google-site-verification: google0d91bc93cfc88895.html ນິເວດວິທະຍາຂອງປາເພ້ຍ/ຊີວະວິທະຍາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 22, 2019

ນິເວດວິທະຍາຂອງປາເພ້ຍ/ຊີວະວິທະຍາ

ປາ​ເພ້ຍ ນິ​ເວດ​ປາ​ເພ້ຍ ລະ​ບົບ​ນິ​ເວດ​ຂອງ​ປາ​ເພ້ຍ


ນິເວດວິທະຍາຂອງປາເພ້ຍ/ຊີວະວິທະຍາ

       ປາເພ້ຍ ແມ່ນປາຊະນິດນໍ້າຈືດຊະນິດໜຶ່ງ, ສີຂອງລຳໂຕເປັນສີດໍາ ຫຼື ສີນໍ້າຕານໝົ່ນ. ມັນມີເສັ້ນກາງຂອງລຳໂຕ, ຄວາມຍາວແຕ່ຫົວຫາຫາງປະມານ 3.0 – 3.3 ເທື່ອຂອງຄວາມກ້ວາງ. ຢູ່ດ້ານໜ້າຂອງລຳໂຕແມ່ນສ້ວຍຕໍ່າລົງສຸດ ແມ່ນຫົວນ້ອຍ. ຢູ່ດ້ານໜ້າໝົດພາກສ່ວນຂອງຫົວມີປາກ, ປາກຂອງມັນແມ່ນຂ້ວມລົງທາງລຸ່ມເພື່ອໃຊ້ຈັບອາຫານຢູ່ຕາມພື້ນນໍ້າຂອງໜອງ. ຢູ່ສອງຂ້າງຂອງປາກປາເພ້ຍມີ  ໜວດ ນ້ອຍໆສອງຄູ່, ຖານ ແລະ ຄາງກະໄຕຂອງໜວດເບື້ອງເທິງ; ຖານໜວດຍາວກວ່າຄາງກະໄຕໜວດເບື້ອງເທິງ. ມັນມີຄີຫລັງໃຫຍ່ ແລະ ສູງ, ຄີຫູ, ຄີກົ້ນ ແລະ ຄີຫາງ, ຢູ່ທາງດ້ານໜ້າຂອງຄີກົ້ນ, ມີຮູທະວານ ແລະ ຮູປະສົມພັນ. ປາເພ້ຍເປັນປາຊະນິດໜຶ່ງທີ່ມີຕະກຸນກ້ວາງຂວາງ, ຢືນຢັນຈາກການສຳຫຼວດຕາມອ່າງເກັບນໍ້າຕັ້ງແຕ່ເໜືອສຸດຂອງປະເທດລາວຈົນຮອດໃຕ້ສຸດ ແລະ ກໍ່ມີຢູ່ໃນປະເທດໄທ, ສາມຫຼ່ຽມແມ່ນໍ້າຂອງໃນປະເທດວຽດນາມ (Poulsen and Jorgensen. 2001).

            (Rainboth, 1996). ລາຍງານວ່າ ປາເພ້ຍທີ່ມີຂະໜາດໃຫຍ່ແມ່ນມີຢູ່ໃນ 4 ປະເທດ, ຢູ່ໃນປະເທດວຽດນາມປາເພ້ຍມີຂະໜາດຄວາມຍາວ 40 ຊັງຕີແມັດ, ຢູ່ໃນປະເທດກຳປູເຈຍ ແລະ ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວມີຂະໜາດຄວາມຍາວ 70 ຊັງຕີແມັດ. ໃນປະເທດໄທມີລາຍງານຄວາມຍາວ 90 ຊັງຕີແມັດ ແລະ ມີນໍ້າໜັກປະມານ 7 ກິໂລກຼາມ, ແລະ ມັນໃຫຍ່ກວ່າຂະໜາດ 60 ຊັງຕີແມັດຂອງທ່ານ Rainboth ລາຍງານ.
          ປາເພ້ຍມີສົບເບື້ອງລຸ່ມຂອງປາກຕໍ່າກວ່າເບື້ອງເທິງ, ພໍ່ແມ່ພັນປາເພ້ຍຊອກກິນອາຫານຈຳພວກເທົາ,ໄຮນໍ້າພືດ ແລະ ຈຳພວກພືດຜັກ (National Inland Fisheries Institute. 1985). ລູກປານ້ອຍ ແລະ ປາລຸ້ນກໍ່ກິນເທົາເປັນອາຫານ, ໄຮນໍ້າພືດ ແລະ ໄຮນໍ້າສັດ. ປາໃຫຍ່ສ່ວນຫຼາຍກິນເສດພືດເປັນອາຫານຢູ່ຕາມພື້ນນໍ້າ ແລະ ທັງໝົດແມ່ນຫາກິນອາຫານຢູ່ຕາມພື້ນນໍ້າ (Somphote. 1978). Islo and Phaob (1970). ໄດ້ສຶກສາລັກສະນະການກິນອາຫານຂອງປາເພ້ຍຢູ່ໃນອ່າງເກັບນໍ້າເຂື່ອນອຸບົນລັດ. ຜົນໄດ້ຮັບສະແດງອອກມາວ່າປາເພ້ຍສ່ວນຫຼາຍແມ່ນກິນຈຳພວກເທົາ (ປະມານ 80%), ຈຳພວກສະລ່າຍນໍ້າຈືດ (10%), ຈຳພວກໄຮນໍ້າສັດອື່ນໆ ແລະ ຈຳພວກໂຕນ້ອຍຂອງປູ, ກຸ້ງ ແລະ ຫອຍ.

ປາ​ເພ້ຍ ນິ​ເວດ​ປາ​ເພ້ຍ ລະ​ບົບ​ນິ​ເວດ​ຂອງ​ປາ​ເພ້ຍ


ປາ​ເພ້ຍ ນິ​ເວດ​ປາ​ເພ້ຍ ລະ​ບົບ​ນິ​ເວດ​ຂອງ​ປາ​ເພ້ຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ