google-site-verification: google0d91bc93cfc88895.html ໄມ້ແຕ້ຂ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, January 25, 2016

ໄມ້ແຕ້ຂ່າ

ຊື່ພື້ນເມືອງ: ໄມ້ແຕ້ຂ່າ
ຊື່ວິທະຍາສາດ: Afzelia xylocarpa Burl (L.f.)
ວົງຕະກຸນ: LEGUMINOSEA


•       ລັກສະນະຂອງຕົ້ນ
ໄມ້ແຕ້ຂ່າມີລຳຕົ້ນສູງໃຫຍ່, ມີຄວາມສູງຕັ້ງແຕ່ 15 ມ ຂຶ້ນໄປ, ເຮືອນຍອດແຜ່ກ້ວາງ ກົກເຫງົ້າເປັນພຸ່ມ ແລະ ເປັນພຶງອອກ, ເປືອກນອກເປັນສີນ້ຳຕານອ່ອນ ຫຼື ສີບົວປົນສີເທົາ, ເປືອກແຕກເປັນເກັດຂະໜາດໃຫຍ່, ເປືອກເປັນສີນ້ຳຕານແດງ ເນື້ອໄມ້ເປັນສີນ້ຳຕານອົມເຫຼືອງອ່ອນ ປະໄວ້ດົນຈະເປັນສີນ້ຳຕານເຂັ້ມ ເນື້ອໄມ້ເປັນສ້ຽນຂ້ອນຂ້າງສົນເນື້ອຫຍາບແຂງ ໜຽວທົນທານ
•       ລັກສະນະຂອງໃບ
ເປັນໃບປະສົມແບບຂົນນົກຊັ້ນດຽວບໍ່ມີໃບຍ່ອຍປາຍໃບກ້ານໃບສະສົມ, ໃບຍ່ອຍແຕ່ລະໃບຈະມີ 3 - 5 ຄູ່, ໃບຍາວປະມານ 14 - 26 ຊມ. ໃບລຽງຕົວແບບສະຫຼັບກັນ ໃບຍ່ອຍລຽງກົງກັນຂ້າມກັນ, ໃບຍ່ອຍເປັນຮູບໄຂ່ແກມຮູບມົນ, ຂອບຂະໜານເປັນໃບລຽບ, ໃບຍ່ອຍ 2 - 4 ຊມ, ໜ້າໃບສີຂຽວເຂັ້ມ ຫຼັງສີຂາວໝົ່ນ ຈະຫຼົ່ນໃບປະມານເດືອນພະຈິກ ຫາ ເດືອນມັງກອນ ຖ້າເກີດໃນປ່າປະສົມ. ແຕ່ຖ້າເກີດໃນປ່າດົງດິບແມ່ນຈະບໍ່ມີການພັດໃບ

•       ລັກສະນະຂອງດອກ
ມີຊໍ່ດອກເປັນກຸ່ມຍ່ອຍ, ຊໍ່ດອກຍາວປະມານ 6 - 15 ຊມ, ດອກຈະມີກີບລ້ຽງ 4 ກີບ ຮູບຂອບຂະໜານລຽງຊ້ອນທັບກັນ ເກືອບເປັນແຜ່ນກົມ. ແຕ່ລະກີບຍາວປະມານ 1 - 15 ຊມ ດອກສີຂາວ ກີບດອກຈະມີພຽງ 1 ກີບເປັນກີບເທິງ ສຸດປາຍກີບຈະກ້ວາງ, ມີສີແດງ, ເກສອນຜູ້ມີພຽງ 3 ອັນ ຂ້ອນຂ້າງສັ້ນ, ຮັງໄຂ່ຍາວປະມານ 7 ມມ ຈະອອກດອກໃນຊ່ວງລະດູໜາວ ລະຫວ່າງເດືອນກຸມພາ ຫາ ເດືອນມີນາ

•       ລັກສະນະຂອງໝາກ
ໝາກເປັນຝັກຄ້າຍຄືຮູບໄມ້ບັນທັດສັ້ນກ້ວາງ 7 - 10 ຊມ, ຍາວ 10 - 12 ຊມ ຜະໜັງຝັກແຂງຫຼາຍ ໜາປະມານ 5 - 7 ຊມ. ເມື່ອໝາກແກ່ແລ້ວຈະແຫ້ງແຕກອອກເປັນສອງຊີກກ້ວາງປະມານ 2 - 2.5 ຊມ, ຍາວ 2.5 - 4 ຊມ, ໜາ 0.8 - 1.7 ຊມ. ໝາກຈະແກ່ໃນຊ່ວງລະດູ ໜາວລະຫວ່າງເດືອນຕຸລາ ຫາ ເດືອນທັນວາ ແລະ ຈະຄ້າງຢູ່ເທິງຕົ້ນເປັນເວລາດົນນານ



•       ລັກສະນະຂອງເນື້ອໄມ້

ເນື້ອໄມ້ເປັນສີນ້ຳຕານ ຫຼື ສີເຫຼືອງອ່ອນເຖິງແກ່, ສ້ຽນ ແລະ ເສັ້ນໄມ້ຂ້ອນຂ້າງສົນ ມີເສັ້ນໃຍແຂງແຮງ ແລະ ທົນທານ, ເລື່ອຍຍາກ ແລະ ແຫ້ງກະແດ້ງ ແຕ່ເມື່ອເວລາຕົບແຕ່ງງ່າຍ, ຂັດ ແລະ ສັກເງົາໄດ້ດີ. ສ່ວນຫຼາຍເພິ່ນນິຍົມໃຊ້ເຮັດໃນວຽກງານກໍ່ສ້າງຕ່າງໆເຊັ່ນ: ເຮັດເສົາເຮືອນ ເຮັດໝອນຮອງລາງລົດໄຟ ແລະ ໃຊ້ເປັນສ່ວນປະກອບຂອງໂຄງສ້າງເຮືອໃບ ນອກນັ້ນຍັງໃຊ້ເຮັດເຟີນິເຈີເຊັ່ນ: ໂຕະຕັ່ງ, ຕູ້ໃສ່ເຄື່ອງ. ສ່ວນເປືອກໄມ້ແຕ້ຂ່າສາມາດຟອກໜັງ ແລະ ແກ່ນອ່ອນສາມາກິນໄດ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ