ປະສິດທິພາບການນຳໃຊ້ທາດໄນໂຕຼເຈນ N ຕໍ່ສາລີ
ການນຳໃຊ້ທາດ N ສຳລັບການປູສາລີແມ່ນມີຄວາມຈຳເປັນໃນການຍົກປະສິດທິພາບຜົນຜະລິດ ແລະ ຄຸນນະພາບຂອງດີນ, ໃນການທົດລອງຄັ້ງນີ້ແມ່ນໃຊ້ເວລາ 5 ປີ. ຈຸດປະສົງຂອງການທົດສອບ N ແລະ ຜົນຜະລິດເມັດພືດຕໍ່ກັບສອງອັດຕາ N ຄື: 100 ແລະ 200 ກິໂລກະລາມ/ເຮັກຕາ. ຜົນຂອງການສຶກສາໃນການນຳໃຊ້ສອງອັດຕາຂອງການທົດສອບເມື່ອປຽບທຽບກັນທາງດ້ານຜົນຜະລິດແມ່ນມີຄວາມແຕກຕ່າງກັນຢ່າງຊັດເຈນຄື:
6% ແລະ 13% ຂອງການເພີ່ມຂື້ນຂອງຜົນຜະລິດ (ບຸກເບີກ, 1996).
Amusan, Adetunji, Azeez, Bodunde (2011) ລາຍງານວ່າການຫຼຸດລົງຂອງອຸດົມສົມບູນຂອງດິນແມ່ນມີຄວາມສໍາຄັນທີສຸດຕໍ່ການປູກພືດຂອງຊາວກະສິກອນຂະຫນາດນ້ອຍໃນອາຟຣິກກາຈຸດປະສົງຂອງການການສຶກສາຄັ້ງນີ້ແມ່ນເພື່ອປະເມີນຜົນກະທົບ
ແລະ ການຄຸ້ມຄອງຂອງທາດອາຫານ, ຍຸດທະສາດ ແລະ ຄວາມເປັນໄປໄດ້ໃນທ້ອງຖິ່ນຂອງເຂົາເຈົ້າກ່ຽວກັບການຜະລິດກະສິກໍາ, ສະຖານະພາບຄວາມອຸດົມສົມບູນຂອງດິນ. ໃນການສຶກສາມີ: ອັດຕາຂອງການນຳໃຊ້ຝຸ່ນແມ່ນ 100 ກິໂລກຼາມ
N,
100 ກິໂລກຼາມ N + ປູນຂາວ, ສາມອັດຕາສ່ວນການນໍາໃຊ້ຝຸ່ນ
(5,
15 ແລະ 25 ກິໂລກຼາມ/ເຮັກຕາ),
ປະສົມ 100 ກິໂລກຼາມ, ແລະ ສາມອັດຕາຂອງຝຸ່ນ P (10, 30 ແລະ 50 ກິໂລກຼາມ/ເຮັກຕາ).ໃນນັ້ນປະກອບມີ 100 ກິໂລກຼາມຂອງ N, 20 ກິໂລກຼາມຂອງ Ca, 5 ກິໂລກຼາມ Zn ແລະ 10 ກິໂລກຼາມ Mn/ເຮັກຕາ. ຜົນຜະລິດສາລີໃນພື້ນທີ່ດິນຊາຍບໍ່ໄດ້ຕອບສະຫນອງຕໍ່ກັບອັດຕາຝຸ່ນທີ່ໃສ່.
ດິນປະສົມປະສານຂອງຝຸ່ນ 100 ກິໂລກຼາມ N ໃຫ້ຜົນຜະລິດແມ່ນ 9.3 ໂຕນ/ເຮັກຕາ, ໃນດິນດາກ, 6.1 ໂຕນ/ເຮັກຕາ, ດິນເຜົາໄໝ້ໄດ້ 7.6 ໂຕນ/ເຮັກຕາ. ເມື່ອທຽບກັບຜົນຜະລິດທີ່ມີ 100 ກິໂລກຼາມ N ໃນປະສົມປະສານກັບ 30 ກິໂລກຼາມ P, 20 ກິໂລກຼາມ, Ca, 5 ກິໂລກຼາມ ແລະ Zn 10 ກິໂລກຼາມ.
ການແນະນໍາຈໍາເປັນຕ້ອງໃສ່ທາດອາຫານທີ່ແຕກຕ່າງກັບພື້ນທີ່ ຫຼື ດີນທີ່ມີຄວາມອຸດົມສົມບູນແຕກຕ່າງກັນ.
ຜົນການທົດສອບ
ຕົວທົດສອບມີຜົນຜະລິດແຕກຕ່າງແຕ່ 4,6-7,3
ໂຕນ. ໃນນັ້ນຄູ່ປະສົມ NAFRI
66 (ວຽງຈັນ 450) ມີລັກສະນະດີເດັ່ນກວ່າໝູ່ ແລະ ປັບຕົວດີກັບສະພາບແວດລ້ອມ ແລະ ຜົນຜະລິດສູງເຖີງ 7,15 ໂຕນ/ເຮັກຕາ ແລະ ທຽບໃສ່ LVN10
& CP888 ກໍ່ສູງກວ່າ (ຕາຕະລາງ 1). ທ້າຍລະດູຝົນ ປີ 2010, ໄດ້ນຳລົງສາທິດຢູ່ 6
ແຂວງ 9 ຈຸດ, ຄື:
ວຽງຈັນ, ອຸດົມໄຊ,
ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ໄຊຍະບູລີ.
ຜົນຂອງການສາທິດແນວພັນສາລີລູກປະສົມ ວຽງຈັນ 450
ໃນ 5
ຈຸດ ສາທິດທີ່ສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ
ເຊັ່ນ: ບ.
ດອນແລ,
ບ. ປ່າສັກ,
ເມືອງ ນ້ຳທາ,
ແຂວງ ຫຼວງນ້ຳທາ;
ບ.
ຮົ່ມເຢັນ,
ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ;
ບ.
ດ່ານຖິ່ນ,
ເມືອງຫ້ວຍຊາຍ,ແຂວງ ບໍ່ແກ້ວ ແລະ ບ. ນາໂຮມ ເມືອງຮຸນ ແຂວງ ອຸດົມໄຊ,
ສະແດງໃຫ້ເຫັນວ່າ
ແນວພັນສາລີລູກປະສົມ ວຽງຈັນ
450 ມີຜົນຜະລິດສູງກວ່າຕົວສົມທຽບ
(LVN10 & CP888) ຊື່ງລຽງແຕ່
7-9 ໂຕນ/ເຮັກຕາ,
ແຕ່ໃນນັ້ນມີແນວພັນ PIONIA
4645 ເປັນແນວພັນທີ່ຊາວກະສິກອນນຳເຂົ້າມາໃໝ່
ແລະ ປູກທຽບກັນທີ່ບ້ານດ່ານຖີ່ນ, ເຫັນວ່າຜົນຜະລິດເທົ່າໆກັນກັບ ວຽງຈັນ 450
ມີຜົນຜະລິດສູງເຖີງ 9
ໂຕນ/ເຮັກຕາ. ສະແດງຜົນຢູ່ໃນຕາຕະລາງ
2. ຈາກຜົນໄດ້ຮັບສາມາດສະຫຼຸບໄດ້ວ່າ
ແນວພັນສາລີລູກປະສົມ ວຽງຈັນ 450 ແມ່ນປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ. ໂດຍສະເພາະເຂດພາກກາງຫາ
ພາກເໜືອຂອງ ສປປລາວ, ມີຜົນຜະລິດສູງ,
ທົນທານຕໍ່ແຫ້ງແລ້ງ ແລະ ຕ້ານທານຕໍ່ພະຍາດ
ແລະ ແມງໄມ້ (ກົມປູກຝັງ-ກະຊວງກະສິກຳ ແລະ ປ່າໄມ້, 2011).
ຕາຕະລາງ: ສັງລວມຜົນຜະລິດສະເລ່ຍ 3 ຈຸດທົດສອບ ຕົ້ນລະດູຝົນ ປີ 2010
ລ/ດ
|
ແນວພັນ
|
ຜົນຜະລິດ (ໂຕນ/ເຮັກຕາ) ຄວາມຊຸ່ມ 14%
|
|||
ວຽງຈັນ
|
ອຸດົມໄຊ
|
ບໍ່ແກ້ວ
|
ສະເລ່ຍ
|
||
1
|
LNV10 check1
|
7.04
|
7.67
|
5.66
|
6.79
|
2
|
NAFRI 66 (ວຽງຈັນ450)
|
6.67
|
8.32
|
6.48
|
7.15
|
3
|
NAFRI 081
|
7.76
|
7.24
|
6.65
|
7.21
|
4
|
NAFRI 08-7
|
8.6
|
6.88
|
6.65
|
7.37
|
5
|
NAFRI 07-4
|
6.72
|
8.13
|
6.21
|
7.02
|
6
|
NAFRI 37
|
4.81
|
6.15
|
5.63
|
5.53
|
7
|
NAFRI 63
|
5.43
|
3.60
|
4.93
|
4.65
|
8
|
NAFRI 98
|
5.04
|
4.50
|
5.81
|
5.11
|
9
|
NAFRI 68
|
8.14
|
5.40
|
6.08
|
6.54
|
10
|
CP888 check
|
6.72
|
5.81
|
7.64
|
6.72
|
ແຫຼ່ງທີ່ມາ: ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້, 2010.
ຕາຕະລາງ: ສັງລວມຜົນຂອງການສາທິດຈາກ 5 ຈຸດໃນລະດູຝົນ ປີ 2010
ຈຸດສາທິດ
|
ແນວພັນ
|
ຜົນຜະລິດ (ໂຕນ/ເຮັກຕາ)
ຄວາມຊຸ່ມ 14%
|
ບ. ດອນແລ - ເມືອງນ້ຳທາ
ແຂວງ ຫຼວງນ້ຳທາ
|
VTE
450
|
7.308
|
LVN10
|
6.637
|
|
ບ. ປ່າສັກ - ເມືອງນ້ຳທາ
ແຂວງ
ຫຼວງນ້ຳທາ
|
VTE
450
|
8.05
|
LVN10
|
7.58
|
|
ບ. ຮົ່ມເຢັນ - ເມືອງຕົ້ນເຜິ້ງ
ແຂວງ ບໍ່ແກ້ວ
|
VTE
450
|
9.30
|
CP888
|
7.00
|
|
ບ. ດ່ານຖິ່ນ - ເມືອງຫ້ວຍຊາຍ
ແຂວງ ບໍ່ແກ້ວ
|
VTE
450
|
9.309
|
PIONIA
99
|
7.46
|
|
PIONIA
4645
|
9.035
|
|
ບ. ນາໂຮມ - ເມືອງຮຸນ
ແຂວງ ອຸດົມໄຊ
|
VTE
450
|
8.81
|
LVN10
|
5.13
|
|
ບ. ຈຸ້ມ-ເມືອງທຸລະຄົມ-ແຂວງ ວຽງຈັນ
|
VTE 450
|
8.86
|
CP888
|
7.13
|
|
ສະເລັ່ຽ 3 ຈຸດສາທິດ ທີ່ໃຊ້ ແນວພັນ LVN10 ເປັນຕົວຢືນ
|
VTE 450
|
8.05
|
LVN10
|
6.44
|
|
|
VTE 450
|
8.99
|
CP888
|
7.15
|
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ