google-site-verification: google0d91bc93cfc88895.html ຄວາມຫຼາກຫຼາຍທາງກຳມະພັນຂອງເຂົ້າພັນພື້ນເມືອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, December 21, 2019

ຄວາມຫຼາກຫຼາຍທາງກຳມະພັນຂອງເຂົ້າພັນພື້ນເມືອງ


ຄວາມ​ຫລາກ​ຫລາຍ​ທາງ​ພັນ​ທຸ​ກຳ ເຂົ້າ​ພັນ​ພື້ນ​ເມືອງ ຄວາມ​ຫລາກ​ຫລາຍ​ແນວ​ພັນ​ເຂົ້າ​ພັນ​ພື້ນ​ເມືອງ ເຂົ້າ​ພັນ​ພື້ນ​ເມືອງ


ຄວາມຫຼາກຫຼາຍທາງກຳມະພັນຂອງເຂົ້າພັນພື້ນເມືອງ


        ຄວາມຫຼາກຫຼາຍທາງກຳມະພັນ (genetic diversity) ຄືຄວາມແຕກຕ່າງຂອງສາຍພັນລວມທັງພືດ ແລະ ສັດ ທີ່ມີຢູ່ເປັນຈຳນວນຫຼວງຫຼາຍເຊັ່ນເຂົ້າ ມີສາຍພັນທັງເຂົ້າໜຽວ ແລະ ເຂົ້າຈ້າວ ເຊິ່ງແຕ່ລະຢ່າງກໍ່ມີສາຍພັນແຍກອອກໄປອີກຢ່າງຫຼວງຫຼາຍ. ພືດພັນພື້ນເມືອງເປັນພືດທີ່ມີຄວາມແປປວນທາງກຳມະພັນພາຍໃນປະຊາກອນ (Harian, 1992) ເຊິ່ງສາມາດຈຳແນກ ອອກຈາກກັນໄດ້ໂດຍອາໄສລັກສະນະພາຍນອກ ແລະ ລະດັບໂມເລກູນ (Oka, 1988). ຄວາມແປປວນຂອງກຳມະພັນສູງຂອງເຂົ້າພື້ນເມືອງນັ້ນ ເມື່ອມີການປ່ຽນແປງຂອງສະພາບແວດລ້ອມບໍ່ມັກເກີດຜົນເສຍຫາຍຫຼາຍ ເພາະປະຊາກອນເຂົ້າພື້ນເມືອງເປັນແຫຼ່ງຢີນທີ່ສຳຄັນຫຼາຍຢ່າງຄື ມີຄວາມຕ້ານທານຕໍ່ພະຍາດ ແລະ ແມງໄມ້ສັດຕູພືດ ຫຼື ທົນຕໍ່ນ້ຳຖ້ວມ, ທົນແລ້ງ ແລະ ມີຄວາມສາມາດໃນການແຂ່ງຂັນກັບວັດສະພືດ (Chang, 1976) ຫຼື ເມື່ອເກີດພະຍາດລະບາດໃດໜຶ່ງຂື້ນໃນກຸ່ມປະຊາກອນ, ປະຊາກອນນັ້ນກໍຍັງສາມາດມີຊີວິດຢູ່ໄດ້ເນື່ອງຈາກພາຍໃນປະຊາ ກອນມີແຫຼ່ງຢີນທີ່ຕ້ານທານພະຍາດຫຼາຍຊະນິດປະປົນກັນຢູ່ (Halian, 1992) ນອກຈາກນັ້ນຄວາມແປປວນຂອງກຳມະພັນພາຍໃນປະຊາກອນ ຍັງມີຄວາມສາມາດໃນການປັບຕົວເຂົ້າກັບສະພາບແວດລ້ອມທີ່ບໍ່ເໝືອນກັນຂື້ນຢູ່ກັບທ້ອງຖິ່ນ ຫຼື ສະພາບພູມີປະເທດ ແລະ ການປັບຕົວເຂົ້າກັບທ້ອງຖິ່ນນັ້ນໄດ້ (Frankel et al., 1995)  ແລະ SNP (Single Nucleotide Profile) ເບິ່ງຄວາມຫ່າງທາງດ້ານກຳມະພັນ (Boualaphanh et al., 2011).

ຄວາມຫຼາກຫຼາຍທາງກຳມະພັນສາມາດວັດໄດ້ຈາກລັກສະນະພາຍນອກທີ່ເຫັນໄດ້ເຊັ່ນ: ຊື່ພັນ, ຂະໜາດ, ຮູບຮ່າງ ແລະ ສີຂອງເມັດ, ລົດຊາດ, ຄວາມຕ້ານທານພະຍາດ ແລະ ແມງໄມ້, ຄວາມສຸກແກ່ ແລະ ລັກສະນະທາງປະລິມານທີ່ສາມາດນັບໄດ້ (Power and McSorley, 2000) ແຕ່ລັກສະນະພາຍນອກທີ່ເຫັນນີ້ສາມາດແຍກຄວາມແຕກຕ່າງ ຫຼື ຄວາມຫຼາກຫຼາຍຂອງສາຍພັນໄດ້ໃນລະດັບໜຶ່ງເທົ່ານັ້ນ. ໃນປັດຈຸບັນຄວາມກ້າວໜ້າທາງເຕັກໂນໂລຊີດ້ານຊີວະພາບເຮັດໃຫ້ຈຳແນກຄວາມຫຼາກຫຼາຍໄດ້ເຖິງໃນລະດັບຢີນໂດຍໃຊ້ຄວາມແຕກຕ່າງໃນລະດັບ DNA.

ພາຍໃນປະຊາກອນເຂົ້າພື້ນເມືອງຈະມີຄວາມແປປວນທາງກຳມະພັນສູງ ເມື່ອທຽບກັບພັນປັບປຸງທີ່ປະຊາກອນມີຄວາມສະໝໍ່າສະເໝີທາງກຳມະພັນ. ເຂົ້າພັນພື້ນເມືອງເປັນແຫຼ່ງຢີນທີ່ສຳຄັນຫຼາຍຢ່າງ ເຖິງວ່າຈະມີຂໍ້ເສຍຫຼາຍຢ່າງຄືການຊູຮວງບໍ່ດີ, ເມັດມີສີຄ້າຍຄືສີວັດຖຸ, ບາງພັນເມັດມີຫາງຍາວ, ຕົ້ນສູງໂພດເຮັດໃຫ້ເກີດບັນຫາການລົ້ມ ຫຼື ເມັດມີໄລຍະພັກຕົວດົນ, ແຕ່ຂໍ້ດີທີ່ເປັນເອກກະລັກຂອງເຂົ້າພັນພື້ນເມືອງຄືມີຄວາມຕ້ານທານຕໍ່ພະຍາດ ແລະ ແມງໄມ້ສັດຕູພືດ, ທົນແລ້ງ ທົນຖ້ວມ ແລະ ມີຄວາມສາມາດໃນການແຂ່ງຂັນກັບຫຍ້າໄດ້ດີ (Chang, 1976).


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ