google-site-verification: google0d91bc93cfc88895.html ທາດອາຫານທີ່ສຳຄັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 22, 2019

ທາດອາຫານທີ່ສຳຄັນ

ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ


ທາດອາຫານທີ່ສຳຄັນ

ທາດໄນໂຕຼເຈນ (N)

ທາດໄນໂຕຼເຈນ N ເປັນທາດທີ່ສໍາຄັນຕົ້ນຕໍປະກອບຢູ່ທຸກພາກສ່ວນຂອງລໍາຕົ້ນຂອງພືດ. ພືດຕ້ອງການແຮ່ທາດດັ່ງກ່າວນີ້ແມ່ນໄລຍະການຈະເລີນເຕີບໂຕ. ສາລີນໍາໃຊ້ທາດ N ໃນຮູບ NH+4, NH+3 ເມື່ອພືດໄດ້ຮັບທາດ N ທີ່ເໝາະສົມຈະຊ່ວຍໃຫ້ພືດຕັ້ງໂຕໄດ້ໄວໃນໄລຍະທໍາອິດຂອງການຈະເລີນ ເຕີບໂຕທາດ N ເປັນຕົວກະຕຸ້ນໃຫ້ພືດແຂງແຮງ ແລະ ຈະເລີນເຕີບໂຕໄດ້ດີ, ເຮັດໃຫ້ພືດມີສີຂຽວຂື້ນ, ເພີ່ມປະລິ ມານໂປຼຕິນໃຫ້ພືດ, ຄວບຄຸມການອອກດອກ ແລະ ຕິດໝາກ ເຮັດໃຫ້ຜົນຜະລິດສູງຂື້ນ
ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ
  • ຖ້າພືດຂາດທາດ​ໄນ​ໂຕຼ​ເຈນ N ພືດຈະຂະຫຍາຍໂຕຊ້າ ຫຼື ຢຸດເຊົາການຈະເລີນເຕີບໂຕ, ຂອງໃບພືດຈະປ່ຽນສີຈາກສີຂຽວເປັນສີເຫຼືອງໂດຍຈະເລີ່ມຈາກປາຍໃບຂອງ​ໃບ​ແກ່, ໃບພືດຈະແຫ້ງ ແລະ ຫຼົ່ນ, ຜົນຜະລິດລຸດລົງ.
  • ຖ້າພືດໄດ້ຮັບທາດ​ໄນ​ໂຕຼ​ເຈນ N ຫຼາຍລັກສະນະລໍາຕົ້ນ, ໃບຈະມີສີຂຽວເຂັ້ມ ແລະ ຈະມີຂະໜາດໃຫຍ່, ພືດຈະແກ່ຊ້າກ່ວາປົກກະຕິ, ໃບເຟື້ອຍ ແລະ ອວບເຊິ່ງເຮັດໃຫ້ພືດອ່ອນແອ, ລົ້ມງ່າຍ, ບໍ່ທົນ ທານຕໍ່ພະຍາດ ແລະ ແມງໄມ້ (Brood Linkit ​ແລະ ​ເພັງ ​ເຊັ້ງ​ຊື້. 2005).

ທາດຟົສຟໍຣັດ (P)

ທາດຟົສຟໍຣັດ P ເປັນຊັບພະຍາກອນໃນດິນທີ່ຈະໝົດໄປຕະຫຼອດເວລາ, ມັນຈະຢູ່ໃນຮູບຂອງ ສານປະກອບອິນຊີ ແລະ ໃນດິນເຖິງຈະມີໜ້ອຍກ່ວາ 0.1% ການຕົກຄ້າງຢູ່ໃນດິນ ແລະ ເມື່ອພືດດູດນໍາໄປໃຊ້ກໍ່ຈະເຮັດໃຫ້ທາດອາຫານເຫຼົ່ານີ້ຫຼຸດລົງ, ເຊິ່ງແກ້ໄຂໄດ້ດ້ວຍການໃສ່ຝຸ່ນຟົສຟໍຣັດ, ອາດຈະໃຊ້ຫີນຟົສເຟດ, ການໄຖປູກເສດເຫຼືອຂອງພືດລົງໃສ່ດິນກໍ່ເປັນການເພີ່ມຟົສຟໍຣັດໃຫ້ແກ່ດິນ (Brood Linkit ແລະ ເພັງ ເຊັ້ງຊື້. 2005).

ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ
  • ເມື່ອພືດໄດ້ຮັບຟົສຟໍຣັດ (P) ພຽງພໍຈະຊ່ວຍໃນການສັງເຄາະແສງ, ສ້າງແປ້ງ ແລະ ນໍ້າຕານ ສົ່ງເສີມໃນການຈະເລີນເຕີບໂຕຂອງຮາກຝ່ອຍ ແລະ ຮາກແໜງໃນໄລຍະການຈະເລີນເຕີບໂຕຂອງພືດ, ຊ່ວຍ ໃຫ້ພືດດູດເອົາທາດອາສົດ, ທາດໂປຼຕາຊຽມ ແລະ ທາດໂມດິບດັສ (Mo) ໄດ້ດີຂື້ນ, ພືດຈະແກ່ໄວ ຊ່ວຍໃນ ການອອກດອກ ແລະ ສ້າງເມັດເຮັດໃຫ້ລໍາຕົ້ນແຂງແຮງ (Brood Linkit ແລະ ເພັງ ເຊັ້ງຊື້. 2005).
  • ເມື່ອພືດຂາດຟົສຟໍຣັດ (P) ພືດຈະຢຸດການຈະເລີນເຕີບໂຕ, ລໍາຕົ້ນອ່ອນແອ, ລົ້ມງ່າຍ, ໃບພືດປ່ຽນສີ, ລໍາຕົ້ນບິດບ້ຽວ, ຮາກຈະຢຸດການຂະຫຍາຍຕົວ, ອອກດອກຊ້າກວ່າປົກກະຕິ, ດອກນ້ອຍ, ເປີເຊັນການອອກດອກຕໍ່າ (Brood Linkit ແລະ ເພັງ ເຊັ້ງຊື້. 2005).

ທາດໂປຕາຊຽມ (K)

  • ເມື່ອພືດ​ໄດ້​ຮັບທາດໂປຕາຊຽມ (K) ​ໃນ​ປະລິມານທີ່​ເໝາະ​ສົມ​ແລ້ວ​ຈະ​ຊ່ວຍ​​ການ​ສ້າງ ​ແລະ ​ເຄື່ອນ​ທາດຍ້າຍ​ແປ້ງ ​ແລະ ນໍ້າຕານ​ໃນ​ພືດ, ຄວບ​ຄຸມ​ລະດັບ​ຄວາມ​ເປັນ​ກົດ​ເປັນ​ດ່າງ​ໃນ​ຕົ້ນ​ພືດ, ​ເພື່ອ​ຄວບ​ຄຸ​ມຄຸນ​ນະພາບ​ຂອງ​ຝັກ, ​ເພີ່ມ​ສີສັນ​ຄວາມ​ຫວານ ​ແລະ ຄວາມ​ສາມາດ​ເກັບ​ໄວ້​ໄດ້​ດົນ, ຊ່ວຍ​ໃນ​ການ​ຕ້າ​ນກັບ​ເຊື້ອ​ພະຍາດ​ຕ່າງໆ​ ໂດຍ​ສະ​ເພາະ​ເຮັດ​ໃຫ້​ຕົ້ນ​ແຂງ​ແຮງ, ຕ້ານທານ​ຕໍ່​ການ​ລົ້ມ.
  • ເມື່ອພືດ​ຂາດທາດໂປຕາຊຽມ (K) ພືດ​ຈະ​ຢຸດ​ການຈະ​ເລີ​ນ​ເຕີບ​ໂຕ, ລໍາ​ຕົ້ນ​ອ່ອນ​ແອ, ​ລົ້ມ​ງ່າຍ, ​ໃບ​ພືດ​ມີ​ສີ​ອິດ​ຈຸດ​ສີ​ນໍ້າຕານ​ແຫ້ງ​ຢູ່​ລະ​ຫ່ວາງ​ເສັ້ນ ​ແລະ ຂະຫຍາຍ​ເຂົ້າ​ໄປ​ໃນ​ກ້ານ​ໃບ, ອາການ​ນີ້​ເກີດ​ທີ່​ໃບ​ແກ່​ກ່ອນ. ​ເມັດ, ຝັກ​ຈະ​ຫ່ຽວ ​ແລະ ລີບ (Brood Linkit ​ແລະ ​ເພັງ ​ເຊັ້ງ​ຊື້. 2005).         
ທາດອາຫານພືດ ປຸຍເລັ່ງ ປຸຍຢູເລຍ ທາດ ຢູເຣຍ ຟວສຟໍຮັດ ໂປຕາຊຽມ N P K ປຸຍ​ເຄ​ມີ ປູ໋ຍ​ເຄ​ມີ​ທີ່​ມັກ​ໃຊ້ ການ​ໃຫ້​ປຸ໋ຍ​ເຄ​ມີ​ແກ່​ພ​ື​ດ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ