google-site-verification: google0d91bc93cfc88895.html ປາເພ້ຍທີ່ຈະໃຊ້ເຂົ້າໃນການປະສົມພັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 22, 2019

ປາເພ້ຍທີ່ຈະໃຊ້ເຂົ້າໃນການປະສົມພັນ

ປາເພ້ຍທີ່ຈະໃຊ້ເຂົ້າໃນການປະສົມພັນ ການ​ປະ​ສົມ​ພັນ​ປາ​ເພ້ຍ ວິ​ທີ​ປະ​ສົມ​ພັນ​ປາ​ເພ້ຍ ລະ​ດູ​ການ​ປະ​ສົມ​ພັນ​ປາ​ເພ້ຍ ປາ​ທີ່​ທີ່​ເຫມາະ​ແກ່​ການ​ປະ​ສົມ​ພັນ


ປາເພ້ຍທີ່ຈະໃຊ້ເຂົ້າໃນການປະສົມພັນ

ການຈະເລີນເຕີບໂຕທາງເພດຂອງປາເພ້ຍເມຶ່ອມີອາຍຸ 1 ປີ ແລະ ມີນໍ້າໜັກເກີນກວ່າ 1 ກິໂກກຼາມ ແຕ່ວ່າ ຕ້ອງຢູ່ພາຍໃຕ້ການຈັດການດີ ແລະ ພາຍໃຕ້ການຄວບຄຸມທີ່ເໝາະສົມ, ຕາມປົກກະຕິປາມີອາຍຸ 1 ປີແມ່ນບໍ່ສາມາດປະສົມພັນໄດ້ ເພາະວ່າມັນມີຂະໜາດນ້ອຍ, ຜົນຜະລິດຂອງຈຳນວນໄຂ່ແມ່ນມີໜ້ອຍ, ໂດຍສະເພາະປາເພ້ຍຕ້ອງມີອາຍຸ 2 ຫາ 3 ປີ ແລະ ຕ້ອງເລືອກເອົາປາຂະໜາດໃຫຍ່ ພິເສດສຳລັບພໍ່ແມ່ພັນປາ. ສະເພາະການປະສົມພັນແມ່ນຕ້ອງເລືອກເອົາປາມີຂະໜາດໃຫຍ່ເຊ່ນ: ປາໃຫຍ່ໃຫ້ຈຳນວນໄຂ່ຫຼາຍ, ໃຫ້ຈຳນວນລູກປານ້ອຍ ແລະ ຈຳນວນລູກປາລຸ້ນ. ປະຫວັດຂອງພໍ່ ແລະ ແມ່ພັນປາເພ້ຍແມ່ນຮູ້ຍາກຫຼາຍ, ຖ້າວ່າປະສົມພັນບໍ່ຖືກກັບລະດູການ. ຕົວຜູ້ຂອງປາເພ້ຍແມ່ນມີເອກະລັກທົ່ວໄປຄື: ຄວາມຍາວຂອງລຳໂຕແມ່ນຍາວກວ່າລຳຕົວຂອງປາແມ່ເມື່ອທຽບໃສ່ກັນ. ຕົວຜູ້ແມ່ນຢືນຢັນຈາກອະໄວຍະວະເພດເປີດວໍ້າເຂົ້າດ້ານໃນ. ການພັດທະນາຂອງຮວຍໄຂ່, ມີລັກສະນະອື່ນໆ ແລະ ກໍ່ຈະແຈ້ງຫຼາຍ ສາມາດຈຳແນກໄດ້ງ່າຍ. ໂດຍສະເພາະກ່ອນການພັດທະນາຂະໜາດຂອງຮວຍໄຂ່, ຄວນແຍກປາພໍ່ພັນ ແລະ ປາແມ່ພັນອອກຈາກກັນລ້ຽງແຕ່ລະໜອງແລ້ວກວດກາຄືນອີກ. ການພັດທະນາທາງເພດຂອງປາຜູ້ເມື່ອເຮົາໃຊ້ມືລູບຄີຫູ ແລະ ຄີທ້ອງຈະມີການພັດທະນາເປັນຕຸ່ມນ້ອຍໆ ແລະ ຊາ, ເມື່ອປຽບທຽບໃສ່ກັບຕົວແມ່. ອີກອັນໜຶ່ງຖ້າເຮົາໃຊ້ມືຮີດໜ້າທ້ອງຄ່ອຍໆແລ້ວກົດໃກ້ໆອະໄວຍະວະເພດຈະເຫັນນໍ້າສີຂາວຂຸ້ນຄືນໍ້ານົມໄຫຼຊຶມອອກມາຈາກອະໄວຍະວະເພດ. ປາແມ່ເຮົາສັງເກດໄດ້ງ່າຍ, ຫງາຍທ້ອງປາຂຶ້ນເຮົາຈະເຫັນອະໄວຍະວະເພດສວດຂຶ້ນ ຫຼື ວ່າໂນຂຶ້ນຈາກໜ້າທ້ອງ ແລະ ຖ້າເຮົາໃຊ້ມືລູບແລ້ວກົດໜ້າທ້ອງໃກ້ໆອະໄວຍະວະເພດຈະເຫັນອະໄວຍະວະເພດເປີດອອກບາງຄັ້ງກໍ່ຈະເຫັນໄຂ່ໄຫຼອອກມາ (Rainboth. 1996).
ປາເພ້ຍທີ່ຈະໃຊ້ເຂົ້າໃນການປະສົມພັນ ການ​ປະ​ສົມ​ພັນ​ປາ​ເພ້ຍ ວິ​ທີ​ປະ​ສົມ​ພັນ​ປາ​ເພ້ຍ ລະ​ດູ​ການ​ປະ​ສົມ​ພັນ​ປາ​ເພ້ຍ ປາ​ທີ່​ທີ່​ເຫມາະ​ແກ່​ການ​ປະ​ສົມ​ພັນ


          Viroon and Jumrus (1977). ລາຍງານວ່າ ປາເພ້ຍຈະປະສົມພັນກັນໃນກາງລະດູຝົນ ລະຫວ່າງເດືອນ ກໍລະກົດ (7) ໄປຈົນຮອດເດືອນກັນຍາ (9). ນອກຈາກນັ້ນ, ຕົວແມ່ໃຫ້ຈຳນວນໄຂ່ແມ່ນຂຶ້ນກັບຂະໜາດຂອງຕົວແມ່ ນໍ້າໜັກ 2,500 ແລະ 1,000 ກຼາມແມ່ນໃຫ້ໄຂ່ປະມານ 3,000,000 ໜ່ວຍ ແລະ 1,000,000 ໜ່ວຍ ຕາມລຳດັບ. Preecha et al. (1989) ພົບວ່າໃນລຳນໍ້າໃຫຍ່, ປາເພ້ຍແມ່ນຈະເລີນເຕີບໂຕໃນລະດູຝົນ. ໃນຂະນະທີ່ປາເພ້ຍລຸ້ນ (ຂະໜາດລຳໂຕຍາວ 2 – 3 ຊັງຕີແມັດ) ຕາມປົກກະຕິຈະພົບເຫັນໃນລຳນໍ້າໃຫຍ່ຢູ່ໃນລະຫວ່າງເດືອນພຶດສະພາ (5) ຫາເດືອນມິຖຸນາ (6) ແຕ່ວ່າ ພວກມັນສາມາດປະສົມພັນໄດ້ດີຕັ້ງແຕ່ເດືອນພຶດສະພາ (5) ຫາເດືອນພະຈິກ (11). ນອກຈາກນັ້ນ, (Preecha, 1993). ສຶກສາການປະສົມພັນປະຈຳປີຂອງປາເພ້ຍໂດຍການໃຊ້ຮໍໂມນສັງເຄາະ (Buserelin and domperidone). ຜົນໄດ້ຮັບແມ່ນສາມາດປະສົມພັນໄດ້ສອງຄັ້ງຕໍ່ໜຶ່ງປີ. ໄລຍະທີໜຶ່ງປະສົມພັນໃນເດືອນພຶດສະພາ (5) ແລະ ໄລຍະທີສອງປະສົມພັນໃນເດືອນກໍລະກົົດ (7). ໄລຍະຫ່າງຂອງໄລຍະເວລາທີໜຶ່ງຫາໄລຍະທີສອງແມ່ນສອງເດືອນ.

      ໄຂ່ຂອງປາເພ້ຍແມ່ນເປັນໄຂ່ເຄິ່ງຈົມເຄິ່ງຟູ, ການຈະເລີນເຕີບໂຕສີຂອງໄຂ່ແມ່ນເປັນສີເທົາປົນສີນໍ້າຕານ. ເສັ້ນຜ່າໃຈກາງຂອງໄຂ່ກ່ອນຖືກປະສົມພັນມີປະມານ 1.3 ມິນລີແມັດ. ແຕ່ວ່າລະຫວ່າງການຟັກໄຂ່ ເສັ້ນຜ່າໃຈກາງຂອງໄຂ່ຈະໃຫຍ່ກວ່າຫຼາຍ ແມ່ນປະມານ 3.0 ມິນລີແມັດ (Sonthipun and Chaisiri. 1993). ແລະ ຊ່ວງໄລຍະການຟັກໄຂ່ຂອງປາເພ້ຍແມ່ນປະມານ 10 ຊົ່ວໂມງ (National Inland Fisheries Institute. 1985).

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ