google-site-verification: google0d91bc93cfc88895.html ກະຖິນນະລົງ (ຄຸນປະໂຫຍດ, ຄຸນຄ່າ ແລະ ການນຳໃຊ້) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 25, 2016

ກະຖິນນະລົງ (ຄຸນປະໂຫຍດ, ຄຸນຄ່າ ແລະ ການນຳໃຊ້)






ຄຸນປະໂຫຍດຂອງຕົ້ນກະຖິນນະລົງ

ດັ່ງທິ່ກ່າວມາຂ້າງເທິງຕົ້ນກະຖິນນະລົງແມ່ນມີຄວາມສຳຄັນຢ່າງຫຼວງຫຼາຍຕໍ່ຄົນເຮົາເຊິ່ງມັນສາມາດຕອບສະໜອງປັດໄຈສີ່ຢ່າາງໃຫ້ແກ່ຄົນ ແລະ ສັດເຊັ່ນ: ເປັນທິ່ຢູ່ອາໃສຂອງສັດ, ເຄຶ່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ອາຫານໃຫ້ແກ່ຄົນ ແລະ ສັດໂດຍໄດ້ມາຈາກທາງກົງ ແລະ ທາງອອ້ມ. ນອກນີ້ຕົ້ນກະຖິນນະລົງຍັງມີຄວາມສຳຄັນອິກຫລາຍຢ່າງໂດຍສະເພາະຕົ້ນກະຖິ່ນນະລົງທິ່ໃຫຍ່ໄວນິຍົມປູກເພຶ່ອນຳໃຊ້ປະໂຫຍດຫລາຍເຊັ່ນ: ໃຊ້ໄມ້ເປັນເຊຶ້ອເພີງ, ເຮັດເຄຶ່ອງເຟີນີເຈີພາຍໃນເຮືອນ ແລະ ວຽກງານການກໍ່ສ້າງ, ໃຊ້ປູກເພຶ່ອປັບປູງດິນເຊື່ອມໂຊມ, ເພຶ່ອເປັນພຶ້ນສີຂຽວໃນຕົວເມືອງ,ນອກຈາກຄຸນປະໂຫຍດຕ່າງໆທິ່ກ່າວມາແລ້ວຕົ້ນກະຖິນນະລົງຍັງມີປະໂຫຍດໃນດ້ານຄວາມສວຍງາມປູກໄວ້ໃຫ້ຮົ່ມເງົາຕາມສະຖານທິ່ສາທາລະນະ, ຖະໜົນຫົນທາງ ແລະ ບ່ອນອຶ່ໆ.

ຄຸນຄ່າຂອງໄມ້ກະຖິນນະລົງໃນທາງນິເວດວິທະຍາ

􀂾 ຊ່ວຍຫຼູດຜ່ອນຄວາມຮ້ອນ ຫຼື ອຸນຫະພູມໃນບັນຍາກາດ.
􀂾 ກັ່ນຕອງມົນລະພິດທາງອາກາດ ແລະ ຂິ້ຝຸ່ນ.
􀂾 ປ່ອຍອັອກຊີເຈນອອກ ແລະ ດູດອາຍຄາບອນໄດອັອກໄຊເຂົ້າເພຶ່ອແລກປ່ຽນທາດ
􀂾 ຫຼູດຜ່ອນສຽງລົບກວນ
􀂾 ເປັນບ່ອນພັກຜ່ອນເພຶ່ອສຸຂະພາບ.

ການນຳໃຊ້ກະຖິນ

            ເນື້ອໄມ້ກະຖິນນະລົງສາມາດນຳໃຊ້ສຳລັບເຮັດເຟີນີເຈີ, ວຽກກໍ່ສ້າງທົ່ວໄປ, ແກະສະລັກ, ເຜົ່າເຮັດຖ່ານ, ໄມ້ຟືນ, ເຈ້ຍ, ປູກເປັນໄມ້ກະສິກຳ ແລະໃຊ້ເປັນແກ໊ດຫູ້ຫໍ່ສິ່ງຂອງຕ່າງໆ. ຍ້ອນລະບົບຮາກແກ້ວທິ່ຢັ່ງເລິກລົງດິນ ແລະ ລະບົບຮາກທົ່ວໄປມີຄວາມແໜ້ນໜາຈຶ່ງຊ່ວຍໃຫ້ມັນປ້ອງກັນການເຊາະເຈື່ອນຂອງດິນໄດ້ດີ. ເນື່ອງຈາກວ່າມັນເປັນຊະນິດພັນໄມ້ທິ່ໃຫຍ່ໄວຈຶ່ງມີຄວາມສາມາດຊົງຊີງກັບຫຍ້າ ແລະ ພຶດກະສີກຳໄດ້ດີ ແລະ ຍ້ອນວ່າມັນມີຄວາມສາມາດສັ່ງເຄາະທາດໄນໂຕຣເຈນໄດ້ຊຶ່ງພາໃຫ້ມັນເປັນພັນໄມ້ທິ່ດີເລີດສຳລັບການຟື້ນຟູເນື້ອທິ່ດີນຊຸດ ໂຊມ. ລັກສະນະພິເສດຢ່າງອຶ່ນຂອງໄມ້ກະຖິນນະລົງກໍຄືມັນເປັນພັນໄມ້ທິ່ສາມາດຊົງຊີງກັບຫຍ້າຄາໄດ້, ສາມາດນຳໄປປູກເປັນແລວກັນລົມ ແລະ ປູກເປັນໄມ້ປະດັບ ຫຼື ໄມ້ໃຫ້ຮົ່ມກໍໄດ້,ເປືອກຂອງໄມ້ກະຖິນນະລົງສາມາດຜະ ລິດສານທັນນິນ ( Tannin ) ທິ່ມີຄຸນນະພາບສູງ, ໃບຂອງມັນໃຊ້ເປັນອາຫານຂອງງົວ - ຄວາຍ ແລະ ຍັງສາມາດເຮັດເປັນຝຸ່ນບົ່ມໄດ້ອິກດ້ວຍ. ສ່ວນນ້ຳຫວານທິ່ຢູ່ໃນດອກຂອງມັນແມ່ນເປັນແຫຼ່ງອາຫານຂອງໂຕເຜິ້ງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ