google-site-verification: google0d91bc93cfc88895.html ການປ້ອງກັນການເຊາະເຈື່ອນຂອງດິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, January 31, 2016

ການປ້ອງກັນການເຊາະເຈື່ອນຂອງດິນ

ການປ້ອງກັນດິນຈາກການກັດເຊາະຂອງນ້ຳ ແລະ ລົມ ທີ່ພາໃຫ້ດິນສູນເສຍຄວາມອຸດົມ ສົມບູນ, ໂດຍສະເພາະຢູ່ຕາມເປີ້ນພູທີ່ສູງຊັນນັ້ນ, ຊ່ວຍຮັກສາຄວາມອຸດົມສົມບູນຂອງດິນໃຫ້ສາມາດປູກພືດພັນທັນຍາອາຫານ; ຮັກສາແຫຼ່ງນ້ຳຕ່າງໆ ແລະ ຍັງສາມາດປ້ອງກັນດິນເຈື່ອນໄດ້ນຳອີກ. ເພື່ອປ້ອງກັນດິນຖືກກັດເຊາະ ແລະ ຮັກສານ້ຳຝົນທີ່ຕົກລົງມາບໍ່ໃຫ້ເສຍ ໄປລ້າໆ, ຊາວໄຮ່ນາພາກັນປະຕິບັດຕາມ 3 ຫຼັກການຄືດັ່ງຕໍ່ໄປນີ້:
         1. ເຮັດໃຫ້ການໄຫຼຂອງນ້ຳຊ້າລົງ ໂດຍການສ້າງແນວກັ້ນນ້ຳທຳມະຊາດຕັ້ງແຕ່ ຕົ້ນຂອງແຫຼ່ງນ້ຳລົງມາ.
         2. ກະຈາຍນ້ຳ ໂດຍການຂຸດຮ່ອງເພື່ອໃຫ້ນ້ຳໄຫຼໄປໄດ້ຫຼາຍໆບ່ອນ.
         3. ເຮັດໃຫ້ນ້ຳໄຫຼຊຶມລົງພື້ນດິນ ໂດຍການປັບປຸງດິນໃຫ້ນ້ຳສາມາດຊຶມລົງໄປໃນດິນໄດ້.
ອາການຂອງການເຊາະເຈື່ອນຂອງດິນບາງຄັ້ງກໍ່ສັງເກດເຫັນໄດ້ຍາກ. ອາການ ຂອງມັນລວມມີ: ພືດທັນຍາຫານທີ່ປູກໃນດິນນັ້ນໃຫ້ຜົນຜະລິດບໍ່ຫຼາຍເທົ່າທີ່ຄວນ, ຢູ່ຕາມແມ່ນ້ຳຕ່າງໆແມ່ນມີຕົມຫຼາຍກວ່າທີ່ເຄີຍເປັນ (ໂດຍສະເພາະແມ່ນເວລາຫຼັງມີພາຍຸຝົນ), ແລະ ຊັ້ນໜ້າຂອງດິນບາງຂຶ້ນເລື້ອຍໆ.



ສຳລັບຢູ່ບ່ອນທີ່ການເຊາະເຈື່ອນຂອງດິນບໍ່ທັນໄດ້ເລີ່ມເກີດຂຶ້ນ, ແມ່ນສາມາດທີ່ຈະປ້ອງກັນການເຊາະເຈື່ອນຂອງດິນໄດ້ ໂດຍການຮັກສາພືດ ແລະ ຕົ້ນໄມ້ໄວ້ໃຫ້ຫຼາຍເທົ່າ ທີ່ຈະເປັນໄປໄດ້ ແລະ ໃຫ້ນ້ຳຝົນທີ່ໄຫຼເທິງໜ້າດິນນັ້ນໄຫຼໄປລົງຮ່ອງທີ່ຂຸດໄວ້, ໜອງບຶງ ແລະ ທາງນ້ຳທຳມະຊາດຕ່າງໆ. ສຳລັບຢູ່ບ່ອນທີ່ການເຊາະເຈື່ອນຂອງດິນຮຸນແຮງຫຼາຍແລ້ວ ແມ່ນກໍ່ຍັງເປັນໄປໄດ້ທີ່ຈະຢຸດມັນ ແລະ ຟື້ນຟູດິນໃຫ້ກັບມາສົມບູນໄດ້. ແມ່ນແຕ່ການ ເອົາກ້ອນຫີນມາລຽນເປັນແຖວ ຫຼື ສ້າງກຳແພງຫີນຕ່ຳ ຂວາງຕາມເນີນດິນທີ່ມີການເຊາະເຈື່ອນນັ້ນກໍ່ສາມາດທີ່ຈະປ້ອງກັນບໍ່ໃຫ້ດິນຖືກໄຫຼເຊາະໄປ ແລະ ຍັງເຮັດໃຫ້ດິນມີຝຸ່ນໄວ້ສຳລັບຕົ້ນໄມ້ ແລະ ພືດພັນຕ່າງໆນຳອີກ. ວິທີການກະເສດແບບຍືນຍົງແບບຕ່າງໆ ເຊັ່ນ: ການປູກພືດຝຸ່ນຂຽວປົກໜ້າດິນ, ການປູກພືດໝູນວຽນ, ການໃສ່ຝຸ່ນຄອກ ແລະ ການປູກຕົ້ນໄມ້ຄຽງຄູ່ກັນກັບການປູກພືດທັນຍາຫານຕ່າງໆ ລ້ວນແລ້ວແຕ່ເປັນວິທີການເພື່ອປ້ອງກັນ ດິນບໍ່ໃຫ້ຖືກເຊາະເຈື່ອນ ແລະ ກໍ່ຍັງເປັນການອະນຸລັກແຫຼ່ງນ້ຳນຳອີກ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ