google-site-verification: google0d91bc93cfc88895.html ຜົນກະທົບຂອງການຂາດນ້ຳ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, December 22, 2019

ຜົນກະທົບຂອງການຂາດນ້ຳ

​ຜົນ​ກະ​ທົບ​ຂອງ​ເຂົ້າ ຜົນກະທົບຂອງການຂາດນ້ຳ ເຂົ້າ​ຂາດ​ນ້ຳ ນາ​ນ້ຳ​ແຫ້ງ ເຂົ້າ​ຂາດ​ນ້ຳ


ຜົນກະທົບຂອງການຂາດນ້ຳ

ການຂາດນ້ຳມີຜົນກະທົບຕໍ່ການໃຫ້ຜົນຜະລິດຂອງເຂົ້າທີ່ແຕກຕ່າງກັນເຊິ່ງມັນຂື້ນຢູ່ກັບຊ່ວງ   ໄລຍະເວລາ ແລະ ໃຊ້ເວລາສັ້ນ ຫຼື ຍາວປານໃດ (O, Toole and Moya, 1981). ຊ່ວງເວລາທີ່ສຳຄັນທີ່ສຸດຂອງເຂົ້າແມ່ນຂັ້ນຕອນການສືບພັນທີ່ມີການພັດທະນາຊໍ່ດອກໄປຈົນເຖິງດອກເຂົ້າບານ (Matsushima, 1966). ຖ້າພືດເຂົ້າຂາດນ້ຳຢູ່ໃນຂັ້ນຕອນນີ້ຈະເກີດຄວາມເສຍຫາຍທາງດ້ານປະລິມານ ແລະ ຂະໜາດຂອງເມັດລຸດລົງເຮັດໃຫ້ຜົນຜະລິດຕົກຕໍ່າ (Mackill et al., 1996).

  1. ການຂາດນ້ຳໃນຊ່ວງການຈະເລີນເຕີບໂຕ


ຂັ້ນຕອນນີ້ແມ່ນການຈະເລີນເຕີບໂຕທາງດ້ານລຳຕົ້ນ ແລະ ໃບ, ພືດກຳລັງຂະຫຍາຍຕົວຖ້າຂາດນ້ຳຊ່ວງນີ້ຈະຂະຫຍາຍຕົວຊ້າ (Boonjung and Fukai, 1996) ໂດຍສະເພາະຈະມີຜົນເສຍຫາຍຫຼາຍ ຕໍ່ຄຸນລັກສະນະສັນຖານວິທະຍາຂອງພືດ ເຊິ່ງມັນຈະສະແດງອາການຂອງໃບແຮ່ວຕາຍ, ໃບບໍ່ຍືດ, ຕົ້ນບໍ່ສູງ ແລະ ແຕກກໍໜ້ອຍ (O, Toole and Cruz, 1980; Lilley and Fukai, 1994a, Lilley and Fukai, 1994b).

Cruz et al., 1986 ໄດ້ພົບວ່າ: ພື້ນທີ່ໃບໄດ້ລຸດລົງຕັ້ງແຕ່ 25-39%, ເຊິ່ງສະກັດກັ້ນການນຳເອົາຣັງສີມາໃຊ້ (Photosyntheticaliy). ນ້ຳໜັກແຫ້ງລຸດລົງ, ຈຳນວນແຕກກໍລຸດລົງ 6-7% ເຖິງຢ່າງໃດກໍ່ຕາມ ເມື່ອພືດຍັງອ່ອນມັນຈະສາມາດຮັກສານ້ຳໄດ້ດີກວ່າພືດທີ່ແກ່ ເພາະມັນຄາຍນ້ຳໜ້ອຍ, ແຕ່ວ່າປະສິດທິພາບຂອງການຢູ່ລອດແມ່ນຍັງຕໍ່າກວ່າພືດທີ່ແກ່ໃນກໍລະ ນີໄລຍະເວລາແຫ້ງແລ້ງທີ່ເທົ່າກັນ. ຜົນຜະລິດຂອງເຂົ້າສາມາດເບິ່ງໄດ້ຢູ່ໃນສ່ວນປະກອບຂອງຜົນຜະລິດ, ຖ້າພືດຂາດນ້ຳຈະມີຜົນກະທົບຕໍ່ການຂະຫຍາຍຕົວຂອງໃບ ແລະ ການແຕກກໍ, ຖ້າພືດຂາດນ້ຳໃນຊ່ວງນີ້ຈະເຮັດໃຫ້ຜົນຜະລິດລຸດລົງປະມານ 15-27% ເຊິ່ງຂື້ນຢູ່ກັບລະດັບຄວາມແຫ້ງແລ້ງ.

​ຜົນ​ກະ​ທົບ​ຂອງ​ເຂົ້າ ຜົນກະທົບຂອງການຂາດນ້ຳ ເຂົ້າ​ຂາດ​ນ້ຳ ນາ​ນ້ຳ​ແຫ້ງ ເຂົ້າ​ຂາດ​ນ້ຳ

2. ການຂາດນ້ຳໄລຍະສືບພັນ

ໄລຍະການສືບພັນເປັນຊ່ວງທີ່ມີການພັດທະນາຮວງເຖິງການອອກດອກ, ​ເຊິ່ງເປັນໄລຍະການສ້າງເມັດໃຫ້ມີນ້ຳໜັກເພີ່ມຂື້ນ, ການຂາດນ້ຳໃນໄລຍະການສືບພັນຈະມີຜົນຕໍ່ອົງປະ ກອບຂອງຜົນຜະລິດຊັ່ວ່າຖ້າດິນຟ້າອາກາດແຫ້ງແລ້ງໃນຊ່ວງດອກບານຈະເຮັດໃຫ້ດອກເຂົ້າເປັນໝັນ (OToole and Chang, 1979).
ການຂາດນ້ຳມີຜົນກະທົບຕໍ່ຈຳນວນເມັດ​/ຮວງ​​ ເຊິ່ງເຮັດໃຫ້ຜົນຜະລິດຂອງເຂົ້າຫຼຸດລົງ, ມີຜົນກະທົບຕໍ່ການດູດຊຶມທາດອາຫານເພື່ອການພັດທະນາຮວງ (Boon jung and Fukai, 1996). ຂັ້ນຕອນການສືບພັນແມ່ນຊ່ວງເວລາໜຶ່ງເອີ້ນວ່າການພັດທະນາເມັດ​​ເມັດຈົນຮອດການອອກຮວງ (Yoshida 1981), ການສືບພັນສິ້ນສຸດເມື່ອດອກບານແລ້ວຈາກນັ້ນກໍກາຍເປັນເມັດຈົນເຖິງໄລຍະສຸກແກ່ທາງສາລີລະວິທະຍາ.
ສິ່ງທີ່ເປັນຜົນກະທົບຕໍ່ກັບຜົນຜະລິດຂອງເຂົ້າຢູ່ໃນຮູບແບບຕ່າງໆ ຂື້ນຢູ່ກັບໄລຍະການສຶກສາລະດັບປະລິມານແລະເວລາ (O,Toole and Moya, 1981), ໄລຍະເວລາແມ່ນສຳຄັນທີ່ສຸດຢູ່ໃນລະຫວ່າງຂັ້ນຕອນການສືບພັນຈາກການພັດທະນາຮວງເຖິງດອກບານ (Matsu-shima, 1966).
​ຜົນ​ກະ​ທົບ​ຂອງ​ເຂົ້າ ຜົນກະທົບຂອງການຂາດນ້ຳ ເຂົ້າ​ຂາດ​ນ້ຳ ນາ​ນ້ຳ​ແຫ້ງ ເຂົ້າ​ຂາດ​ນ້ຳ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ