google-site-verification: google0d91bc93cfc88895.html ລັກສະນະໂຄງສ້າງພາຍນອກຂອງເຂົ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, December 21, 2019

ລັກສະນະໂຄງສ້າງພາຍນອກຂອງເຂົ້າ

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ


ລັກສະນະໂຄງສ້າງພາຍນອກຂອງເຂົ້າ

ເບນີໂຕ ພ້ອມດ້ວຍຄະນະ (1987) ອ້າງໂດຍສະຖາບັນວິໄຈເຂົ້າ, ກົມວິຊາການກະເສດປະເທດໄທ ໃນຄູ່ມືການເກັບກຳຂໍ້ມູນພັນເຂົ້າ (1988) ໄດ້ບັນທຶກໄວ້ວ່າ: ເຂົ້າເປັນພືດທີ່ມີດອກສົມບູນເພດ ເຊິ່ງປະກອບດ້ວຍພາກສ່ວນຕ່າງໆຄື: ຮາກ, ລຳຕົ້ນ, ໃບເຂົ້າ, ດອກ ແລະ ເມັດເຂົ້າ. ຕົ້ນເຂົ້າມີການຈະເລີນເຕີບໂຕທາງລຳຕົ້ນ ແລະ ລະບົບສືບພັນ, ໃນເມື່ອເມັດເຂົ້າງອກຢູ່ໃນດິນທີ່ມີການລະບາຍນ້ຳ ແລະ ມີອາກາດທ່າຍເທດີ ເຍື່ອຫຸ້ມຮາກອ່ອນ (coleorhiza) ຈະງອກອອກມາກ່ອນ ແລ້ວຮາກກໍ່ຈະຂະຫຍາຍໂຕຕໍ່ໄປ, ຖ້າເມັດເຂົ້າງອກຢູ່ໃນບ່ອນມືດບໍ່ມີແສງ ເຍື່ອຫຸ້ມຕົ້ນອ່ອນ (coleoptiles) ຈະງອກພົ້ນມາເທິງໜ້າດິນ ແລ້ວພັດທະນາເປັນຕົ້ນເຂົ້າ, ໃນຊ່ວງຊີວິດໜຶ່ງຂອງເຂົ້າແບ່ງອອກເປັນ 2 ໄລຍະໃຫຍ່ຄື: ໄລຍະຕົ້ນເຂົ້າຈະເລີນເຕີບໂຕທາງລຳຕົ້ນ (vegetative growth phase) ເຊິ່ງເລີ່ມແຕ່ຕົ້ນເຂົ້າງອກອອກຈາກເມັດຈົນຮອດມື້ສ້າງຮວງອ່ອນ ຫຼື ຊໍ່ດອກ ໂດຍໃຊ້ເວລາແຕກຕ່າງກັນຂື້ນຢູ່ກັບແນວພັນ ເປັນໄລຍະທີ່ຕົ້ນເຂົ້າສ້າງຮາກ, ລຳຕົ້ນ, ໃບ, ແຕກກໍ ແລະ ໄລຍະສືບພັນ (reproductive growth phase) ເຊິ່ງເລີ່ມແຕ່ຕົ້ນເຂົ້າສ້າງດອກອ່ອນຈົນເຖິງມື້ທີ່ຮວງພົ້ນອອກຈາກໃບວີ, ຖັດຈາກນີ້ໄປອີກ 25-30 ມື້ ເອີ້ນວ່າໄລຍະການສ້າງເມັດ (maturity).

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ຮາກ

ຮາກເຂົ້າເປັນລະບົບຮາກຝອຍ (fibrous) ທີ່ປະກອບດ້ວຍຮາກຍ່ອຍ (rootlets) ແລະ ຮາກຂົນອ່ອນ (root hairs), ການຈະເລີນເຕີບໂຕຂອງຮາກຊຸດທຳອິດ (seminal roots) ແຕກແໜງບໍ່ຫຼາຍ ຫຼັງຈາກງອກບໍ່ດົນກໍຈະຕາຍ, ຮາກຊຸດທີສອງ (secondary roots ຫຼື adventitious roots) ເກີດຈາກຂໍ້ລຸ່ມລະດັບໜ້າດິນຂອງຕົ້ນເຂົ້າອ່ອນ, ຮາກຝອຍເກີດມາຈາກຂໍ້ລຸ່ມສຸດຂອງຕົ້ນເຂົ້າ ເຊິ່ງມີ 2 ປະເພດຄື: ຮາກຝອຍໜ້າດິນ ແລະ ຮາກຝອຍທຳມະດາ, ຮາກຝອຍມີໜ້າທີ່ໃນການດູດຊຶມເອົານ້ຳ ແລະ ທາດອາຫານຕ່າງໆເພື່ອມາບຳລຸງລ້ຽງພາກສ່ວນຕ່າງໆຂອງຕົ້ນເຂົ້າ.

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ລຳຕົ້ນ

ຕາມປົກກະຕິແລ້ວ ເຂົ້າຈະເລີ່ມແຕກກໍ ຫຼື ແໜງ (tiller) ພາຍຫຼັງປັກດຳ 10 ວັນ, ກໍທຳອິດຈະປົ່ງອອກມາຈາກລຳຕົ້ນແມ່ ແລ້ວກໍທີສອງຈະປົ່ງອອກມາຈາກກໍທີໜຶ່ງ ແລະ ກໍທີສາມຈະປົ່ງອອກມາຈາກກໍທີສອງຕາມລຳດັບ. ກໍທີ່ເກີດມາຈາກລຳຕົ້ນແມ່ຈຸດລຸ່ມເທົ່າໃດຍິ່ງອາຍຸແກ່ເທົ່ານັ້ນ, ລຳຕົ້ນມີໜ້າທີ່ໃຫ້ໃບ, ດອກ ແລະ ຮວງ, ໂດຍສະເພາະແມ່ນໃຫ້ໃບເດ່ອອກຮັບແສງແດດເພື່ອສັງເຄາະແສງສ້າງທາດອາຫານ, ຕົ້ນເຂົ້າປະກອບດ້ວຍຂໍ້ (Node) ແລະ ປ້ອງ (Internode) ແຕ່ລະຂໍ້ຈະມີຕາ (Bud) ແຕ່ລະຕາຈະມີແໜງ (Tiller), ໂດຍທົ່ວໄປຕົ້ນເຂົ້າຈະສູງປະມານ 1-3 ແມັດ, ສຳລັບເຂົ້າລອຍຈະສູງເຖິງ 7 ແມັດ, ຕົ້ນເຂົ້າຈະມີ 10-20 ປ້ອງ, ປ້ອງທີ່ຍາວກວ່າໝູ່ແມ່ນປ້ອງສຸດທ້າຍ.

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ໃບ

ໃບເຂົ້າເປັນໃບແທ້ (follage leaf) ຊະນິດໃບດ່ຽວ (single leaf) ເພາະວ່າເຂົ້າເປັນພືດໃບລ້ຽງດ່ຽວ  (mono cotyledon) ມີລັກສະນະເປັນແຜ່ນແບບບາງໆ, ໃບເຂົ້າມີຄວາມຍາວປະມານ 30-50 ຊັງຕີແມັດ, ໃບເກີດຈາກຂໍ້ຂອງລຳຕົ້ນຮຽງສະລັບກັນ ເຊິ່ງປະກອບດ້ວຍແຜ່ນໃບ (leaf blade), ກາບໃບ (leaf sheath), ຂໍ້ຕໍ່ໃບ (collar), ຫູໃບ (auricle) ແລະ ລີ້ນໃບ (ligule). ໃບເຂົ້າໃບທຳອິດເກີດຈາກຕົ້ນແມ່ (main culm) ຈະເປັນໃບທີ່ບໍ່ສົມບູນທີ່ມີລັກສະນະຄ້າຍກາບໃບ, ສ່ວນໃບວີຈະເປັນໃບເຂົ້າທີ່ຢູ່ເທິງສຸດຂອງຕົ້ນເຂົ້າ, ໄລຍະທີ່ເຂົ້າອອກ ດອກປະສົມເກສອນ ສ້າງຮວງ ແລະ ສ້າງເມັດນັ້ນຈະໄດ້ຮັບອາຫານຈາກໃບວີ ແລະ ໃບລຸ່ມທັດລົງມາອີກ 2-3 ໃບ ສ່ວນໃບອື່ນຈະແກ່ ແລະ ບໍ່ສາມາດປຸງແຕ່ງອາຫານ, ໃບເຂົ້າມີໜ້າທີ່ຫຼັກຄື: ການປຸງແຕ່ງອາຫານຈາກຂະບວນການສັງເຄາະແສງ ການຄາຍນ້ຳ ແລະ ການຫາຍໃຈ.

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ຮວງເຂົ້າ

ຮວງເຂົ້າປະກອບດ້ວຍແໜງທຳອິດ (primary branch) ຂອງຊໍ່ດອກ ເລີ່ມຈາກຂໍ້ດ້ານເທິງຂອງຄໍຮວງ (panicle base) ແໜງຕໍ່ໄປເກີດຈາກແກນກາງ (panicle axis) ຂອງຮວງໄປຈົນເຖິງປາຍຮວງ, ແໜງຈະແຕກກິ່ງນ້ອຍ (secondary branch) ເຊິ່ງແຕ່ລະກິ່ງຈະມີ  ດອກເຂົ້າຈັບຢູ່, ຄວາມຖີ່ຄວາມຫ່າງຂອງແໜງ ແລະ ກິ່ງຈະແຕກຕ່າງກັນຂື້ນຢູ່ກັບພັນເຂົ້າ, ຖ້າເຂົ້າພັນໃດມີແໜງ ແລະ ກິ່ງຖີ່ ກໍສະແດງວ່າເຂົ້າພັນນັ້ນມີດອກໃນຮວງຈຳນວນຫຼາຍ.

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ດອກ

ດອກເຂົ້າປະກອບດ້ວຍກີບ (rudimentary glumes) ມີ 2 ປຸ່ມຕິດຢູ່ຄໍຮວງ ແລະ ສ່ວນປາຍທີ່ຕິດຈາກກ້ານດອກແມ່ນຂວັ້ນດອກ (rachilla) ຢູ່ຖັດຈາກກີບຂື້ນມາມີລັກສະນະເປັນກ້ານສັ້ນຢູ່ລະຫວ່າງກີບຮອງດອກ (sterile lemmas) ແລະ ເປືອກດອກໃຫຍ່ (lemma) ຢູ່ຕິດກັບເມັດເຂົ້າ, ກີບຮອງດອກໜຶ່ງຄູ່ຢູ່ຕິດກັບຂວັ້ນດອກ, ສ່ວນຢູ່ລະຫວ່າງກີບ ແລະ ດອກເຂົ້າ ມີ 2 ເປືອກຄື ເປືອກດອກໃຫຍ່ (lemma) ແລະ ເປືອກດອກນ້ອນ (palea) ສ່ວນທີ່ຢູ່ເທິງຍອດຂອງເປືອກດອກໃຫຍ່ໃນພັນເຂົ້າບາງພັນຈະມີປາຍແຫຼມຢືດອອກມາ ເອີ້ນວ່າຫາງເມັດ (awn). ເປືອກດອກເປັນອະໄວຍະວະທີ່ໃຫຍ່ທີ່ສຸດຂອງດອກເຂົ້າ ເຮັດໜ້າທີ່ປ້ອງກັນ ແລະ ຫຸ້ມຮໍ່ດອກ (flower), ດອກເຂົ້າເປັນດອກທີ່ສົມບູນເພດຄົບທັງສອງເພດຄື: ເພດຜູ້ ຫຼື ເກສອນຜູ້ (stamen) ແລະ ເພດແມ່ ຫຼື ເກສອນແມ່ (pistil) ຢູ່ໃນດອກດຽວກັນ, ດອກເຂົ້າສາມາດປະສົມພັນໄດ້ດ້ວຍໂຕເອງ (self pollinated plant) ເກສອນຜູ້ປະກອບດ້ວຍຖົງເກສອນ ຫຼື ກັບເກສອນຜູ້ (anther) 6 ອັນຢູ່ເທິງກ້ານຖົງເກສອນ (filament) ພາຍໃນຖົງເກສອນຜູ້ເຕັມໄປດ້ວຍລະອອງເກສອນ, ເກສອນແມ່ປະກອບດ້ວຍຮັງໄຂ່ (ovary), ທໍ່ສົ່ງໄຂ່ (stile) ແລະ ຍອງຮັບເກສອນ (stigma) ສອງອັນ.

ໂຄງສ້າງຂອງເຂົ້າ ລັກສະນະພາບນອກຂອງເຂົ້າ ລັກສະນະພືດສາດຂອງເຂົ້າ ລັກສະນະຂອງຕົ້ນເຂົ້າ ລັກສະນະລວມຂອງເຂົ້າ ຕົ້ນເຂົ້າ ຮວງເຂົ້າ ດອກເຂົ້າ ເມັດເຂົ້າ ລຳຕົ້ນເຂົ້າ

ເມັດເຂົ້າ

ຫຼັງຈາກປະສົມພັນຕິດແລ້ວເຂົ້າຈະສະສົມທາດແປ້ງ ແລະ ມີເຫຍື້ອຫຸ້ມຫໍ່ ສີຂອງເມັດເຂົ້າມີຫຼາຍສີ ເຊ່ນ: ສີເຟືອງ, ສີຂາວ, ສີເຫຼືອງ, ສີມ່ວງ, ສີນ້ຳຕານ. ເມັດເຂົ້າປະກອບດ້ວຍເປືອກຫຸ້ມເມັດ ເອີ້ນວ່າແກບ (hull or husk) ແລະ ເນື້ອເມັດ (caryopsis or brow rice) ໂດຍລາຍລະອຽດຂອງແຕ່ລະພາກສ່ວນມີດັ່ງນີ້ (ຈຳລັດ, 1991; ເຄືອວັນ, 1993; Juliano, 1985, 1993) 
1.) ແກບ ປະກອບດ້ວຍເປືອກໃຫຍ່ (lemma), ເປືອກນ້ອຍ (palea), ຂົນ (hairs), ຫາງ (awn), ຂວັ້ນເມັດ (rachilla) ແລະ ກີບຮອງເມັດ (sterile lemmas) ເຊິ່ງເຊື່ອມຕໍ່ກັບກ້ານ. 
     1.1) ເປືອກໃຫຍ່ ເປັນເປືອກຫຸ້ມເນື້ອເມັດດ້ານທ້ອງ ມີຂະໜາດໃຫຍ່ ອາດມີຫາງ ຫຼື ບໍ່ມີຫາງ, ລັກສະນະຂອງເປືອກໃຫຍ່ຈະເປັນຮອຍເສັ້ນ (nerves) ຕາມຄວາມຍາວຂອງເປືອກປະມານ 5 ເສັ້ນ.
     1.2) ເປືອກນ້ອຍ ເປັນເປືອກຫຸ້ມເນື້ອເມັດດ້ານຫຼັງ ມີຂະໜາດນ້ອຍກວ່າເປືອກໃຫຍ່ປະມານ 1/3 ຂອງເປືອກທັງໝົດ, ຢູ່ເທິງຜີວເປືອກນ້ອຍຈະເປັນຮອຍເສັ້ນຕາມຄວາມຍາວຂອງເປືອກ ປະມານ 3 ເສັ້ນ.
     1.3) ຂົນເມັດຈະເກີດຢູ່ເທິງເປືອກໃຫຍ່ ແລະ ເປືອກນ້ອຍເປັນສ່ວນໃຫຍ່ ອາດມີບາງພັນທີ່ບໍ່ມີຂົນ, ຂົນຄືສ່ວນຂອງເຊວຜີວນອກ (epidermal cell) ທີ່ຈະເລີນກາຍເປັນຂົນເພື່ອເຮັດໜ້າທີ່ປ້ອງກັນອັນຕະລາຍຈາກສະພາວະພາຍນອກ ແລະ ເພື່ອການກະຈາຍພັນ ຕາມທຳມະຊາດທີ່ເຮັດໃຫ້ເມັດຕິດໄປນຳສັດ, ຄົນ ຫຼື ສິ່ງຂອງຕ່າງໆທີ່ມີໂອກາດສຳພັດເຮັດໃຫ້ເມັດຫຼຸດໄປນຳ.
     1.4) ຫາງແມ່ນສ່ວນປາຍຂອງເປືອກໃຫຍ່ທີ່ຍາວອອກມາເກີນຕຳແໜ່ງ ຍອດດອກ (apiculus) ມີບາງພັນອາດຈະສັ້ນ ຫຼື ຍາວ, ຫຼື ບໍ່ມີເລີຍ, ໂດຍມີໜ້າທີ່ໃນການກະຈາຍ ພັນຄືກັບຂົນ.
     1.5) ຂວັ້ນເມັດເປັນກ້ານສັ້ນ ຢູ່ລະຫວ່າງກີບຮອງເມັດກັບເປືອກໃຫຍ່ ແລະ ຕິດຢູ່ກັບເມັດເຂົ້າເປືອກ.
     1.6) ກີບຮອງເມັດແມ່ນກີບນ້ອຍສອງກີບກົງກັນຂ້າມກັນຢູ່ສ່ວນລຸ່ມສຸດຂອງເມັດ
2.) ເຂົ້າກ້ອງ ຫຼື ເນື້ອເມັດ ປະກອບດ້ວຍເຍື່ອຫຸ້ມເປັນເນື້ອເຍື່ອຊັ້ນນອກ ມີຄວາມໜາປະມານ 10 ໄມກຼອນ ຫຸ້ມເມັດຢູ່ພາຍໃນທີ່ມີລັກສະນະເປັນແຊວ, ມີແຜ່ນແຊວເສັ້ນໃຍ 6 ຊັ້ນ, ມີສານສີ ຫຼື ອະນົງວັດຖຸປົນຢູ່ເຮັດໃຫ້ເຂົາກ້ອງມີສີຕ່າງໆ ເຊັ່ນ: ສີນ້ຳຕານອ່ອນ, ສີນ້ຳຕານແກ່, ນ້ຳຕານແດງ, ນ້ຳຕານມ່ວງ. ນອກຈາກນີ້ຍັງມີໂປຼຕີນ (protein), ເຮມີແຊນລຸຍໂລ (hemicelluloses) ແລະ ແຊນລຸຍໂລສ (cellulose) ເປັນອົງປະກອບສຳຄັນ.

     2.1) ຊັ້ນເຍື່ອຫຸ້ມເມັດແບ່ງອອກເປັນ 3 ຊັ້ນຍ່ອຍຄື:

            2.1.1) ຊັ້ນ epicarp or exocarp ເປັນຜີວນອກສຸດ ທີ່ມີລັກສະນະລຽບໜຽວ ແລະ ເປັນມັນ ປະກອບດ້ວຍເຊວຊັ້ນດຽວ.
            2.1.2) ຊັ້ນ mesocarp or hypoderm ເປັນເຍື່ອຫຸ້ມເມັດຊັ້ນທາງກາງ.
            2.1.3) ຊັ້ນ endocarp ເປັນເຍື່ອຫຸ້ມເມັດຊັ້ນໃນ.
     2.2) ເຍື່ອຫຸ້ມເມັດຢູ່ຖັດເຍື່ອຫຸ້ມຜົນເຂົ້າມາ ປະກອບດ້ວຍເຊວ 2 ຊັ້ນ ແລະ ມີແຜ່ນໜັງບາງກັ້ນ, ພາຍໃນເຊວມີໄຂມັນ ແລະ ສານສີເຮັດໃຫ້ເຂົ້າກ້ອງມີສີເໝືອນເຍື່ອຫຸ້ມຜົນ.
     2.3) ຊັ້ນ nucellus ເປັນເຊວ ຊັ້ນທີ່ຕິດກັບເຍື່ອຫຸ້ມເມັດ ແຕ່ບໍ່ຕິດກັນແໜ້ນຈຶ່ງແຍກຈາກກັນໄດ້ງ່າຍ, ມີຄວາມໜ້າປະມານ 0.8-2.5 ໄມກຼອນ.
     2.4) ເຍື່ອຊັ້ນ aleuron layer ເປັນເຍື່ອຊັ້ນຖັດຈາກເຍື່ອຫຸ້ມເມັດ ປະກອບດ້ວຍເຊວ 1-7 ຊັ້ນ ແລະ ມີລັກສະນະຂອງເຍື່ອຫຸ້ມດ້ານຫຼັງຂອງເມັດໜາກວ່າດ້ານທ້ອງ ເຊິ່ງຄວາມໜານີ້ຈະແຕກຕ່າງກັນໄປຕາມພັນເຂົ້າ ເຊັ່ນເຂົ້າເມັດປ້ອມສັ້ນ ມີເຍື່ອຊັ້ນ aleuron layer ໜາ  ກວ່າເຂົ້າເມັດຍາວ, ເຊວ aleuron ມີ 2 ລັກສະນະ, ເຊວສ່ວນທີ່ຫໍ່ຫຸ້ມຮອບເນື້ອຂອງເມັດ ມີຮູບຮ່າງມົນກົມ ແລະ ມີ cytoplasm ໜາແໜ້ນ ມີກຸ່ມໂປຼຕີນທີ່ມີຮູບຮ່າງ (protein bodies) ກຸ່ມໄຂມັນ ແລະ ສານອື່ນໆ. ສ່ວນເຊວແອລີວໂຣນທີ່ຮໍ່ຫຸ້ມໜໍ່ຈາວ (embryo) ຈະບາງ ແລະ ມີ protoplasm ນ້ອຍ ເປັນລັກສະນະຮູບຮ່າງຍາວ, ມີກຸ່ມໄຂມັນ ແລະ ກຸ່ມໂປຼຕີນນ້ອຍ, ສ່ວນແຜ່ນໜັງຂອງເຊວມີໂປູຕີນ (hemicelluloses) ແລະ (cellulose) ປະກອບຢູ່.
      2.5) ຈາວໜໍ່ ຫຼື ເຊື້ອຊີວິດ (Embryo) ຢູ່ທີ່ລຸ່ມສຸດຂອງເມັດດ້ານເປືອກໃຫຍ່ ສ່ວນທ້ອງຂອງເມັດມີສ່ວນປະກອບຂອງຮາກອ່ອນ (radical), ຕົ້ນອ່ອນ (plumule), ເຍື່ອຫຸ້ມຮາກອ່ອນ (coleorhizae), ເຍື່ອຫຸ້ມຕົ້ນອ່ອນ (coleoptiles), ທໍ່ນ້ຳທໍ່ອາຫານ (epiblast) ແລະ ໃບລ້ຽງ (scutellum) ເຊິ່ງເປັນໃບລ້ຽງດ່ຽວ. ຈາວໜໍ່ເປັນແຫຼ່ງສະສົມອາຫານສຳລັບການຈະເລີນເຕີບໂຕຂອງຕົ້ນອ່ອນຈຶ່ງມີໂປຼຕີນ ແລະ ໄຂມັນໃນສ່ວນຕ່າງໆ.             
      2.6) ເນື້ອເມັດ ຫຼື ເມັດເຂົ້າສານ (Endosperm) ແບ່ງເປັນ 2 ສ່ວນຄື: ຊັ້ນ Subaleurone layer ເປັນເຊວ 2 ຊັ້ນ, ຢູ່ຖັດຈາກຊັ້ນແອລີວໂລນ ແລະ ສ່ວນທີ່ເປັນແປ້ງໃນເນື້ອຂອງເມັດ (starchy endosperm) ໃນຊັ້ນ subaleurone ທີ່ມີກຸ່ມໂປຼຕີນຢູ່ພາຍໃນ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ