google-site-verification: google0d91bc93cfc88895.html ຫ້ວານຈອດ Eleutherine bulbosa (Mill.) Urb. IRIDACEAE - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, January 22, 2016

ຫ້ວານຈອດ Eleutherine bulbosa (Mill.) Urb. IRIDACEAE

ຫ້ວານຈອດ
Eleutherine bulbosa (Mill.)
Urb.
IRIDACEAE



ລັກສະນະພືດສາດ: ຫ້ວານຈອດ ເປັນພືດລົ້ມລຸກ, ມີຫົວຢູ່ໃຕ້ດິນ, ສີແດງ, ມີໃບເກັດຫໍ່ຫຸ້ມ, ລັກສະນະຄ້າຍຄືຫົວຜັກບົ່ວ.ໃບ ຫ້ວານຈອດ ເປັນໃບດ່ຽວ, ແຜ່ນໃບຈີບພັບຊ້ອນກັນຄ້າຍວີ, ກ້ວາງ 1.5-3 ຊມ, ຍາວ 25-60 ຊມ, ປາຍໃບຮຽວແຫຼມ,ຖານໃບແຄບ, ຂອບໃບລຽບ. ດອກ ອອກເປັນຊໍ່, ກ້ານຊໍ່ດອກຍາວ 2.5-4 ຊມ, ມັກໂຄ້ງງໍ, ມີກາບຫຸ້ມດອກສີຂຽວ 2-10 ອັນ, ຊ້ອນກັນຢູ່ງ່າມໃບໃກ້ຍອດ, ດອກມີ 4-10 ດອກ, ກ້ານດອກຍາວ 1-1.5 ຊມ, ກີບດອກມີ
6 ກີບ, ສີຂາວ, ຮູບຂອບຂະໜານ ຫຼື ຮູບໄຂ່ກັບ, ລຽງເປັນສອງຊັ້ນ, ກີບທີ່ຢູ່ຊັ້ນໃນມີຂະໜາດນ້ອຍກ່ວາກີບ
ທີ່ຢູ່ຊັ້ນນອກ; ເກສອນເພດຜູ້ມີ 3 ອັນ, ກ້ານເກສອນເພດແມ່ເປັນຮູບເສັ້ນ 3 ເສັ້ນ, ເຕົ້າໄຂ່ຈັບດ້ານລຸ່ມ, ມີ 3
ຫ້ອງ, ເມັດໄຂ່ມີຈຳນວນຫຼາຍ. ໝາກ ຮູບຂອບຂະໜານຫົວຕັດມີ 3 ຫ້ອງ, ແກ່ນຮູບຮີອັດກັນແໜ້ນ.

ປິ່ນປົວພະຍາດ: ໄລ່ລົມໃນກະເພາະອາຫານ, ລຳໄສ້ ແລະ ແກ້ໄຂ້ຫວັດຕັນດັງໃນເດັກນ້ອຍ
ສ່ວນທີ່ໃຊ້: ຫົວໃຕ້ດິນ



ວິທີການນຳໃຊ້: ໃຊ້ຫົວຕົ້ມນ້ຳດຶ່ມຈະໄລ່ລົມໃນລຳໄສ້ ແລະ ກະເພາະອາຫານ, ນອກນັ້ນຍັງໃຊ້ຫົວຕຳປະສົມ
ກັບຫວ້ານເປາະໂພະຫົວເດັກນ້ອຍຈະຊ່ວຍລົດໄຂ້ຫັວດ ແລະ ອາການຕັນດັງ.

ການປູກຂະຫຍາຍພັນ: ຫວ້ານຈອດເປັນພືດທີ່ປູກງ່າຍ ຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ
ຂະຫຍາຍພັນດ້ວຍແກ່ນ ແລະ ແຍກຫົວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ