google-site-verification: google0d91bc93cfc88895.html ໝາກເຍົາ, ເຍົາຂາວ Jatropha curcas Linn. EUPHORBIACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 25, 2016

ໝາກເຍົາ, ເຍົາຂາວ Jatropha curcas Linn. EUPHORBIACEAE

ໝາກເຍົາ, ເຍົາຂາວ
Jatropha curcas Linn.
EUPHORBIACEAE




ລັກສະນະພືດສາດ: ໝາກເຍົາ ເປັນໄມ້ພຸ່ມ, ສູງ 3-5 ມ, ທຸກສ່ວນມີຢາງໃສ, ເປືອກລຽບ. ໃບ ເປັນໃບດ່ຽວ, ຮູບໄຂ່ກ້ວາງ ຫຼື ຂ້ອນຂ້າງມົນກົມ, ກ້ວາງ 7-11 ຊມ, ຍາວ 7-16 ຊມ. ຖານໃບ ໝາກເຍົາ ວ້ຳເຂົ້າເປັນຮູບຫົວໃຈ, ປາຍໃບແຫຼມ, ຂອບໃບລຽບ ຫຼື ເປັນຢັກວ້ຳ 3-5 ຢັກ, ກ້ານໃບຍາວ 6-18 ຊມ. ດອກ ອອກເປັນຊໍ່, ອອກຕາມຊອກໃບ ຫຼື ປາຍຍອດ ໝາກເຍົາ, ຂະໜາດ 6-10 ຊມ, ດອກ ໝາກເຍົາ ແຍກເພດຢູ່ຕົ້ນດຽວກັນ, ໃບປະດັບຮູບຫອກ,ຂະໜາດ 4-8 ມມ. ດອກເພດຜູ້ ກາບດອກມີ 5 ກາບ, ຂະໜາດ 4 ມມ, ເຊື່ອມຕິດກັນທີ່ຖານ. ກີບດອກ 5ກີບ, ຮູບຂອບຂະໜານ, ສີຂຽວອອກເຫຼືອງ, ຂະໜາດ 6 ມມ, ເຊື່ອມຕິດກັນເຖິງເຄີ່ງກາງ, ມີຂົນຢູ່ດ້ານໃນ.ເກສອນຜູ້ມີ 10 ອັນ, ລຽງເປັນສອງຊັ້ນ, ກ້ານເກສອນດ້ານນອກ 5 ອັນເປັນອິດສະລະ, ກ້ານເກສອນດ້ານໃນເຊື່ອມຕິດກັນຢູ່ສ່ວນລຸ່ມ. ດອກເພດແມ່ ກາບດອກແຍກກັນ, ຂະໜາດ 6 ມມ, ກີບດອກຄ້າຍຄືກັບດອກຜູ້,ເຕົ້າໄຂ່ມີ 3 ຊ່ອງ, ກ້ຽງ. ໝາກ ມົນກົມຂະໜາດ 2.5-3 ຊມ, ເມື່ອແກ່ແຕກເປັນ 3 ແສກ, ແຕ່ລະແສກມີ 2ກີບ. ແກ່ນ ຮູບກົມຮີ, ສີດຳ, ກ້ຽງ.

ປິ່ນປົວພະຍາດ: ແກ້ປາກເປື່ອຍ ແລະ ຂ້າແມ່ທ້ອງ.
ສ່ວນທີ່ໃຊ້: ຢາງ ແລະ ແກ່ນ



ວິທີການນຳໃຊ້: ໃຊ້ຢາງທາບໍລິເວນທີ່ປາກເປື່ອຍຈະເຮັດໃຫ້ແຫ້ງ ແລະ ດີໄວ. ສ່ວນເປັນຢາຂ້າແມ່ທ້ອງແມ່ນ
ໃຊ້ແກ່ນສົດກິນເມື່ອອອກລິດຈະເຮັດໃຫ້ຖ່າຍຫຼາຍ, ແຕ່ຕ້ອງກິນໃນປະລິມານທີ່ໜ້ອຍເພາະວ່າໃນແກ່ນຈະມີ
ທາດເບື່ອ ຜູ້ຍິງຖືພາ ແລະ ເດັກນ້ອຍບໍ່ຄວນກິນ.

ການປູກຂະຫຍາຍພັນ: ເປັນພືດທີ່ມີຄວາມທົນທານຕໍ່ກັບສະພາບແວດລ້ອມສາມາດປູກໄດ້ເກືອບທຸກສະ
ພາບດິນ ຂະຫຍາຍພັນດ້ວຍການກ້າແກ່ນ, ເມັດທີ່ສາມາດກ້າໄດ້ຕ້ອງແກ່ດີມີສີດຳ ຫຼື ສີນ້ຳຕານແກ່ ແລະ
ຕັດຊຳ ຕັດໃຫ້ຍາວປະມານ 50 ຊມ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ