google-site-verification: google0d91bc93cfc88895.html ການເຮັດກ້ອນ ແນວພັນຕົ້ນໄມ້ ຟື້ນຟູດິນ ທີ່ຖືກຊະລ້າງ ຫຼື ຖືກກັກເຊາະ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, January 31, 2016

ການເຮັດກ້ອນ ແນວພັນຕົ້ນໄມ້ ຟື້ນຟູດິນ ທີ່ຖືກຊະລ້າງ ຫຼື ຖືກກັກເຊາະ

ການເຮັດກ້ອນແນວຕົ້ນໄມ້ເປັນວິທີການທີ່ງ່າຍໃນການຟື້ນຟູດິນທີ່ຖືກຊະລ້າງ ຫຼື ຖືກກັກເຊາະ.ໃນແຕ່ລະປີໃຫ້ເກັບສະສົມແນວຕົ້ນໄມ້ປ່າໄວ້ ຊຶ່ງການເກັບແກ່ນຕົ້ນໄມ້ປ່າເປັນໜ້າວຽກທີ່ເດັກນ້ອຍມີຄວາມຊຳນານ ແລະ ທັງເປັນກິດຈະກຳການຮຽນຮູ້ທີ່ມ່ວນຊື່ນ.ໃຫ້ເກັບແນວຕົ້ນໄມ້ປ່າໃນທ້ອງຖິ່ນນັ້ນໃຫ້ໄດ້ຫຼາຍໆຊະນິດເທົ່າທີ່ຈະເປັນໄປໄດ້. ເມື່ອໄດ້ແນວມາແລ້ວກໍ່ນຳມາປະສົມກັບດິນເພື່ອເຮັດແກ່ນແນວກ້າ ດ້ວຍສ່ວນປະສົມດັ່ງລຸ່ມນີ້:



             ເອົາແນວໄມ້ປ່າປະສົມກັບຝຸ່ນໝັກ ຫຼື ດິນປູກຝັງ, ຈາກນັ້ນກໍ່ເອົາດິນໜຽວປະສົມໃສ່ ຕື່ມ; ແລ້ວກໍ່ໃຫ້ເອົານ້ຳໃສ່ເທື່ອລະໜ້ອຍ (ຄ່ອຍໆປັບໃຫ້ປະລິມານນ້ຳທີ່ໃສ່ລົງໄປນັ້ນໃຫ້ພໍດີ ເຮັດ ໃຫ້ດິນທີ່ປະສົມນັ້ນຊຸ່ມພໍດີ. ບໍ່ໃຫ້ໃສ່ນ້ຳຫຼາຍເກີນໄປໂພດ ເພາະມັນຈະເຮັດໃຫ້ແກ່ນໄມ້ ປ່າໃນສ່ວນປະສົມນັ້ນງອກໄວໂພດ). ຫຼັງຈາກປະສົມດິນກັບແກ່ນໄມ້ ແລະ ນ້ຳໄດ້ສົມສ່ວນດີແລ້ວ ກໍ່ເອົາສ່ວນປະສົມນັ້ນມາເຮັດເປັນກ້ອນມົນນ້ອຍ ແລະ ເອົາໄປຕາກແດດໃຫ້ແຫ້ງປະມານ 2-3 ມື້.
             ໃນໄລຍະເວລາກ່ອນ ຫຼື ກາງລະດູຝົນ ໃຫ້ທ່ານເອົາກ້ອນແກ່ນກ້າ ທີ່ເຮັດໄວ້ນັ້ນໄປດິນບ່ອນທີ່ທ່ານຕ້ອງການຈະຟື້ນຟູໃຫ້ມັນກັບສູ່ສະພາບເດີມນັ້ນ ແລະ ຫວ່ານກ້ອນແກ່ນກ້ານັ້ນລົງໄວ້. ອັນທີ່ຈິງແລ້ວກ່ອນທີ່ຈະຫວ່ານກ້ອນແກ່ນກ້ານັ້ນ ແມ່ນໃຫ້ສ້າງຮ່ອງເວັ້ນ ແລະ ຄັນຄູກັ້ນການສະລ້າງດິນ ຂອງນ້ຳຝົນເສຍກ່ອນ (ເບິ່ງໜ້າ 253) ເພື່ອຊ່ວຍໃຫ້ກ້ອນແກ່ນກ້ານັ້ນແຕກງອກ ແລະ ເຕີບໃຫຍ່ຂຶ້ນ.
              ແກ່ນໄມ້ປ່າໃນກ້ອນກ້ານັ້ນຈະແຕກງອກອອກມາເມື່ອຝົນຕົກລົງມາ, ດິນຝຸ່ນປະສົມໃນກ້ອນກ້ານັ້ນໃຫ້ອາຫານບຳລຸງແກ່ເບັ້ຍໄມ້ທີ່ເກີດອອກມາໃໝ່ນັ້ນ; ສ່ວນດິນໜຽວນັ້ນປ້ອງກັນບໍ່ໃຫ້ແກ່ນໄມ້ນັ້ນແຫ້ງກະແດ້ງ, ຖືກນົກໜູກິນເປັນອາຫານ, ຫຼື ຖືກລົມພັດພາໄປບ່ອນອື່ນ. ຫຼັງຈາກນັ້ນ 1 ປີ, ພືດທີ່ທ່ານນຳໄປຫວ່ານໄວ້ນັ້ນກໍ່ຈະສາມາດຜະລິດແກ່ນຂອງພວກມັນເອງໄດ້, ແລະ ເມື່ອເວລາຜ່ານໄປອີກບໍ່ດົນພືດໃໝ່ໆກໍ່ຈະເກີດຂຶ້ນ. ດິນກໍ່ຈະທັບຖົມກັນຂຶ້ນອ້ອມຕົ້ນພືດເຫຼົ່ານັ້ນ ແລະ ສາມາດປ້ອງກັນດິນຖືກຊະລ້າງ. ຈາກນັ້ນບໍ່ດົນພືດໄມ້ອື່ນໆກໍ່ຈະເກີດຂຶ້ນມາ. ຖ້າ ບໍ່ຖືກລົບກວນພາຍຫຼັງເວລາຜ່ານໄປຫຼາຍປີ ພື້ນທີ່ທັງໝົດດັ່ງກ່າວກໍ່ຈະຟື້ນຄືນສູ່ສະພາບເດີມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ