google-site-verification: google0d91bc93cfc88895.html ສະພາບການປູກເຂົ້າຢູ່ໃນ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, December 21, 2019

ສະພາບການປູກເຂົ້າຢູ່ໃນ ສປປ ລາວ

ສະ​ພາບ​ເຂົ້າ ສະ​ພາບ​ການ​ປູກ​ເຂົ້າ​ໃນ ສ​ປ​ປ​ລາວ ການ​ປູກ​ເຂົ້າ​ໃນ​ລາວ ແນວ​ທາງ​ການ​ປູກ​ເຂົ້າ ເສດ​ຖະ​ກິດ​ການ​ປູກ​ເຂົ້າ​ໃນ​ລາວ ວິ​ທີ​ການ​ປູກ​ເຂົ້າ  ການ​ປູກ​ເຂົ້າ​ໃນ​ລາວ


ສະພາບ​ການ​ປູກ​ເຂົ້າ​ຢູ່​ໃນ ສປປ ລາວ

ປະເທດລາວຂອງພວກເຮົາເປັນປະເທດໜຶ່ງ ທີ່ກຳລັງພັດທະນາ, ​ໃນນັ້ນການກະສິກຳກໍເລັ່ງ​​ໃສ່ການຜະລິດເຂົ້າໃຫ້ໄດ້ຫຼາຍຂື້ນໄປເລື້ອຍໆ, ຜົນຜະລິດຂອງ​ເຂົ້າທີ່ໄດ້ມາ ແມ່ນຊົມໃຊ້ຢູ່ພາຍໃນປະເທດ, ມາເຖິງປັດຈຸບັນນີ້ການຜະລິດເຂົ້າ​ແມ່ນຍັງຂື້ນກັບສະພາບ​ເງື່ອນ​ໄຂ​ຂອງທຳມະຊາດເຮັດໃຫ້ຜົນຜະລິດບໍ່ຄົງຕົວ, ສ່ວນຫຼາຍແມ່ນປູກເຂົ້າໜຽວແລະເປັນແນວພັນພື້ນເມືອງໂດຍສະເພາະແມ່ນລະດູຝົນ.
     ການເຮັດການຜະລິດກໍໄດ້ນຳໃຊ້ແຮງງານພາຍໃນຄອບຄົວເປັນຕົ້ນຕໍ, ການນຳໃຊ້ເຕັກນິກວິທະຍາສາດ ວິທະຍາການ ຝຸ່ນເຄມີ ຢາຂ້າແມງໄມ້ແລະ ການນຳໃຊ້ແນວພັນປັບປຸງໃໝ່ແມ່ນຍັງຢູ່ໃນຂອບເຂດຈຳກັດ ສ່ວນຫຼາຍການນຳໃຊ້ ​​ແມ່ນມີພຽງແຕ່ຢູ່ຕາມຕົວເມືອງທີ່ຕິດກັບຊາຍແດນ ຫຼື ອ້ອມແອ້ມເທດສະບານເມືອງ, ນັບແຕ່ມື້ສະຖາປະນາ ສປປ ລາວເປັນຕົ້ນມາ ປະເທດເຮົາໄດ້ປະເຊີນໜ້າກັບໄພທຳມະຊາດຢ່າງເນື່ອງນິດລຽນຕິດເຊັ່ນ: ປີ1977, 1983, 1987, 1991, 1995, 1999, 2008, 2009, 2012, 2013 ​ໄດ້ມີໄພແຫ້ງແລ້ງແລະ ນ້ຳຖ້ວມເກີດຂື້ນຫຼາຍທ້ອງຖິ່ນເຮັດໃຫ້ຜົນຜະລິດເສຍຫາຍ, ນັບແຕ່ປີ 1994 ​ເປັນຕົ້ນມາ ກະຊວງກະສິກຳແລະ ປ່າໄມ້ໄດ້ເປີດກອງປະຊຸມກະສິກຳປະຈຳປີທົ່ວປະເທດຂື້ນທຸກໆປີ ເພື່ອເລັ່ງໃສ່ການຜະລິດສະບຽງອາຫານ ໃນນັ້ນໄດ້ເນັ້ນໃສ່ການຜະລິດເຂົ້າເປັນບັນຫາບູລິ​ມະ​ສິດ​ທີ່ສຳຄັນໂດຍແບ່ງຄວາມຮັບຜິດຊອບໃຫ້ເຊິ່ງກັນ ແລະ ກັນ ແຕ່ຂັ້ນກະຊວງລົງຮອດທ້ອງຖິ່ນ ເພື່ອເຮັດໃຫ້ເນື້ອທີ່ປູກ​ເຂົ້າໄຮ່ຫຼຸດລົງ ກ້າວໄປເຖິງບ່ອນຢຸດຕິການຖາງປ່າເຮັດໄຮ່ຢູ່ຍອດຫ້ວຍລົງມາເຮັດໄຮ່ຂຸດ, ຢູ່ພື້ນທີ່ໄຮ່ຄົງທີ່ຫັນມາປູກພືດອື່ນໆ ທີ່ເປັນສິນຄ້າ ດ້ວຍການເຮັດກະເສດສຸມ, ​ພ້ອມ​ທັງເປີດກວ້າງການກໍ່ສ້າງພະນັກງານວິຊາການຢູ່ແຕ່ລະທ້ອງຖິ່ນໂດຍການສ້າງຄອບຄົວຕົວແບບແລະ ສູນບໍລິການເຕັກນິກ.
     ການປະຕິບັດແຜນການດັ່ງກ່າວນີ້ຍັງພົບຂໍ້ຫຍຸ້ງຍາກຫຼາຍປະການເປັນຕົ້ນແມ່ນ ແຜນວຽກແຜນງານແລະແຜນເງິນ ຍັງບໍ່ທັນສອດຄ່ອງແລະ ກົມກຽວກັນ ຕົ້ນຕໍແມ່ນຂາດພະນັກງານສະເພາະດ້ານທີ່ຮູ້ເຮັດຕົວຈິງໄປຊີ້ນຳແລະ ນຳພາຢູ່ແຕ່ລະບ່ອນ ຈາກມະຫາພາກລົງສູ່ຈຸລະພາກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ