google-site-verification: google0d91bc93cfc88895.html ລັກສະນະພືດສາດ: ຫຍ້າເອັນຢືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ລັກສະນະພືດສາດ: ຫຍ້າເອັນຢືດ

ຫຍ້າເອັນຢືດ
Plantago major L.
PLANTAGINACEAE



ລັກສະນະພືດສາດ: ຫຍ້າເອັນຢືດ ເປັນພືດລົ້ມລຸກອາຍຸຫຼາຍປີ, ມີຮາກຈຳນວນຫຼາຍ, ຄ້າຍຄືເສັ້ນໃຍ.ກົກໃບມີຂົນເລັກນ້ອຍ ຫຼື ເກືອບບໍ່ມີ, ກ້ານໃບ ຫຍ້າເອັນຢືດ ຍາວແຕ່ 1-10 ຊມ, ໃບດ່ຽວ, ຈັບແບບວຽນສະຫຼັບ, ຮູບໄຂ່,ກ້ວາງ 6-10 ຊມ, ຍາວ 8-14 ຊມ, ຖານໃບຮຽວແຫຼມ, ປາຍໃບປູ້ເກືອບມົນ, ຂອບໃບລຽບ, ເສັ້ນໃບມີ 5-7ເສັ້ນເຫັນຊັດເຈນ, ເສັ້ນໃບດ້ານທ້ອງໃບນູນຂື້ນ. ດອກ ອອກເປັນຊໍ່, ຍາວ 20-50 ຊມ. ດອກຍ່ອຍບໍ່ມີກ້ານ,ກາບດອກຂະໜາດ 1.5-2.5 ມມ, ກາບດອກດ້ານລຸ່ມຮູບຮີເຖິງຮູບຮີກ້ວາງ, ກາບດອກດ້ານເທິງກ້ວາງກ່ວາ,ວົງກີບດອກສີຂາວ, ບໍ່ມີຂົນ, ແສກແຄບໆຮູບໄຂ່, ຂະໜາດ 1-1.5 ມມ, ເກສອນເພດຜູ້ຕິດຢູ່ຖານຂອງຫຼອດວົງກີບດອກຍາວຍື່ນອອກມາ, ມີ 4 ອັນ. ໝາກ ຮູບເກືອບກົມ, ໝາກແຫ້ງໄຂຕາມເສັ້ນອ້ອມຮອບ, ຂະໜາດ2-3 ມມ, ແກ່ນສີເຫຼືອງອອກສີນ້ຳຕານ.



ປິ່ນປົວພະຍາດ: ແກ້ອາການຄັນຕາມຜິວໜັງ, ແມງໄມ້ຕອດ ແລະ ຜິວໜັງອັກເສບ
ສ່ວນທີ່ໃຊ້: ໃບ
ວິທີການນຳໃຊ້: ຕຳເອົານ້ຳຈາກໃບທາ ຫຼື ທັບໃບໂພະບໍລິເວນທີ່ຄັນ ແລະ ແມງໄມ້ຕອດ, ສ່ວນຜິວໜັງອັກ
ເສບແມ່ນທັບໃບໂພະໃສ່.
ການປູກຂະຫຍາຍພັນ: ຫຍ້າເອັນຢືດເປັນວັດຊະພືດທີ່ເກີດຂຶ້ນເອງຕາມທຳມະຊາດ
ຕາມດິນທີ່ມີຄວາມຊຸ່ມຊື່ນ ຂະຫຍາຍພັນດ້ວຍແກ່ນ, ເມັດທີ່ສາມາດເກັບເພື່ອຂະຫຍາຍພັນໄດ້ຈະຕ້ອງ
ສັງເກດເບິ່ງຊໍ່ໝາກແຫ້ງເປັນສີນ້ຳຕານ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ