google-site-verification: google0d91bc93cfc88895.html ຄຸນ​ປະ​ໂຫຍດ​ຂອງ​ຫມາກ​ພ້າວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ຄຸນ​ປະ​ໂຫຍດ​ຂອງ​ຫມາກ​ພ້າວ

ຜົນການວິໃຈຊັ້ນຍອດ ຂອງ ດຣ ນິຊາອູດ ລະເດັນອາໝັດ ມະຫາວິທະຍາໄລສົງຂາຄຣິນ ພົບວ່າ ນໍ້າໝາກພ້າວອ່ອນ
ຊ່ວຍ ຊະລໍການເກີດໂລກ ເອວໄຊເມີ (ໂລກຄວາມຈຳເຊື່ອມ) ໄດ້ ເນື່ອງຈາກມີ ສານຮໍໂມນເອໂຕຣເຈນສູງ.

ຂໍ້ສະຫຼຸບນີ້ໄດ້ຈາກການລົດລອງ ກັບໜູຂາວເພດເມຍ 2 ກຸ່ມ ທີ່ຖືກຕັດ ຮັງໄຂ່ອອກເພື່ອເປັນຕົວແທນແມ່ຍິງໄວທອງ 

ເພາະເຊື່ອກັນວ່າ ແມ່ຍິງມີ ໂອກາດເປັນ ໂລກເອວໄຊເມີ ຫຼາຍກວ່າຜູ້ຊາຍ ເນື່ອງຈາກຄວາມປ່ຽນ ແປງຂອງລະດັບຮໍ

ໂມນເມື່ອເຂົ້າສູ່ໄວໝົດປະຈຳເດືອນ ແລະ ປັດໃຈດ້ານ ອາຍຸ ທີ່ແມ່ຍິງມັກຈະມີອາຍຸຍືນກ່ວາຜູ້ຊາຍ ດັ່ງນັ້ນຈິ່ງມີໂອກາດ

ເປັນໂລກ ຄວາມຈໍາເຊື່ອມນີ້ຫຼາຍກ່ວາ.



ຜົນການວິໃຈພົບວ່າ ໜູກຸ່ມທີ່ໄດ້ຮັບນໍ້າໝາກພ້າວອ່ອນເປັນເວລາ 5 ອາທິດ ມີອາການຂອງໂລກເອວໄຊເມີ ໜ້ອຍກວ່າ 

ໜູກຸ່ມທີ່ບໍ່ໄດ້ຮັບນໍ້າ ໝາກພ້າວອ່ອນ. ເຊິ່ງຜູ້ວິໃຈຈະພັດທະນານໍ້າໝາກພ້າວອ່ອນເປັນອາ ຫານເສີມ ແລະ ຍາ ເພື່ອ 

ຊະລໍການເກີດໂລກຄວາມຈຳເຊື່ອມຕໍ່ໄປ.

  ນອກນັ້ນຍັງພົບວ່ານໍ້າໝາກພ້າວອ່ອນ ຍັງສາມາດ ປົວບາດແຜໃຫ້ເຊົາ ໄວຂື້ນ ແລະ ບໍ່ມີຮອຍແຜເປັນ ເຊິ່ງອາດ

ມີການສະກັດນໍ້າໝາກພ້າວອ່ອນ ເປັນຍາປົວບາດແຜ ແລະ ເປັນເຄື່ອງສຳອາງໃນອານາຄົດ.

ຄຸນ​ປະ​ໂຫຍດ​ຂອງ​ຫມາກ​ພ້າວ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ