ໃນປະຈຸບັນນີ້, ໄມ້ ແລະ ຜະລິດຕະຜົນປ່າໄມ້ປະເພດອື່ນ ໄດ້ມາຈາກຫຼາຍແຫຼ່ງ ໃນນັ້ນ ລວມທັງປ່າຜະລິດ,
ເຂດທີ່ຈະຫັນປ່ຽນໄປສູ່ຮູບແບບການນຳໃຊ້ອື່ນໆ (ເຊັ່ນ: ເຂື່ອນໄຟຟ້ານ້ຳຕົກ, ເສັ້ນທາງ ແລະ ໂຄງການພັດທະນາຊົນນະບົດ) ແລະ ໄດ້ມາຈາກ ການຂຸດຄົ້ນ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ໃນເຂດປ່າສະຫງວນແຫ່ງຊາດ ແລະ ປ່າປ້ອງກັນບາງແຫ່ງ. ໃນເມື່ອ ການຂຸດຄົ້ນໄມ້ ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ໃກ້ຈະສິ້ນສຸດ ແລະ ບັນດາກິດຈະກຳຂຸດຄົ້ນຊະຊາຍ ໄດ້ຮັບການຄວບຄຸມຢ່າງເຂັ້ມງວດ, ປ່າຜະລິດ ຈະກາຍເປັນແຫຼ່ງສະໜອງໄມ້ ຕົ້ນຕໍ ຢູ່ ສປປ ລາວ
ສະພາບປະຈຸບັນຂອງປ່າຜະລິດ
ຢູ່ ສປປ ລາວ ມີ ປ່າຜະລິດ ທີ່ໄດ້ຮັບການສ້າງຕັ້ງຢ່າງບໍ່ທັນເປັນທາງການ ປະມານ 106 ແຫ່ງ ມີເນື້ອທີ່ທັງໝົດປະ ມານ 3.207.000 ເຮັກຕາ. ແຂວງທີ່ມີ ເຂດ ປ່າຜະລິດ ຫຼາຍແມ່ນ ແຂວງວຽງຈັນ (ມີ 8 ແຫ່ງ, ມີເນື້ອທີ່
503.000 ເຮັກຕາ), ແຂວງສະຫວັນນະເຂດ (ມີ 8 ແຫ່ງ, ມີເນື້ອທີ່ 428.000 ເຮັກຕາ), ແຂວງບໍລິຄຳໄຊ (ມີ 11ແຫ່ງ, ມີເນື້ອທີ່ 359.000 ເຮັກຕາ) ແລະ ແຂວງ ໄຊຍະບູລີ (ມີ 13 ແຫ່ງ, ມີເນື້ອທີ່ 350.000 ເຮັກຕາ). ຈຳນວນ
ເກືອບເຄິ່ງໜຶ່ງຂອງ, ປ່າຜະລິດ, ເຫຼົ່ານີ້ (ຫຼື ປະມານ 1,55 ລ້ານ ເຮັກຕາ) ແມ່ນໄດ້ມີການວາງແຜນຄຸ້ມຄອງ ຈັດສັນແລ້ວ ໃນນັ້ນ ເນື້ອທີ່ ທີ່ໃຫຍ່ກວ່າໝູ່ ແມ່ນຢູ່ ແຂວງສະຫວັນນະເຂດ (7 ແຫ່ງ, ມີເນື້ອທີ່ 148.000 ເຮັກຕາ),ແຂວງ ຄຳມ່ວນ (6 ແຫ່ງ, ມີເນື້ອທີ່ 309.000 ເຮັກຕາ), ແຂວງອຸດົມໄຊ (5 ແຫ່ງ, ມີ ເນື້ອທີ່ 148.000 ເຮັກຕາ) ແລະ ແຂວງ ໄຊຍະບຸລີ (7 ແຫ່ງ, ມີເນື້ອທີ່ 105.000 ເຮັກຕາ).ຍ້ອນຂາດພື້ນຖານທາງນິຕິກຳ ທີ່ຊັດເຈນ ສຳລັບການກຳນົດຂອບເຂດແດນ ແລະ ການວາງແຜນຄຸ້ມຄອງປ່າໄມ້ເຫຼົ່ານັ້ນ, ຍົກເວັ້ນ ຢູ່ ແຂວງສະຫວັນນະເຂດ ແລະ ຄຳມ່ວນ, ແມ່ນບໍ່ໄດ້ມີການຄຸ້ມຄອງຢ່າງເປັນລະບົບ ແລະຂໍ້ມູນກ່ຽວກັບປ່າຜະລິດເຫຼົ່ານັ້ນ ກໍມີພຽງເລັກນ້ອຍເທົ່ານັ້ນ. ຈາກການປະເມີນຜົນ ໃຫ້ຮູ້ວ່າ ເນື້ອທີ່ປ່າໄມ້ທີ່ມີລັກສະນະກະແຈກກະຈາຍ ໄດ້ເພີ່ມຂຶ້ນ, ຄວາມໜາແໜ້ນໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະ ເນື້ອທີ່ໆປົກຄຸມໄປດ້ວຍຕົ້ນໄມ້ໃຫຍ່ແລະ ປານກາງນັ້ນຫຼຸດລົງ ໃນຂະນະດຽວກັນ ເນື້ອທີ່ໆມີຕົ້ນໄມ້ນ້ອຍ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍທົ່ວໄປແລ້ວເຫັນວ່າ ອັດຕາສວ່ນການທຳລາຍປ່າໄມ້ນັ້ນສູງ ແລະ ມີທ່າອ່ຽງເພີ່ມຂຶ້ນ ແລະ ຂະຫຍາຍຢ່າງວອ່ງໄວ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ