google-site-verification: google0d91bc93cfc88895.html ຜັກບົ້ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 28, 2016

ຜັກບົ້ງ

ຜັກບົ້ງຜັກ­ບົ້ງ​ເປັນ​ຜັກ​ຊະ­ນິດ​ຫນຶ່ງທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງໂດຍ​ສະ­ເພາະ​ໃຊ້​ເປັນ​ອາ­ຫານໄດ້​ຫລາກ​ຫລາຍ​ຮູບ​ແບບ​ເຊັ່ນ: ລວກ, ຂົ້ວ, ກັບ​ຕຳ​ສົ້ມ..ອີກແ

ຜັກ­ບົ້ງ​ເປັນ​ຜັກ​ຊະ­ນິດ​ຫນຶ່ງທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງໂດຍ​ສະ­ເພາະ​ໃຊ້​ເປັນ​ອາ­ຫານໄດ້​ຫລາກ​ຫລາຍ​ຮູບ​ແບບ​ເຊັ່ນ: ລວກຂົ້ວກັບ​ຕຳ​ສົ້ມ..ອີກແລະຍັງ​ໃຫ້​ວິ­ຕາ­ມິນ​ທາງ​ໂພ­ຊະ​ນາ​ການ​ສູງ,  ຜັກ­ບົ້ງສາ­ມາດ​ບໍ​ລິໂພກ​ໄດ້​ທັງ​ດິບແລະສຸກ.
    ຜັກ­ບົ້ງ​ເປັນ​ຜັກ​ທີ່​ປູກ​ງ່າຍ,  ຈະ­ເລີນ​ເຕີບ​ໂຕ​ໄວຂຶ້ນ​ໄດ້​ດີ​ໃນ​ດິນ​ທຸກ​ຊະ­ນິດມັກ​ດິນ​ຊຸ່ມ​ຊື່ແຕ່​ຕ້ອງ​ໄດ້​ຮັບ​ແສງ​ແດດ​ຢ່າງ​ເຕັມ­ທີ່​ຕະ­ຫລອດ​ມື້​ຈິ່ງ​ຈະ​ດີເປັນ​ຜັກ​ທີ່​ມີ​ອາ­ຍຸ​ຫລາຍ​ປີແລະປູກ​ໄດ້​ຕະ­ຫລອດ​ປີໄລ­ຍະ​ເວ­ລາ​ຕັ້ງ­ແຕ່​ເລີ່ມ​ຕົ້ນ​ຈົນ​ຮອດ​ມື້​ເກັບ​ກ່ຽວ​ປະ­ມານ25-30 ມື້.

ການ​ກຽມ​ດິນ 

ເນື່ອງ​ຈາກວ່າ​ຜັກ­ບົ້ງ​ເປັນ​ພືດ​ທີ່​ມີ​ລະ­ບົບ​ຮາກ​ຕື້ນ​ໃນ​ການ​ກຽມ​ດິນ​ຄວນ​ໄຖ​ຕາກ­ແດດ​ໄວ​ປະ­ມານ15-30    ມື້ແລ້ວ​ດຳ­ເນີນ​ການ​ໄຖ​ພູນແລະເຮັດ​ຫນານ​ຂະ­ຫນາດ1,5-2ແມັດ. ຍາວ10-15 ແມັດ  ຈົ່ງ​ທາງ​ຍ່າງ​ລະ­ຫວ່າງ​ຫນານ40-50 ຊັງ​ຕີ​ແມັດເພື່ອ​ສະ­ດວກ​ໃນ​ການ​ດູ​ແລ​ຮັກ­ສາການ​ໃສ່​ຝຸ່ນ​ຄອກ(ຂີ້​ຫມູຂີ້​ເປັດ,ຂີ້​ໄກ່ຂີ້​ງົວຂີ້​ຄວາຍຫລືຝຸ່ນ​ບົ່ມທີ່​ລະ­ລາຍ​ຕົວ​ດີ​ແລ້ວຄົນ​ລົງ​ໄປ​ໃນ​ດິນສັບ​ດິນ​ໃຫ້​ລະ­ອຽດ​ພໍ​ສົມ­ຄວນປັບ​ຫນ້າ​ຫນານ​ໃຫ້​ລຽບ​ສະ­ເຫມີ​ກັນຢ່າ​ໃຫ້​ເປັນ​ຂຸມ​ເປັນ​ບວກແກ່ນ​ຜັກ­ບົ້ງ​ຈະ​ບໍ່​ຂຶ້ນ​ສະ​ຫມ່ຳ​ສະ­ເຫມີ​ທັງ​ຫມົດ​ໃນ​ຫນານ​ຖ້າ​ດິນ​ປູກ​ເປັນ​ກົດຄວນ​ໃສ່​ປູນ​ຂາວ​ເພື່ອ​ປັບ​ລະ­ດັບpHຂອງ​ດິນ​ໃຫ້​ສູງ​ຂຶ້ນ.

ຜັກບົ້ງຜັກ­ບົ້ງ​ເປັນ​ຜັກ​ຊະ­ນິດ​ຫນຶ່ງທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງໂດຍ​ສະ­ເພາະ​ໃຊ້​ເປັນ​ອາ­ຫານໄດ້​ຫລາກ​ຫລາຍ​ຮູບ​ແບບ​ເຊັ່ນ: ລວກ, ຂົ້ວ, ກັບ​ຕຳ​ສົ້ມ..ອີກແ

ວິ­ທີ​ປູກ   

ກ່ອນ​ປູກ​ນຳ​ແນວ​ພັນ​ຜັກ­ບົ້ງ​ໄປ​ແຊ່​ນ້ຳ​ດົນ6-12 ຊົ່ວ­ໂມງເພື່ອ​ໃຫ້​ແກ່ນ​ຜັກ­ບົ້ງ​ດູ​ູດ​ຊັບ​ນ້ຳ​ເຂົ້າ​ໄປ​ໃນ​ແກ່ນເຮັດ​ໃຫ້​ແກ່ນ​ຜັກ­ບົ້ງ​ອອກ​ໄວ້​ຂຶ້ນແລະສະ​ຫມ່ຳ​ສະ­ເຫມີ​ກັນ​ດີແກ່ນ​ຜັກ­ບົ້ງ​ທີ່­ຢູ່​ໃນ​ນ້ຳ​ຈະ​ເປັນ​ແນວ​ພັນ​ທີ່​ບໍ່​ສົມ­ບູນບໍ່​ຄວນ​ນຳ​ມາ​ເຮັດ​ແນວ​ພັນເຖິງ​ແມ່ນ​ວ່າຈະ​ເຮັດ​ໄດ້​ແຕ່​ຈະ​ບໍ່​ສົມ­ບູນອາດ​ຈະ​ເປັນ​ແຫລ່ງ​ເຮັດ​ໃຫ້​ເກີດ​ໂລກ­ລະ­ບາດ​ໄດ້​ງ່າຍແນວ​ພັນ​ທີ່​ດີ​ຕ້ອງ​ບໍ່​ຢູ່​ໃນ​ນ້ຳ​ນຳ​ມາ​ຫວ່ານ​ໃຫ້​ທົ່ວ​ຫນານ​ໃຫ້​ແກ່ນ​ຫ່າງ​ກັນ​ເລັກ​ນ້ອຍຈາກ​ນັ້ນ​ນຳ​ເອົາ​ດິນ​ລ້ວນຫລືຂີ້​ເຖົ່າແກບ​ດຳ​ຫວ່ານ​ປົກ​ແກ່ນ​ຜັກ­ບົ້ງ​ຫນາ​ປະ­ມານ0,5 ຊັງ​ຕີ​ແມັດແຕ່​ຖ້າ​ບ່ອນ​ທີ່​ປູກ​ນັ້ນ​ມີ​ເສດ​ເຟືອງ​ຈະ​ໃຊ້​ເຟືອງ​ປົກ​ຫນານ​ປູ​ບາງໆ​ເພື່ອ​ຊ່ວຍ​ເກັບ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ດິນ​ແຕ່​ບໍ່​ຄວນ​ໃຫ້​ດິນ​ແຫນ້ນ​ເກີນ​ໄປ​ຫົດ​ນ້ຳ​ດ້ວຍ​ບົວ​ຫົດ​ນ້ຳຫລືໃຊ້​ສາຍ​ຢາງ​ມັດ​ຕິດ​ກັບ​ຫົວ​ຝັກ​ບົວ​ຫົດ​ນ້ຳ​ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຫນານ​ຜັກ­ບົ້ງ​ທຸກ​ມື້ໆ​ລະ1-2 ເທື່ອ,  ເຮັດ​ແບບ​ນີ້​ປະ­ມານ2-3  ມື້ຜັກ­ບົ້ງ​ກໍ່​ຈະ​ອອກ​ເປັນ­ຕົ້ນ.

ການ​ໃຫ້​ນ້ຳ   

ຜັກ­ບົ້ງ​ເປັນ​ພືດ​ທີ່​ມັກ​ດິນ​ປູກ​ທີ່​ຊຸ່ມ​ຊື່ນແຕ່​ບໍ່​ປຽກ​ຈົນ​ມີ​ນ້ຳ​ຂັງສະ­ນັ້ນ​ຄວນ​ຫົດ​ນ້ຳ​ຜັກ­ບົ້ງ​ຢູ່​ສະ­ເຫມີ​ທຸກ​ມື້ໆ​ລະ1-2 ເທື່ອຍົກ­ເວັ້ນ​ໄລ­ຍະ​ທີ່​ຝົນ­ຕົກຢ່າ​ໃຫ້​ຫນານ​ປູກ​ຜັກ­ບົ້ງ​ຂາດ​ນ້ຳເພາະ​ຈະ​ເຮັດ​ໃຫ້​ຜັກ­ບົ້ງ​ຢຸດ​ສະ​ງັກ​ການ​ຈະ­ເລີນ​ເຕີບ​ໂຕຄຸນ​ນະ​ພາບ​ບໍ່​ດີຕົ້ນ​ແຂງ​ກະ­ດ້າງຫນຽວບໍ່​ເປັນ­ຕາ​ຮັບ​ປະ­ທານແລະເກັບ​ກ່ຽວ​ໄດ້​ຊ້າ​ກວ່າ​ປົກ­ກະ­ຕິ.

ການ​ໃສ່​ຝຸ່ນ   

ຜັກ­ບົ້ງ​ເປັນ​ຜັກ​ທີ່​ບໍ­ລິ­ໂພກ​ໃບແລະຕົ້ນມີ​ອາ­ຍຸ​ໃນ​ການ​ເກັບ​ກ່ຽວ​ສັ້ນຖ້າ​ດິນ​ປູກ​ມີ​ຄວາມ​ອຸ­ດົມ­ສົມ­ບູນຫລືມີ​ການ​ໃສ່​ຝຸ່ນ​ຄອກ​ເຊັ່ນ: ຂີ້​ຫມູຂີ້​ເປັດແລະຂີ້​ໄກ່​ເປັນ­ຕົ້ນເຊິ່ງ​ຝຸ່ນ​ຄອກ​ດັ່ງ­ກ່າວ​ເປັນ​ຝຸ່ນ​ທີ່​ມີ​ໄນ​ໂຕ​ເຈນ​ສູງ​ຢູ່​ແລ້ວບໍ່​ຈຳ­ເປັນ​ຕ້ອງ​ໃສ່​ປຸ໋ຍ​ເຄ​ມີ​ກໍ່​ໄດ້ແຕ່​ຖ້າ​ດິນ​ປູກ​ບໍ່​ອຸ­ດົມ­ສົມ­ບູນ​ປານ­ໃດນອກ­ຈາກ​ໃຫ້​ຝຸ່ນ​ຄອກ​ແລ້ວຄວນ​ມີ​ການ​ໃສ່​ປຸ໋ຍ​ທາງ​ໃບ​ທີ່​ມີ​ໄນ​ໂຕ​ເຈນ​ສູງໂດຍ​ຫວ່ານ​ປຸ໋ຍ​ກະ­ຈາຍ​ທົ່ວ​ທັງ​ຫນານ​ກ່ອນ​ປູກແລະຫລັງ​ປູກ​ຜັກ­ບົ້ງ​ໄດ້​ປະ­ມານ7-10 ມື້ເຊິ່ງ​ການ​ໃຫ້​ປຸ໋ຍ​ເທື່ອ​ທີ່ນັ້ນຫລັງ​ຈາກ​ຫວ່ານ​ຜັກ­ບົ້ງ​ລົງ​ຫນານ​ແລ້ວຈະ​ຕ້ອງ​ມີ​ການ​ຫົດ​ນ້ຳ​ຫນານ​ປູກ​ຜັກ­ບົ້ງ​ທັນ­ທີຢ່າ​ໃຫ້​ປຸ໋ຍ​ຄ້າງ​ຢູ່​ຕາມ​ໃບຈະ​ເຮັດ​ໃຫ້​ຜັກ­ບົ້ງ​ໃບ​ໄຫມ້​ໃນ​ການ​ໃສ່​ປຸ໋ຍ​ເຄ​ມີ​ຄັ້ງ​ທີນັ້ນ​ຈະ​ໃຊ້​ວິ­ທີ​ການ​ລະ­ລາຍ​ນ້ຳ​ຫົດ3-5 ມື້​ເທື່ອ​ໃດ​ກໍ່​ໄດ້ໂດຍ​ໃຊ້​ອັດ­ຕາ​ສ່ວນ​ປຸ໋ຍ​ຢູ​ເຣຍ10 ກຣາມ​ຕໍ່​ນ້ຳ20 ລິດຈະ​ເປັນ​ການ​ຊ່ວຍ​ໃຫ້​ຜັກ­ບົ້ງ​ຈະ­ເລີນ​ເຕີບ​ໂຕແລະເກັບ​ກ່ຽວ​ໄດ້​ໄວ້​ຂຶ້ນ.

ການ​ເກັບ​ກ່ຽວ   

ເມື່ອ​ຜັກ­ບົ້ງ​ໄດ້​ປະ­ມານ20-30 ມື້​ກໍ່​ສາ­ມາດ​ເກັບ​ກ່ຽວ​ໄດ້​ແລ້ວແລະການ​ເກັບ​ກ່ຽວ​ນີ້​ເຮົາ​ສາ­ມາດ​ຕັດ​ໃຫ້​ເຫລືອ​ໃບ​ຕິດ​ກັບ​ຕົ້ນ​ໄວ້ໃບໃສ່​ຝຸ່ນ​ຄອກ​ບຳ­ລຸງ​ຕໍ່​ໄປ​ຜັກ­ບົ້ງ​ຈະ​ສາ­ມາດ​ແຕກ​ໃບ​ໃຫ້​ຕັດ​ໃຫມ່​ໄດ້​ອີກ      2-3 ເທື່ອແຕ່​ສຳ­ລັບ​ຜູ້​ທີ່​ຈະ​ປູກ​ເພື່ອ​ຈຳ­ຫນ່າຍ​ກໍ່​ຄວນ​ຫລົກ​ອອກ​ທັງ​ຕົ້ນ​ທັງ​ຮາກ​ມັດ​ລວມ​ກັນ​ເປັນ​ກຳ​ຈາກ​ນັ້ນ​ນຳ­ໄປ​ຈຳ­ຫນ່າຍ​ໄດ້​ເລີຍ.

ຜັກບົ້ງຜັກ­ບົ້ງ​ເປັນ​ຜັກ​ຊະ­ນິດ​ຫນຶ່ງທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງໂດຍ​ສະ­ເພາະ​ໃຊ້​ເປັນ​ອາ­ຫານໄດ້​ຫລາກ​ຫລາຍ​ຮູບ​ແບບ​ເຊັ່ນ: ລວກ, ຂົ້ວ, ກັບ​ຕຳ​ສົ້ມ..ອີກແ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ