google-site-verification: google0d91bc93cfc88895.html ສະພາບລວມຂອງການພັດທະນາວຽກງານປູກຝັງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, January 26, 2016

ສະພາບລວມຂອງການພັດທະນາວຽກງານປູກຝັງ




ພາຍຫຼັງທີ່ປະເທດຊາດໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕປະຊາຊົນໃນປີ 1975, ພັກແລະ ລັດຖະບານ ໄດ້ຮ່ວມກັບປະຊາຊົນ ດຳເນີນການປົກປັກຮັກສາແລະ ສ້າງສາປະເທດຊາດໂດຍການໃຊ້ກົນໄກລວມສູນ ແຕ່ສູນກາງລົງຮອດທ້ອງຖີ່ໃນນັ້ນ ຂະແໜງກະສິກຳແລະ ປ່າໄມ້ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການຟື້ນຟູ​ ​ແລະ ປັບປຸງຊີ ວິດການເປັນຢູ່ປະຊາຊົນບັນດາເຜົ່າ. ​ໃນນັ້ນບັນຫາຮີບດ່ວນແມ່ນສຸມໃສ່ ການຜະລິດສະບຽງອາຫານ, ລັດຖະບານໄດ້ປຸກລະດົມແລະ ຂົນຂວາຍປະຊາຊົນຟື້ນຟູນາເຮື້ອ, ຊັບຊ່າວນາໃໝ່, ​ກໍ່ສ້າງເໝືອງຝາຍຊົນ ລະປະທານເພື່ອຂະຫຍາຍການປູກເຂົ້າແລະ ພືດຜັກເປັນຂະບວນໃຫຍ່ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຫັນປ່ຽນຮູບແບບການຜະລິດແບບເອກະເທດ, ກະແຈກກະຈາຍ ມາເປັນການຜະລິດແບບລວມ ໝູ່ສັງຄົມນິຍົມເທື່ອລະກ້າວເຊັ່ນ: ຫັນຈາກການວານແຮງງານ ມາເປັນການແລກປ່ຽນແຮງງານແລະ ການເປັນສະຫະກອນເທື່ອລະກ້າວໃນບໍລິເວນທີ່ມີເງື່ອນໄຂໄປພ້ອມກັບການສ້າງຕັ້ງນິຄົມກະເສດຂອງລັດ. ​ໃນປີ 1979, ມີສະຫະກອນກະເສດເຖິງ 1.800 ຫົວໜ່ວຍແລະ ນິຄົມກະເສດຈຳນວນໜຶ່ງ; 85% ຂອງພົນລະເມືອງ (3,2 ລ້ານຄົນ) ​ເຮັດການຜະລິດກະສິກຳ, ໃນນັ້ນ 1/3 ຂອງພົນລະເມືອງຍັງເຮັດໄຮ່ປູກເຂົ້າ; ​​ເນື້ອທີ່ນາປູກເຂົ້າ 732.000 ​ເຮັກຕາ (1980), ເນື້ອທີ່ປູກເຂົ້ເນີນສູງ 297.400​ ເຮັກຕາ (1980), ຜົນຜະລິດເຂົ້າລວມ 1,05 ລ້ານໂຕນ ສະເລ່ຍຕໍ່ຫົວຄົນ 328 ​ກິໂລເຂົ້າເປືອກ ຕໍ່ຄົນ ຕໍ່ປີ ການປູກພືດ​​ແມ່ນອາໃສທຳມະຊາດ​, ຮອບວຽນການປູກພືດ ໂດຍສະເພາະແມ່ນເຂົ້າ ແມ່ນປູກພຽງລະດູດຽວ, ສະພາບໂຄງ ລ່າງພື້ນຖານ ແລະ ເຕັກນິກເຕັກໂນໂລຊີຍັງມີຈຳກັດໄລຍະນັ້ນ​, ​ລະບົບການຄຸ້ມຄອງວຽການປູກຝັງຍັງຂາດ​​ເຄື່ອງມືຄຸ້ມຄອງມະຫາພາກ, ນິຕິກຳ, ລະບຽບການຕ່າງໆແລະບຸກຄະລາກອນຍັງຈຳກັດ. ​​
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I (1981-1985), ຂະແໜງເສດຖະກິດແລະ ກະສິກຳໄດ້ຫັນເຂົ້າສູ່ການຄຸ້ມຄອງຂອງລັດໂດຍ​​ນຳໃຊ້ລະບົບການຄວບຄຸມລາຄາແລະເກື້ອກູນ, ຄຸ້ມຄອງການຄ້າເຂົ້າ​, ກຳນົດເຂດການຜະລິດ. ໜ້າທີ່ລະດັບໜຶ່ງ ຂອງວຽກງານປູກຝັງແມ່ນຊຸກຍູ້ການຜະລິດ​​ສະບຽງອາຫານແນໃສ່​​ແກ້ໄຂຄວາມຕ້ອງການ ຂອງສັງຄົມໃຫ້ກຸ້ມຕົນເອງ, ​ມີວັດຖຸດິບປ້ອນອຸດສາຫະກຳແລະເປັນສິນຄ້າຂາອອກ. ​ໃນປີ 1981 ປະລິມານເຂົ້າໄດ້ເພີ່ມຂຶ້ນ ພ້ອມທັງໄດ້ເລີ່ເຮັດກະເສດສຸມ, ​ເພີ່ມຮອບວຽນການປູກຝັງ, ​ເນື້ອທີ່ນາໄດ້ເພີ່ມຂຶ້ນ 15% (ສະເລ່ຍ ປີ 1976 ຫາ 1985), ​ໃນນັ້ນເນື້ອທີ່ນາໄດ້ຮັບນ້ຳຊົນລະປະທານເພີ່ມຂຶ້ນ 2 ​ເທົ່າ, ຈຳນວນເຄື່ອງຈັກ ທີ່ໃຊ້ເຂົ້າໃນການປູກຝັງເພີ່ມຂຶ້ນ 5 ​ເທົ່າຕົວ. ເຖິງແມ່ນວ່າ ການຜະລິດກະສິກຳ ຈະມີການຂະຫຍາຍຕົວ ໃນລະດັບໃດໜຶ່ງກໍ່ຕາມ ແຕ່ລະບົບການຜະລິດໃນໄລຍະນັ້ນ ເຫັນວ່າຍັງບໍ່ແທດເໝາະກັບສະພາບ ຕົວຈິງເນື່ອງຄວາມພ້ອມຈາກກົນໄກການຄຸ້ມຄອງດຳເນີນຕາມຮູບແບບລວມສູນ ອາດຍາສິດບໍລິຫານເກື້ອກູນ. ດັ່ງນັ້ນ, ບັນດາຄາດໝາຍແລະ ໜ້າທີ່ວາງອອກ ບໍ່ມີປະສິດທິຜົນ, ສ້າງຄວາມເສຍຫາຍໃຫ້ລັດ​ ​ແລະປະຊາຊົນ.
ໃນປີ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກໄດ້ວາງທິດທາງພັດທະນາປະເທດ ຕາມກົນໄກເສດຖະກິດຕະຫຼາດແລະ ນຳໃຊ້ຫຼາຍພາກສ່ວນເສດຖະກິດໃນການສ້າງສາພັດທະນາປະເທດຊາດ.​​ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ II ​ໄດ້ກຳນົດເອົາການຜະລິດກະສິກຳເປັນບູລິມະສິດອັນດັບໜຶ່ງເພື່ອແກ້ໄຂທັນຍາຫານແລະ ອາຫານໃຫ້ໄດ້ຢ່າງໜັກແໜ້ນ. ກອງປະຊຸມກະສິກໍາ-ປ່າໄມ້ຄັ້ງທີ I (ເດືອນ 6 ປີ 1988 )​ ​ໄດ້ກຳນົດເອົາ ກະສິກຳເປັນສະໜາມຮົບນ້ຳເບີໜຶ່ງ ​​ໂດຍນັ້ນໃສ່ ການກໍ່ສ້າງພື້ນຖານໂຄງລ່າງ, ຊົນລະປະທານແລະ ຮູບແບບການຜະລິດທີ່ມີການນຳໃຊ້ເຕັກນິກກະເສດສຸມເພີ່ມສະມັດຕະພາບແລະເພີ່ມທະວີ ການຍຸດຕິການຖາງປ່າເຮັດໄຮ່. ຫັນຈາກກະສິກຳທຳມະຊາດເປັນການກະສິກຳ ທີ່ຜະລິດສິນຄ້າ ຕາມກົນໄກຕະຫຼາດ ທີ່ມີການນຳພາຂອງພັກແລະ ນະໂຍບາຍຂອງລັດ.

ໄລຍະ ປີ 1996 ມາເຖິງປະຈຸບັນ, ການຄຸ້ມຄອງ​​ວຽກງານປູກຝັງ ໄດ້ຫັນສູ່ລະ ບຽບກົດໝາຍເທື່ອລະກ້າວ ແບບແຜນວິທີເຮັດວຽກໄດ້ມີການປັບປຸງເຂົ້າສູ່ລະບົບ ມີຕົວເລກຄາດໝາຍສູ້ຊົນ ຊຶ່ງໃນນັ້ນກະຊວງ ກະສິກໍາ ແລະປ່າໄມ້ ໄດ້ຜັນຂະຫຍາຍນະໂຍບາຍ ແລະ 8 ແຜນງານ ບູລິມະສິດຂອງລັດຖະບານ ມາເປັນ 6 ແຜນງານຂອງກະຊວງ ເຊິ່ງໃນນັ້ນຂະແໜງປູກຝັງ ໄດ້ຮັບຜິດຊອບ 2 ແຜນງານໃຫຍ່ ຄື ຜະລິດສະບຽງອາຫານ ແລະຜະລິດເປັນສິນຄ້າ. ແຕ່ ປີ 1990 ເປັນຕົ້ນມາ ການຜະລິດສະບຽງ ໄດ້ມີບາດກ້າວຂະຫຍາຍ ຕົວຢ່າງວ່ອງໄວ ເຮັດໃຫ້ປະເທດຂ້າມຜ່ານ ຈາກປະເທດ ຂາດເຂີນສະບຽງ ກາຍເປັນປະເທດສາມາດກຸ້ມກິນ ດ້ານສະບຽງອາຫານ ສາມາດຕອບ ສະໜອງການຊົມໃຊ້ ພາຍໃນປະເທດ ແລະເປັນໜໍ່ແໜງ ໃນການຜະລິດ ເພື່ອສົ່ງອອກຈຳນວນໜຶ່ງ. ເນື່ອງຈາກມີການນຳໃຊ້ແນວພັນປັບປຸງ ຢ່າງກ້ວາງຂວາງໃນເຂດພາກກາງ ແລະພາກໄຕ້, ການນຳໃຊ້  ແນວພັນປັບປຸງໃນ ນາປີ 65 ຫາ 80%, ນາແຊງ 100%. ການຂະຫຍາຍຕົວຂອງ ຊົນລະປະທານ ຫຼາຍກ່າວ 100% ມີກະທົບທາງດ້ານປັດໃຈການຜະລິດອື່ນໆເຊັ່ນ: ຝຸ່ນເຄມີ, ຢາປາບສັດຕູພືດ ແລະການປ້ອງກັນພືດແບບປະສົມປະສານ. ປັດຈຸບັນຂະແໜງປູກຝັງໄດ້​​ຈັດຕັ້ງ​ ​ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VII (2010-2015), ກໍຄືຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ IV ຂອງອົງຄະນະພັກກະຊວງກະສິກຳແລະປ່າໄມ້, ຂະແໜງການປູກຝັງໄດ້ເອົາໃຈໃສ່ ຄຸ້ມຄອງມະຫາພາກ ກ່ຽວກັບການປູກຝັງ, ກະສິກຳສະອາດ, ການປ້ອງກັນພືດ​ ​ແລະກັກກັນພືດສ້າງເງື່ອນໄຂອຳນວຍຄວາມສະດວກໃນການພັດທະນາວຽກງານປູກຝັງ​ ​ໃນຂອບເຂດທົ່ວປະເທດ, ເພື່ອຮັບປະກັນໃຫ້ແກ່ການຜະລິດພືດສະບຽງອາຫານແລະຜະລິດພືດເປັນສິນຄ້າໃຫ້ໄປຕາມເປົ້າມາຍທີ່ວາງໄວ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ