google-site-verification: google0d91bc93cfc88895.html ຫ້ວານຊົນ Crinum asiaticum L. AMARYLLIDACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ຫ້ວານຊົນ Crinum asiaticum L. AMARYLLIDACEAE

ຫ້ວານຊົນ
Crinum asiaticum L.
AMARYLLIDACEAE

ຄຳຄົ້ນຫາ: ຫວ້ານ, ພືດຫາຍາກ, ຫວ່ານຈືດ, ຫວ່ານຈອດ, ພືດຕະກູນຫວ່ານ, ດອກຫ້ວານ,ຕົ້ນຫວ້ານ

ລັກສະນະພືດສາດ: ຫ້ວານຊົນ ເປັນພືດລົ້ມລຸກອາຍຸຫຼາຍປີ, ມີຫົວຢູ່ໃຕ້ດິນ, ລຳຕົ້ນກົມກ້ວາງແຕ່ 8-15 ຊມ, ຍາວ 30 ຊມ. ໃບດ່ຽວ, ຈັບວຽນສະຫຼັບອ້ອມຮອບລຳຕົ້ນ, ຮູບແຂບແກມຮູບຫອກ, ຍາວປະມານ 1 ມ, ກ້ວາງ 10-15
ຊມ, ຂອບໃບເປັນຄື້ນ, ປາຍໃບຮຽວແຫຼມ. ດອກ ຫ້ວານຊົນ ອອກເປັນຊໍ່ແບບຄັນຮົມ, ກ້ານຊໍ່ດອກຍາວປະມານ 90 ຊມ, ມີດອກປະມານ 12-40 ດອກ, ໃບປະດັບຮູບແຂບ, ຂະໜາດ 3-7 ມມ. ດອກຫອມ, ກ້ານດອກ ຫ້ວານຊົນ ຍາວ 0.5-2.5 ຊມ, ວົງກີບດອກເປັນຫຼອດຮຽວ, ຫຼອດສີຂຽວຂາວ, ກ້ວາງ 5-7 ມມ, ຍາວ 7-10 ຊມ, ປາຍແຍກເປັນ 6 ແສກ, ສີຂາວ, ຮູບແຂບ, ກ້ວາງ 6-9 ມມ, ຍາວ 5-9 ຊມ, ປາຍຮຽວແຫຼມ,ເກສອນເພດຜູ້ມີ 6 ອັນ, ກ້ານເກສອນຍາວ 4-5 ຊມ, ຖົງລະອອງເກສອນຮູບແຂບ, ຍາວປະມານ 1.5-2 ຊມ, ປາຍຮຽວແຫຼມ, ເຕົ້າໄຂ່ຮູບຮີ, ຂະໜາດຕ່ຳກວ່າ 2 ຊມ. ໝາກ ເປັນໝາກແຫ້ງແຕກ, ຮູບຮ່າງເກືອບກົມ.

ປິ່ນປົວພະຍາດ: ບັນເທົາອາການປວດ, ບວມຕາມແຂນຂາ ແລະ ເຮັດໃຫ້ຮາກເພື່ອຖອນພິດອາຫານ.
ສ່ວນທີ່ໃຊ້: ຮາກ ແລະ ໃບ

ວິທີການນຳໃຊ້: ໃຊ້ໃບ ຫ້ວານຊົນ ຂາງໄຟພໍປະມານແລ້ວນຳໄປປະຄົບບໍລິເວນທີ່ປວດບວມ, ສ່ວນຮາກຫວ້ານຊົນແມ່ນ ນຳມາລ້າງໃຫ້ສະອາດແລ້ວຫຍ້ຳກືນກິນແຕ່ນ້ຳຈະເຮັດໃຫ້ເຮົາຮາກອອກມາໃຊ້ເມື່ອເຮົາກິນອາຫານທີ່ເປັນພິດ ຫຼື ທາດເບື່ອ.

ການປູກຂະຫຍາຍພັນ: ຫວ້ານຊົນເປັນພືດທີ່ຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດ ສາມາດຂະຫຍາຍພັນໂດຍການແຍກເຫງົ້າ ແລະ ກ້າແກ່ນ.

ຄຳຄົ້ນຫາ: ຫວ້ານ, ພືດຫາຍາກ, ຫວ່ານຈືດ, ຫວ່ານຈອດ, ພືດຕະກູນຫວ່ານ, ດອກຫ້ວານ,ຕົ້ນຫວ້ານ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ