google-site-verification: google0d91bc93cfc88895.html ໄມ້ດູ່ ຊື່ວິທະຍາສາດ: Pterocarpus macrocarpus Kurz (L.f.) ວົງຕະກຸນ: LEGUMINOSEA - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 25, 2016

ໄມ້ດູ່ ຊື່ວິທະຍາສາດ: Pterocarpus macrocarpus Kurz (L.f.) ວົງຕະກຸນ: LEGUMINOSEA

ຊື່ພື້ນເມືອງ:  ໄມ້ດູ່
ຊື່ວິທະຍາສາດPterocarpus macrocarpus Kurz (L.f.)
ວົງຕະກຸນ: LEGUMINOSEA



ໄມ້ດູ່ ເປັນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່ ເຊິ່ງມີຄວາມສູງ 25 - 35 ແມັດ ແລະ ມີໜ້າຕ້າງ 1 - 2 ແມັດ ໄມ້ດູ່ເປັນໄມ້ປ່ຽນພັດໃບ ເຮືອນຍອດເປັນພຸ່ມກົມ ຫຼື ຮູບຊົງກະບອກ ແຜ່ກ້ວາງປາຍກິ່ງ, ເປືອກນອກ ໄມ້ດູ່ ສີນ້ຳຕານແກ່ ເປືອກແຕກເປັນຮ່ອງເກັດ ຫຼື ແຕກເປັນຮ່ອງເລິກ, ເປືອກໃນມີສີເຫຼືອງອອ່ນ ມັກເກີດໃນປ່າພັດໃບປະສົມ ແລະ ປ່າດົງດິບແລ້ງ ເຊິ່ງມັກເກີດກັບໄມ້ຂະຍຸງ, ໄມ້ກຸງ, ໄມ້ແດງ ແລະ ໄມ້ປັງ



•       ລັກສະນະຂອງຕົ້ນ
ລັກສະນະຂອງລຳຕົ້ນເປັນໄມ້ຢືນຕົ້ນຂະໜາດກາງ - ໃຫຍ່, ປາຍຍອດເປັນພຸ່ມມີກິ່ງງ່າແຕກອອກຫຼາຍ ສ່ວນປະກອບມີເປືອກນອກ, ເປືອກໃນ, ມີມອກ, ແກນ, ກິ່ງງ່າ, ໃບ, ກ້ານ ດອກ, ໝາກ ແລະ ອື່ນໆ

•       ລັກສະນະຂອງໃບ
ໃບເປັນໃບປະສົມແບບຂົນນົກ ແລະ ໃບຍ່ອຍກໍ່ຮຽງສະຫຼັບກັນມີຈຳນວນ      5 - 10 ໃບ ໃບຍ່ອຍທາງເທິງເປັນຮູບຂອບຂະໜານກ້ວາງ 2,5 - 5 ຊັງຕີແມັດ, ຍາວ 5 - 15 ຊັງຕີແມັດ ປາຍໃບເປັນຕິ່ງໂຄ້ງມົນ ໃບອອ່ນຍ່ອຍມີຂົນເລັກນ້ອຍ, ໃບແກ່ຈະກ້ຽງ. ໃບຈະລົ່ນໃນຊ່ວງລະດູແລ້ງ ລະຫວ່າງເດືອນມັງກອນ ຫາ ເດືອນກຸມພາ. ຈະປົ່ງໃບໃນເດືອນມີນາ ຫາ ເດືອນເມສາ

•       ລັກສະນະຂອງດອກ
ດອກ ມີຊໍ່ແບບຕິດດອກສະຫຼັບຢູ່ລະຫວ່າງງ່າມໃບ ເປັນໃບດອກປະສົມ ປະກອບມີ 5 ກາບດອກ, ກີບດອກ, ເກສອນຜູ້, ເກສອນແມ່ ຢູ່ໃນດອກດຽວ. ລະດູການອອກດອກແມ່ນຢູ່ລະຫວ່າງເດືອນມີນາ ຫາ ເດືອນພຶດສະພາ

•       ລັກສະນະຂອງໝາກ

ໝາກມີລັກສະນະມົນກົມ ແບບບາງໆຈຸດກາງມີໂນນ ຫຼື ສວດອອກ ໝາກໜຶ່ງຈະມີປະມານ 1 - 3 ແກ່ນ , ມີເສັ້ນຜ່າກາງ 5 - 7 ຊັງຕີແມັດ ເວລາໝາກແກ່ຈະມີສີນ້ຳຕານ ເປັນປະເພດໝາກກ້ຽງ ເມື່ອແຫ້ງຈະຄ້າງຢູ່ຕົ້ນຊ່ວງໄລຍະໜຶ່ງແລ້ວຈຶ່ງລົ່ນລົງ, ໝາກຈະແກ່ໃນຊ່ວງເດືອນພຶດສະພາ ຫາ ເດືອນກັນຍາ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ