google-site-verification: google0d91bc93cfc88895.html ຄວາມໝາຍຄວາມສຳຄັນຂອງວຽກງານປູກຝັງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, January 26, 2016

ຄວາມໝາຍຄວາມສຳຄັນຂອງວຽກງານປູກຝັງ



ວຽກງານປູກຝັງແມ່ນກິດຈະການກະສິກຳ ​​ເພື່ອຕອບສະໜອງທາງດ້ານທັນຍາຫານແລະ ອາຫານໃຫ້ແກ່ສັງຄົມ, ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ລວມທັງເປັນສິນຄ້າຮັບໃຊ້ພາຍໃນແລະສົ່ງອອກຕ່າງປະເທດ. ວຽກງານປູກຝັງ​​ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ 78% ຂອງພົນລະເມືອງລາວ ແມ່ນມີອາຊີບກະສິກຳປູກຝັງ, ຂະແໜງປູກຝັງປະກອບສ່ວນໃຫ້ແກ່ 2 ໜ້າທີ່ຍຸດທະສາດໂດຍສະເພາະແມ່ນແຜນງານຜະລິດສະບຽງແລະ ຜະລິດສິນຄ້າ. ​ລວມຍອດຜະລິດຕະພັນກະສິກຳແລະ ປ່າໄມ້ ກວມເອົາ 27.8% ຂອງ GDP ລວມ ໃນນັ້ນ ຂະແໜງການປູກຝັງກວມເອົາ 25%. ​(ປີ 2011).

ວຽກງານປູກຝັງເປັນປັດໃຈສຳຄັນພື້ນຖານ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົາໂດຍ ສະເພາະ​​ການສະໜອງສະບຽງອາຫານ, ສ້າງລາຍຮັບ, ປະກອບສ່ວນລົບລ້າງຄວາມທຸກ ຍາກແລະສະໜອງວັດຖຸດິບປ້ອນໂຮງງານ ຕາມທິດຫັນເປັນອຸດສະຫະກໍາທັນສະໃໝ ແລະ ເປັນສິນຄ້າສົງອອກໃນອານາຄົດ, ປະກອບສ່ວນໃຫ້ສັງຄົມລາວມີຄວາມສະຖຽນລະພາບ, ໝັ້ນຄົງ, ຍືນຍົງ ແລະສີວິໄລ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ