ສະພາບການຄົ້ນຄວ້າທົດລອງສາລີຢູ່ ສປປ ລາວ
ກ່ອນປີ 2000 ການຄົ້ນຄວ້າທົດລອງສາລີໄດ້ດຳເນີນຢູ່ສະຖານີຫາດດອກແກ້ວ
(ປະຈຸບັນແມ່ນເອີ້ນວ່າສູນຄົ້ນຄວ້າພືດຜັກ
ແລະ ໄມ້ໃຫ້ໝາກ-ສະຖາບັນຄົ້ນຄວ້າກະສິກຳ
ແລະ ປ່າໄມ້). ການຄົ້ນຄວ້າທົດລອງຕົ້ນຕໍແມ່ນເລັ່ງໃສ່ຄົ້ນຄວ້າທົດລອງສ້າງແນວພັນສາລີປະສົມເອກະລາດເພື່ອການລ້ຽງສັດ
ແລະ ແນວພັນເພື່ອບໍລິໂພກ ແລະ ກໍມີຜົນງານຈຳນວນໜຶ່ງທີ່ຍັງໄດ້ນຳໃຊ້ຮອດປະຈຸບັນເຊັ່ນ:
ແນວພັນສາລີສຳຫຼັບລ້ຽງ ສັດຫາດດອກແກ້ວ 4, ແນວພັນສຳຫຼັບບໍລິໂພກຫາດດອກແກ້ວ 3.
ປີ 2002 ເປັນຕົ້ນມາ, ໂຄງການຮ່ວມມືພັດທະນາແນວພັນສາລີລູກປະສົມຢູ່ລາວໂດຍການຮ່ວມມືລະ
ຫວ່າງສະຖາບັນຄົ້ນຄວ້າສາລີ-ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງ ສສ. ຫວຽດນາມ ແລະ ສະຖາບັນຄົ້ນຄວ້າກະສິກຳ
ແລະ ປ່າໄມ້ແຫ່ງຊາດ ສ.ປ.ປ. ລາວ, ທັງສອງຝ່າຍໄດ້ສົມທົບກັນຈັດຕັ້ງປະຕິບັດ
ໂດຍມີຊ່ຽວຊານຈາກສະຖາບັນຄົ້ນຄວ້າສາລີແຫ່ງ ສສ. ຫວຽດນາມ ໄດ້ເຂົ້າມາຊີ້ນຳທາງດ້ານວິຊາການເປັນໄລຍະໂຄງການຄົ້ນຄວ້າສາລີລູກປະສົມຢູ່ລາວໄດ້ເລີ່ມຕົ້ນເຄື່ອນໄຫວເປັນລະບົບ
ໜ້າວຽກຕົ້ນຕໍໄລຍະນີ້ເລັ່ງໃສ່ການຝຶກອົບຮົມພະນັກງານສະເພາະດ້ານ, ທົດລອງປຽບທຽບພັນສາລີລູກປະສົມຈາກ ສສ. ຫວຽດນາມ ແລະ ຈາກປະເທດໄທ.
ນອກນັ້ນຍັງໄດ້ຜະລິດເມັດພັນສາລີລູກປະສົມ
LVN10 ຂອງ ສສ. ຫວຽດນາມຈຳນວນໜຶ່ງ.
ນັບແຕ່ ປີ 2002 ເປັນຕົ້ນມາ,
ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ສົມທົບກັບສະ ຖາບັນຄົ້ນຄວ້າສາລີ ສສ.
ຫວຽດນາມ ດໍາເນີນການຄົ້ນຄວ້າສາລີໂດຍເລັ່ງໃສ່ເປົ້າໝາຍສ້າງແນວພັນສາລີລູກ
ປະສົມສໍາຫຼັບການລ້ຽງສັດໃຫ້ເປັນຂອງລາວ.
ການຄົ້ນຄວ້າທົດລອງໄດ້ເລີ່ມຈາກການເຕົ້າໂຮມແຫຼ່ງພັນຈາກ ພາຍໃນ ແລະ ຕ່າງປະເທດ,
ສ້າງສາຍພັນບໍລິສຸດຂອງສາລີສໍາຫຼັບການລ້ຽງສັດໂດຍມີຊ່ຽວຊານຈາກສະຖາບັນຄົ້ນ ຄວ້າສາລີ
ສສ. ຫວຽດນາມ ເຂົ້າມາຊ່ວຍຊີ້ນໍາເປັນໄລຍະແຕ່ລະຂັ້ນຕອນການດໍາເນີນການຄົ້ນຄວ້າໃນແຕ່ລະ
ລະດູການ.
ປີ 2006, ເລີ່ມຕົ້ນສ້າງສາຍພັນບໍລິສຸດຈາກແນວພັນສາລີປະສົມເປີດ
ແລະ ແນວພັນປະສົມປິດຂອງຕ່າງປະເທດ. ໃນນັ້ນມີສາຍພັນຂັ້ນຕໍ່າຈາກສະຖາບັນຄົ້ນຄວ້າສາລີ
ສສ. ຫວຽດນາມຈຳນວນໜຶ່ງ. ນອກນັ້ນຍັງໄດ້ເຕົ້າໂຮມ
ແລະ ເກັບຮັກສາ ແຫຼ່ງພັນສາລີແຂງ, ສາລີເຂົ້າໜຽວ ພື້ນເມືອງ ແລະ ແນວພັນນຳເຂົ້າ.
ປັບປຸງ ແລະ ສ້າງແນວພັນສາລີເຂົ້າໜຽວຈາກແຫຼ່ງພັນພື້ນເມືອງໄດ້ຈຳນວນໜຶ່ງ.
ມາຮອດປະຈຸບັນ ໜ່ວຍງານຄົ້ນຄວ້າທົດລອງສາລີ-ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ມີຜົນງານຈຳນວນໜຶ່ງດັ່ງນີ້:
- ສາມາດຄັດເລືອກ ແລະ ເກັບຮັກສາ ສາຍພັນປະສົມຕົນເອງ ລຸ້ນ S3, S4, S5, S6, S7 ແລະ S8 ໄດ້ທັງໝົດ 1,038 ສາຍພັນ, ໃນນັ້ນມີ 40 ສາຍພັນ ທີ່ມີລັກສະນະດີເດັ່ນ.
- ເກັບຮັກສາແນວພັນສາລີພື້ນເມືອງໄດ້ 99 ຕົວຢ່າງ.
- ສ້າງ ແລະ ຄັດເລືອກແນວພັນສາລີເຂົ້າໜຽວໄດ້ 2 ແນວພັນ: ສຄກ1 ແລະ ໂພນຄຳ1, ໃນນັ້ນ ແນວພັນ ສຄກ 1 ໄດ້ຖືກຊາວກະສິກອນຍອມຮັບ ແລະ ນຳໃຊ້ຢູ່ແຂວງ ວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ.
ຜ່ານການສຶກສາສາລີຄູ່ປະສົມສາມາດຄັດເລືອກໄດ້ຈຳນວນ 8 ຄູ່ ທີ່ມີລັກສະນະດີເດັ່ນຫຼາຍດ້ານຕົ້ນລະດູຝົນປີ 2010 ໄດ້ນຳໄປທົດລອງປຽບທຽບພັນໃນລະດັບທ້ອງຖີ່ນຢູ່ ຂ. ວຽງຈັນ, ອຸດົມໄຊ ແລະ ບໍ່ແກ້ວໂດຍໃຊ້ LVN10 & CP888 ເປັນຕົວປຽບທຽບ.
ໂດຍປະຕິບັດຕາມແຜນ 5 ປີ (2006-2010) ຂອງກະຊວງກະສິກໍາ ແລະ ປ່າໄມ້ວາງອອກ ຮອດປີ 2010, ໃຫ້ລາວເຮົາມີແນວພັນສາລີລູກປະສົມ 1 ຫາ 2 ແນວພັນເພ່ືອຜະລິດແນວພັນຕອບສະໜອງໃຫ້ແກ່ ການຜະລິດສາລີເປັນສິນຄ້າຂອງຊາວກະສິກອນ. ໃນສົກປີ 2008-2009, ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ. ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າສາລີ ສສ. ຫວຽດນາມ ສ້າງໂຄງການຜະລິດແນວພັນສາລີ ລູກປະສົມຂອງລາວ ປະຈໍາປີ 2010 ແລະ ຍຸດທະສາດການຄົ້ນຄວ້າ-ພັດທະນາສາລີຢູ່ ສ.ປ.ປ. ລາວ. ຮອດປີ 2015, ໂຄງການ ສຄກປ ໄດ້ຖືເປັນໂຄງການບຸລິມະສິດພິເສດຂອງຕົນ ແລະ ໄດ້ແຕ່ງຕັ້ງຄະນະຈັດຕັ້ງປະຕິບັດໂຄງການຂຶ້ນ (ຂໍ້ຕົກລົງຂອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ) ສະບັບເລກທີ 1582/ສຄກປ, ລົງລັນທີ 30/08/2010) ໂດຍມີຈຸດປະສົງຫຼັກເພ່ືອສືບຕໍ່ຜັນຂະຫຍາຍຜົນການຄົ້ນຄວ້າທົດລອງເພ່ື່ອໃຫ້ມີແນວພັນສາລີລູກປະສົມຂອງລາວອອກສູ່ການຜະລິດໃນຕົ້ນປີ 2011, ທັງເປັນຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວ ແລະ ສະເຫຼີມສະຫຼອງວຽງຈັນເປັນນະຄອນຫຼວງຄົບຮອບ 450 ປີ.
ສົກ ປີ 2009-2010 ໄດ້ນຳຄູ່ປະສົມທີ່ຄັດເລືອກໄດ້ນັ້ນ ອອກທົດສອບ ແລະ ສາທິດເປັນເວລາ 2 ລະດູການ ຢູ່ 10 ເມືອງຂອງ 6 ແຂວງພາກເໜືອ ໂດຍສົມທົບກັບພະແນກກະສິກໍາ-ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ - ປ່າໄມ້ເມືອງ ເປົ້າໝາຍເພ່ື່ອຄັດເລືອກເອົາ 1-2 ຄູ່ປະສົມທີ່ດີເດັ່ນທີ່ສຸດ, ຊຶ່ງມີຊ່ຽວຊານ ຈາກສະຖາບັນຄົ້ນຄວ້າສາລີ ສສ. ຫວຽດນາມເຂົ້າມາຊ່ວຍໃນການຄັດເລືອກ, ວິໃຈ ແລະ ປະເມີນຜົນການ ທົດສອບດັ່ງກ່າວຕາມມາດຖານຂອງສະຖາບັນຄົ້ນຄວ້າສາລີ ສສ. ຫວຽດນາມ.
ຜ່ານການທົດສອບຄູ່ປະສົມຈໍານວນ 8 ຄູ່ ໃນສອງລະດູການເຫັນວ່າຄູ່ປະສົມ NAFRI 66 ເປັນຄູ່ ທີ່ມີລັກສະນະດີເດັ່ນເຊັ່ວ່າ: ມີຄວາມທົນທານຕໍ່ພະຍາດແມງໄມ້ ໃຫ້ຜົນຜະລິດສູງເທົ່າທຽມກັບແນວພັນ CP 888 ຂອງໄທ ແລະ ແນວພັນ LVN10 ຂອງຫວຽດນາມ. ສະນັ້ນຈ່ຶງໄດ້ກໍານົດເອົາຄູ່ປະສົມດັ່ງກ່າວ ເປັນເປົ້າໝາຍໃນການອອກເປັນແນວພັນສາລີລູກປະສົມແນວພັນທໍາອິດຂອງລາວ.
ວັນທີ 15/10/2010 ໄດ້ຈັດກອງປະຊຸມຂຶ້ນເພ່ື່ອວາງແຜນສາທິດຄູ່ປະສົມທີ່ດີເດັ່ນດັ່ງກ່າວ, ຊ່ຶ່ງມີຜູ້ ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈໍານວນ 10 ເມືອງ ຈາກ 6 ແຂວງພາກເໜືອ, ພ້ອມດ້ວຍ ພະນັກງານວິຊາການທັງໝົດຂອງໂຄງການເຂົ້າຮ່ວມ. ພ້ອມດຽວກັນນັ້ນກໍໄດ້ແຈກຢາຍແນວພັນສໍາຫຼັບການ
ສາທິດຈໍານວນ 10 ໂຕນ. ພ້ອມທັງງົບປະມານຈໍານວນໜ່ຶ່ງໃຫ້ທຸກໆ ເມືອງເພ່ື່ອຈັດຕັ້ງປະຕິບັດວຽກໃຫ້ທັນ ລະດູການ.
- ພາຍຫຼັງເກັບກູ້ ແລະ ສັງລວມຂໍ້ມູນສາທິດໃນແຕ່ລະບ່ອນ,ໃນວັນທີ 10 ເດຶອນ 03 ປີ 2011, ໄດ້ ຈັດກອງປະຊຸມຢູ່ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ. ເພ່ື່ອປະເມີນຜົນການສາທິດ ແລະ ປະກາດແນວພັນສາລີລູກປະສົມ ເປັນແນວພັນທຳອິດຂອງລາວຢ່າງເປັນທາງການໂດຍໃຫ້ຊ່ືວ່າ “ແນວພັນສາລີລູກປະສົມ ວຽງຈັນ 450” ແລະ ໄດ້ຮັບໃບທະບຽນເມັດພັນພືດເພ່ືອຮັບໃຊ້ການຜະລິດເລກທີ 0052/ກປຝ (ກົມປູກ ຝັງ, 2011)
CIAT (2012) ລາຍງານວ່າດິນແຂວງຊຽງຂວາງມີຄວາມເປັນກົດຮຸນແຮງ ແລະ ມີທາດອາຫານພືດຕ່ຳເປັນບັນຫາໃຫ້ການກະສິກຳ, ນີ້ເປັນສາເຫດໃຫ້ປະຊາຊົນບໍ່ນຳໃຊ້ດິນເຂດນີ້ໃນການປູກພືດ. ດິນທີ່ມີຄວາມເປັນກົດຈະປົດປ່ອຍອາລູມິນຽມ (Al) ແລະ ເຫຼັກ (Fe) ໃນດິນອອກມາເປັນຈຳນວນຫຼາຍແລ້ວມາດູດຈັບເອົາຟອສຟໍຣັສ (P) ແລະ ປ່ຽນເປັນຮູບທີ່ບໍ່ເປັນປະໂຫຍດຕໍ່ພືດ. ດັ່ງນັ້ນການໃສ່ຝຸ່ນ P ໃນພື້ນທີ່ນີ້ຈຶ່ງມີຄວາມສຳຄັນແຕ່ຈະໃສ່ເທົ່າໃດໃຫ້ເໝາະສົມນັ້ນຈະຕ້ອງໄດ້ມີການສຶກສາກ່ອນ. ການທົດລອງໃນຄັ້ງນີ້ມີຈຸດ ປະສົງເພື່ອຊອກຫາອັດຕາ P ທີ່ເໝາະສົມຕໍ່ການປູກສາລີໂດຍການໃສ່ P ໃນອັດຕາຕ່າງໆ ຮ່ວມກັບໄນໂຕຣເຈນ ແລະ ໂພແທສຊຽມ ໃນອັດຕາຄົງທີ່ຄື: N ແມ່ນ 110 ກິໂລກຼາມ/ເຮັກຕາ ແລະ K2O ແມ່ນ 86 ກິໂລກຼາມ/ເຮັກຕາ, ປູນຂາວ 3.8 ໂຕນ/ເຮັກຕາ ແລະ ສັງກະສີໃນຮູບ ZnSO4,7H2O ຈຳນວນ 4.72 ກິໂລກຼາມ/ເຮັກຕາ. ເຊິ່ງຈັດຕັ້ງປະຕິບັດໃນປີ 2008, 2009 ແລະ 2010, ຜົນການທົດລອງພົບວ່າການປູກສາລີໃນພື້ນທີ່ນີ້ເພື່ອໃຫ້ໄດ້ຜົນຜະລິດ 5 ໂຕນ/ເຮັກຕາ. ໃນປີທຳອິດຄວນໃສ່ P ໃນອັດຕາ 726 ກິໂລກຼາມ P2O5/ເຮັກຕາ, ຈາກນັ້ນໃນປີທີ 2 ແລະ 3 ຈຶ່ງຫຼຸດອັດຕາລົງມາເປັນ 64 ແລະ 32 ກິໂລກຼາມ P2O5/ເຮັກຕາ. ຕາມລຳດັບ. ແນວໃດກໍຕາມເຖິງຈະສາມາດຍົກຜະລິດຕະພາບໄດ້ຫຼາຍກວ່າ 5 ໂຕນ/ເຮັກຕາ. ແຕ່ຈາກການໄລ່ລຽງເສດຖະກິດເຫັນວ່າຍັງມີຄວາມສ່ຽງສູງເນື່ອງຈາກຕ້ອງໃຊ້ປັດໄຈການຜະລິດຫຼາຍ.
ການທົດລອງປີ 2010, ພົບວ່າຜົນຜະລິດສາລີມີຄວາມແຕກຕ່າງທາງດ້ານສະຖິຕິທີ່ຄວາມໜ້າເຊື່ອ ຖື 99% ໂດຍການໃສຝຸ່ນທາດ P ໃນອັດຕາ 736 ກິໂລກຼາມ/ເຮັກຕາ ແມ່ນໃຫ້ຜົນຜະລິດສູງທີ່ສຸດຄື 6,283 ກິໂລກຼາມ/ເຮັກຕາ (ຕາຕະລາງ 8). ສວ່ນການໃສຝຸ່ນທາດ P ໃນອັດຕາ 184 ແລະ 368 ກິໂລກຼາມ/ເຮັກຕາ. ແມ່ນບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິ. ເມື່ອມາຊອກຫາຈຸດຕອບສະໜອງໂດຍການສ້າງເສັ້ນສະແດງແລ້ວເຫັນວ່າອັດຕາຝຸ່ນທີ່ເລີ່ມຕອບສະໜອງຕໍ່ຜົນຜະລິດສາລີປະມານ 5.5 ໂຕນ/ເຮັກຕາ ແມ່ນຕ້ອງໄດ້ໃສ່ P2O5 ໃນ 210.5 ກິໂລກຼາມ/ເຮັກຕາ. ເນື່ອງຈາກເປັນການຍ້າຍແປງທົດລອງໄປໃສ່ບ່ອນທີ່ບ່ໍ່ເຄີຍປູກພືດ ແລະ ບໍ່ໄດ້ມີການໃສ່ຝຸ່ນມາກ່ອນຈຶ່ງເຫັນວ່າພື້ນທີ່ດັ່ງກ່າວມີຄວາມຕ້ອງການຝຸ່ນສູງໂດຍສະ ເພາະແມ່ນຟົດສຟໍຣັສ ແລະ ປູນກໍຍັງບໍ່ທັນໄດ້ມີປະຕິກິລິຍາດີເປັນຜົນໃຫ້ຄວາມເປັນກົດຂອງດິນຈຶ່ງຍັງສູງ.
ໂຄງການ JIRCAS (2013) ໄດ້ເຮັດການທົດສອບປູກສາລີຢູ່ໃນເນື້ອທີ່ຂອງຊາວກະສິກອນ ຂະໜາດຂອງແປງທົດລອງແມ່ນ 10 ແມັດ x 9 ແມັດ. ເຊິ່ງປູກໃນເດືອນ 5 ແລະ ເກັບກ່ຽວໃນເດືອນ 8 ປີ 2013, ຢູ່ບ້ານ ນາເມືອງ, ເມືອງເຟືອງ, ແຂວງວຽງຈັນ ເພື່ອເປັນການທົດສອບແບບແປງສາທິດ. ວິທີການຂອງການທົດສອບປູກສາລີໃນຄັ້ງນີ້ແມ່ນໄດ້ມີການຈັດການ ແລະ ປະຕິບັດຕາມເຕັກນິກຄື: ໄດ້ມີການໄຖ, ຄາດດິນ, ໃສ່ Dolomite ເພື່ອປັບປຸງ pH ໃນດິນ, ວິທີການປູກແມ່ນປູກ 2 ເມັດ/ຂຸມ, ໄລຍະຫ່າງລະຫວ່າງຕົ້ນ ແລະ ແຖວແມ່ນ 30 ຊັງຕີແມັດ x 60 ຊັງຕີແມັດ, ໄດ້ມີການກຳຈັດວັດສະພືດ-ເສຍຫຍ້າ 2 ຄັ້ງ, ໃສ່ຝຸ່ນໃນອັດຕາ 50-50-50 ກິໂລກຼາມຂອງຝຸ່ນ N-P2O-K2O ຕໍ່ເຮັກຕາ. ການໃສ່ຝຸ່ນແມ່ນໃສ່ໃນເວລາປູກເມັດສາລີ, ຫຼັງຈາກນັ້ນເມື່ອສາລີຈະເລີນເຕິບໂຕສູງປະມານ 50 ຊັງຕີແມັດແລ້ວໃສ່ຝຸ່ນ N ເປັນຄັ້ງທີ່ສອງ ແລະ ໃສ່ໃນອັດຕາ 50 ກິໂລກຼາມ/ເຮັກຕາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ