ລະບົບການລ້ຽງປາໃນນາເຂົ້າ
ການລ້ຽງປາໃນນາເຂົ້າ ຄື ການລ້ຽງປາໃນພື້ນທ່ ີນາເຂົ້າອ້ອມຮອບດ້ວນຮ່ອງນໍ້າແຄບໆ ຂະໜາດກວ້າງ ແລະ ຂະໜາດເລິກ1 ແມັດ ສາເຫດທີ່ຕ້ອງມີການລ້ຽງປາໃນນາເຂົ້າກໍ່ເພາະປາເປັນນັກກໍາຈັດສັດຕູເຂົ້າຕາມທໍາມະຊາດ ເພາະ ໃນຊ່ວງລະດູເຮັດນາປາຈະເຂົ້າຫາກິນໃນນາເຂົ້າ ແລະ ຈະກິນແມງ ແລະ ສັດຕຸພືດຂະໜາດນ້ອຍ ທີ່ເປັນສັດຕູເຂົ້າ, ມູນ ປາຊ່ວຍເພີ່ມປຸ໋ຍໃຫ້ແກ້ເຂົ້າ, ຜົນຜະລິດທີ່ໄດ້ຮັບ ຊາວກະສິກອນໄດ້ຮັບຜົນຜະລິດຈາກເຂົ້າເພີ່ມຂຶ້ນ ແລະ ບໍ່ຕ້ອງ ລົງທຶນເລື່ອງອາຫານປາເພາະປາສາມາດຫາອາຫານກິນໄດ້ເອງຕາມທໍາມະຊາດ.ເງື່ອນໄຂຂອງການລ້ຽງປາໃນນາເຂົ້າ
ໄຮ່ ນາຄວນໃກ້ກັບແຫ່ຼງນໍ້າ ແລະ ສາມາດເກັບນໍ້າໄດ້ຢ່າງນ້ອຍ 3-4 ເດືອນ ຊາວກະສິກອນຄວນເຮັດ ຄັນໜອງ ຊື່ງຢູ່ໃນລະຫວ່າງຄັນໜອງກັບຮ່ອງນໍ້າເພື່ອປ້ອງກັນການພັງທະລາຍຂອງຄັນບໍ່, ຊາວກະສິກອນ ແລະ ເພື່ອນບ້ານໄຮ່ ນາໃກ້ຄຽງບໍ່ຄວນໃຊ້ສານກໍາຈັດແມງໄມ້ໃນນາເຂົ້າ, ປາທີ່ລ້ຽງຄື ປາທື່ກິນພືດທົ່ວໆ ໄປ ໄດ້ແກ່ ປານິນ, ປາຕະພຽນ ແລະ ປາໄນ, ຄວນເຮັດຄັນໜອງໃຫ້ສູງເພື່ອກັນນໍ້າຖ້ວມ ແລະ ກັນປາທໍາມະຊາດ ທີ່ບໍ່ຕ້ອງການໃຫ້ເຂົ້າໄປໃນນາເຂົ້າ, ການເພີ່ມອັດຕາການລ້ຽງລອດຂອງປາທີ່ປ່ອຍໄດ້ແກ່ ຕ້ອງປ່ອຍລູກປາທີ່ມີຂະໜາດໃຫຍ່ ຫຼາຍກວ່າປົກກະຕິ 7-10 ຊັງຕີແມັດ, ຫາກບໍ່ມີລູກປາຂະໜາດນີ້ແນະນໍາໃຫ້ອະນຸບານລູກປາ ເສຍກ່ອນແລ້ວຈື່ງປ່ອຍລົງໃນນາເຂົ້າໄດ້.
ຂໍ້ຈໍາກັດຂອງການລ້ຽງປາໃນນາເຂົ້າ
ການຈະເລີນເຕີບໂຕຂອງເຂົ້າໃຊ້ເວລາສັ້ນ 3-4 ເດືອນ ແລະ ມີປະລິມານນໍ້າເຫຼືອໜ້ອຍຫຼັງເກັບກ່ຽວ ເຮັດໃຫ້ປາມີຂະໜາດນ້ອຍ, ການປ່ອຍລູກປາຈື່ງຕ້ອງປ່ອຍຈໍານວນນ້ອຍຕາມໄປດ້ວຍ, ອັດຕາການປ່ອຍລູກ ປາຕ້ອງນ້ອຍກວ່າທີ່ປ່ອຍໃນໜອງລ້ຽງ ໂດຍທົ່ວໄປອັດຕາສູງສຸດ) 800 ໂຕ/ໄລ່ ຫາກລ້ຽງປາໂດຍໃຫ້ ( ສະເພາະອາຫານທີ່ມີໃນທໍາມະຊາດໃນນາຜົນຜະລິດປາທີ່ໄດ້ຕໍ່ໄລ່ ກໍ່ຈະຕໍ່າ ຂໍ້ສະເໜີແນະຄວນມີພື້ນທີ່ນາ ປະລິມານຫຼາຍເຖີງ 5 ໄລ່ ຈື່ງເໝາະສົມ.
ຈຸດດີຂອງລະບົບການຜະລິດລ້ຽງປາໃນນາເຂົ້າ
ປະຊາກອນຄົນເພີ່ມຂື້ນ ແລະ ຕ້ອງການໃຫ້ຝູງສັດເພີ່ມຂື້ນເຊັ່ນກັນ, ແນວໃດກໍ່ຕາມຝູງສັດລ້ຽງບໍ່ເພີ່ມຫຼາຍເທົ່າ ທີ່ຄວນ. ແຫ່ຼງນໍ້າອາດເປັນແຫ່ຼງຜະລິດຊັບພະຍາກອນນໍ້າ ເພື່ອແກ້ໄຂບັນຫາຂາດເຂີນສະບຽງໃນຄອບຄົວທີ່ເພີ່ງຕົນເອງ ກຸ້ມຕົນເອງ.
ປຽບທຽບກັບເທັກນິກຕ່າງໆ, ລະບົບຜະລິດເຂົ້າ-ປາ ເປັນທາງເລືອກໜື່ງທີ່ມີຄວາມສ່ຽງ ໜ້ອຍຂອງຊາວ ກະສິກອນທຸກຈົນທີ່ປູກເຂົ້າ ຍ້ອນພວກເຂົາມີເງິນປະຕິບັດ, ຄ່າໃຊ້ຈ່າຍຕໍ່າ. ນັ້ນບໍ່ແມ່ນເທັກນິກໃໝ່ ໃຫ້ຊາວກະສິກອນ ປູກເຂົ້າ ຍ້ອນມີຊາວກະສິກອນຈໍານວນຫຼວງຫຼາຍເຄີຍຈັບປາໃນນາເຂົ້າມາແລ້ວ. ມີຄວາມກ້າວບາງຢ່າງໄດ້ຖືກປະຕິບັດ ແລະມີບໍ່ມີອຸປະສັກກັບການຜະລິດອື່ນ ຫຼືຖ້າມີກໍ່ແກ້ໄຂໄດ້ງ່າຍ.
- ບັນດາຊາວນາທີ່ມີຫົວຄິດປະດິດສ້າງມັກລ້ຽງປາໃນນາເຂົ້າ ຍ້ອນພວກເຂົາອ້າງວ່ າຈັບປາງ່າຍກວ່າທີ່ຕ້ອງ ເດີນທາງໄປຈັບປາທໍາມະຊາດທາງໄກ ຊື່ງອາດມີຫຼືບໍ່ມີປາໃຫ້ຈັບນັ້ນ.
- ລະບົບຜະລິດເຂົ້າ-ປາ ອາດເປັນແຫ່ຼງຊັບທີ່ສໍາຄັນ. ປະລິມານປາຖ້າເຫຼືອກໍ່ອາດຂາຍ, ກໍ່ເຊັ່ນດຽວກັບປາ ຮາມ ປານ້ອຍບາງທໍ່ກໍ່ລ້ຽງໄວ້.
- ລະບົບຜະລິດເຂົ້າ-ປາ ອາດຊຸກຍູ້ໃຫ້ຊາວກະສິກອນທໍາການຜະລິດແບບປະສົມທີ່ໝັ້ນຄົງ. ໜອງ ແລະ ເໝືອງມັກບັນຈຸນໍ້າໃນລະດູແລ້ງ ອາດນໍາໃຊ້ສໍາລັບການປູກພືດຜັກ ຫຼືໃຊ້ໃນການລ້ຽງສັດ. ລະບົບການຜະລິດເຂົ້າ-ປາ ອາດສາມາດແກ້ໄຂບັນຫາຂາດວຽກເຮັດງານທໍາຢູ່ຊົນນະບົດ. ມີຊາວກະສິກອນຈໍານວນຫຼວງຫຼາຍອາດເຮັດວຽກອື່ນ ເພື່ອຫາເງິນເພີ່ມໃນເວລາຫວ່າງ, ຍ້ອນພວກເຂົາອາດລ້ຽງປາໃນເວລາເຊັ່ນນັ້ນໄດ້.
- ຄວາມຫຼາກຫຼາຍຂອງການຜະລິດກະສິກຳໃນຟາມ, ອາດແກ້ໄຂໄດ້ບັນຫາຂາດທາດບໍາລຸງ ເນື່ອງຈາກມີແຫ່ຼງ ຜົນຜະລິດຫຼາກຫຼາຍ, ແລະ ສາມາດລຸດການເສຍໂອກາດຈາກຜົນເສຍຫາຍຂອງຜົນຜະລິດ.
- ເຖິງວ່າຍັງບໍ່ທັນມີຜົນການວິໃຈພຽງພໍ ແຕ່ ສະມັດຕະພາບເຂົ້າມີທ່າເພີ່ມຂື້ນສຳລັບລະບົບຜະລິດເຂົ້າ-ປາ, ຍ້ອນປາອາດເຮັດໃຫ້ສະມັດຕະພາບເພີ່ມຂື້ນດ້ວຍການລຸດຫຍ້າ ແລະ ບົ້ງແມງສ່ວນໜື່ງ, ເຮັດໃຫ້ເພີ່ມຄວາມອຸດົມສົມບຸນ ຂອງດິນ ແລະ ສ້າງວົງຈອນທາດບໍາລຸງຂື້ນໄດ້.
- ເມື່ອປະຊາກອນເພີ່ມຂື້ນຈະເຮັດໃຫ້ເນື້ອທີ່ຜະລິດສະເລ່ຍຕໍ່ຫົວຄົນລຸດລົງ, ດັ່ງນັ້ນຈໍາເປັນຕ້ອາງປະໂຫຍດໃນ ຫົວໜ່ວຍເນື້ອທີ່ໜື່ງໆ, ພິເສດແມ່ນບັນດາປະເທດທີ່ມີປະຊາກອນໜາແໜ້ນ ເຊັ່ນ: ຈີນ, ອິນໂດເນເຊຍ, ບັງກາແທສ ຊື່ງເປັນບ່ອນທີ່ລະບົບຜະລິດເຂົ້າ-ປາເໝາະສົມທີ່ສຸດ. ລະບົບຜະລິດເຂົ້າ-ປາກໍ່ເໝາະສົມສໍາລັບບ່ອນທີ່ດິນມີລາຄາແພງ, ເນື່ອງຈາກວ່າຖ້າຫາກປູກເຂົ້າສະເພາະ ຫຼື ລ້ຽງປາສະເພາະ ຄ່າດິນແພງຈະບໍ່ຄຸ້ມຄ່າ, ຖ້າຜະລິດປະສົມປະສານຈະເຮັດ ໃຫ້ຄ່າໃຊ້ຈ່າຍລຸດລົງຫຼາຍ.
- ຢູ່ປະເທດມາເລເຊຍ ແລະ ຫວຽດນາມມີການປູກເຂົ້າຮ່ວມກັບລ້ຽງປາທີ່ມີລາຄາແພງ ຫຼືລ້ຽງກຸ້ງເປັນການ ປະກອບແຫ່ຼງອາຫານຂັ້ນສູງໃຫ້ຜູ້ບໍລິໂພກ.
- ລະບົບຜະລິດເຂົ້າ-ປາ ໂດຍລວມແລ້ວເຫັນວ່າຍັງບໍ່ມີປະໂຫຍດຫຼາຍ ແຕ່ ສໍາຄັນທີ່ສຸດ ສໍາລັບຊາວກະສິກອນ ຈໍານວນຫຼວງຫຼາຍ ໃນເຂດຊົນນະບົດທີ່ມີຄວາມສ່ຽງທາງດ້ານການຍອມຮັບໄດ້.
ຄວາມຫຍຸ້ງຍາກ ແລະ ບັນຫາ
ບໍລິມາດນໍ້າ: ບັນຫາພື້ນຖານຂອງຊາວກະສິກອນຢູ່ທັງສອງລະບົບນໍ້າຄື: ນໍ້າຝົນ ແລະ ນໍ້າຊົນລະປະທານ. ຍ້ອນ ຊາວກະສິກອນສ່ວນຫຼາຍອາໄສຢູ່ໃນເຂດທີ່ໃຊ້ນໍ້າຝົນ, ຂາດເຂີນນໍ້າ, ບາງທີແຫ້ງແລ້ງ ແລະ ດິນອົມນໍ້າໜ້ອຍ, ນໍ້າເປັນ ປັດໃຈທີ່ສໍາຄັນທີ່ເປັນອຸປະສັກການພັດທະນາລະບົບຜະລິດເຂົ້າ-ປາ. ກົງກັນຂ້າມມີຫຼາຍປະເທດກໍ່ໄດ້ຮັບຄວາມເສຍ ຫາຍຈາກນໍ້າ. ໃນບ່ອນທີ່ເປັນອ່າງເກັບນໍ້າ, ນໍ້ານານແຫ້ງ, ຫຼືນໍ້າມາກຂື້ນສູງ ຫຼືຖືກລົມພະຍຸກໍ່ລ້ວນແຕ່ ມີຜົນກະທົບເຖິງ ຄວາມປອດໄພຂອງລະບົບດັ່ງກ່າວ. ໃນເງື່ອນໄຂເຊັ່ນນັ້ນ, ການເສີມຄູກັນນໍ້າໃຫ້ສູງ, ກວດກາປະຈໍາວັນເປັນເລື່ອງທີ່ຈໍາເປັນ ແລະ ເປັນຂອດອ່ອນທີ່ເກີດຂື້ນເລື້ອຍໆ.
- ຄຸນນະພາບນໍ້າ: ຢາຂ້າພະຍາດບົ້ງແມງ, ຢາຂ້າຫຍ້າ ແລະຍິ່ງກວ່ານັນແມ່ນຝຸ່ນວິທະຍາສາດ ມັກຈະເປັນ ປັດໃຈຈໍາກັດການລ້ຽງປາແລະລ້ຽງກຸ້ງໃນນາ. ຢາປ້ອງກັນພະຍາດບົ້ງແມງອາດເຮັດໃຫ້ປາຕາຍໂດຍກົງຫຼືສະສົມສານຜິດ ໃນຕົວປາ ເມື່ອຄົນຈັບປາມາກິນກໍ່ຈະໄດ້ຮັບສານຜິດ. ສານພິດນັ້ນກໍ່ເຮັດທໍາລາຍຈຸລິນຊີ ຊື່ງເປັນແຫ່ຼງອາຫານຂອງປາ ດ້ວຍ ເຮັດໃຫ້ສະມັດຕະພາບຂອງປາຫຼຸດລົງ. ວຽກການເພີ່ມການນໍາໃຊ້ຢາຂ້າແມງສ່ວນໜື່ງເຮັດໃຫ້ເນື້ອທີ່ຜະລິດປາ ໃນນາເຂົ້າຫຼຸດລົງໃນບາງປະເທດເຊັ່ນ: ຍີ່ປຸ່ນ, ອັງກິດ.
- ຢາຂ້າຫຍ້າມີພິດໜ້ອຍກວ່າຢາຂ້ແມງ ແຕ່ ກໍ່ທໍາລາຍຈຸລິນຊີທີ່ເປັນອາຫານປາ, ດັ່ງນັ້ນເຮັດໃຫ້ແຫລ່ງອາຫານຂອງປາຫຸຼດລົງ. ໃນຫຼາຍກໍລະນີ ຝຸ່ນວິທະຍາສາດບໍ່ມີພິດຕໍ່ການລ້ຽງປາ ຖ້າປາບໍ່ກິນໂດຍກົງ, ແນວໃດກໍ່ຕາມ ມີລາຍງານ ຈໍານວນໜື່ງສັງເກດວ່າ: ອັດຕາການຕາຍກໍ່ມີສູງພາຍຫັງທີ່ໃສ່ ຝຸ່ນລົງໄປໃນໜອງ. ປາມັກກິນອາຫານຄົບວົງຈອນ ແລະ ປາອາດຫຼົງອາຫານ ຖ້າໃສ່ ຝຸ່ນລົງໃນນາແລ້ວມັນປ່ຽນສະພາບຂອງຝຸ່ນໄປ.
- ຂໍ້ຈໍາກັດຈໍານວນໜື່ງກ່ຽວກັບຄຸນນະພາບຂອງນໍ້າແຕ່ ມີຜົນກະທົບໜ້ອຍກວ່າຄື: ນໍ້າສົກກະປົກ ຫຼືກາຍເປັນ ພິດຈາກສານຊີວະພາບ ກໍ່ອາດເຮັດໃຫ້ແຫລ່ງອາຫານຂອງປາຫລຸດລົງໄດ້.
- ແຮງງານ: ກໍ່ເປັນອຸປະສັກໜື່ງໃນເຂດທີ່ມີແຮງງານບໍ່ພຽງພໍ, ໂດຍສະເພາະແມ່ນໄລຍະຕົ້ນຂອງການສ້າງທົ່ງ ນາໃໝ່ ເພືອການລ້ຽງປາ. ເພາະມີວຽກຫຼາຍຢ່າງເພື່ອຂຸດຄອງເໝືອງ, ເສິມຄັນຄູອ້ອມແອ້ມ ຊື່ງໃນເວລາດຽວກັນນີ້ກໍ່ີ່ ວຽກງານອື່ນໆທື່ຕ້ອງເລີ່ມພ້ອມກັນ.
- ສັດປະເພດອື່ນໆທີ່ກິນລູກປາ: ງູ, ກົບ, ຄຽດ, ປາດຸ...ກໍ່ເປັນບັນຫາຖ້າຫາກບໍ່ມີວິທີປ້ອງກັນທໍ່ເໝາະສົມ
- ຄົນຂີ້ລັກ: ເປັນບັນຫາທີ່ເກີດຂື້ນໃນຫຼາຍປະເທດ ເຮັດໃຫ້ຊາວກະສິກອນເບື່ອໜ່າຍບໍ່ຢາກລ້ຽງປາ. ໃນບາງ ປະເທດເຊັ່ນ: ລາວ ຄິດວ່າປາແມ່ນແຫລ່ງຊັບທີ່ທໍາມະຊາດໃຫ້ມາ ແລະ ປາແມ່ນຂອງສ່ວນຕົວຂອງເຈົ້າຂອງນາ ນັ້ນເປັນ ແນວຄວາມຄິດທີ່ແປກແລະໃໝ່, ຍ້ອນແນວນັ້ນພວກເຂົາຈະຈັບປາຢ່າງເສລີ ບໍ່ຈໍາເປັນຕ້ອງຮູ້ວ່າເປັນນາຂອງໃຜ. ວິທີການແກ້ໄຂຄົນລັກປາ ຄວນລ້ຽງແບບປິດລັບ, ນອນເຝົ້າຮັກສາປາ, ປຸກຖຽງຢູ່ແຄມໄຮ່ນາ ຫຼື ສົ່ງເສີມໃຫ້ທຸກຄົນຄວນລ້ຽງປາ
- ການລ້ຽງປາໃນນາເຂົ້າອາດເຮັດໃຫ້ມີຄວາມຫຍຸ້ງຍາກສຳລັບການຜະລິດອື່ນ. ປ່ອຍປາຈໍານວນຫຼວງຫຼາຍໃສ່ ນາ ພາຍຫຼັງປັກດໍາແລ້ວ, ປາອາດຈະເຮັດໃຫ້ຕົ້ນເຂົາທີ່ຫາກໍ່ປັກດໍານັ້ນມີຄວາມເສຍຫາຍ ຫຼືອາດກິນໜໍ່ອ່ອນຂອງເຂົ້າ, ຄວນ ປ່ອຍປາລົງໃນນາພາຍຫຼັງປັກດໍາສອງສາມສັບປະດາເມື່ອຕົ້ນເຂົ້າຈັບດິນແລ້ວ. ເມື່ອລ້ຽງປາ ເພີ່ນຕ້ອງຮັກສາລະດັບນໍ້າ ໃນນາສູງ ດັ່ງນັ້ນມີຜົນກະທົບຕໍ່ການແຕກກໍຂອງຕົ້ນເຂົ້າ, ມີປາບາງຊະນິດຍັງກິນເມັດເຂົ້າສຸກໃນນາດ້ວຍ. ຊາວ ກະສິກອນທີ່ມີເນື້ອທີ່ດິນໜ້ອຍ ເພີ່ນກໍ່ຢາກຂຸດຫລຸມປາໃນແຈນາຕ່າງໆ, ຂຸດຄອງເພື່ອລ້ຽງປາ.
- ປະລິມານ ແລະ ຄຸນນະພາບແນວພັນປາ ແລະ ກຸ້ງບາງເທື່ອກໍ່ບໍ່ມີພຽງພໍໃນເວລາທີ່ຕ້ອງການປ່ອຍລົງນາ. ຊາວກະສິກອນພະຍາຍາມຮັກສາ ແລະ ຈົ່ງແນວພັນປາເອງ, ແຕ່ ສໍາລັບກຸ້ງແລ້ວມີຄວາມຫຍຸ້ງຍາກສໍາລັບລະດັບຊາວກະສິກອນ, ພິເສດແມ່ນຢູ່ໃນເຂດນໍ້າເຄັມ.
ບັນດາຂໍ້ຈໍາກັດທີ່ຊາວກະສິກອນ ແລະ ນັກສົ່ງເສິມ ໄດ້ຍົກຂື້ນມາ ເປັນບັນຫາມີຄວາມສໍາພັນເຖິງວຽກຄຸ້ມຄອງ ການຜະລິດ (ປ້ອງກັນຄວາມເສຍຫາຍດ້ານການຫລຸດນໍ້າໜັກເວລາຂົນສົ່ງ).
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ