google-site-verification: google0d91bc93cfc88895.html ດິນຟື້ນຟູເອງຕາມທຳມະຊາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, January 31, 2016

ດິນຟື້ນຟູເອງຕາມທຳມະຊາດ


ໃນບາງຄັ້ງວິທີຟື້ນຟູດິນທີ່ດີທີ່ສຸດກໍ່ຄືການປ່ອຍດິນໄວ້ບໍ່ໃຫ້ມີຫຍັງມາລົບກວນ ຫຼື ຊ່ວຍໃຫ້ມັນຄ່ອຍຟື້ນຟູເອງເທື່ອລະໜ້ອຍ. ການເຮັດຮົ້ວອ້ອມດິນໄວ້ ຫຼື ຂຽນປ້າຍຫ້າມບໍ່ໃຫ້ຜູ້ຄົນເຂົ້າໄປນຳໃຊ້ດິນນັ້ນ, ຫຼື ການລົດຈຳນວສັດລ້ຽງທີ່ເຂົ້າມາກິນຫຍ້າໃນດິນ ນັ້ນລົງ ກໍ່ລ້ວນແລ້ວແຕ່ເປັນວິທີການທີ່ສາມາດເຮັດໄດ້ເພື່ອຊ່ວຍໃຫ້ດິນຟື້ນຄືນສະພາບໄດ້. ເມື່ອດິນໄດ້ຮັບການປົກປ້ອງຈາກການນຳໃຊ້ ແລະ ມີເງື່ອນໄຂທີ່ເໝາະສົມແກ່ສິ່ງທີ່ມີຊີວິດກັບຄືນມາ,ພືດພັນຕ່າງໆກໍ່ເກີດ ແລະ ເຕີບໃຫຍ່ຂຶ້ນເອງຕາມຂັ້ນຕອນທຳມະຊາດ; ຊຶ່ງເອີ້ນວ່າ ຂະບວນການຟື້ນຟູຕົນເອງຕາມທຳ ມະຊາດຂອງດິນ. ຂະບວນການຟື້ນຟູນີ້ໃຊ້ເວລາຫຼາຍໆປີ, ຫຼື ຫຼາຍໆຊົ່ວອາຍຸຄົນ.

ຂະບວນການຟື້ນຟູຕົນເອງຕາມທຳມະຊາດຂອງດິນຈະບໍ່ເກີດຂຶ້ນເມື່ອ:

• ບໍ່ມີແຫຼ່ງຂອງແກ່ນ ຫຼື ພືດພັນປະຈຳທ້ອງຖິ່ນນັ້ນຢູ່ໃກ້ໆດິນນັ້ນ.
• ພືດທີ່ບໍ່ຕ້ອງການໄດ້ແຜ່ຂະຫຍາຍໄປປົກຄຸມ ຫຼື ງວຳ ພືດທີ່ຕ້ອງການສຳລັບການຟື້ນຟູນັ້ນ.
• ດິນຖືກທຳລາຍຢ່າງໜັກ ຫຼື ເຮັດໃຫ້ປົນເປື້ອນ ຈົນວ່າບໍ່ມີພືດໃດໆເກີດຂຶ້ນໄດ້. (ສຳລັບບົດເລື່ອງກ່ຽວກັບການຟື້ນຟູດິນຫຼັງຈາກຈາກທີ່ມັນປົນເປື້ອນຄາບນ້ຳມັນ

1. ດິນທີ່ຖືກທຳລາຍຈົນບໍ່ມີຝຸ່ນຫຼື ທາດບຳລຸງລ້ຽງໃນດິນ ແລະ ບໍ່ມີພືດໃດໆເກີດໄດ້.


2. ພືດບຸກເບີກທີ່ມີລຳຕົ້ນນ້ອຍ ແລະ ແຂງ ຈະເກີດຂຶ້ນມາຢູ່ຕາມບ່ອນທີ່ດິນຝຸ່ນຕົກຄ້າງຢູ່. ພືດບຸກເບີກນີ້ຈະເຮັດໜ້າທີ່ກັກເກັບນ້ຳໄວ້ ແລະ ດຶງເອົາແມງໄມ້ ແລະ ນົກຕ່າງໆກັບມາ.


3. ພືດບຸກເບີກໄດ້ເກັບກັກເອົາຝຸ່ນ ແລະ ແກ່ນໄມ້ຕ່າງໆ ທີ່ມານຳນ້ຳໄວ້, ບັນດານົກຊະນິດຕ່າງໆກໍ່ນຳເອົາແກ່ນໄມ້ຕ່າງໆມາເພີ່ມໃສ່


4. ໄດ້ມີຕົ້ນໄມ້ນ້ອຍ ແລະພືດທີ່ມີຂະໜາດໃຫຍ່ກວ່າພືດບຸກເບີກເກີດເສີມຂຶ້ນມາ. ຮາກຂອງພືດເຫຼົ່ານັ້ນໄດ້ເຮັດ ໃຫ້ດິນແກ່ນໃນເມື່ອກ່ອນ ແຕກຜຸຜຸ່ຍອອກ. ໄດ້ມີດິນທັບຖົມກັນຫຼາຍຂຶ້ນ ແລະ ກັກເກັບນ້ຳ ໄດ້ຫຼາຍກວ່າເກົ່າ


5. ຕົ້ນໄມ້ຂະໜາດໃຫຍ່ ແລະ ໄມ້ພຸ່ມໄດ້ເກີດຂຶ້ນ, ດິນແມ່ນໄດ້ກັບ ຄືນສູ່ສະພາບເດີມ.ດິນຟື້ນຟູເອງຕາມທຳມະຊາດ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ