຸ່ມ ສູງປະມານ 4 ມ ຫຼື ເຄິ່ງໄມ້ເຄືອເກາະກ່າຍໄປຕາມຕົ້ນໄມ້ອື່ນ, ເປືອກສົ້ມປ່ອຍ ດ້ານນອກສີເທົາ, ດ້ານໃນສີຂາວອົມແດງ, ມີເນື້ອໄມ້ແຂງແກ່ນ, ລຳຕົ້ນ ສົ້ມປ່ອຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ