google-site-verification: google0d91bc93cfc88895.html ປະຫວັດຄວາມເປັນມາຂອງເຂົ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, December 21, 2019

ປະຫວັດຄວາມເປັນມາຂອງເຂົ້າ

ເຂົ້າ ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ເຂົ້າ ທີ່​ມາ​ຂອງ​ເຂົ້າ ປະ​ຫວັກ​ຂອງ​ເຂົ້າ ເຂົ້າ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ ທີ່​ມາ​ຂອງ​ເຂົ້າ ຖິ່ນ​ກຳ​ເນີດ​ເຂົ້າ ເຂົ້າ​ຫນຽວ ເຂົ້າ​ຈ້າວ ເຂົ້າ​ເປືອກ


ປະຫວັດຄວາມເປັນມາຂອງເຂົ້າ

ເຂົ້າ (Oryza sativa)ເປັນພືດຕະກູນຫຍ້າແລະເປັນພືດທັນຍາຫານທີ່ປູກມາແຕ່ດົນນານແລ້ວແຕ່ບໍ່ມີເອກະສານສະບັບໃດຢັ້ງຢືນໄດ້ແນ່ນອນວ່າໄດ້ມີການປູກທຳອິດເມື່ອໃດແລະ ຖິ່ນກຳເນີດຂອງເຂົ້າທີ່ແທ້ຈິງຢູ່ບ່ອນໃດ, ຕາມການສັນນິຖານຂອງນັກພຶກສາສາດໄດ້ລາຍງານວ່າ: ​ເຂົ້າທີ່ປູກກັນມາໃນທຸກວັນນີ້ໄດ້ມີການສືບພັນມາຈາກເຂົ້າປ່າ (wild rice) ​ແຕ່ບັນຫາທີ່ຖົກຖຽງກັນຂອງນັກສຶກສາສາດບໍ່ສາມາດຕົກລົງກັນໄດ້ແນ່ນອນວ່າ ເຂົ້າກຳເນີດມາຈາກແຫຼ່ງໃດກັນແທ້, ຈາກເຫດຜົນຫຼາຍຢ່າງຂອງນັກຄົ້ນຄວ້າແລະ ນັກວິທະຍາສາດທັງຫຼາຍພໍສະຫຼຸບໄດ້ວ່າ: ​ເຂົ້າມີຖິ່ນກຳເນີດມາຈາກ 2 ​ແຫ່ງຄື:

ເຂົ້າມີຖິ່ນກຳເນີດມາຈາກອາຊີຕາເວັນອອກສ່ຽງໃຕ້ (South East Asia) ​ເຊິ່ງມີປະເທດອິນເດຍ, ຈີນ, ລາວ, ​ໄທແລະ ປະເທດອື່ນໆ ທີ່ຕັ້ງຢູ່ເສັ້ນສູນສູດ 40 ອົງສາໃຕ້​ ​ເຖິງເສັ້ນສູນສູດ 45 ອົງສາເໜືອ.

ເຂົ້າມີຖິ່ນກຳເນີດຢູ່ທະວີບອາຟຼິກາ (Africa) ​ເພາະນັກຄົ້ນຄວ້າພົບວ່າເຂົ້າຫຼາຍຊະນິດໄດ້ກຳເນີດຢູ່ທີ່ນັ້ນແລະເປັນພືດທີ່ເກົ່າແກ່ກວ່າໝູ່ຈົນເຖິງສະຕະວັດທີ 20 ຈຶ່ງໄດ້ຮັບການປັບປຸງພັນໃໝ່ຂື້ນໂດຍມີສູນກາງໃຫຍ່ຄື: ສະຖາບັນຄົ້ນຄວ້າເຂົ້ານາໆຊາດ (IRRI) ​ເຊິ່ງຕັ້ງຢູ່ປະເທດຟີລີບປິນ ໃນປີ 1962 (ອຳມານແລະ ວິໂຣດ, 1990).

ປະພາດ (1988) ​ໄດ້ຂຽນໄວ້ວ່າ: ​ເຂົ້າທີ່ເກີດຂື້ນຢູ່ໃນທ້ອງຖິ່ນຕ່າງໆຂອງໂລກແບ່ງອອກເປັນ 2 ໝວດຄື: O. sativa ມີປູກກັນທົ່ວໄປ, O. glaberrima ມີປູກສະເພາະໃນທະວີບອາຟຼີກາເທົ່ານັ້ນແລະເຂົ້າປ່າເຊິ່ງເກີດຂື້ນເອງຕາມທຳມະຊາດ, ​ໃນປະເທດຕ່າງໆທີ່ປູກເຂົ້າມີດ້ວຍກັນຫຼາຍຊະນິດ Species ​ແຕ່ທີ່ສຳຄັນແລະ ຄວນຮູ້ໄດ້ແກ່ O. perennis O. Officinalis, ສ່ວນທີ່ເປັນຕະກູນຂອງເຂົ້າທີ່ເຮົານິຍົມປູກບໍລິໂພກກັນທຸກມື້ນີ້ໄດ້ແກ່ O. sativa  ແລະ O. glaberrima. ໃນປັດຈຸບັນນີ້ເຂົ້າທີ່ມັກປູກກັນຫຼາຍໃນອາຊີແມ່ນ O. Sativa ທີ່ຮູ້ຈັກກັນແລະເປັນທີ່ຍອມຮັບຢ່າງກວ້າງຂວາງເຮັດໃຫ້ມີການນຳເຂົ້າໄປປູກແທນທີ່ເຂົ້າອາຟຼີກາຫຼາຍຂື້ນ. ສຳລັບເຂົ້າອາຊີ ຍັງໄດ້ແບ່ງອອກເປັນ 3 ພວກດ້ວຍກັນຄື: Indica, Japonica, Javanica
  • Indica: ປູກທົ່ວໄປໃນເຂດຮ້ອນຂອງທະວີບອາຊີເຊ່ນ: ລາວ,​ ໄທ, ອິນເດຍ, ຟີລີບປິນເປັນຕົ້ນ, ​ເຂົ້າພວກນີ້ສ່ວນຫຼາຍເປັນພັນເຂົ້າຕົ້ນສູງ, ​ເມັດນ້ອຍຍາວ, ມີເປືອກບາງ, ຂົນສັ້ນແລະເມັດລົ່ນງ່າຍ.
  • Japonica: ປູກກັນທົ່ວໄປໃນເຂດເຄິ່ງຮ້ອນ ຫຼືອົບອຸ່ນເຊ່ນ: ຍີ່ປຸ່ນ, ​ເກົາຫຼີແລະ ປະເທດຈີນຕອນເໜືອເປັນຕົ້ນ, ​ເຂົ້າປະເພດນີ້ຂ໊ອນຂ້າງລຳຕົ້ນ​​ແຂງເຕ້ຍແຕກກໍປານກາງເຖິງແຕກກໍຫຼາຍ, ​ໃບແຄບມີສີຂຽວເຂັ້ມ, ​ເມັດປ້ອມແລະ ລົ່ນຍາກ, ມີຄວາມທົນທານຕໍ່ອາກາດໜາວເຢັນ.
  • Javanica: ປູກຫຼາຍໃນປະເທດອິນ​​ໂດເນເຊຍແລະ ມ່ຽນມາ, ​ເປັນເຂົ້າທີ່ມີລັກສະນະເຄິ່ງ Indica  ແລະເຄິ່ງ Javanica, ​ແຕກກໍໜ້ອຍ ສຳຕົ້ນສູງໃບກວ້າງມີສີຂຽວອ່ອນ, ລຳຕົ້ນແຂງ, ​ເມັດຂ້ອນຂ້າງປ້ອມແລະ ຕຸ້ຍ, ​ເມັດລົ່ນຍາກແລະ ມີຂົນເປືອກຍາວ.
Nutritional value per 100 g (3.5 oz)
130 kcal (540 kJ)
Carbohydrates
28.1 g
Sugars
0.05 g
Dietary fiber
0.4 g
0.28 g
2.69 g
Quantity%DV
2%, 0.02 mg
1%, 0.013 mg
3%, 0.4 mg
0%, 0 mg
7%, 0.093 mg
Quantity%DV
1%, 10 mg
2%, 0.2 mg
3%, 12 mg
0%, 0 mg
6%, 43 mg
1%, 35 mg
0%, 1 mg
1%, 0.049 mg
Other constituents
Quantity
Water
68.44 g


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ