google-site-verification: google0d91bc93cfc88895.html ເອື້ອງໝາຍນາ Cheilocostus speciosus - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ເອື້ອງໝາຍນາ Cheilocostus speciosus

ເອື້ອງໝາຍນາ
Cheilocostus speciosus
(J.König) C.Specht
COTACEAE

ເອື້ອງໝາຍນາ Cheilocostus speciosus (J.König) C.Specht COTACEAE

ລັກສະນະພືດສາດ

ເປັນພືດລົ້ມລຸກ, ສູງ 1-3 ມ, ຂະໜາດຜ່າສູນກາງລຳຕົ້ນບໍລິເວນໃກ້ກົກ 1-3 ຊມ,ລຳຕົ້ນອວບໜາ, ຕັ້ງຊື່ ສັງເກດເຫັນເປັນປ້ອງເດັ່ນຊັດ ປ້ອງຍາວ 2-3 ຊມ, ມີສີແດງ, ປາຍກິ່ງມັກໂຄ້ງວຽນ; ມີເຫງົ້າໃຕ້ດິນ. ໃບດ່ຽວ, ຈັບຮຽງແບບສະຫຼັບ, ແຜ່ນໃບຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 5-10 ຊມ, ຍາວ 10-20 ຊມ, ໃບດ້ານລຸ່ມມີຂົນສັ້ນນຸ້ມປົກຄຸມທົ່ວໃບ, ກ້ານໃບສັ້ນ. ດອກອອກເປັນຊໍ່ຢູ່ປາຍສຸດ, ຮູບກະສ້ວຍ ຫຼື ຮູບໄຂ່, ຍາວ 5-15 ຊມ. ໃບປະດັບສີແດງ, ຮູບໄຂ່, ຂະໜາດ 2 ຊມ. ກ້ານດອກຍ່ອຍ ສີແດງຈືດ, ຍາວ 1.2-1.5 ຊມ. ວົງກາບດອກສີແດງ, ຍາວ 2 ຊມ, ປາຍແຍກເປັນ 3 ແສກ, ວົງກີບດອກເປັນຫຼອດສີຂາວ, ຮູບລຳໂພງ ປາຍເຫວີຄ້າຍຄືແກ, ຂະໜາດ 6.5 ຊມ, ດ້ານໃນມີແຕ້ມສີເຫຼືອງ. ເກສອນຜູ້ມີ 3 ອັນ, ສົມບູນ 2 ອັນ, ເປັນໝັນ 1 ອັນ. ໝາກ ເປັນໝາກແຫ້ງແຕກ, ສີແດງ, ຮູບໄຂ່ກົມ, ຂະໜາດ 1.5 ຊມ. ແກ່ນແກ່ເປັນສີດຳ.

ປິ່ນປົວພະຍາດ: ແກ້ເຈັບທ້ອງ, ຖອກທ້ອງ ແລະ ບຳລຸງກຳລັງ.
ສ່ວນທີ່ໃຊ້: ເຫງົ້າ, ລຳຕົ້ນ ແລະ ໃບ.

ວິທີການນຳໃຊ້

ແກ້ເຈັບທ້ອງໃຊ້ເຫງົ້າຕຳພອກບໍເວນສະບື, ສຳລັບແກ້ຖອກທ້ອງແມ່ນໃຊ້ເຫງົ້າຕົ້ມນ້ຳກິນ
ແລະ ສຳລັບເຮັດຢາບຳລຸງກຳລັງແມ່ນໃຊ້ລຳຕົ້ນກັບໃບຕົ້ມກິນທຸກວັນຈະເຮັດໃຫ້ຮ່າງກາຍແຂງແຮງ.

ການປູກຂະຫຍາຍພັນ

ເອື້ອງໝາຍນາເປັນພືດທີ່ເກີດຂຶ້ນເອງຕາມທຳມະຊາດ ຢູ່ຕາມປ່າດິບແລ້ງ ແລະ
ປ່າປະສົມປ່ຽນໃບ. ແກ່ນທີ່ສາມາດຂະຫຍາຍພັນໄດ້ແມ່ນແກ່ນທີ່ແກ່ດີ ກ່ອນອ່ືນໝົດຕ້ອງສັງເກດເບິ່ງວ່າ
ກາບໃບປະດັບຈັບໃນຊໍ່ດອກອອກສີແດງອ່ອນແຫ້ງ ແລະ ສີຈືດຊືດ ເຊິ່ງເປັນການບົ່ງບອກວ່າ ເມັດຢູ່
ໃນພາວະແກ່ ແລະ ເກັບໄດ້ແລ້ວ, ຕັດຊຳກິ່ງ ຕ້ອງເລືອກເອົາກິ່ງງ່າທີ່ມີອາຍຸປະມານ 1 ປີ ແລະ ແຍກເຫງົ້າ
ຕ້ອງເລືອກເອົາເຫງົ້າທີ່ບໍ່ແກ່ເກີນໄປ, ເຫງົ້າແກ່ສ່ວນຫຼາຍຈະມັກປູກໄດ້ຍາກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ