google-site-verification: google0d91bc93cfc88895.html ຢານາງ MENISPERMACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 08, 2016

ຢານາງ MENISPERMACEAE

ເຄືອຢານາງ

Tiliacora triandra (Colebr.)Diels

MENISPERMACEAE


ລັກສະນະພືດສາດ: ຢານາງ ເປັນໄມ້ເຄືອຂະໜາດນ້ອຍ, ມີເນື້ອໄມ້, ເກາະກ້ຽວຕາມຕົ້ນໄມ້ອື່ນ, ເຄືອອ່ອນມີຂົນ  ນຸ້ມປົກຄຸມເມື່ອແກ່ແລ້ວຂ້ອນຂ້າງລຽບ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ປາຍໃບຮຽວແຫຼມ, ກ້ວາງ 5-8 ຊມ, ຍາວ 8-16 ຊມ, ແຜ່ນໃບມີຂົນຂະໜາດນ້ອຍຈັບຢູ່ຕາມເສັ້ນໃບຫ່າງໆ. ດອກ ຢານາງ ອອກເປັນຊໍ່ຕາມຊອກໃບ,  ດອກແຍກເພດ, ດອກເພດຜູ້ສີເຫຼືອງ, ກາບດອກ ຢານາງ ມີ 6-12 ກາບ, ຮູບຮີ ກ້ວາງ, ຍາວ 2 ມມ, ຂ້ອນຂ້າງກ້ຽງ, ກີບດອກມີ 3 ຫຼື 6 ກີບ, ຮຽວແຫຼມຄືຫຼີ້ມ, ປາຍວ້ຳເລັກນ້ອຍ, ຍາວ 1 ມມ, ກ້ຽງ, ເກສອນເພດຜູ້ມີ 3ອັນ, ຮູບຮ່າງຄ້າຍຕະບອງ, ຍາວ 1.5-2 ມມ, ດອກເພດແມ່, ກາບດອກດ້ານໃນກົມມົນ, ຍາວ 2 ມມ, ດ້ານນອກມີຂົນອ່ອນຫ່າງໆ, ກີບດອກມີ 6 ກີບ, ຮູບຮີແກມຮູບຂອບຂະໜານ, ຍາວ 1 ມມ, ໃບໄຂ່ມີ 8-9 ອັນ, ຍາວບໍ່ເຖິງ 1 ມມ, ຕິດຢູ່ເທິງກ້ານຊູສັ້ນໆ, ຮວງຮັບລະອອງເກສອນເພດແມ່ບໍ່ມີກ້ານ. ໝາກກົມຮູບໄຂ່ກັບ, ກ້ວາງ 6-7 ມມ, ຍາວ 7-10 ມມ, ຜິວກ້ຽງ, ໝາກອ່ອນສີຂຽວເມື່ອສຸກຈະປ່ຽນເປັນສີສົ້ມ ແລະ ແດງສົດ.


ລັກສະນະພືດສາດ: ຢານາງ ເປັນໄມ້ເຄືອຂະໜາດນ້ອຍ, ມີເນື້ອໄມ້, ເກາະກ້ຽວຕາມຕົ້ນໄມ້ອື່ນ, ເຄືອອ່ອນມີຂົນ
ນຸ້ມປົກຄຸມເມື່ອແກ່ແລ້ວຂ້ອນຂ້າງລຽບ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ປາຍໃບຮຽວແຫຼມ, ກ້ວາງ 5-8 ຊມ, ຍາວ 8-16 ຊມ, ແຜ່ນໃບມີຂົນຂະໜາດນ້ອຍຈັບຢູ່ຕາມເສັ້ນໃບຫ່າງໆ. ດອກ ຢານາງ ອອກເປັນຊໍ່ຕາມຊອກໃບ,
ດອກແຍກເພດ, ດອກເພດຜູ້ສີເຫຼືອງ, ກາບດອກ ຢານາງ ມີ 6-12 ກາບ, ຮູບຮີ ກ້ວາງ, ຍາວ 2 ມມ, ຂ້ອນຂ້າງກ້ຽງ, ກີບດອກມີ 3 ຫຼື 6 ກີບ, ຮຽວແຫຼມຄືຫຼີ້ມ, ປາຍວ້ຳເລັກນ້ອຍ, ຍາວ 1 ມມ, ກ້ຽງ, ເກສອນເພດຜູ້ມີ 3ອັນ, ຮູບຮ່າງຄ້າຍຕະບອງ, ຍາວ 1.5-2 ມມ, ດອກເພດແມ່, ກາບດອກດ້ານໃນກົມມົນ, ຍາວ 2 ມມ, ດ້ານນອກມີຂົນອ່ອນຫ່າງໆ, ກີບດອກມີ 6 ກີບ, ຮູບຮີແກມຮູບຂອບຂະໜານ, ຍາວ 1 ມມ, ໃບໄຂ່ມີ 8-9 ອັນ, ຍາວບໍ່ເຖິງ 1 ມມ, ຕິດຢູ່ເທິງກ້ານຊູສັ້ນໆ, ຮວງຮັບລະອອງເກສອນເພດແມ່ບໍ່ມີກ້ານ. ໝາກກົມຮູບໄຂ່ກັບ, ກ້ວາງ 6-7 ມມ, ຍາວ 7-10 ມມ, ຜິວກ້ຽງ, ໝາກອ່ອນສີຂຽວເມື່ອສຸກຈະປ່ຽນເປັນສີສົ້ມ ແລະ ແດງສົດ.

ປິ່ນປົວພະຍາດ: ແກ້ໄຂ້
ສ່ວນທີ່ໃຊ້: ໃຊ້ຮາກ

ວິທີການນຳໃຊ້: ໃຊ້ຮາກ ຢານາງ ປະມານ 1 ກຳມື ຕົ້ມນ້ຳກິນກ່ອນອາຫານເຊົ້າ, ສວາຍ, ແລງ, ຮາກມີລົດຈືດ
ຂົມ. ນອກຈາກນີ້ໃບ ຢານາງ ສາມາດນຳມາຄັ້ນເອົານ້ໍາດຶ່ມໄດ້ ຫຼື ຄັ້ນເອົານ້ຳມາປຸງແຕ່ງອາຫານໄດ້ຫຼາຍຊະນິດເຊັ່ນ: ແກງໜໍ່ໄມ້, ແກງເຫັດຂອນຂາວ ແລະ ອາຫານອື່ນໆອີກ.
ການປູກຂະຫຍາຍພັນ: ເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດທົນທານຕໍ່ກັບຄວາມແຫ້ງແລ້ງໄດ້ດີຂະຫຍາຍ
ພັນດ້ວຍການກ້າແກ່ນ ແລະ ປູກດ້ວຍເຫງົ້າ.

ລັກສະນະພືດສາດ: ຢານາງ ເປັນໄມ້ເຄືອຂະໜາດນ້ອຍ, ມີເນື້ອໄມ້, ເກາະກ້ຽວຕາມຕົ້ນໄມ້ອື່ນ, ເຄືອອ່ອນມີຂົນ  ນຸ້ມປົກຄຸມເມື່ອແກ່ແລ້ວຂ້ອນຂ້າງລຽບ. ໃບດ່ຽວ, ຈັບແບບສະຫຼັບ, ຮູບໄຂ່ປາຍໃບຮຽວແຫຼມ, ກ້ວາງ 5-8 ຊມ, ຍາວ 8-16 ຊມ, ແຜ່ນໃບມີຂົນຂະໜາດນ້ອຍຈັບຢູ່ຕາມເສັ້ນໃບຫ່າງໆ. ດອກ ຢານາງ ອອກເປັນຊໍ່ຕາມຊອກໃບ,  ດອກແຍກເພດ, ດອກເພດຜູ້ສີເຫຼືອງ, ກາບດອກ ຢານາງ ມີ 6-12 ກາບ, ຮູບຮີ ກ້ວາງ, ຍາວ 2 ມມ, ຂ້ອນຂ້າງກ້ຽງ, ກີບດອກມີ 3 ຫຼື 6 ກີບ, ຮຽວແຫຼມຄືຫຼີ້ມ, ປາຍວ້ຳເລັກນ້ອຍ, ຍາວ 1 ມມ, ກ້ຽງ, ເກສອນເພດຜູ້ມີ 3ອັນ, ຮູບຮ່າງຄ້າຍຕະບອງ, ຍາວ 1.5-2 ມມ, ດອກເພດແມ່, ກາບດອກດ້ານໃນກົມມົນ, ຍາວ 2 ມມ, ດ້ານນອກມີຂົນອ່ອນຫ່າງໆ, ກີບດອກມີ 6 ກີບ, ຮູບຮີແກມຮູບຂອບຂະໜານ, ຍາວ 1 ມມ, ໃບໄຂ່ມີ 8-9 ອັນ, ຍາວບໍ່ເຖິງ 1 ມມ, ຕິດຢູ່ເທິງກ້ານຊູສັ້ນໆ, ຮວງຮັບລະອອງເກສອນເພດແມ່ບໍ່ມີກ້ານ. ໝາກກົມຮູບໄຂ່ກັບ, ກ້ວາງ 6-7 ມມ, ຍາວ 7-10 ມມ, ຜິວກ້ຽງ, ໝາກອ່ອນສີຂຽວເມື່ອສຸກຈະປ່ຽນເປັນສີສົ້ມ ແລະ ແດງສົດ.







No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ