google-site-verification: google0d91bc93cfc88895.html ຄະຍອມ APOCYNACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, January 07, 2016

ຄະຍອມ APOCYNACEAE

ຊື່ພາສາລາວ: ຄະຍອມແມ່

ຊື່ວິທະຍາສາດ: Rauvolfia serpentina (L.) Benth. ex Kurz
ຊື່ພາສາອັງກິດ: APOCYNACEAE


ຊື່ພາສາລາວ: ຄະຍອມແມ່ ຊື່ວິທະຍາສາດ: Rauvolfia serpentina (L.) Benth. ex Kurz ຊື່ພາສາອັງກິດ: APOCYNACEAE      ລັກສະນະພືດສາດ: ເປັນໄມ້ພຸ່ມຂະໜາດນ້ອຍ, ສູງບໍ່ເກີນ 50 ຊມ, ລຳຕົ້ນມັກຄົດງໍ, ແຕກກິ່ງງ່າ, ທຸກພາກສ່ວນມີຢາງສີຂາວ. ໃບເປັນໃບດ່ຽວ, ຈັບຮຽງກົງກັນຂ້າມກັນສະລັບຕັ້ງສາກ, ແຜ່ນໃບໜາ, ໃບຮູບຮີແກມຮູບໃບຫອກ, ຂອບໃບລຽບ, ປາຍໃບແຫຼມ, ຖານໃບສອບ, ໃບກວ້າງ 1.5-10 ຊມ, ຍາວ 5-21 ຊມ, ເສັ້ນໃບຍ່ອຍມີ 8-10 ຄູ່. ດອກ ອອກເປັນຊໍ່ທີ່ປາຍຍອດ, ຊໍ່ດອກແບບກະຈະ, ກ້ານຊໍ່ດອກ ຍາວ 3-7 ຊມ, ກ້ານດອກຍາວ 1-2 ຊມ, ກາບດອກໄຂ່ ສີຂາວ ກວ້າງ 1-3 ຊມ, ຍາວ 3-7 ຊມ, ບໍ່ມີຂົນ, ກີບດອກຖານເຊື່ອມຕິດກັນເປັນຫຼອດສີບົວເຂັ້ມເຖີງສີແດງ, ຍາວ 1-1.8 ຊມ, ປາຍແຍກເປັນ 5 ແສກ, ສີຂາວ ດ້ານນອກກ້ຽງ, ດ້ານໃນມີຂົນນຸ່ມໆເລັກນ້ອຍ. ໝາກ ກົມບາງຄັ້ງຕິດກັນເປັນແຝດທີ່ຖານ, ໝາກອ່ອນສີຂຽວເມື່ອສຸກຈະເປັນສີດຳ. ປິ່ນປົວພະຍາດ: ເປັນຢາແກ້ໄຂ້, ແກ້ທ້ອງບິດ ແລະ ຖອກທ້ອງ. ສ່ວນທີ່ໃຊ້: ຮາກ ວິທີການນຳໃຊ້: ໃຊ້ຮາກຕົ້ມກິນ ອາການຂ້າງຄຽງ ຈະເຮັດໃຫ້ຕັນດັງ ຢາກນອນ ແລະ ໜ້າແດງ ການປູກຂະຫຍາຍພັນ: ຄະຍອມແມ່ ຂະຫຍາຍພັນໂດຍການກ້າແກ່ນ ແລະ ປູກໃນດິນຜຸຜຸ່ຍທີ່ມີທາດ ອາຫານສົມບູນ

ລັກສະນະພືດສາດຄະຍອມຂອງ: ເປັນໄມ້ພຸ່ມຂະໜາດນ້ອຍ, ສູງບໍ່ເກີນ 50 ຊມ, ລຳຕົ້ນມັກຄົດງໍ, ແຕກກິ່ງງ່າ,ທຸກພາກສ່ວນມີຢາງສີຂາວ. ໃບເປັນໃບດ່ຽວ, ຈັບຮຽງກົງກັນຂ້າມກັນສະລັບຕັ້ງສາກ, ແຜ່ນໃບໜາ,ໃບຮູບຮີແກມຮູບໃບຫອກ, ຂອບໃບລຽບ, ປາຍໃບແຫຼມ, ຖານໃບສອບ, ໃບກວ້າງ 1.5-10 ຊມ, ຍາວ 5-21 ຊມ, ເສັ້ນໃບຍ່ອຍມີ 8-10 ຄູ່. ດອກ ອອກເປັນຊໍ່ທີ່ປາຍຍອດ, ຊໍ່ດອກແບບກະຈະ, ກ້ານຊໍ່ດອກຍາວ 3-7 ຊມ, ກ້ານດອກຍາວ 1-2 ຊມ, ກາບດອກໄຂ່ ສີຂາວ ກວ້າງ 1-3 ຊມ, ຍາວ 3-7 ຊມ, ບໍ່ມີຂົນກີບດອກຖານເຊື່ອມຕິດກັນເປັນຫຼອດສີບົວເຂັ້ມເຖີງສີແດງ, ຍາວ 1-1.8 ຊມ, ປາຍແຍກເປັນ 5 ແສກສີຂາວ ດ້ານນອກກ້ຽງ, ດ້ານໃນມີຂົນນຸ່ມໆເລັກນ້ອຍ. ໝາກ ກົມບາງຄັ້ງຕິດກັນເປັນແຝດທີ່ຖານ, ໝາກອ່ອນສີຂຽວເມື່ອສຸກຈະເປັນສີດຳ.

ປິ່ນປົວພະຍາດ: ເປັນຢາແກ້ໄຂ້, ແກ້ທ້ອງບິດ ແລະ ຖອກທ້ອງ.

ສ່ວນທີ່ໃຊ້: ຮາກ
ວິທີການນຳໃຊ້: ໃຊ້ຮາກຕົ້ມກິນ ອາການຂ້າງຄຽງ ຈະເຮັດໃຫ້ຕັນດັງ ຢາກນອນ ແລະ ໜ້າແດງ
ການປູກຂະຫຍາຍພັນ: ຄະຍອມແມ່ ຂະຫຍາຍພັນໂດຍການກ້າແກ່ນ ແລະ ປູກໃນດິນຜຸຜຸ່ຍທີ່ມີທາດ
ອາຫານສົມບູນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ