google-site-verification: google0d91bc93cfc88895.html ເປົ້າໝາຍ ແລະ ຄາດໝາຍທາງການກະເສດ ແຕ່ນີ້ຮອດປີ 2025 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, January 27, 2016

ເປົ້າໝາຍ ແລະ ຄາດໝາຍທາງການກະເສດ ແຕ່ນີ້ຮອດປີ 2025


ເປົ້າໝາຍທີ 1: ການຜະລິດສະບຽງ
ເພື່ອຮັບປະກັນດ້ານໂພຊະນາການ ຂອງປະຊາຊົນ​​ໃຫ້ໄດ້ຮັບພະລັງງານ 2.600-2.700 ກິໂລກາລໍຣີ ຕໍ່ຄົນຕໍ່ວັນ, ຕ້ອງຮັບປະກັນດ້ານສະບຽງອາຫານ ແຕ່ລະປະເພດ ເພື່ອບໍລິໂພກໃຫ້ໄດ້ຢ່າງໜ້ອຍຕ້ອງປະກອບສ່ວນດ້ານພືດທັນຍາຫານແລະໂພຊະນາການ ຄື[1]:
-        ​​ເຂົ້າສານ167 ກິໂລ/ຄົນ/ປີ (ຫຼື ເທົ່າກັບປະມານ 280 ກິໂລເຂົ້າເປືອກ/ຄົນ/ປີ).
-        ທາດແປ້ງ 4,9 ກິໂລ/ຄົນ/ປີ.
-        ພືດຜັກ 75-85 ກິໂລ/ຄົນ/ປີ
-        ປະເພດຖົ່ວ-ງາ (ແຫ້ງ) 0,7 ກິໂລ/ຄົນ/ປີ.
-        ສາລີ 1,5 ກິໂລ/ຄົນ/ປີ.
-        ປະເພດ ພືດເປັນຫົວ (ເຜືອກ, ມັນ ຕ່າງໆ...) 1,8 ກິໂລ/ຄົນ/ປີ.
-        ໝາກໄມ້ 80-90 ກິໂລ/ຄົນ/ປີ
-        ນ້ຳຕານ 1,3 ກິໂລ/ຄົນ/ປີ.
-        ນ້ຳນົມ  1,1 ກິໂລ/ຄົນ/ປີ.
-        ປະເພດນ້ຳມັນ 25,5 ກິໂລ/ຄົນ/ປີ.
-        ໝາຍເຫດສ່ວນທີ່ເຫລືອແມ່ນທາດຊີ້ນ, ​ໄຂ່, ນົມແລະ ອື່ນ...
​​
ຕ້ອງສູ້ຊົນຜະລິດ​ ​ແລະ ສະໜອງ ເຂົ້າ, ພືດຜັກ, ປະເພດຖົ່ວ-ງາ, ໝາກໄມ້, ນ້ຳຕານ, ຊີ້ນ-​ປາແລະໄຂ່ ໃຫ້ພຽງພໍ ແລະ ມີສ່ວນແຮໄວ້ ຊຶ່ງຕ້ອງ​ໄດ້ເອົາໃຈໃສ່ ການຜະລິດສະບຽງທີ່ສຳຄັນດັ່ງນີ້:

1) ສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ 5 ຫາ 5,2 ລ້ານໂຕນ, ດ້ວຍອັດຕາການຂະຫຍາຍຕົວ ແຕ່ນີ້ຫາປີ 2020 ​ສະເລ່ຍໃຫ້ໄດ້ 5 ຫາ 5,5% ຕໍ່ປີ (ໃນນີ້ ຈາກການຂະຫຍາຍເນື້ອທີ່ 2% ແລະ ຈາກການ ຍົກຜະລິດຕະພາບ 3-3,5%), ຕາມອັດຕາສ່ວນ ​ເຂົ້າໜຽວ 70%ແລະ ເຂົ້າຈ້າວ 30%, ຊຶ່ງປະກອບມີລາຍລະອຽດ ຄື:
·      ເຂົ້າສໍາລັບຄໍ້າປະກັນສະບຽງອາຫານ ປະມານ 2,8-3 ລ້ານໂຕນ ຊຶ່ງປະກອບມີ:
-        ເຂົ້າບໍລິໂພ 2,1 ລ້ານໂຕນ (ເຂົ້າເປືອກ) (7,5 ລ້ານຄົນ X 280 ກິ​ໂລ​ເຂົ້າ​ເປືອກ/ຄົນ/ປີ)​​.
-        ຄັງແຮເຂົ້າ 800.000 ​ໂຕນ (​ເຂົ້າ​​ສານ 480.000 ​ໂຕນ; ກຸ້ມໄດ້ປະມານ 5 ເດືອນ).
·      ແນວພັນເຂົ້າ 120.000 ​ໂຕນ; ໃນນີ້ ທົ່ງພຽງຄຳມ່ວນ ແລະ ສະຫວັນນະເຂດ 50.000 ໂຕນ.
·      ສຳລັບ​​ປຸງແຕ່ງພາຍໃນ 700.000 ​ໂຕນ.
·      ເຂົ້າສົ່ງອອກ​​ 1,5 ລ້ານໂຕນ (ລວມທັງການສົ່ງ​ອອກແບບການ​ຄ້າຊາຍ​ແດນ).

2) ຜົນຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສຳລັບບໍລິໂພເຊັ່ນ: ສາລີຫວານ ໃຫ້ໄດ້ ປະມານ 228.000 ໂຕນ, ເຜືອກ-ມັນ ໃຫ້ໄດ້ປະມານ 304.000 ໂຕນ, ປະເພດໄມ້ໃຫ້ໝາກ ໃຫ້ໄດ້ ປະມານ 800.000 ໂຕນ ແລະ ພືດຜັກອື່ນໆ ໃຫ້ໄດ້ປະມານ 1,5 ລ້ານໂຕນ.

3) ສູ້ຊົນຜະລິດຊີ້ນ ແລະ ໄຂ່ໃຫ້ໄດ້ 365.000 ໂຕນ, ລ້ຽງ ​ແລະ ​ເກັບ​ກູ້ປາ ​ແລະ ສັດ​ນ້ຳ​ໃຫ້ໄດ້ 215.000 ໂຕນຕໍ່ປີ, ຕອບສະໜອງອັດຕາການບໍລິໂພກລວມສະເລ່ຍ ໃຫ້ໄດ້ 65 ກິໂລຕໍ່ຄົນຕໍ່ປີ, ໃນນັ້ນ ເຂດຕົວເມືອງ ໃຫ້ໄດ້ 70 ກິໂລຕໍ່ຄົນຕໍ່ປີ ແລະ ເຂດຊົນນະບົດ ໃຫ້ໄດ້ 50 ກິໂລຕໍ່ຄົນຕໍ່ປີ ຫລື ເຮັດໃຫ້ ປະຊາຊົນ ໄດ້ຮັບພະລັງງານຈາກທາດຊີ້ນ ສະເລ່ຍ 239 ກິໂລກາລໍຣີຕໍ່ຄົນ​ຕໍ່ວັນ ແລະສູ້ຊົນເຮັດໃຫ້ອັດຕາ ການຂະຫຍາຍຕົວ ຂອງຝູງສັດ ຢູ່ໃນລະດັບ ປະມານ 6% ຕໍ່ປີ. ຂະຫຍາຍການລ້ຽງປາ ແລະ ສັດນໍ້າ ໃຫ້ໄດ້ 8-10% ຕໍ່ປີ.


ເປົ້າໝາຍທີ 2: ການຜະລິດສິນຄ້າກະສິກໍາ    
ຕ້ອງສູ້ຊົນເຮັດ​ໃຫ້ການຜະລິດສິນຄ້າກະສິກໍາ ມີການຂະຫຍາຍຕົວ ເພື່ອຮັບປະກັນທັງປະລິມານ ແລະ ຄຸນນະພາບ ແນໃສ່ໃຫ້ເຂົ້າ​​ເຖິງຕະຫຼາດ ພາຍໃນ, ພາກພື້ນ ແລະ ສາກົນ ໂດຍໃຫ້ຕິດພັນກັບການ ປັບປຸງກຸ່ມຊາວກະສິກອນ,ສະມາຄົມ​ ​ຜູ້ຜະລິດ ແລະ ປຸງແຕ່ງກະສີກໍາຢ່າແຂງແຮງໂດຍຕ້ອງ ສູ້ຊົນເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າທີ່ສໍາຄັນສືຕໍ່ຂະຫຍາຍຕົວດັ່ງລຸ່ມນີ້:

1)       ໃນຈໍານວນຄາດໝາຍຜົນຜະລິດເຂົ້າລວມທັງໝົດ; ຜະລິດເຂົ້າເປັນສິນຄ້າສົ່ງອອກ ​​ໃຫ້ໄດ້ປະ ມານ 1,5 ລ້ານໂຕນເຂົ້າເປືອກໄປຄຽງຄູ່ກັບການສົ່ງເສີມ ການປູກເຂົ້າທີ່ມີທ່າແຮງຂອງແຕ່ລະທ້ອງຖີ່ເປັນຕົ້ນ: ເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ເຂົ້າຫອມໃນເຂດທີ່ມີທ່າແຮງ ແລະ ມີເງື່ອນໄຂ, ແລະ ສົ່ງເສີມເຂົ້າພັນ ປັບປຸງໃໝ່ທີ່ມີຄຸນນະພາບແລະເປັນທີ່ຕ້ອງການຂອງຕະຫຼາດ ເປັນຕົ້ນ:ເຂົ້າທ່າດອກຄໍາ, ​ເຂົ້າທ່າສະໂນ, ​ເຂົ້າໂພນງາມແລະເຂົ້າຫອມອື່ນໆໃນເຂດທົ່ງພຽງຕ່າງໆ. ເພີ້ມສັດສ່ວນ ການປູກເຂົ້າຈ້າວໃຫ້ກວມເອົາ 35% ຂອງຜົນຜະລິດທັງໝົດ, ໃນນັ້ນ ເລັ່ງໃສ່ຜະລິດເຂົ້າ ເພື່ອສົ່ງອອກໃນມາດຕະຖານກະສິກຳທີ່​ດີ (GAP) ໂດຍເລ່ັງໃສ່ຕະຫຼາດພາກພື້ນ ແລະ ສາກົນ. ສຳລັບຢູ່ບັນດາທົ່ງພຽງນ້ອຍ ແລະ ທົ່ງພຽງກາງ ຂອງແຂວງ ພາກເໜືອ ແມ່ນສຸມໃສ່ ຜະລິດເຂົ້າເປັນສິນຄ້າ ເພື່ອສະໜອງໃຫ້ ສ.ປ.ຈີນ ໂດຍນຳໃຊ້ແນວພັນເຂົ້າ ທີ່ຕະ ຫຼາດຈີນຕ້ອງການ.

2)       ສໍາລັບພືດຕ່າງໆ: ຜະລິດສາລີອາຫານສັດ ໃຫ້ບັນລຸ 1,3 ລ້ານໂຕນ, ກາເຟ ໃຫ້ໄດ້ປະມານ 120.​000 ໂຕນ, ອ້ອຍ ໃຫ້ໄດ້ຫຼາຍກ່ວາ 2 ລ້ານໂຕນ, ມັນຕົ້ນ ໃຫ້ໄດ້ 1,5 ລ້ານໂຕນ, ຖົ່ວເຫຼືອງ ໃຫ້ໄດ້ 50.000 ໂຕນ. ນອກນັ້ນ ກໍສູ້ຊົນ ຜະລິດພືດສິນຄ້າອື່ນໆທີ່ມີທ່າແຮງໄດ້ປຽບ.




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ