ສະພາບການປູກສາລີ
ສະພາບການປູກສາລີໃນໂລກ
ສາລີຈັດຢູ່ໃນອັນດັບທີ 2 ຖັດຈາກເຂົ້າ ແລະ ອີງຕາມຕົວເລກໃນປີ
1986, ເນື້ອທີ່ປູກສາລີໃນໂລກມີ 132,884,000 ເຮັກຕາ, ຜົນຜະລິດສະເລ່ຍ 3.687
ໂຕນ/ເຮັກຕາ. ເນື້ອທີ່ດັ່ງກ່າວມີຢູ່ໃນທະວີບອາຊີປະມານ
24% ຂອງພື໊ນທີ່ຜະລິດສາລີທັງໝົດ, ຜົນຜະລິດສະເລ່ຍ 2.6 ໂຕນ/ເຮັກຕາ, ອາເມລິກາໃຕ 14%, ຜົນຜະລິດສະເລ່ຍ 2.2 ໂຕນ/ເຮັກຕາ, ອາເມລິກາເໜືອ 30% ອາເມລິກາກາງ, 50% ຜົນຜະລິດສະເລ່ຍ 6.5
ໂຕນ/ເຮັກຕາ, ທະວີບເອີລົບ 10% ຜົນຜະລິດສະເລ່ຍ 2.5ໂຕນ/ເຮັກຕາ ແລະ ອີຕາລີ 5% ຜົນຜະລິດສະເລ່ຍ 3.9 ໂຕນ/ເຮັກຕາ. ປະເທດທີ່ມີເນື້ອທີ່ປູກສາລີຫຼາຍໃນໂລກມີອາເມລິກາ, ຈີນ,ແມັກຊິກໂກ,
ອິນເດຍ, ໂດມານີ, ຢູ່ໂກສາລາວີ ແລະ ປະເທດເຄນຢ່າ (ໄຊຍະມັງ, 2002).
ການຜະລິດສາລີໃນປະເທດລາວ
ຊຸມປີທີ່ຜ່ານມາສະມັດຕະພາບ ແລະ
ລວມຍອດຂອງຜົນຜະລິດສາລີຂອງລາວເພີ່ມຂຶ້ນຢ່າງລຽນຕິດໃນອັດຕາສູງ, ຈາກປີ 2000 ຫາປີ 2008 ອັດຕາການເພີ່ມຂຶ້ນຂອງເນື້ອທີ່ປູກສະເລ່ຍໃນແຕ່ລະປີ 20.6%, ຜະລິດຕະພາບເພີ່ມຂຶ້ນ 12.5%, ຍອດຜົນຜະລິດເພີ່ມຂຶ້ນ 70% (ຕາຕະລາງ 1)
ຕາຕະລາງ 1: ເນື້ອທີ່, ຜົນຜະລິດສະເລ່ຍ ແລະ ຜົນຜະລິດສາລີທັງໝົດຂອງ ສປປ ລາວ ແຕ່ປີ 2000-2010
ປີ
|
ເນື້ອທີ່ປູກ
(ເຮັກຕາ)
|
ຜົນຜະລິດສະເລ່ຍ
(ໂຕນ/ເຮັກຕາ)
|
ຜົນຜະລິດທັງໝົດ
(ໂຕນ)
|
2000
|
49,000
|
2.38
|
117,000
|
2001
|
48,870
|
2.31
|
113,220
|
2002
|
44,956
|
2.76
|
124,122
|
2003
|
51,670
|
2.77
|
143,177
|
2004
|
67,500
|
3.31
|
203,500
|
2005
|
86,000
|
4.33
|
372,560
|
2006
|
113,815
|
3.94
|
449,550
|
2007
|
154,225
|
4.48
|
690,795
|
2008
|
229,200
|
4.52
|
1,036,000
|
2009
|
200,705
|
4.62
|
929,110
|
2010
|
212,755
|
4.79
|
1,020,875
|
ແຫຼ່ງທີ່ມາ: ກະຊວງກະສິກຳ ແລະ ປ່າໄມ້, 2010
ແຕ່ປີ 2008 ຫາປີ 2010, ເນື້ອທີ່ປູກສາລີມີທ່າອ່ຽງຫຼຸດລົງ, ທັງນີ້ກໍ່ຍ້ອນວ່າການປູກຢາງພາລາໄດ້ຂະຫຍາຍຕົວແຮງໃນຊຸມປີດັ່ງກ່າວນີ້.
ຊາວກະສິກອນສ່ວນໜ່ຶ່ງຫັນມາປູກຢາງພາລາໂດຍສະເພາະຢູ່ບັນດາແຂວງພາກເໜືອເຊັ່ນ: ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ
ບັນດາແຂວງອ່ື່ນໆ ໃນຂອບເຂດທົ່ວປະເທດ ແນວພັນສາລີທີ່ໃຊ້ເຂົ້າໃນການຜະລິດຕົ້ນຕໍແມ່ນແນວພັນ
LVN10 ເຊິ່ງເປັນແນວພັນສາລີຂອງລາວ ແລະ CP888 ທີ່ນຳເຂົ້າຈາກປະເທດໄທ.
ກ. ການຜະລິດສາລີຢູ່ແຂວງບໍລິຄຳໄຊ
ແຂວງບໍລິຄຳໄຊ ເປັນແຂວງໜຶ່ງທີ່ມີການຂະຫຍາຍໂຕທາງດ້ານເສດຖະກິດຢ່າງຕໍ່ເນື່ອງທາງແຂວງໄດ້ມີການເອົາໃຈໃສ່ໃນການສຸກຍູ້, ສົ່ງເສີມທາງດ້ານການກະສິກຳເປັນຕົ້ນແມ່ນວຽກງານການປູກຝັງ ແລະ ລ້ຽງສັດ, ໃນນັ້ນການປູກຝັງແມ່ນໄດ້ແບ່ງອອກເປັນສອງລະດູກການປູກຄື: ລະດູແລ້ງ ແລະ ລະດູ ຝົນເຊິ່ງ ໃນລະດູແລ້ງ-ຝົນ ກໍ່ໄດ້ມີການສົ່ງເສີມປູກສາລີເພື່ອບໍລິໂພກທາງພາຍໃນ
ແລະ ທາງເປັນສິນຄ້າສົ່ງອອກທີ່ສຳຄັນຂອງເມືອງເປັນຕົ້ນແມ່ນສາລີຫວານ ແລະ ສ່ວນຫຼາຍຊາວກະສິກອນແມ່ນບໍ່ໄດ້ໃສ່ຝຸ່ນເພາະເປັນດິນແຄມນ້ຳຂອງ, ນ້ຳຖ້ວມທຸກປີດິນດີ, ແຕ່ມີຊາວກະສິກອນສ່ວນໜ້ອຍເທົ່ານັ້ນທີ່ໃສ່ປຸ໋ຍ 15-15-15 ແລະ 46-00-00 ໃນອັດຕາ 50 ກິໂລກຼາມ/ໄລ່. ໃນປີ 2012, ເນື້ອທີ່ປູກສາລີແມ່ນ 835 ເຮັກຕາ.
ຜົນຜະລິດສະເລ່ຍ 4.0 ໂຕນ/ເຮັກຕາ. ປູກລຽບແຄມນ້ຳທີ່ມີຄວາມສະດວກໃນການຫົດນ້ຳມີທັງການຢອດເມັດ
ແລະ ກ້າເບ້ຍໃສ່ຖົງຢາງແລ້ວນຳໄປປູກໃນພື້ນທີ່ກຽມໄວ້ແລ້ວເປັນຕົ້ນແມ່ນຢູ່ໃນກຸ່ມບ້ານພັດທະນາຄື: ບ. ປາກທອນ, ບ. ຊອດ, ບ. ສົມສະນຸກ.
ເປັນບ້ານທີ່ຜົ້ນເດັ່ນໃນການປູກສາລີ (ພະແນກກະສິກຳ-ປ່າໄມ້ ແຂວງບໍລິຄຳໄຊ, 2012).
ຂ. ການຜະລິດສາລີຢູ່ແຂວງອຸດົມໄຊ
ແຂວງອຸດົມໄຊມີເນື້ອທີ່ການປູກສາລີມີການເພີ່ມຂື້ນຢ່າງໄວວາ ໃນປີ 2000 ແຂວງດັ່ງກ່າວມີເນື້ອທີ່ປູກສາລີປະມານ 2,572 ເຮັກຕາ. ເຊິ່ງສາມາດຜະລິດສາໄດ້ 10,284 ໂຕນ ແລະ ມີປະສິດທິພາບແມ່ນປະມານ 4 ໂຕນຕໍ່ເຮັກຕາ. ມາເຖິງ ປີ 2005, ທົ່ວແຂວງມີເນື້ອທີ່ປູກສາລີປະມານ 15,327 ເຮັກ ຕາ. ເຊິ່ງສາມາດຜະລິດສາລີໄດ້ປະມານ 73,000 ໂຕນ, ປະສິດທິພາບແມ່ນ 4.79 ໂຕນ/ເຮັກຕາ. ຈາກໂຕເລກດັ່ງກ່າວສາມາດສັງເກດເຫັນໄດ້ວ່າໃນໄລຍະ ປີ 2000-2006, ປະສິດທິພາບຂອງການຜະລິດສາລີໃນຂົງເຂດດັ່ງ ກ່າວແມ່ນມີການປ່ຽນແປງໃນລະຫວ່າງ 4 ຫາ 4.8 ໂຕນ/ເຮັກຕາ (ຄຳພູ ຜຸຍຍະວົງ ແລະ ແດນນ້ຽວ ທາເຈ, 2006). ມາຮອດ ປີ 2009, ແຂວງອຸດົມໄຊ ມີເນື້ອທີ່ການປູກສາລີຢູ່ 26,646 ເຮັກຕາ, ກວມ 14% ຂອງເນື້ອທີປູກສາລີທັງໝົດໃນທົ່ວປະເທດ. ແນວພັນສາລີທີຊາວກະສິກອນນິຍົມປູກສ່ວນໃຫຍ່ແມ່ນປະສົມປະສານກັນໄປ ເປັນຕົ້ນແມ່ນ: ແນວພັນ LVN 10 (ຈາກຫວຽດນາມ), CP 888 ແລະ CP 889 (ຈາກປະເທດໄທ). ໃນຊ່ວງລະດູເກັບກ່ຽວຂອງປີ 2009 ນັ້ນ, ສາລີທີ່ຜະລິດໄດ້ຢູ່ແຂວງອຸດົມໄຊ ແມ່ນສົ່ງອອກໄປປະເທດຈີນປະມານ 90%, ສ່ວນປະເທດໄທ ແລະ ຫວຽດນາມ ແມ່ນປະມານ 9% ແລະ 1% ຕາມລຳດັບ (ພະແນກການຄ້າແຂວງອຸດົມໄຊ, 2010)
ຄ. ການຜະລິດສາລີຢູ່ແຂວງໄຊຍະບູລີ
ໂຄງການ JIRCAS 2013 ສໍາຫຼວດການຜະລິດສາລີຂອງຊາວກະຊິກອນໃນເດືອນ
10 ປີ 2013, ຢູ່ທີ່ເມືອງປາກລາຍ ແລະ
ເມືອງແກ່ນທ້າວ, ແຂວງໄຊຍະບູລີຕໍ່ກັບສະພາບຄວາມເປັນຈິງຂອງການຜະລິດສາລີ,
ວິທີການຂອງການສໍາຫຼວດໃນຄັ້ງນີ້ແມ່ນໄດ້ກໍານົດເອົາ 9 ແປງ ຫຼື 9 ຄອບຄົວຂອງຊາວກະຊິກອນທີ່ ຜະລິດສາລີແປງ
ຫຼື ຄອບຄົວຕ່າງໆທີ່ສໍາຫຼວດແມ່ນມີໄລຍະທາງຫ່າງກັນປະມານ 10-15
ກິໂລແມັດ, ການສໍາຫຼວດໃນຄັ້ງນີ້ແມ່ນໄດ້ເກັບຕົວຢ່າງຜົນຜະລິດຂອງສາລີ ແລະ
ເກັບຕົວຢ່າງດິນເພື່ອວິໄຈເບິ່ງທາດອາ ຫານທີ່ຕົກຄ້າງຢູ່ໃນດິນ,
ການເກັບຕົວຢ່າງແມ່ນໄດ້ເກັບແບບສຸ່ມໃນການສຸ່ມແມ່ນສຸ່ມເອົາ 3 ຈຸດ ແປງ ຫຼື ຄອບຄົວ, ແຕ່ລະຈຸດແມ່ນໄດ້ສຸ່ມເອົາໃນເນື້ອທີ່
3ແມັດx3ແມັດ JIRCAS (2010) ໄດ້ສຳຫຼວດຜົນຜະລິດສາລີຂອງຊາວກະສິກອນຢູ່ທີ່ເມືອງປາກລາຍ ແລະ ເມືອງ ແກ່ນທ້າວ,
ແຂວງໄຊຍະບູລີ (ຕາຕາລາງ 2).
ຕາຕາລາງ 2: ຜົນໄດ້ຮັບຈາກການສໍາຫຼວດຂອງການຜະລິດສາລີຢູ່ທີ່ແຂວງໄຊຍະບູລີ
ລ/ດ ຜົນຜະລິດ ແນວພັນ ການໃສ່ ດິນ T-C ເສຍຫຍ້າ ການປູກ ການນຳໃຊ້ ປູກສາລີ
|
(t /ha) ຝຸ່ນ (g /kg) ພື້ນທີ່
|
1 7.7 CP-888
Urea 19-22 ສິດຢາຂ້າຫຍ້າ ເຄືອງຢອດ 18 ປີ 2 ປີ
|
2
6.0 ພື້ນບ້ານ ບໍ່ໃສ່ 21-22 ສິດຢາຂ້າຫຍ້າ ເຄືອງຢອດ 10 ປີ 10 ປີ
|
3
5.5 CP-888
Urea 19-21
ແຮງງານຄົນ ຄົນປູກ 4 ປີ 3 ປີ
|
4
5.5 CP-888 ບໍ່ໃສ່ 16-20 ສິດຢາຂ້າຫຍ້າ ຄົນປູກ 27 ປີ 24 ປີ
|
5
5.2 CP-888 ບໍ່ໃສ່ 22-25 ສິດຢາຂ້າຫຍ້າ ຄົນປູກ 19 ປີ 4 ປີ
|
6
5.2 CP-888 15-15-15 7-19 ສິດຢາຂ້າຫຍ້າ ເຄືອງຢອດ 39 ປີ 6 ປີ
|
7
4.9 CP-888 ບໍ່ໃສ່ 9-16 ສິດຢາຂ້າຫຍ້າ ຄົນປູກ 39 ປີ 11 ປີ
|
8
4.7 CP-888 ບໍ່ໃສ່ 17-18 ແຮງງານຄົນ ຄົນປູກ >25 ປີ 15 ປີ
|
9
3.1 VT-10 ບໍ່ໃສ່ 8-12 ສິດຢາຂ້າຫຍ້າ ເຄືອງຢອດ 5 ປີ 5 ປີ
|
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ