ການຈຳແນກເຂົ້າ ແລະ ຊະນິດຂອງເຂົ້າ
ເຂົ້າເປັນພືດທັນຍາຫານຫຼັກສຳລັບປະຊາກອນເກືອບເຄິ່ງໜຶ່ງຂອງໂລກ, ເປັນແຫຼ່ງຂອງກາລໍຣີ (Calories)
ແລະ ເປັນແຫຼ່ງລາຍຮັບສຳລັບປະຊາກອນໃນໂລກ, ສ່ວນໃຫຍ່ຈະບໍລິໂພກເຂົ້າຈ້າວ, ການບໍລິໂພກເຂົ້າໜຽວເປັນຫຼັກແມ່ນມີພຽງເລັກນ້ອຍ ເຊັ່ນ: ປະເທດລາວ, ພາກຕາເວັນອອກສຽງເໜືອຂອງປະເທດໄທ, ກຳປູເຈຍ, ພະມ້າ, ຫວຽດນາມ ແລະ ສ່ວນໜຶ່ງຂອງຈີນ ໃນ ສປປ
ລາວ ປູກເຂົ້າໜຽວປະມານ 85% ແລະ ປູກເຂົ້າຈ້າວ 15%, ກຸ່ມຄົນທີ່ປາກພາສາໄຕ-ລາວ, ພາສາມອນ-ຄະແມ ແລະ ກຸ່ມປາກພາສາຊີໂນ-ຕີເບຕັງສ່ວນໃຫຍ່ແມ່ນບໍລິໂພກເຂົ້າໜຽວ, ສ່ວນກຸ່ມທີ່ປາກພາສາມົ້ງ-ມຽນ ສ່ວນໃຫຍ່ແມ່ນບໍລິໂພກເຂົ້າຈ້າວ (Schiller et al., 2006).
ປະຊາກອນຂອງໂລກຫຼາຍກວ່າເຄິ່ງບໍລິໂພກເຂົ້າເປັນອາຫານຫຼັກໂດຍສະເພາະຊາວອາຊີບໍລິໂພກຫຼາຍເຖິງ 90%. ເຂົ້າທີ່ປູກສຳລັບບໍລິໂພກໃນທົ່ວໂລກມີ 2 ຊະນິດຄື ເຂົ້າປູກອາຊີ (Oryza stiva Linn.) ແລະ ເຂົ້າປູກອາຟຼິກກາ (Oryza glaberrima Steud.) ເຊິ່ງມີຈຳນວນພັນຫຼາຍກວ່າ 120,000
ແນວພັນທີ່ມີຊື່ ແລະ ລັກສະນະແຕກຕ່າງກັນ. ຈາກຄວາມຫຼາກຫຼາຍຂອງຊະນິດເຂົ້າຕ່າງໆທີ່ແພ່ກະຈາຍໃນທົ່ວໂລກເຊິ່ງມີຢ່າງນ້ອຍ 23 ຊະນິດ ເປັນເຂົ້າທີ່ປູກ 2 ຊະນິດ ແລະ ເປັນເຂົ້າປ່າ 21 ຊະນິດ.
ເຂົ້າເປັນເມັດຂອງພືດໃບລ້ຽງດ່ຽວ (Monocotyledon) ຊະນິດໜຶ່ງທີ່ຂື້ນກັບຕະກຸນ
Oryza ໃນວົງຍາດຂອງຫຍ້າ (Graminea), ເຊິ່ງມີທັງໝົດ 23 ຊະນິດໃນຕະກຸນນີ້, ໃນນັ້ນມີ 2 ຊະນິດເປັນເຂົ້າປູກເຊັ່ນ: O. sativa ເຊິ່ງປູກໃນອາຊີໃຕ້ຈົນໄປເຖິງຕາເວັນອອກແຖວເຂດຮ້ອນຊຸ່ມ ແລະ
O.
glaberrima ປູກໃນເຂດອ່າງ Niger ທະວີບ Africa. ເຂົ້າຈະຈະເລີນເຕີບໂຕໄດ້ດີໃນເຂດຮ້ອນ ແລະ
ອົບອຸ່ນ ຕັ້ງແຕ່ເສັ້ນຂະໜານທີ່ 50 ອົງສາເໜືອເຖິງ 40 ອົງສາໃຕ້ ແລະ ສາມາດປູກໄດ້ຕັ້ງແຕ່ລະດັບນ້ຳທະເລຈົນເຖິງລະດັບສູງຈາກນ້ຳທະເລປະມານ 3,000 ແມັດ, ນອກຈາກນີ້ຍັງທົນຕໍ່ສະພາບດິນທີ່ມີນ້ຳຖ້ວມຈົນເຖິງພື້ນທີ່ສູງຕາມເຈີ້ຍພູ ແລະ ຍັງມີຄວາມທົນທານໃນດິນທີ່ມີແຮ່ທາດເຫຼັກ, ອາລູມີນຽມ ແລະ
ດິນເຄັມ. ດັ່ງນັ້ນ, ຈຶ່ງມີປະເທດຕ່າງໆທົ່ວໂລກຫຼາຍກວ່າ 100 ປະເທດໃນທຸກທະວີບທີ່ປູກເຂົ້າເພື່ອບໍລິໂພກ, (ສົງການ, 2001; juliano,
1993).
ການຈຳແນກເຂົ້າມີຫຼາຍຮູບແບບໂດຍມາດຕະການໃນການຈຳແນກເຂົ້າແມ່ນຂື້ນຢູ່ກັບປັດໄຈ
ແລະ ສິ່ງແວດລ້ອມຫຼາຍປະການ (ປະພາດ, 1983) ດັ່ງນີ້:
ຈຳແນກຕາມຄຸນສົມບັດທາງເຄມີພາຍໃນເມັດ
ໄດ້ແກ່ເຂົ້າຈ້າວ
(non
glutinous rice) ແລະ ເຂົ້າໜຽວ (glutinous rice), ເມັດເຂົ້າຈ້າວປະກອບດ້ວຍ
amylose
ປະມານຮ້ອຍລະ 10-30 ແລະ
amylopectin
ຮ້ອຍລະ 60-90, ສ່ວນເມັດເຂົ້າໜຽວປະກອບດ້ວຍ
amylose
ມີໜ້ອຍປະມານຮ້ອຍລະ 5 ບາງຄັ້ງພົບວ່າບໍ່ມີເລີຍ ແລະ ມີ amylopectin
ຮ້ອຍລະ 95 ຫຼື ຫຼາຍກວ່າ, ປະລິມານຂອງ
amylose
ແລະ amylopectin
ທີ່ມີຢູ່ໃນເມັດເຂົ້າຈະເຮັດໃຫ້ຄຸນນະພາບການຫຸງຕົ້ມຂອງເຂົ້າພັນຕ່າງໆແຕກຕ່າງກັນ, ເຂົ້າທີ່ມີ amylose ສູງ ເມື່ອຫຸງຕົ້ມສຸກແລ້ວມັນຈະຜົງກວ່າເມັດເຂົ້າທີ່ມີ
amylose
ຕໍ່າ.
ຈຳແນກຕາມສະພາບພື້ນທີ່ປູກໄດ້ແກ່
ເຂົ້າໄຮ່ (upland rice), ເຂົ້ານາ (Lowland rice) ແລະ ເຂົ້າລອຍ (floating rice). ເຂົ້າໄຮ່ເປັນເຂົ້າທີ່ປູກໄດ້ນັບແຕ່ບ່ອນຮາບພຽງຈົນເຖິງບ່ອນຄ້ອຍຊັນ ໂດຍອາໄສນ້ຳຝົນເປັນຫຼັກ ເຊິ່ງນິຍົມປູກຫຼາຍໃນບໍລິເວນທີ່ຮາບສູງຕາມເນີນພູ. ເຂົ້ານາເປັນເຂົ້າທີ່ປູກຢູ່ໃນພື້ນທີ່ຕໍ່າ ແລະ
ຮາບພຽງດີ ໂດຍທົ່ວໄປແມ່ນຢູ່ໃນສະພາບເງື່ອນໄຂທີ່ມີນ້ຳຫຼໍ່ລ້ຽງຕົ້ນເຂົ້ານັບແຕ່ມື້ປູກຈົນຮອດມື້ເກັບກ່ຽວ. ເຂົ້າຂື້ນນ້ຳ ຫຼື ເຂົ້າລອຍ ເປັນເຂົ້າທີ່ປູກຢູ່ບ່ອນດິນຫຼຸບບໍ່ສາມາດຮັກສາລະດັບນ້ຳໄດ້, ບາງຄັ້ງລະດັບນ້ຳໃນບໍລິເວນທີ່ປູກເຂົ້າອາດສູງເຖິງ 1 ແມັດ, ຕ້ອງໃຊ້ແນວພັນເຂົ້າສະເພາະທີ່ເອີ້ນກັນວ່າເຂົ້າລອຍ.
ຈຳແນກຕາມອາຍຸເກັບກ່ຽວໄດ້ແກ່
ເຂົ້າດໍ (early variety) ເຂົ້າກາງ (medium
variety) ແລະ ເຂົ້າປີ (late variety).
ເຂົ້າດໍມີອາຍຸນັບແຕ່ມື້ປູກຈົນຮອດມື້ເກັບກ່ຽວໃຊ້ເວລາ 90-120 ມື້, ເຂົ້າກາງມີອາຍຸ 121-135 ມື້, ເຂົ້າປີມີອາຍຸຫຼາຍກວ່າ 135 ມື້ຂື້ນໄປ.
ຈຳແນກຕາມລັກສະນະຄວາມໄວຕໍ່ຊ່ວງແສງ
ໄດ້ແກ່ເຂົ້າທີ່ມີຄວາມຮູ້ສຶກຕໍ່ຊ່ວງແສງເອີ້ນວ່າເຂົ້າໄວແສງ (photoperiod
sensitive variety) ແລະ ເຂົ້າທີ່ບໍ່ມີຄວາມຮູ້ສຶກຕໍ່ຊ່ວງແສງເອີ້ນວ່າເຂົ້າບໍ່ໄວຕໍ່ຊ່ວງແສງ (non photoperiod sensitive variety). ເຂົ້າທີ່ມີຄວາມຮູ້ສຶກຕໍ່ຊ່ວງແສງຈະມີອາຍຸການເກັບກ່ຽວທີ່ບໍ່ແນ່ນອນເພາະຈະອອກດອກໃນຊ່ວງເດືອນທີ່ມີຄວາມຍາວຂອງກາງເວັນສັ້ນກວ່າກາງຄືນ (ເດືອນຕຸລາ), ໂດຍສະເພາະແມ່ນຢູ່ໃນ ສປປ ລາວ ເພາະສະນັ້ນເຂົ້າຈຳພວກນີ້ຕ້ອງປູກໃນລະດູນາປີ (ລະດູຝົນ) ເທົ່ານັ້ນ, ສ່ວນເຂົ້າທີ່ບໍ່ມີຄວາມຮູ້ສຶກຕໍ່ຊ່ວງແສງຈະມີອາຍຸການເກັບກ່ຽວຂ້ອນຂ້າງແນ່ນອນ, ເຂົ້າດັ່ງກ່າວຈະອອກດອກ ແລະ ເກັບກ່ຽວໄດ້ເມື່ອຄົບອາຍຸການຈະເລີນເຕີບໂຕ ໂດຍຊ່ວງແສງບໍ່ມີອິດທິພົນຕໍ່ການອອກດອກ ແລະ ເຂົ້າພວກນີ້ສາມາດປູກໄດ້ທຸກລະດູການ.
ຈຳແນກຕາມລະດູການປູກໄດ້ແກ່
ເຂົ້ານາປີ (ນານ້ຳຝົນ) rainfed lowland ແລະ ເຂົ້ານາແຊງ (ນາຊົນລະປະທານ) off-season rice. ເຂົ້ານາປີ
ຫຼື ເຂົ້ານານ້ຳຝົນຄືເຂົ້າທີ່ປູກໃນລະດູການເຮັດນາປົກກະຕິ ເລີ່ມແຕ່ເດືອນພຶດສະພາ ແລະ ຈະເກັບກ່ຽວສີ້ນສຸດພາຍໃນເດືອນພະຈິກ, ສ່ວນເຂົ້ານາຊົນລະປະທານແມ່ນ ເຂົ້າທີ່ປູກນອກລະດູການເຮັດນາປົກກະຕິ ເລີ່ມແຕ່ເດືອນທັນວາ ແລະ ຈະເກັບກ່ຽວຢ່າງຊ້າສຸດພາຍໃນເດືອນເມສາ.
ຈຳແນກຕາມຮູບຮ່າງຂອງເມັດເຂົ້າ (Adair et
al., 1996)
ຄວາມຍາວຂອງເມັດແບ່ງອອກເປັນດັ່ງນີ້:
- ເຂົ້າເມັດສັ້ນ (short
grain) ຄວາມຍາວຂອງເມັດນ້ອຍກວ່າ 5.5 ມິນລີແມັດ.
- ເຂົ້າເມັດຍາວ (long
grain) ຄວາມຍາວຂອງເມັດເລີ່ມແຕ່ 6.61 - 7.5
ມມ
- ເຂົ້າເມັດຍາວປານກາງ (medium-long grain) ຄວາມຍາວຂອງເມັດຕັ້ງແຕ່ 5.51-6.6 ມມ
- ເຂົ້າເມັດຍາວຫຼາຍ (extra-long grain) ຄວາມຍາວຂອງເມັດຕັ້ງແຕ່ 7.51 ມມ ຂື້ນເມືອ
ຮູບຮ່າງຂອງເມັດ
ໝາຍເຖິງອັດຕາສ່ວນລະຫວ່າງຄວາມຍາວຕໍ່ຄວາມກວ້າງ.
- ເຂົ້າເມັດປ້ອມ ມີຄວາມຍາວຕໍ່ຄວາມກວ້າງ (ຍາວ/ກວ້າງ) 2.1 ມມ ລົງມາ
- ເຂົ້າເມັດຂ້ອນຂ້າງປ້ອມ ມີຄວາມຍາວຕໍ່ຄວາມກວ້າງລະຫວ່າງ 2.1-3.0
ມມ
- ເຂົ້າເມັດຮຽວ ມີຄວາມຍາວຕໍ່ຄວາມກວ້າງ ຫຼາຍກວ່າ 3.0 ມມ ຂື້ນເມືອ
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ