google-site-verification: google0d91bc93cfc88895.html ຜົນ​ກະທົບ​ ຈາກການ​ປ່ຽນ​ແປງ ​ດິນຟ້າ​ອາກາດ ຕໍ່ການ​ຜະລິດກະສິກຳ ຢູ່​ໃນ​ປະ​ເທດ​ເຮົາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, January 27, 2016

ຜົນ​ກະທົບ​ ຈາກການ​ປ່ຽນ​ແປງ ​ດິນຟ້າ​ອາກາດ ຕໍ່ການ​ຜະລິດກະສິກຳ ຢູ່​ໃນ​ປະ​ເທດ​ເຮົາ


ການປ່ຽນແປງດິນຟ້າອາກາດ
ການ​ຜະລິດກະສິກຳ ຢູ່ໃນປະເທດເຮົາ ​ເປັນ​ການ​ຜະລິດ​ຂະໜາດ​ນ້ອຍ, ກະ​ແຈກ​ກະຈາຍ, ຂາດ​ຄວາມ​ພ້ອມ​ດ້ານ​ເຕັກນິກ ​ແລະພື້ນຖານ​ໂຄງ​ຮ່າງ ຈິ່ງ​ເຮັດ​ໃຫ້ການ​ຜະລິດ​ກະສິ ກຳ​ໃນ​ໄລຍະ​ຜ່ານ​ມາ ໄດ້ຮັບ​ຜົນ​ກະທົບ ຈາກການປ່ຽນແປງດິນຟ້າອາກາດ ​​ເປັນ​ຕົ້ນ​ແມ່ນສະພາບ​ນ້ຳ​ຖ້ວມ, ແຫ້ງແລ້ງ ແລະ ຝົນຕົກ​ບໍ່​ຖືກ​ຕາມ​ລະດູ​ການ​ເປັນ​ຕົ້ນ. ຈາກການຄາດຄະເນ, ປະລິມານນ້ຳຝົນສະເລ່ຍເພິ່ມຂື້ນ ໃນສັດຕະວັດ​​ທີ 21 ດ້ວຍອັດຕາເພີ້ມ 4.2 ​ເປີເຊັນ. ໄພທໍາມະຊາດ (ນ້ຳຖ້ວມ-ແຫ້ງແລ້ງ) ​ໄດ້ເຮັດໃຫ້ບາງທ້ອງຖິ່ນຂາດເຂົ້າກິນ ​ແລະບໍ່ສາມາດກຸ້ມຕົນເອງດ້ານສະບຽງອາຫານ. ການປ່ຽນແປງ ດິນຟ້າອາກາດ ເຮັດໃຫ້ການຜະລິດຫລ້າຊ້າ ​ແລະຜົນຜະລິດບໍ່ໄດ້ຕາມຄາດໝາຍ, ຍົກ​ຕົວຢ່າງການເກີດພະຍຸເກດສະໜາ ໃນບັນດາພາກໃຕ້ ໃນໄລຍະຜ່ານມາ ​ເຮັດ​ໃຫ້​ເກີດ​ມີສະພາບນ້ຳ ຖ້ວມ ໄດ້ສົ່ງຜົນກະທົບ ຕໍ່ການປູກພືດ ໂດຍສະເພາະແມ່ນການປູກເຂົ້າ ເລາະລຽບຕາມແຄມແມ່ນ້ຳຂອງ ແລະສາຂາຕ່າງໆ. ນອກຈາກນັ້ນ, ການເພີ້ມຂື້ນຂອງ ອຸນຫະພູມ (ສະເລ່ຍເພີ່ມຂື້ນປີລະ​​ປະມານ 0​.26°C).  ໄດ້ສົ່ງຜົນສະທ້ອນ ຕໍ່ຜະລິດ ຕະພາບຂອງພືດໂດຍສະເພາະແມ່ນພືດຜັກ ແລະ ພືດລະດູໜາວ. ພ້ອມດຽວກັນນັ້ນ, ການປ່ຽນແປງດິນຟ້າອາກາດ ຍັງເອື້ອອໍານວຍ ໃຫ້ແກ່ການລະ ບາດຂອງ ສັດຕູພືດ ແລະວັດສະພືດ. ຜົນກະທົບຈາກການປ່ຽນແປງ ດິນຟ້າອາດ ຍັງສົ່ງຜົນສະທ້ອນ ເຮັດໃຫ້ ຕົ້ນ​ທຶນ​ການ​ຜະລິດ​ສູງ​ຂື້ນ ​ແລະລາຄາຜົນຜະລິດກະສິກຳມີລາຄາ ສູງຂື້ນຕາມລຳດັບ.


ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ກໍ່ໃຫ້ເກີດຄວາມເສຍຫາຍໃຫ້ຂະແໜງກະສິກຳ ຊຶ່ງເປັນຂະແໜງທີ່ສ້າງລາຍຮັບເປັນຫຼັກໃຫ້ແກ່ ປະຊາຊົນລາວ ເຮັດໃຫ້ລາຍຮັບຫຼຸດລົງຍ້ອນຜົນຜະລິດພືດຖືກເສຍຫາຍ ເນື່ອງຈາກຈາກອາກາດຮ້ອນ, ແຫ້ງແລ້ງ ແລະນໍ້າຖ້ວມເປັນຕົ້ນ. ສະພາບການດັ່ງກ່າວ ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງປະຊາຊົນ. ຈາກການສຶກສາຂອງ ທະນາຄານພັດທະນາອາຊີ (ADB) ພົບວ່າ ການປ່ຽນແປງຂອງດິນຟ້າອາກາດ ຈະເຮັດໃຫ້ການຜະລິດເຂົ້າທີ່ອີງໃສ່ຊົນລະປະທານໃນອາຊີຕາເວັນອອກສ່ຽງໃຕ້ ແມ່ນຈະຫລຸດລົງ 17 ເປີເຊັນ. ຜົນການສຶກສາ ໄດ້ແນະນໍາວ່າ ມີຄວາມຈໍາເປັນທີ່ຈະເຮັດການລົງທຶນ ທີ່ສຳຄັນໃນການຍົກລະດັບປະສິດທິພາບຂອງຊົນລະປະທານ. ນອກຈາກນີ້, ຍັງຈະມີຄວາມຕ້ອງການກົນໄກການຖ່າຍທອດເຕັກໂນໂລຊີ ເປັນຕົ້ນແມ່ນວິທີການປູກພືດທີ່ໄດ້ຮັບຜົນມາແລ້ວ ຕໍ່ກັບການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ເຊັ່ນ: ການປູກພືດແບບຫຼາກຫຼາຍ, ການປູກພືດສະຫຼັບ, ການປູກພືດແບບປະສົມປະສານ, ແລະວິທີການປູກພືດແບບໃຫມ່.

ດັ່ງນັ້ນ, ການປັບໂຕໃຫ້ເຂົ້າກັບສະພາບການປ່ຽນແປງຂອງອາກາດແລະການວາງແຜນຮັບມືກັບຄວາມສ່ຽງຈາກໄພພິບັດຈິ່ງເປັນສິ່ງສຳຄັນຂອງ ຕ້ອງໄດ້ບັນຈຸເຂົ້າໃນແຜນຍຸດທະສາດຂອງຂະແໜງການປູກຝັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ