google-site-verification: google0d91bc93cfc88895.html ສົ່ງ​ເສີມ​ການ​ລ້ຽງ​ປາ​ໃນ​ກະ​ຊັງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

ສົ່ງ​ເສີມ​ການ​ລ້ຽງ​ປາ​ໃນ​ກະ​ຊັງ

ສົ່ງ​ເສີມ​ການ​ລ້ຽງ​ປາ​ໃນ​ກະ​ຊັງ


ວັນ​ທີ 4 ມັງ​ກອນ 2013 ທີ່ຜ່ານ​ມາ ​ຢູ່ຫ້ອງ​ປະ​ຊຸມ​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະ​ຄອນ​ຫຼວງວຽງ​ຈັນ ພະ​ແນກ​ກະ​ສິ​ກຳ​-ປ່າ​ໄມ້ ນະ​ຄອນຫຼວງວຽງ​ຈັນ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນລ້ຽງ​ປາ​ນິນ​ໃສ່​ກະ​ຊັງ​ເພື່ອ​ສົ່ງ​ອອກ ໂດຍ​ການ​ເປັນ​ປະ​ທານຮ່ວມ​ຂອງ​ທ່ານ ຈັນ​ທາທິບ​ພະ​ວົງ​ພັນ ຫົວ​ໜ້າ​ພະ​ແນກກະ​ສິ​ກຳ​-ປ່າ​ໄມ້ ນະ​ຄອນ​ຫຼວງວຽງ​ຈັນ ທ່ານ ແດນ ວໍ​ລະ​ວົງ ປະ​ທານ​ບໍ​ລິ​ສັດແກ​ຣນ​ເບ ຜູ້​


ວັນ​ທີ 4 ມັງ​ກອນ 2013 ທີ່ຜ່ານ​ມາ ​ຢູ່ຫ້ອງ​ປະ​ຊຸມ​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະ​ຄອນ​ຫຼວງວຽງ​ຈັນ ພະ​ແນກ​ກະ​ສິ​ກຳ​-ປ່າ​ໄມ້ ນະ​ຄອນຫຼວງວຽງ​ຈັນ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນລ້ຽງ​ປາ​ນິນ​ໃສ່​ກະ​ຊັງ​ເພື່ອ​ສົ່ງ​ອອກ ໂດຍ​ການ​ເປັນ​ປະ​ທານຮ່ວມ​ຂອງ​ທ່ານ ຈັນ​ທາທິບ​ພະ​ວົງ​ພັນ ຫົວ​ໜ້າ​ພະ​ແນກກະ​ສິ​ກຳ​-ປ່າ​ໄມ້ ນະ​ຄອນ​ຫຼວງວຽງ​ຈັນ ທ່ານ ແດນ ວໍ​ລະ​ວົງ ປະ​ທານ​ບໍ​ລິ​ສັດແກ​ຣນ​ເບ ຜູ້​ຈຳ​ໜ່າຍ​ອາ​ຫານ ຈຳ​ກັດ (ປະ​ເທດ​ໄທ) ພ້ອມນີ້ຍັງ​ມີ​ນັກ​ສຳ​ມະ​ນາ​ທີ່​ມາ​ຈາກ​ຫ້ອງວ່າ​ການ​ປົກ​ຄອງ​ນະ​ຄອນ​ຫຼວງວຽງ​ຈັນ ກົມ​ນຳ​ເຂົ້າ ແລະ ສົ່ງ​ອອກ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ກົມ​ລ້ຽງ​ສັດ ແລະ ການ​ປະ​ມົງ​ ກະ​ຊວງກະ​ສິ​ກຳ​-ປ່າ​ໄມ້ ຫ້ອງ​ການກະ​ສິ​ກຳ​ ແລະ ປ່າ​ໄມ້ເມືອງແລະ ບັນ​ດາ​ຜູ້​ທີ່​ລ້ຽງ​ປາ​​ນິນໃສ່ກະ​ຊັງ​ຈຳ​ນວນ​ໜຶ່ງເຂົ້າ​ຮ່ວມ.ການ​ລ້ຽງ​ປາ​ນິນ​ໃສ່​ກະ​ຊັງໃນປັດຈຸ​ບັນ ​ແມ່ນ​ມີ​ທ່າ​ອ່ຽງ​ກ້າວ​ຂຶ້ນ​ເປັນ​ຈຳ​ນວນ​ຫຼາຍ ​ສາ​ມາດ​ຕອບ​ສະ​ໜອງ​ດ້ານ​ສະ​ບຽງ​ອາ​ຫານ​ໃຫ້​ຊາວ​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ເປັນ​ຢ່າງ​ດີ ໃນ​ປີ 2000 ການລ້ຽງ​ປາ​ນິນ​ໃສ່​ກະ​ຊັງໃນນະ​ຄອນ​ຫຼວງວຽງ​ຈັນ ມີ​ພຽງ 100 ກວ່າ​ກະ​ຊັງ ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ເພີ່ມ​ຂຶ້ນໃນ​ແຕ່​ລະ​ວັນ ແລະ ການ​ດຳ​ເນີນ​ທຸ​ລະ​ກິດນີ້ແມ່ນ​​ມີ​ທ່າ​ກ້າວ ຈຶ່​ງ​ໄດ້​ມີ​ການ​ຖອດ​ຖອນ​ບົດ​ຮຽນ​ຈາກ​ປະ​ເທດ​ເພື່ອນ​ບ້ານ (ປະ​ເທດ​ໄທ) ​​ຜູ້ທີ່​ມີ​ປະ​ສົບ​ການ​ມາກ່ອນ ແລະ ​ຮອດປັດຈຸ​ບັນ ທົ່ວນະ​ຄອນ​ຫຼວງວຽງ​ຈັນ ກາ​ນລ້ຽງ​ປາ​ນິນ​ໃສ່​ກະ​ຊັງ​ຕາມ​ລຳ​ແມ່​ນ້ຳ​ຂອງ ແລະ ນ້ຳ​ງື່ມ ມີ​ເຖິງ 2000 ກວ່າກະ​ຊັງ ແລະ ​ສາ​ມາດຕອບ​ສະ​ໜອງ​ທາດ​ຊີ້ນ​ປາ​ ໃຫ້​ຜູ້​ບໍ​ລິ​ໂພກ​ໄດ້​ປະ​ມານ 34 ໂຕນ/ມື້.ກອງ​ປະ​ຊຸມນີ້ ເພື່ອ​ໃຫ້​ບັນ​ດາ​​ນັກສຳ​ມະ​ນາ​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ລ້ຽງ​ປາ​ນິນ​ໃສ່​ກະ​ຊັງ​ເພື່ອ​ສົ່ງ​ອອກ​ໄປ​ຕະ​ຫຼາດ​ຕ່າງ​ປະ​ເທດ ແກ້​ໄຂບັນ​ຫາ​ປາ​ນິນ​ເຫຼືອ​ຕະ​ຫຼາດ​ຂອງ​ຜູ້​ທີ່​ລ້ຽງ​ປາ​ກະ​ຊັງ​ປະ​ສົບ​ຢູ່​ໃນ​ປັດຈຸ​ບັນ ​ແລະ ເພື່ອ​ສ້າງ​ຈິດ​ສຳ​ນຶກ​ໃຫ້​ແກ່​ຜູ້​ທີ່​ລ້ຽງ​ປາກ​ະ​ຊັງຜະ​ລິດ​ຕາມ​ມາດ​ຕະ​ຖານ​ອາ​ຫານ​ສາ​ກົນ​ເທື່ອ​ລະ​ກ້າວ.​

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ