ປາເພ້ຍເປັນປາທຳມະຊາດທີ່ສາມາດລ້ຽງໄດ້ໃນໜອງດິນ, ຝາຍ ແລະ ອ່າງເກັບນ້ຳຕ່າງໆ. ປາເພ້ຍແມ່ນມີຄວາມສຳຄັນຫຼາຍໃນການດຳລົງຊີວິດຂອງຊາວນາຊາວກະສິກອນ, ນອກຈາກການບໍລິໂພກແລ້ວຍັງນຳໄປຂາຍສ້າງລາຍຮັບໃຫ້ແກ່ຄອບຄົວ ເພາະວ່າເປັນປາທີ່ມີລາຄາແພງ. ສໍາລັບລັກສະນະ ແລະ ຈຸດພິເສດຂອງປາເພ້ຍເປັນປາຊະນິດກິນພືດເປັນອາຫານ, ເປັນປາເກັດ, ມີສີດຳ ຫຼື ສີເທົາ, ຫົວນ້ອຍ, ກິນອາຫານຢູ່ຕາມພື້ນນໍ້າ ລໍາໂຕສາມາດມີຄວາມຍາວເຖີງ 60 ຊັງຕີແມັດ ແລະ ນໍ້າໜັກປະມານ 7 ກິໂລກຼາມ, ສອງຂ້າງຂອງປາກມີໜວດນ້ອຍສອງຄູ່, ອາຍຸສອງຫາສາມປີສາມາດນຳມາເປັນພໍ່ແມ່ພັນໄດ້ ແລະ ມີໄຂ່ຫຼາຍ (Rainboth. 1996).
ການອະນຸບານລູກປາເພ້ຍໃນໜອງອະນຸບານແມ່ນມີອັດຕາການລອດຕາຍຕໍ່າຫຼາຍໂດຍສະເພາະແມ່ນຢູ່ສະຖານີຜະລິດ ພັນປາ ປາກບໍ່ ເພາະວ່າໃນເວລາຍາມແລ້ງແມ່ນຂາດນໍ້າ, ໃນເວລາຍາມຝົນນໍ້າຂຸ່ນ ແລະ ມີແມງໄມ້ຫຼາຍມາກິນລູກປາ, ຍ້ອນວ່າ ບໍ່ສາມາດຄວບຄຸມສິ່ງແວດລ້ອມນັ້ນໄດ້ ມັນຈິ່ງສອດຄ່ອງກັບ Pillay and Kutty (1990) ທີ່ຂຽນວ່າມີແຕ່ການອະນຸບານລູກປາຊະນິດນີ້ໃສ່ໃນຖັງຊີມັງ ແລະ ໜອງນ້ອຍເທົ່ານັ້ນຈີ່ງສາມາດຄວບຄຸມສິ່ງແວດລ້ອມນີ້ໄດ້ ແລະ Pravit et al. (1995) ໄດ້ຂຽນໄວ້ວ່າການອະນຸບານລູກປາຊະນິດນີ້ໃນໜອງດິນ ແມ່ນມີອັດຕາການລອດຕາຍຕໍ່າຍ້ອນວ່າມີແມງໄມ້ຫຼາຍມາກິນລູກປາ ແລະ ສະພາບແວດລ້ອມມີການປ່ຽນແປງເລື້ອຍເຊັ່ນ: ອຸນຫະພູມຂື້ນໆລົງໆເມື່ອເວລາຝົນຕົກ.
Brett. (1979), Kjartansson et al. (1988) ແລະ Bjomsson (1994), ຂຽນໄວ້ວ່າຄຸນນະພາບຂອງນໍ້າແມ່ນມີຄວາມສໍາຄັນຫຼາຍທີ່ສຸດສໍາລັບອັດຕາການປ່ອຍລູກປາ. (Spotte. 1970), (Render and Stickney. 1979). ຂຽນໄວ້ອີກວ່າສ່ວນຫຼາຍການວິເຄາະຜົນກະທົບຂອງປາແມ່ນສ້າງຂຶ້ນໂດຍການເຜົາໄໝ້, ຜົນໄດ້ຮັບຈາກການຍ່ອຍສະຫຼາຍຂອງຈຸລິນຊີຊີວະວິທະຍາສີ້ນສຸດລົງກາຍເປັນຂອງເສດເຫຼືອ. Andrews et al. (1972), ຂຽນວ່າ ເພື່ອຫຼຸດຜ່ອນສິ່ງທີ່ເສດເຫຼືອຢູ່ເຊັ່ນ: ຜົນຜະລິດຕົກຄ້າງພາຍໃຕ້ສະພາບເງື່ອນໄຂລ້ຽງແບບໜາແໜ້ນ, ອັດຕາການໄຫຼໝູນວຽນຂອງນໍ້າ ປົກກະຕິຕ້ອງມີຄວາມລະມັດລະວັງໃນການອອກແບບ. Balarin and Haller (1982), ຂຽນໄວ້ອີກວ່າຢ່າງໃດກໍ່ຕາມ, ປົກກະຕິອັດຕາໄຫຼຂອງນໍ້າສາເຫດການປ່ຽນແປງສ່ວນໃຫຍ່ໃນການເຄື່ອນທີ່ຂອງນໍ້າໃນຖັງລ້ຽງປາ ໃນແຕ່ລະຖັງກັບມາມີອິດທິພົນອີກບໍ່ພຽງແຕ່ໄດ້ຮັບຜົນໃນການທຳຄວາມສະອາດ ແຕ່ວ່າເໝືອນກັນກັບອັດຕາການເຜົາໄໝ້ ແລະ ການຖ່າຍເທສິ່ງເສດເຫຼືອຂອງປາ. ເກີນກວ່ານັ້ນນໍ້າໄຫຼໄວໃນປັດຈຸບັນ, ຜົນໄດ້ຮັບຈາກອັດຕາການໄຫຼຂອງນໍ້າສູງ, ມັນໄດ້ເພີ່ມພະລັງງານຄວາມຕ້ອງການຂອງການລອຍ ແລະ ເອົານໍາໃຊ້ການຈະເລີນເຕີບໂຕ.
ຄຸນນະພາບນໍ້າ ແລະ ຄວາມໜາແໜ້ນຂອງການປ່ອຍປາມີຄວາມສໍາຄັນຫຼາຍຕໍ່ການຈະເລີນເຕີບໂຕ, ການລອດຕາຍ, ຜົນຜະລິດຂອງລູກປາ ແລະ ປາລຸ້ນໃນຖັງອະນຸບານ. ຄວາມເໝາະສົມຂອງຄວາມໜາແໜ້ນໃນການປ່ອຍປາລະຫວ່າງການອະນຸບານແມ່ນມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຫຼຸດລົງ ຫຼືວ່າຂັດຂວາງການຈະເລີນເຕີບໂຕຂອງປາ ແມ່ນຄວາມໜາແໜ້ນສູງຂອງການປ່ອຍປາ (Jhingran and Pullin. 1985).
ການໄຫຼຂອງນໍ້າສ້າງຂຶ້ນເພື່ອຜະລິດອົກຊີແຊນສຳລັບການລ້ຽງດູລູກປາ ເພາະວ່າມັນໄດ້ຕອບສະ ໜອງອົກຊີແຊນສຳລັບການຫາຍໃຈ ແລະ ການເຜົາໄໝ້ຂັບຖ່າຍສິ່ງເສດເຫຼືອອອກໄປໂດຍສະເພາະ, ການອະນຸບານລູກປາ ໃນເງື່ອນໄຂນໍ້າໄຫຼຈະເພີ່ມການຈະເລີນເຕີບໂຕ ແລະ ອັດຕາການລອດຕາຍ. ພາຍໃຕ້ເງື່ອນໄຂນີ້, ອຸນຫະພູມ, ອົກຊີແຊນແມ່ນຄວບຄຸມໃນຖັງນໍ້າໝູນວຽນ ສຳລັບຄວາມເໝາະສົມການຈະເລີນເຕີບໂຕ, ການລອດຕາຍຂອງການອະນຸບານລູກປາ. ຄວາມປອດໄພຂອງຊີວິດສາມາດເພີ່ມ ຍ້ອນວ່າໄດ້ມີການນຳໃຊ້ປະໂຫຍດສິ່ງຂອງທີ່ມີຢູ່ເທິງໜ້ານໍ້າ. ເມື່ອຄຸນນະພາບນໍ້າໝັ້ນຄົງມັນແມ່ນເປັນໄປໄດ້ເພື່ອຮັກສາໄວ້ຄວາມໝັ້ນຄົງຂອງຜົນຜະລິດ (Soderberg. 1994).
ການແຍກປະເພດຂອງປາເພ້ຍ
ຊື່ພາສາອັງກິດ: Black
Shark, Black carp, Greater Black Shark
ຊື່ພາສາໄທ: Pla Ka, Pla Ka Dum Pla Pia or Pla Ekhou
ຊື່ພາສາວຽດນາມ: Ca et
ຊື່ພາສາອິນໂດເນເຊັຍ: Sihatam
ຊື່ທົ່ວໄປ: Black Shark Minnow
Smith. (1945), Taki. (1974), Somphote. (1978), Suvatti. (1981), Carpenter and Peusaud (1993), Nelson and Sons (1994) ແລະ Monkolprasit et al. (1997). ໄດ້ແບ່ງປະເພດຂອງປາເພ້ຍ ແລະ ໄດ້ຈັດຕາມຊັ້ນດັ່ງຕໍ່ລົງໄປນີ້:
Class:
Teleostomi
Subclass:
Actinopterygii
Order:
Cypriniformes
Suborder:
Cyprinoidei
Family:
Cyprinidae
Subfamily: Cyprininae
Genus: Morulius
Species: chrysophekadion
Scientific name: Morulius chrysophekadion
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ