google-site-verification: google0d91bc93cfc88895.html ລັກສະນະພືດສາດ: ຫົວສີໄຄ Cymbopogon citratus (DC.) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ລັກສະນະພືດສາດ: ຫົວສີໄຄ Cymbopogon citratus (DC.)

ຫົວສີໄຄ
Cymbopogon citratus (DC.)
Stapf
POACEAE


ຫົວສີໄຄ Cymbopogon citratus (DC.) Stapf POACEAE ລັກສະນະພືດສາດ: ຫົວສີໄຄ ເປັນພືດລົ້ມລຸກອາຍຸຫຼາຍປີ, ມີລຳເຫງົ້າໃຕ້ດິນສັ້ນ, ລຳຕົ້ນເກີດເປັນກະຈຸກ, ລຳຕົ້ນແລະ ໃບ ສີໄຄ ສູງເຖິງ 1.5 ມ, ລຳຕົ້ນເປັນຂໍ້ສັ້ນໆໃກ້ດິນ. ກາບໃບກ້ຽງ ຍາວ 20-30 ຊມ, ມີສີອອກຂຽວດ້ານໃນ,ອົບກອດກັນແໜ້ນ ບໍລິເວນກົກ ສີໄຄ ຈະພອງອອກ, ມີຝຸ່ນແປ້ງດ້ານລຸ່ມໃກ້ຂໍ້.

ລັກສະນະພືດສາດ: ຫົວສີໄຄ ເປັນພືດລົ້ມລຸກອາຍຸຫຼາຍປີ, ມີລຳເຫງົ້າໃຕ້ດິນສັ້ນ, ລຳຕົ້ນເກີດເປັນກະຈຸກ, ລຳຕົ້ນແລະ ໃບ ສີໄຄ ສູງເຖິງ 1.5 ມ, ລຳຕົ້ນເປັນຂໍ້ສັ້ນໆໃກ້ດິນ. ກາບໃບກ້ຽງ ຍາວ 20-30 ຊມ, ມີສີອອກຂຽວດ້ານໃນ,ອົບກອດກັນແໜ້ນ ບໍລິເວນກົກ ສີໄຄ ຈະພອງອອກ, ມີຝຸ່ນແປ້ງດ້ານລຸ່ມໃກ້ຂໍ້. ໃບ ຮູບຂອບຂະໜານ, ກ້ວາງ 0.5-1.5 ຊມ, ຍາວ 30-90 ຊມ, ຜິວໃບທັງສອງດ້ານມີຂົນຫຍາບ, ຖານໃບແຄບ, ປາຍໃບຍາວຮຽວແຫຼມ,ລີ້ນໃບປະມານ 1 ມມ; ເສັ້ນກ່າງກາງໃບຈະນູນທາງດ້ານລຸ່ມ. ດອກ ອອກເປັນຊໍ່ແບບແຕກແໜງ,ສູງເຖິງ 50 ຊມ, ກ້ານຮຽວສ່ວນປາຍຢ່ອນລົງ, ດອກມີຂະໜາດນ້ອຍຈຳນວນຫຼາຍ, ກາບ ແລະກີບດອກຄ້າຍຄືດອກຫຍ້າ.

ປິ່ນປົວພະຍາດ: ໄລ່ລົມໃນລຳໄສ້ ແລະ ແກ້ເຈັບທ້ອງ.
ສ່ວນທີ່ໃຊ້: ເຫງົ້າ ແລະ ລຳຕົ້ນແກ່.

ວິທີການນຳໃຊ້: ໃຊ້ເຫງົ້າ ຫຼື ລຳຕົ້ນແກ່ມາຕົ້ມດື່ມຈະຊ່ວຍໄລ່ລົມໃນລຳໄສ້ ຫຼື ມີອາການເຈັບທ້ອງກໍ່ຈະ
ເຮັດໃຫ້ດີຂຶ້ນ.

ການປູກຂະຫຍາຍພັນ: ສີໄຄ ເປັນພືດທີ່ປູກໄດ້ງ່າຍສາມາດປູກໄດ້ໃນດິນເກືອບທຸກປະເພດ ຂະຫຍາຍພັນ
ດ້ວຍການແຍກເຫງົ້າເຊິ່ງເປັນວິທີທີ່ງ່າຍໄດ້ຮັບຜົນຜະລິດໄວ ແລະ ວິທີການກ້າແກ່ນກໍໄດ້ເຊັ່ນດຽວກັນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ