ໝາກຍໍ
Morinda citrifolia L.
RUBIACEAE
ລັກສະນະພືດສາດ: ໝາກຍໍເປັນໄມ້ພຸ່ມ ຫຼື ໄມ້ຕົ້ນ, ສູງ 2-5 ມ. ເປືອກຕົ້ນສີນ້ຳຕານ, ມັກແຕກເປັນສະເກັດແລ້ວຫຼຸດອອກ, ກິ່ງອ່ອນເປັນສີ່ຫຼ່ຽມ, ບໍ່ມີຂົນ. ໃບດ່ຽວ, ຈັບກົງກັນຂ້າມ, ຮູບຮີເຖິງຮູບຂອບຂະໜານ, ກວ້າງ 8-15ຊມ, ຍາວ 10-25 ຊມ, ແຜ່ນໃບທັງສອງດ້ານບໍ່ມີຂົນ, ຂອບໃບລຽບ, ປາຍໃບແຫຼມ, ຫູໃບຢູ່ລະຫ່ວາງງ່າມໃບ,ຮູບສາມຫຼ່ຽມກ້ວາງເຖິງຮູບໄຂ່ແນມເຫັນໄດ້ຊັດເຈນ. ດອກ ອອກເປັນຊໍ່ຕາມຊອກໃບ, ກ້ານຊໍ່ດອກຍາວ 1-1.5 ຊມ. ວົງກາບດອກເປັນຫຼອດ, ສີຂາວ, ປາຍມີ 5 ແສກ, ຮູບໄຂ່ເຖິງຮູບຫອກ, ມີກິ່ນຫອມ. ໝາກເປັນໝາກລວມ, ຮູບເກືອບກົມ ຫຼື ບິດບ້ຽວເປັນຕຸ່ມ, ແກ່ນສີນ້ຳຕານມີຈຳນວນຫຼາຍ.
ປິ່ນປົວພະຍາດ: ປ້ອງກັນເຕຕານົດ, ແກ້ຖອກທ້ອງ ແລະ ຂັບປະຈຳເດືອນ
ສ່ວນທີ່ໃຊ້: ຮາກ, ໃບ ແລະ ໝາກ
ວິທີການນຳໃຊ້: ໃຊ້ຮາກຕົ້ມດື່ມເພື່ອປ້ອງກັນເຕຕານົດ, ສ່ວນໃບຕົ້ມນ້ຳດື່ມຊ່ວຍແກ້ຖອກທ້ອງ ແລະ ຂັບປະ
ຈຳເດືອນຂອງຜູ້ຍິງແມ່ນໃຊ້ໝາກມາຕຳສົ້ມກິນ.
ການປູກຂະຫຍາຍພັນ: ຕົ້ນໝາກຍໍເປັນພືດປູກ ຂະຫຍາຍພັນດ້ວຍແກ່ນ ແລະ ໂທມງ່າ.
Monday, January 25, 2016

ໝາກຍໍ Morinda citrifolia L. RUBIACEAE
Tags
# ພືດສະໝຸນໄພ
# ໄມ້ໃຫ້ຫມາກ
Share This
Newer Article
ໝາກເຍົາ, ເຍົາຂາວ Jatropha curcas Linn. EUPHORBIACEAE
Older Article
ໝາກຕູມ Aegle marmelos (L.) Corrêa RUTACEAE
ໝາກໄຟ Baccaurea ramiflora ສັບພະຄຸນທາງຢາ
konhukasedMay 02, 2021ສັບພະຄຸນຂອງ ໝາກກຽງປ່າ Syzygium jambos (L.) Alston
konhukasedApr 27, 2021ສັບພະຄຸນທາງຢາ ຂອງ ໝາກຕາກົບ Muntingia calabura L
konhukasedApr 27, 2021
ກຸ່ມ
ພືດສະໝຸນໄພ,
ໄມ້ໃຫ້ຫມາກ
Subscribe to:
Post Comments (Atom)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ