google-site-verification: google0d91bc93cfc88895.html ​ການ​ລ້ຽງ​ປາ​ດຸກ​ໃນ​ອ່າງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ລ້ຽງ​ປາ​ດຸກ​ໃນ​ອ່າງ

​ການ​ລ້ຽງ​ປາ​ດຸກ​ໃນ​ອ່າງ


ປາດຸກເປັນປາມີຄວາມອົດທົນຕໍ່ສະພາບນ້ຳໄດ້ດີຈິ່ງເຮັດໃຫ້ ການລ້ຽງປາດຸກບໍ່ຫຍຸ້ງຍາກເທົ່າໃດ ພຽງແຕ່ມີເນື້ອທີ່ເຮືອນສາມາດເຮັດ ອ່າງລ້ຽງປາທ່ານກໍສາມາດສ້າງລາຍຮັບເຂົ້າມາສູ່ຄອບຄົວໄດ້ ການ ລ້ຽງປາດຸກກໍມີປະໂຫຍດຫຼາຍຢ່າງ, ໃຊ້ພື້ນທີ່ໜ້ອຍ, ໃຊ້ເວລາໃນການ ລ້ຽງສັ້ນ ລ້ຽງຮຸ່ນໜຶ່ງໃຊ້ເວລາປະມານ 90-120 ມື້ ກໍສາມາດນຳເອົາ ມາບໍລິໂພກໃນຄອບຄົວໄດ້ເຫຼືອກໍສາມາດຂາຍໄດ້.

ການເລືອກສະຖານທີ່ເຮັດອ່າງ

- ອ່າງຄວນຢູ່ໃກ້ເຮືອນ ຫຼື ທີ່ສາມາດເບິ່ງແຍງຮັກສາໄດ້ສະດວກ
- ອ່າງຄວນຢູ່ໃນຮົ່ມ ຫຼື ມີຫຼັງຄາ ເພາະປາດຸກບໍ່ມັກແສງແດດກ້າ ແລະ ປ້ອງກັນໃບໄມ້ຫຼົ່ນລົງສູ່ອ່າງ ຈະເຮັດໃຫ້ນ້ຳເນົ່າໄວ
- ມີແຫຼ່ງນ້ຳສຳລັບປ່ຽນຖ່າຍນ້ຳໄດ້ສະດວກພໍສົມຄວນ
- ອ່າງຂະໜາດເສັ້ນຜ່າສູນກາງ 1 ແມັດ ສູງປະມານ 40 ຊັງຕີແມັດ
- ຄວນມີ 2 ອ່າງ ເພື່ອໃຊ້ເລືອກຂະໜາດປາ ແລະ ສຳຮອງນ້ຳໄວ້ຖ່າຍ
- ຝາ ແລະ ພື້ນອ່າງຄວນໃສ່ສານກັນນ້ຳຮົ່ວຊຶມ
- ມີທໍ່ລະບາຍນ້ຳເພື່ອຊ່ວຍໃນການຖ່າຍນ້ຳ

ການກຽມອ່າງກ່ອນລ້ຽງປາ


  1. ການກຽມອ່າງກ່ອນລ້ຽງປາໃຫ້ຕັດຕົ້ນກ້ວຍເປັນທ່ອນລົງໃນ ອ່າງແລ້ວໃສ່ໃຫ້ຖ້ວມ ແຊ່ໄວ້ 2-5 ມື້ ແລ້ວປ່ຽນຕົ້ນກ້ວຍແຊ່ໄວ້ອີກເທື່ອ ໜຶ່ງເພື່ອໃຫ້ໝົດເຊື້ອປູນຂາວແລ້ວລ້າງອ່າງໃຫ້ສະອາດ
  2. ກວດສອບສະພາບນ້ຳເບິ່ງວ່າລິດຂອງປູນໝົດແລ້ວ ຫຼື ບໍ່ ຖ້າມີ ໄຄນ້ຳຕິດຢູ່ຂ້າງຝາອ່າງສະແດງວ່າໃຊ້ໄດ້ແລ້ວ
  3. ນ້ຳທີ່ຈະໃຊ້ລ້ຽງຄືນ້ຳຈາກໜອງ, ບຶງ ຕ້ອງກວດເບິ່ງວ່າມີສັດຕູປາ ເຂົ້າໃນອ່າງນ້ຳ ຫຼື ບໍ່ ?
  4. ນ້ຳຝົນ ນ້ຳບາດານ ນ້ຳປະປາ ຄວນກຽມນ້ຳໄວ້ປະມານ 3-5 ມື້ ກ່ອນນຳມາໃຊ້ໄດ້.

ອັດຕາການປ່ອຍປາ ແລະ ລ້ຽງ


  • ປາຊຸດລ້ຽງທຳອິດໃຫ້ມີຄວາມຍາວ 5-7 ຊັງຕີແມັດ
  • ອັດຕາການປ່ອຍລົງລ້ຽງໃນອ່າງຊີເມັນມົນກົມເສັ້ນຜ່າສູນກາງ 1 ແມັດ ປະມານ 80-100 ໂຕ
  • ກ່ອນປ່ອຍປາລົງລ້ຽງຄວນໃສ່ເກືອປະມານ 2-3 ບ່ວງແກງ ເພື່ອ ຊ່ວຍປັບສະພາບນ້ຳ
  • ລະດັບນ້ຳທີ່ປ່ອຍປາເທື່ອທຳອິດໃຫ້ຢູ່ໃນລະດັບ 10-15 ຊັງຕີແມັດ
  • ການປ່ອຍປາຄວນປ່ອຍໃນຕອນເຊົ້າ
  • ຄວນເອົາຖົງປາທີ່ຈະປ່ອຍລ້ຽງລົງແຊ່ໃນອ່າງປະມານ 30 ນາທີ ເພື່ອໃຫ້ອຸນຫະພູມນ້ຳໃນຖົງປາ ແລະ ນ້ຳອ່າງບໍ່ແຕກຕ່າງກັນ ປ້ອງກັນ ປາຕາຍໄດ້
  • ຄວນມີວັດຖຸໃຫ້ປາລີ້ເຊັ່ນ ທໍ່ພີວີຊີຕັດເປັນທໍ່ ຫຼື ກະບອກໄມ້ໄຜ່ ເພາະ ປາໂຕທີ່ໃຫຍ່ຈະກວນປານ້ອຍ
  • ຄວນມີການຄັດເລືອກປາເມື່ອມີອາຍຸປະມານ 15-20 ວັນ ໂດຍ ເອົາໂຕນ້ອຍແຍກອອກໄວ້ອ່າງໜຶ່ງ
  • ຄວນມີວັດຖຸບັງແສງແດດ

ການຖ່າຍນ້ຳ


  • ເລີ່ມລ້ຽງປາໃຫ້ນ້ຳຢູ່ໃນລະດັບ 10-15 ຊັງຕີແມັດ
  • ເພີ່ມລະດັບນ້ຳອີກ 5-10 ຊັງຕີແມັດ ເມື່ອລ້ຽງປາໄດ້ 10-15 ມື້
  • ລະດັບນ້ຳສູງສຸດບໍ່ເກີນ 40 ຊັງແມັດ
  • ຖ່າຍນ້ຳທຸກໆ 5-7 ມື້
  • ຖ່າຍນ້ຳແຕ່ລະເທື່ອບໍ່ຄວນຖ່າຍຈົນໝົດ ຖ່າຍນ້ຳປະມານ 1 ສ່ວນ 3 ຂອງນ້ຳໃນອ່າງ
  • ຂະນະຖ່າຍເທນ້ຳບໍ່ຄວນເຮັດໃຫ້ປາແຕກຕື່ນເພາະປາຈະບໍ່ກິນອາ ຫານ 2-3 ມື້
  • ອາຫານ ແລະ ການໃຫ້ອາຫານ

  1. ອາຫານສຳເລັດຮູບຊະນິດເມັດລອຍນ້ຳ

  • ປ່ອຍປາຂະໜາດ 5-7 ຊັງຕີແມັດ ໃຫ້ອາຫານປາດຸກນ້ອຍ
  • ປາຂະໜາດ 7 ຊັງຕີແມັດຂຶ້ນໄປ ໃຫ້ອາຫານປາດຸກໃຫຍ່

2. ອາຫານສົດເຊັ່ນ: ກ້າງປາ, ໄສ້ໄກ່, ປວກ, ການໃຫ້ອາຫານຄວນ ໃຫ້ອາຫານມື້ລະປະມານ 3 ເທື່ອ ໃນຕອນເຊົ້າ-ແລງ ໃຫ້ອາຫານປະມານ 3-5% ຂອງນ້ຳໜັກໂຕປາຕໍ່ມ​ື້ (ຫຼືໃຫ້ກິນຈົນອີ່ມ).

ໂລກປາດຸກ ແລະ ການຮັກສາ

- ໂລກກະໂຫຼກແຫງ ແກ້ໄຂໂດຍຜະສົມວິຕາມິນຊີ 1 ກຣາມ ກັບອາ ຫານ 1 ກິໂລກຣາມ ໃຫ້ປາກິນຕິດຕໍ່ກັນ 15 ວັນ
- ໂລກຈາກເຊື້ອແບັກທີເຣັຍ ແລະ ບາດແຜຂ້າງລຳໂຕໃຊ້ຢາປະຕິຊີ ວະເຊັ່ນ: ອົກຊີເທທາໄຊຄຣິນ 1 ກຣາມ ຜະສົມອາຫານ 1 ກິໂລກຣາມ ໃຫ້ປາກິນຕິດຕໍ່ກັນ 7-10 ວັນ
- ຫາກມີປາຕາຍ ແລະ ເປັນບາດແຜຕາມລຳຕົວໃຫ້ທຳລາຍປານັ້ນ ຖິ້ມ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ