google-site-verification: google0d91bc93cfc88895.html ປ່າປູກ ໃນລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Tuesday, January 26, 2016

ປ່າປູກ ໃນລາວ

ປ່າປູກ ໃນລາວ

ເນື້ອທີ່ປ່າປູກ

          ມາຮອດປະຈຸບັນ ເນື້ອທີ່ປ່າປູກ ທັງໝົດ ທົ່ວປະເທດ ມີປະມານ 146.600 ເຮັກຕາ ຊຶ່ງ ສ່ວນຫຼາຍຢູ່ໃນພາກກາງ. ຈາກການປະເມີນເຫັນວ່າ ໃນປະຈຸບັນ ເນື້ອທີ່ປ່າປູກ ທີ່ໄດ້ມາດຖານຂອງສວນປູກໄມ້ (ອັດຕາການລອດຕາຍສູງກວ່າ 70%) ມີປະມານ 66% ໃນທົ່ວປະເທດ.ອີງຕາມຂໍ້ມູນ ຂອງໂຄງການປູກໄມ້ ລາວ-ທະນາຄານພັດທະນາອາຊີ ສະແດງໃຫ້ເຫັນວ່າ ຊາວກະສິກອນລາຍບຸກຄົນ ແລະ ບໍລິສັດ ມີ ເນື້ອທີ່ສວນປູກ ສະເລັ່ຽແຕ່ 20-30 ເຮັກຕາ ກວມເອົາ ເນື້ອທີ່ປ່າປູກ ເປັນສວ່ນໄຫຍ່ (47,5%). ໃນໂຄງການນີ້ ຊາວກະສິກອນຂະໜາດນອ້ຍ ທີ່ມີເນື້ອທີ່ສວນປູກ ສະເລັ່ຽ 1,8 ເຮັກຕາ/ຄອບຄົວ ແມ່ນເປັນເຈົ້າຂອງ ສວນປູກ ໃນ ຈຳນວນສູງ ກວມເອົາປະມານ 30% ຂອງ ເນື້ອທີ່ປ່າປູກ ຂອງໂຄງການ ທັງໝົດ.ສວ່ນບໍລິສັດທີ່ມີ ເນື້ອທີ່ສວນປູກ ປະມານ 200 ເຮັກຕາ ກວມເອົາພຽງ 1% ຂອງ ຈຳນວນ ລູກຄ້າທັງໝົດ ແຕ່ ມີເນື້ອທີ່ສວນປູກ ກວມເອົາ 10%. ສວ່ນເຫຼືອນັ້ນ ແມ່ນການປະກອບສວ່ນຂອງຄອບຄົວ ຄື ປະມານ 13%.

ຜົນໄດ້ຮັບຂອງສວນປູກໄມ້

        ຈາກຜົນການສຳຫຼວດ ປ່າປູກ ໄມ້ວິກ ຢູ່ແຂວງວຽງຈັນ ແລະ ສະຫວັນນະເຂດ ໃນເດືອນ ພະຈິກ 2002
ສະແດງໃຫ້ເຫັນວ່າ ປ່າປູກ ດັ່ງກ່າວມີ ອັດຕາການເຕີບໃຫຍ່ສະເລັ່ຽແຕ່ລະປີ ເທົ່າກັບ 6,2 ມ3/ເຮັກຕາ/ປີ ແລະ
ມີຄ່າສະເລັ່ຽ ສູງກວ່າ 5 ມ3/ເຮັກຕາ/ປີ ໜອ້ຍໜຶ່ງ. ໃນບັນດາຜູ້ລົງທຶນ ຫຼື ເຈົ້າຂອງ ສວນປູກ ໄມ້ທີ່ແຕກຕ່າງກັນ,
ສວນປູກໄມ້ຂອງບໍລິສັດທີ່ປູກໄມ້ເພື່ອການຄ້າ ແລະ ສວນປູກ ຂອງບຸກຄົນ ທີ່ລົງທຶນດ້ວຍແຫຼ່ງທຶນຕົນເອງ ມີອັດຕາການເຕີບໃຫຍ່ ສູງກວ່າ 14ມ3/ເຮັກຕາ/ປີ ແລະ 12 ມ3/ເຮັກຕາ/ປີ ຕາມລຳດັບ. ເຈົ້າຂອງ ສວນປູກໄມ້ຂະໜາດໃຫຍ່ ຜູ້ທີ່ລົງທຶນສູງ ຕໍ່ຫົວໜ່ວຍເນື້ອທີ່ ແລະ ນຳໃຊ້ ຝຸ່ນວິທະຍາສາດ, ມີການກະກຽມເນື້ອທີ່, ກະກຽມດິນ ດ້ວຍກົນຈັກ ແລະ ມີການຄຸ້ມຄອງດີ, ອັດຕາ ການເຕີບໃຫຍ່ສະເລ່ຍແຕ່ລະປີ ແມ່ນສູງກວ່ານັ້ນ. ໃນຂະນະທີ່ເຈົ້າຂອງສວນປູກໄມ້ຂະໜາດ 10 ເຮັກຕາ ຫຼື ຫຼາຍກວ່າ ສວ່ນຫຼາຍ ອັດຕາການເຕີບໃຫຍ່ ແມ່ນຢູ່ໃນລະດັບ 9 ມ3/ເຮັກຕາ/ປີ.ສວນປູກໄມ້ທີ່ມີເນື້ອທີ່ຂະໜາດນອ້ຍກວ່າ ແມ່ນມີອັດຕາການເຕີບໃຫຍ່ຕ່ຳກວ່າ. ສະນັ້ນ ຈຶ່ງສະຫຼຸບໄດ້ວ່າ ຜະລິດຕະພາບ ຂອງສວນປູກໄມ້ ທີ່ມີໃນປະຈຸບັນ ເວົ້າລວມ ແມ່ນຍັງຕ່ຳກວ່າທີ່ໄດ້ຄາດຄະເນໄວ້.ຍ້ອນອັດຕາການເຕີບໃຫຍ່ ທີ່ຕ່ຳຄືດັ່ງກ່າວນັ້ນ ອາດເຮັດໃຫ້ການປູກໄມ້ ບໍ່ສາມາດຄົງຕົວຢູ່ໄດ້. ອີງຕາມການຄິດໄລ່ເບື້ອງຕົ້ນ ສະແດງໃຫ້ຮູ້ວ່າ: ລາຄາໄມ້ໃນປະຈຸບັນ ຢູ່ສວນປູກແຄມທາງ (ປະມານ 10 ໂດລາ/ມ3),ເພື່ອຢາກເຮັດໃຫ້ ການປູກໄມ້ຄົງຕົວຢູ່ໄດ້ ແລະ ມີປະສິດຕິຜົນທາງດ້ານເສດຖະກິດນັ້ນ, ອັດຕາການເຕີບໃຫຍ່ຂອງໄມ້ໃນສວນປູກສະເລັ່ຽແຕ່ລະປີ ຕ່ຳສຸດຕ້ອງເທົ່າກັບ 20/ມ3/ເຮັກຕາ/ປີ - ໃນການສຸ່ມຕົວຢ່າງ ໃນຈຳນວນສວນປູກໄມ້108 ຕອນ, ມີພຽງແຕ່ 1 ຕອນ ເທົ່ານັ້ນ ທີ່ມີອັດການເຕີບໃຫຍ່ສະເລັ່ຽແຕ່ລະປີ ໄດ້ມາດຖານຕາມຕົວເລກນີ້ີ. ຕາມການປະເມີນໃຫ້ຮູ້ວ່າ ໃນລະດັບອັດຕາການເຕີບໃຫຍ່ສະເລັ່ຽຕໍ່ປີ ແລະ ໃນລາຄາດັ່ງທີ່ກ່າວມານີ້ ອັດຕາລາຍຮັບຕອບແທນພາຍໃນ ຂອງການລົງທຶນປູກໄມ້ ຈະເທົ່າກັບ 17% ຖ້າຫາກວ່າ ມູນຄ່າການລົງທຶນເທົ່າກັບ 600 ໂດລາ/ເຮັກຕາ ແລະ ຈະເທົ່າກັບ 9% ຖ້າວ່າ ມູນຄ່າການລົງທຶນ ເທົ່າກັບ 900 ໂດລາ/ເຮັກຕາ. ໃນອັດຕາການເຕີບໃຫຍ່ສະເລັ່ຽແຕ່ລະປີ ເທົ່າກັບ 10 ມ3/ເຮັກຕາ/ປີ ນັ້ນ ລາຍຮັບຈາກການລົງທຶນ ຈະເທົ່າກັບ 3% (ສຳລັບມູນຄ່າການລົງທຶນ 600 ໂດລາ/ເຮັກຕາ) ແລະ 4% (ສຳລັບມູນຄ່າການລົງທຶນ 900 ໂດລາ/ເຮັກຕາ).

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ