google-site-verification: google0d91bc93cfc88895.html ການປູກຫມາກກ້ຽງ (mandarin orange) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 04, 2016

ການປູກຫມາກກ້ຽງ (mandarin orange)

ຊື່ວິທະຍາສາດ: Citrus reticulata
ຊື່ພື້ນບ້ານ: ຫມາກກ້ຽງນ້ອຍ (ແມນດາລິນ)
ຊື່ອັງກິດ: mandarin orange
ວົງ: Rutaceae 
ສະກຸນ: Citrus


ຫມາກ­ກ້ຽງ ເປັນ­ຕົ້ນ​ໄມ້​ແບບ​ພຸ່ມ ຫລື ຕົ້ນ­ໄມ້​ຂະ­ຫນາດ​ນ້ອຍ​ຫລາຍ​ຊະ­ນິດ ແລະ ມີ​ຫລາຍ​ສາຍ​ພັນ, ກະ­ຈາຍ​ຢູ່​ທົ່ວ​ໂລກ, ຫມາກ­ກ້ຽງສ່ວນ​ຫລາຍ​ຈະ​ມີ​ນ້ຳ­ມັນ​ຫອມ​ລະ​ເຫີຍ​ໃນ​ໃບ, ດອກ ແລະ ຫມາກ, ມີ​ກິ່ນ​ຂິວ ຫາກ​ນຳ​ໃບ​ສ່ອງ​ໃສ່​ແສງ​ແດດ​ຈະ​ເຫັນ​ຈຸດ​ນ້ອຍໆ​ເຕັມ​ໄປ​ຫມົດ ເຊິ່ງ​ຈຸດ​ດັ່ງ­ກ່າວ​ນັ້ນ ແມ່ນ​ນ້ຳ­ມັນ​ຂອງ​ຫມາກ­ກ້ຽງສ່ວນ​ລົດ​ຊາດ​ຂອງ​ຫມາກ­ກ້ຽງ​ຈະ​ມີ​ລົດ​ສົ້ມ ຫລື ຫວານ ທີ່​ອຸ­ດົມ​ໄປ​ດ້ວຍ​ແຄວ​ຊຽມ, ໂປ​ແທັດ​ຊຽມ, ວິ­ຕາ­ມິນ​ເອ ແລະ ວິ­ຕາ­ມິນ​ຊີ ຫລາຍ​ເປັນ​ພິ­ເສດ ສະ­ນັ້ນ ຖ້າ​ໃຜ​ຄິດ​ຈະ​ປູກ​ຕ້ອງ​ຄວນ​ສັງ­ເກດ​ລະ­ອຽດ​ຄື:       ການ​ປູກ​ຫມາກ­ກ້ຽງ​ນັ້ນ ບັນຫາ​ສຳ­ຄັນ​ຄື​ພື້ນ​ທີ່​ໃນ​ການ​ປູກ​ຕົ້ນ­ຕໍ​ແມ່ນ: ຖ້າ​ພື້ນ​ທີ່​ດັ່ງ­ກ່າວ​ເປັນ​ດອນ​ໃຫ້​ຂຸດ​ຕໍ​ໄມ້​ອອກ​ແລ້ວ​ໄຖ​ພວນ​ເລິກ​ປະ­ມານ 30-40 ຊັງ​ຕີ​ແມັດ ປັບ​ພື້ນ​ທີ່​ໃຫ້​ລຽບ ແລ້ວ​ຈິ່ງ​ເຮັດ​ຫນານ​ຂວາງ​ທາງ​ແສງ​ແດດ ກວ້າງ 3ແມັດ, ສູງ 40ຊັງ​ຕີ​ແມັດ, ສ່ວນ​ຄວາມ​ຍາວ​ບໍ່​ຈຳ­ກັດ ໂດຍ​ໃຫ້​ມີ​ພື້ນ​ທີ່​ວ່າງ​ລະ­ຫວ່າງ​ຫນານ 3ແມັດ ໄວ້​ເພື່ອ​ໃຫ້​ເຄື່ອງ​ຈັກ​ໄດ້​ເຂົ້າ​ເຮັດ​ວຽກ​ສະ­ດວກ ພ້ອມ​ທັງ​ເຮັດ​ຮ່ອງ­ນ້ຳ​ເພື່ອ​ລະ­ບາຍ​ນ້ຳ​ທີ່​ໄຫລ​ອອກ​ຈາກ​ຫນານ​ລົງ​ສູ່​ແຫລ່ງ​ນ້ຳ​ທຳ​ມະ​ຊາດ ແຕ່​ຖ້າ​ເປັນ​ພື້ນ​ທີ່​ລຸ່ມໃຫ້​ຂຸດ​ເປັນ​ຮ່ອງ ຫລື ຍົກ​ຮ່ອງ ໂດຍ​ໃຫ້​ສັນ​ຮ່ອງ​ທີ່​ຈະ​ໃຊ້​ປູກ​ກວ້າງ​ປະ­ມານ 6ແມັດ, ຮ່ອງ­ນ້ຳ​ກວ້າງ 1,50ແມັດ, ເລິກ 1ແມັດ, ກົ້ນ​ຮ່ອງ­ນ້ຳ​ກວ້າງ 70ຊັງ​ຕີ​ແມັດ, ສ່ວນ​ການ​ຍົກ​ຮ່ອງ​ຄວນ​ເຮັດ​ຂວາງ​ແສງ​ແດດ ເພາະ​ຈະ​ເຮັດ​ໃຫ້​ຮ່ອງ​ໄດ້​ຮັບ​ແສງ​ສະ­ຫວ່າງ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ, ກໍ­ລະ­ນີ​ພື້ນ​ທີ່​ນັ້ນ ຢູ່​ລຸ່ມ​ຫລາຍ​ຄວນ​ເຮັດ​ຄັນ​ກັ້ນ​ນ້ຳ​ອ້ອມ​ຮອບ​ສວນ ແລະ ມີ​ທໍ່​ນ້ຳ​ລະ­ບາຍ​ເຂົ້າ-ອອກ​ຈາກ​ສວນ​ໄດ້.      ສ່ວນ​ໄລ­ຍະ ແລະ ຈຸດ​ໃນ​ການ​ປູກ​ໂດຍ​ແຖວ​ປູກ​ຄວນ​ຢູ່​ບໍ­ລິ­ເວນ​ເຄິ່ງ​ກາງ​ຫນານ​ແຕ່​ລະ​ຫນານ​ຂຸດ​ຂຸມ​ຂະ­ຫນາດ 50X50X50 ຊັງ​ຕີ​ແມັດ, ປະ­ສົມ​ປຸ໋ຍ​ຫມັກ ຫລື ຝຸ່ນ​ຄອກ​ກັບ​ດິນ​ທີ່​ຂຸດ​ຂຶ້ນ​ມາ​ໃນ​ປະ­ລິ­ມານ​ຕົ້ນ​ລະ 10 ກິ​ໂລກ​ຣາມ ພ້ອມ​ກັບ​ປຸ໋ຍ​ຣອກ​ຟອດ​ເຟດ 0,5 ກິ​ໂລກ​ຣາມ ແລະ ປຸ໋ຍ​ເຄ​ມີ​ສູດ​ສະ­ເຫມີ​ເຊັ່ນ 15-15-15 ປະ­ມານ 10 ກຣາມ, ຂີດ​ດິນ​ເຮັດ​ຂຸມ​ໃຫ້​ມີ​ຂະ­ຫນາດ​ໃຫຍ່​ກວ່າ​ຖົງ ຫລື ກະ​ຖັງ​ທີ່​ລ້ຽງ​ຕົ້ນ​ພັນ, ຫລັງ​ຈາກ​ນັ້ນ ຈີກ​ຖົງ​ອອກ ໂດຍ​ກ່ອນ​ຈີກ​ຖົງ​ໃຫ້​ໃຊ້​ມື​ບີບ​ດິນ​ໃນ​ຖົງ​ໃຫ້​ແຍກ​ອອກ​ຈາກ​ກັນ ແລ້ວ​ສັ່ນໆ​ໃຫ້​ວັດ­ຖຸ​ປູກ​ທີ່​ຕິດ​ຢູ່​ກັບ​ຮາກ​ອອກ​ໃຫ້​ຫມົດ ໃຊ້​ມີດ­ຕັດ​ຮາກ­ແກ້ວ​ສ່ວນ​ທີ່​ຂົດ​ງໍ​ອອກ ພ້ອມ​ທັງ​ຕັດ​ສ່ວນ​ຍອດ ແລະ ໃບ​ອອກ​ແດ່​ເລັກ​ຫນ້ອຍ ເພື່ອ​ໃຫ້​ເກີດ​ການ​ສົມ​ດຸນ​ກັບ​ຮາກ​ທີ່​ເຫລືອ; ຈາກ​ນັ້ນ ກໍ່​ວາງ​ຕົ້ນ​ພັນ​ລົງ​ໃນ​ຂຸມ​ແລ້ວ​ຈັດ​ຮາກ­ຝອຍ​ທີ່​ມີ​ຢູ່​ເປັນ​ຊັ້ນໆ ແລ້ວ​ແພ່​ຮາກ​ໃນ​ແຕ່​ລະ​ຊັ້ນ​ອອກ​ອ້ອມ​ຂ້າງ ຈາກ​ນັ້ນ ໃຊ້​ດິນ​ປົກ​ຮາກ​ໄລ່​ຂຶ້ນ​ມາ​ເປັນ​ຊັ້ນ ໂດຍ​ໃຫ້​ຮາກ­ຝອຍ​ຊັ້ນ​ເທິງ​ສຸດ​ຢູ່​ຕ່ຳ​ກວ່າ​ລະ­ດັບ​ດິນ​ປະ­ມານ 1 ຊັງ​ຕີ​ແມັດ, ໃຊ້​ດິນ​ປະ­ສົມ​ກັບ​ປຸ໋ຍ​ຫມັກ​ປະ­ລິ­ມານ 1/1 ປົກ​ກົ້ນ​ຕົ້ນ​ເປັນ​ຮູບ​ຫມໍ້​ກະ­ທະ​ຂວ້ຳ ກວ້າງ​ປະ­ມານ 1 ແມັດ ແລະ ສູງ​ປະ­ມານ 20 ຊັງ​ຕີ​ແມັດ ແລ້ວ​ມັດ​ຕົ້ນ​ຕິດ​ກັບ​ຫລັກ​ເພື່ອ​ປ້ອງ​ກັນ​ຕົ້ນລົ້ມ​ແລ້ວ​ຫົດ​ນ້ຳ​ໃຫ້​ຊຸ່ມ.       ບໍ່​ວ່າ​ຈະ​ເປັນ​ການ​ປູກ​ພືດ​ຊະ­ນິດ​ໃດ​ກໍ່​ຕາມ ການ​ດູ​ແລ​ຮັກ­ສາ ກໍ່​ເປັນ​ສິ່ງ​ສຳ­ຄັນ​ທີ່​ຕ້ອງ​ຄວນ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ຕົ້ນ­ຕໍ​ແມ່ນ ການ​ສັງ­ເກດ​ເບິ່ງ​ສະ­ພາບ​ຂອງ​ດິນ​ວ່າ​ດິນ​ນັ້ນ​ມີ​ຄວາມ​ເປັນ​ກົດ​ຫລາຍ(PH ຕ່ຳ​ກວ່າ 5,0) ຄວນ​ໃສ່​ປູນ​ຂາວ ຫລື ເປືອກ​ຫອຍ​ໄຫມ້ ຫລື ໂດ​ໂລ​ໄມ1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ຫລື ຕາມ​ການ​ວິ­ເຄາະ​ດິນ ໂດຍ​ຫວ່ານ​ໃຫ້​ສະ​ຫມ່ຳ​ສະ­ເຫມີ​ອ້ອມ​ຮອບ​ບໍ­ລິ­ເວນ​ເຫງົ້າ​ພຸ່ມ.

ການປູກຫມາກກ້ຽງ (mandarin orange)

ຫມາກ­ກ້ຽງ ເປັນ­ຕົ້ນ​ໄມ້​ແບບ​ພຸ່ມ ຫລື ຕົ້ນ­ໄມ້​ຂະ­ຫນາດ​ນ້ອຍ​ຫລາຍ​ຊະ­ນິດ ແລະ ມີ​ຫລາຍ​ສາຍ​ພັນ, ກະ­ຈາຍ​ຢູ່​ທົ່ວ​ໂລກ, ຫມາກ­ກ້ຽງສ່ວນ​ຫລາຍ​ຈະ​ມີ​ນ້ຳ­ມັນ​ຫອມ​ລະ​ເຫີຍ​ໃນ​ໃບ, ດອກ ແລະ ຫມາກ, ມີ​ກິ່ນ​ຂິວ ຫາກ​ນຳ​ໃບ​ສ່ອງ​ໃສ່​ແສງ​ແດດ​ຈະ​ເຫັນ​ຈຸດ​ນ້ອຍໆ​ເຕັມ​ໄປ​ຫມົດ ເຊິ່ງ​ຈຸດ​ດັ່ງ­ກ່າວ​ນັ້ນ ແມ່ນ​ນ້ຳ­ມັນ​ຂອງ​ຫມາກ­ກ້ຽງສ່ວນ​ລົດ​ຊາດ​ຂອງ​ຫມາກ­ກ້ຽງ​ຈະ​ມີ​ລົດ​ສົ້ມ ຫລື ຫວານ ທີ່​ອຸ­ດົມ​ໄປ​ດ້ວຍ​ແຄວ​ຊຽມ, ໂປ​ແທັດ​ຊຽມ, ວິ­ຕາ­ມິນ​ເອ ແລະ ວິ­ຕາ­ມິນ​ຊີ ຫລາຍ​ເປັນ​ພິ­ເສດ ສະ­ນັ້ນ ຖ້າ​ໃຜ​ຄິດ​ຈະ​ປູກ​ຕ້ອງ​ຄວນ​ສັງ­ເກດ​ລະ­ອຽດ​ຄື:
    ການ​ປູກ​ຫມາກ­ກ້ຽງ​ນັ້ນ ບັນຫາ​ສຳ­ຄັນ​ຄື​ພື້ນ​ທີ່​ໃນ​ການ​ປູກ​ຕົ້ນ­ຕໍ​ແມ່ນ: ຖ້າ​ພື້ນ​ທີ່​ດັ່ງ­ກ່າວ​ເປັນ​ດອນ​ໃຫ້​ຂຸດ​ຕໍ​ໄມ້​ອອກ​ແລ້ວ​ໄຖ​ພວນ​ເລິກ​ປະ­ມານ 30-40 ຊັງ​ຕີ​ແມັດ ປັບ​ພື້ນ​ທີ່​ໃຫ້​ລຽບ ແລ້ວ​ຈິ່ງ​ເຮັດ​ຫນານ​ຂວາງ​ທາງ​ແສງ​ແດດ ກວ້າງ 3ແມັດ, ສູງ 40ຊັງ​ຕີ​ແມັດ, ສ່ວນ​ຄວາມ​ຍາວ​ບໍ່​ຈຳ­ກັດ ໂດຍ​ໃຫ້​ມີ​ພື້ນ​ທີ່​ວ່າງ​ລະ­ຫວ່າງ​ຫນານ 3ແມັດ ໄວ້​ເພື່ອ​ໃຫ້​ເຄື່ອງ​ຈັກ​ໄດ້​ເຂົ້າ​ເຮັດ​ວຽກ​ສະ­ດວກ ພ້ອມ​ທັງ​ເຮັດ​ຮ່ອງ­ນ້ຳ​ເພື່ອ​ລະ­ບາຍ​ນ້ຳ​ທີ່​ໄຫລ​ອອກ​ຈາກ​ຫນານ​ລົງ​ສູ່​ແຫລ່ງ​ນ້ຳ​ທຳ​ມະ​ຊາດ ແຕ່​ຖ້າ​ເປັນ​ພື້ນ​ທີ່​ລຸ່ມໃຫ້​ຂຸດ​ເປັນ​ຮ່ອງ ຫລື ຍົກ​ຮ່ອງ ໂດຍ​ໃຫ້​ສັນ​ຮ່ອງ​ທີ່​ຈະ​ໃຊ້​ປູກ​ກວ້າງ​ປະ­ມານ 6ແມັດ, ຮ່ອງ­ນ້ຳ​ກວ້າງ 1,50ແມັດ, ເລິກ1ແມັດ, ກົ້ນ​ຮ່ອງ­ນ້ຳ​ກວ້າງ 70ຊັງ​ຕີ​ແມັດ, ສ່ວນ​ການ​ຍົກ​ຮ່ອງ​ຄວນ​ເຮັດ​ຂວາງ​ແສງ​ແດດ ເພາະ​ຈະ​ເຮັດ​ໃຫ້​ຮ່ອງ​ໄດ້​ຮັບ​ແສງ​ສະ­ຫວ່າງ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ, ກໍ­ລະ­ນີ​ພື້ນ​ທີ່​ນັ້ນ ຢູ່​ລຸ່ມ​ຫລາຍ​ຄວນ​ເຮັດ​ຄັນ​ກັ້ນ​ນ້ຳ​ອ້ອມ​ຮອບ​ສວນ ແລະ ມີ​ທໍ່​ນ້ຳ​ລະ­ບາຍ​ເຂົ້າ-ອອກ​ຈາກ​ສວນ​ໄດ້.
    ສ່ວນ​ໄລ­ຍະ ແລະ ຈຸດ​ໃນ​ການ​ປູກ​ໂດຍ​ແຖວ​ປູກ​ຄວນ​ຢູ່​ບໍ­ລິ­ເວນ​ເຄິ່ງ​ກາງ​ຫນານ​ແຕ່​ລະ​ຫນານ​ຂຸດ​ຂຸມ​ຂະ­ຫນາດ 50X50X50 ຊັງ​ຕີ​ແມັດ, ປະ­ສົມ​ປຸ໋ຍ​ຫມັກ ຫລື ຝຸ່ນ​ຄອກ​ກັບ​ດິນ​ທີ່​ຂຸດ​ຂຶ້ນ​ມາ​ໃນ​ປະ­ລິ­ມານ​ຕົ້ນ​ລະ 10 ກິ​ໂລກ​ຣາມ ພ້ອມ​ກັບ​ປຸ໋ຍ​ຣອກ​ຟອດ​ເຟດ 0,5 ກິ​ໂລກ​ຣາມ ແລະ ປຸ໋ຍ​ເຄ​ມີ​ສູດ​ສະ­ເຫມີ​ເຊັ່ນ 15-15-15 ປະ­ມານ 10 ກຣາມ, ຂີດ​ດິນ​ເຮັດ​ຂຸມ​ໃຫ້​ມີ​ຂະ­ຫນາດ​ໃຫຍ່​ກວ່າ​ຖົງ ຫລື ກະ​ຖັງ​ທີ່​ລ້ຽງ​ຕົ້ນ​ພັນ, ຫລັງ​ຈາກ​ນັ້ນ ຈີກ​ຖົງ​ອອກ ໂດຍ​ກ່ອນ​ຈີກ​ຖົງ​ໃຫ້​ໃຊ້​ມື​ບີບ​ດິນ​ໃນ​ຖົງ​ໃຫ້​ແຍກ​ອອກ​ຈາກ​ກັນ ແລ້ວ​ສັ່ນໆ​ໃຫ້​ວັດ­ຖຸ​ປູກ​ທີ່​ຕິດ​ຢູ່​ກັບ​ຮາກ​ອອກ​ໃຫ້​ຫມົດ ໃຊ້​ມີດ­ຕັດ​ຮາກ­ແກ້ວ​ສ່ວນ​ທີ່​ຂົດ​ງໍ​ອອກ ພ້ອມ​ທັງ​ຕັດ​ສ່ວນ​ຍອດ ແລະ ໃບ​ອອກ​ແດ່​ເລັກ​ຫນ້ອຍ ເພື່ອ​ໃຫ້​ເກີດ​ການ​ສົມ​ດຸນ​ກັບ​ຮາກ​ທີ່​ເຫລືອ; ຈາກ​ນັ້ນ ກໍ່​ວາງ​ຕົ້ນ​ພັນ​ລົງ​ໃນ​ຂຸມ​ແລ້ວ​ຈັດ​ຮາກ­ຝອຍ​ທີ່​ມີ​ຢູ່​ເປັນ​ຊັ້ນໆ ແລ້ວ​ແພ່​ຮາກ​ໃນ​ແຕ່​ລະ​ຊັ້ນ​ອອກ​ອ້ອມ​ຂ້າງ ຈາກ​ນັ້ນ ໃຊ້​ດິນ​ປົກ​ຮາກ​ໄລ່​ຂຶ້ນ​ມາ​ເປັນ​ຊັ້ນ ໂດຍ​ໃຫ້​ຮາກ­ຝອຍ​ຊັ້ນ​ເທິງ​ສຸດ​ຢູ່​ຕ່ຳ​ກວ່າ​ລະ­ດັບ​ດິນ​ປະ­ມານ 1 ຊັງ​ຕີ​ແມັດ, ໃຊ້​ດິນ​ປະ­ສົມ​ກັບ​ປຸ໋ຍ​ຫມັກ​ປະ­ລິ­ມານ 1/1 ປົກ​ກົ້ນ​ຕົ້ນ​ເປັນ​ຮູບ​ຫມໍ້​ກະ­ທະ​ຂວ້ຳ ກວ້າງ​ປະ­ມານ 1 ແມັດ ແລະ ສູງ​ປະ­ມານ 20 ຊັງ​ຕີ​ແມັດ ແລ້ວ​ມັດ​ຕົ້ນ​ຕິດ​ກັບ​ຫລັກ​ເພື່ອ​ປ້ອງ​ກັນ​ຕົ້ນລົ້ມ​ແລ້ວ​ຫົດ​ນ້ຳ​ໃຫ້​ຊຸ່ມ.
    ບໍ່​ວ່າ​ຈະ​ເປັນ​ການ​ປູກ​ພືດ​ຊະ­ນິດ​ໃດ​ກໍ່​ຕາມ ການ​ດູ​ແລ​ຮັກ­ສາ ກໍ່​ເປັນ​ສິ່ງ​ສຳ­ຄັນ​ທີ່​ຕ້ອງ​ຄວນ​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ຕົ້ນ­ຕໍ​ແມ່ນ ການ​ສັງ­ເກດ​ເບິ່ງ​ສະ­ພາບ​ຂອງ​ດິນ​ວ່າ​ດິນ​ນັ້ນ​ມີ​ຄວາມ​ເປັນ​ກົດ​ຫລາຍ(PH ຕ່ຳ​ກວ່າ 5,0) ຄວນ​ໃສ່​ປູນ​ຂາວ ຫລື ເປືອກ​ຫອຍ​ໄຫມ້ ຫລື ໂດ​ໂລ​ໄມ1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ຫລື ຕາມ​ການ​ວິ­ເຄາະ​ດິນ ໂດຍ​ຫວ່ານ​ໃຫ້​ສະ​ຫມ່ຳ​ສະ­ເຫມີ​ອ້ອມ​ຮອບ​ບໍ­ລິ­ເວນ​ເຫງົ້າ​ພຸ່ມ. 
    ສຳ­ລັບ ການ​ໃສ່​ຝຸ່ນ​ໃນ​ປີ​ທຳ​ອິດ ຄວນ​ໃສ່​ປຸ໋ຍ​ທີ່​ມີ​ໄນ​ໂຕ​ເຈນ​ສູງ ຕົ້ນ­ຕໍ​ແມ່ນ​ໃສ່​ສູດ 20-10-10 ຫລື 25-7-7 ຫລື 15-15-15 ປະ­ສົມ​ກັບ​ສູດ 46-0-0 ໃນ​ອັດ­ຕາ​ສ່ວນ 1/1 ປະ­ມານ 0,5-1 ກິ​ໂລກ​ຣາມ​ຕໍ່​ຕົ້ນ ໂດຍ​ແບ່ງ​ໃສ່ 4-6 ເດືອນ​ຕໍ່​ຄັ້ງ ແລະ ປຸ໋ຍ​ອິນ​ຊີ 10-20 ກິ​ໂລກ​ຣາມ​ຕໍ່​ຕົ້ນ ຄວນ​ໃສ່​ຄັ້ງ​ດຽວ​ໃນ​ໄລ­ຍະ​ທ້າຍ​ລະ­ດູ­ຝົນ ສ່ວນ​ປີ​ທີ່ 2-4 ໃສ່​ປຸ໋ຍ​ສູດ 20-10-10 ຫລື 25-7-7 ຫລື 15-15-15 ປະ­ສົມ​ກັບ​ສູດ 46-0-0 ໃນ​ປະ­ລິ­ມານ 1-1
    ເມື່ອ​ຫມາກ­ກ້ຽງ​ອາ­ຍຸ​ໄດ້ 4 ປີ​ຂຶ້ນ​ໄປ ຈະ​ເລີ່ມ​ໃຫ້​ຜົນ​ຜະ­ລິດ ສະ­ນັ້ນ ການ​ດູ​ແລ​ຮັກ­ສາ ແລະ ການ​ໃສ່​ຝຸ່ນ​ຄວນ​ເອົາ­ໃຈ­ໃສ່​ເປັນ​ຢ່າງ​ດີ ໂດຍ​ສະ­ເພາະ ໃນ​ໄລ­ຍະ​ກ່ອນ​ອອກ­ດອກ​ໃສ່​ປຸ໋ຍ​ສູດ 12-24-12ປະ­ມານ 1ກິ​ໂລກ​ຣາມ​ຕໍ່​ຕົ້ນ ແລະ ສີດ​ປຸ໋ຍ​ທາງ​ໃບ​ເພື່ອ​ເພີ່ມ​ທາດ​ອາ­ຫານ​ຮອງ ແລະ ອາ­ຫານ​ເສີມ, ພໍ​ຮອດ​ໄລ­ຍະ​ເປັນ​ຫມາກ ອາດ​ໃສ່​ປຸ໋ຍ​ທາດ​ອາ­ຫານ​ຮອງ ແລະ ທາດ​ອາ­ຫານ​ເສີມ​ເຊັ່ນ ແຄວ​ຊຽມ, ແມັກ​ນີ​ຊຽມ, ເຫລັກ, ສັງ­ກະ­ສີ, ທອງ­ແດງ, ໂບ​ລອນ ແລະ ແມງ​ກາ​ນິດ ໂດຍ​ການ​ສີດ​ໃສ່​ທາງ​ໃບ, ສ່ວນ​ໄລ­ຍະ​ໃກ້​ຈະ​ເກັບ​ກ່ຽວ​ຜົນ​ຜະ­ລິດ ຄວນ​ໃສ່​ສູດ 13-13-21ປະ­ລິ­ມານ 1-2ກິ​ໂລກ​ຣາມ​ຕໍ່​ຕົ້ນ ແລະ ເມື່ອ​ຫລັງ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ໃຫ້​ໃສ່​ສູດ 25-7-7ຫລື 15-15-15ປະ­ສົມ​ກັບ​ສູດ 46-0-0ໃນ​ອັດ­ຕາ​ສ່ວນ 1/1ປະ­ມານ 1-3ກິ​ໂລກ​ຣາມ​ຕໍ່​ຕົ້ນ ພ້ອມ​ທັງ​ສີດ​ປຸ໋ຍ​ທາງ​ໃບ​ທີ່​ມີ​ທາດ​ອາ­ຫານ​ຮອງ ແລະ ທາດ​ອາ­ຫານ​ເສີມ ແລະ ປຸ໋ຍ​ອິນ​ຊີ 20-50ກິ​ໂລກ​ຣາມ​ຕໍ່​ຕົ້ນ.
    ຫມາກ­ກ້ຽງ​ຫລັງ​ຈາກ​ປູກ​ສຳ­ເລັດ​ແລ້ວ ຄວນ​ໃຫ້​ນ້ຳ​ທັນ­ທີ​ໃນ​ປະ­ລິ­ມານ​ທີ່​ເຫມາະ​ສົມ ແລະ ໃຫ້​ນ້ຳ​ຄັ້ງ​ຕໍ່​ໄປ​ພາຍ​ໃນ 2-3 ວັນ ຈາກ​ນັ້ນ ໃຫ້​ນ້ຳ​ທຸກໆ 2-5 ວັນ ຈົນ​ກວ່າ​ຕົ້ນ​ຫມາກ­ກ້ຽງ​ຈະ​ຕັ້ງ​ຕົວ​ໄດ້, ສິ່ງ​ສຳ­ຄັນ​ບໍ່​ຄວນ​ປະ​ໃຫ້​ຕົ້ນ​ຫມາກ­ກ້ຽງ​ຂາດນ້ຳຈົນຕົ້ນຫ່ຽວຕາຍສ່ວນ​ວິ­ທີ​ຂອງ​ການ​ໃຫ້ນ້ຳອາດຈະໃຊ້ສາຍຢາງລະບົບນ້ຳຢອດຫລື ເຮືອສີດນ້ຳຕາມຄວາມເຫມາະສົມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ