google-site-verification: google0d91bc93cfc88895.html ​ກ້າ​ເບ້ຍ​ໄມ້​ໃຫ້​ເປັນ​ສິນ​ຄ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

​ກ້າ​ເບ້ຍ​ໄມ້​ໃຫ້​ເປັນ​ສິນ​ຄ້າ

ຄຳໄມ ເໝືອນສິດທິດາ ຄອບຄົວຕົວແບບກ້າເບ້ຍໄມ້ເປັນສິນຄ້າ
ທ່ານ ຄຳ​ໄມ ເໝືອນ​ສິດທິ​ດາ ເປັນ​ເຈົ້າ​ຂອງ​ສວນ​ກ້າ​ເບ້ຍ​ໄມ້ ຕັ້ງ​ຢູ່​ໂພນ​ມ່ວງ ເມືອງ​ນາ​ຊາຍທອງ ນະຄອນຫຼວງ​ວຽງ​ຈັນ ແລະ ໄດ້​ຮັບ​ເປັນ​ຄອບຄົວ​ຕົວ​ແບບ​ຂອງເມືອງ​ນາ​ຊາຍ​ທອງ ໃນ​ດ້ານ​ການກ້າ​ເບ້ຍ​ໄມ້​ເປັນ​ສິນຄ້າ ໄດ້​ກ່າວວ່າ: ໃນ​ເມື່ອ​ກ່ອນ​ໄດ້​ເປັນ​ພະນັກງານ​ລັດ ມາ​ຮອດປີ 2000 ໄດ້ລາ​ອອກ​ມາ​ສ້າງ​ເສດຖະກິດ​ຄອບຄົວ ຫຼັງ​ຈາກ​ນັ້ນ ກໍ່​ໄດ້​ນຳພາຄອບຄົວ​ປະກອບ​ອາຊີບ​ເປັນ​ຊາວກະສິກອນ ໂດຍ​ການ​ເຮັດ​ສວນກ້າ​ເບ້ຍ​ໄມ້ ເພາະ​ໄດ້​ແນມ​ເຫັນວ່າ​ອາຊີບ​ດັ່ງກ່າວ​ ແມ່ນ​ຈະ​ສາມາດ​ນຳພາ​ຄອບຄົວ​ໃຫ້​ມີ​ຢູ່​ມີ​ກິນໄດ້ ເຊິ່ງ​ໃນ​ເບື້ອງ​ຕົ້ນ​ໄດ້​ເຮັດ​ສວນກ້າ​ເບ້ຍ​ໄມ້​ໃນ​ເນື້ອທີ່​ໜຶ່ງ​ໄລ່ ສາມາດ​ກ້າ​ເບ້ຍ​ໄມ້​ໄດ້​ປີ​ໜຶ່ງ ແສນ ຫາສອງ​ແສນ​ເບ້ຍ ໂດຍ​ໄດ້ກ້າ​ເບ້ຍ​ໄມ້​ແບບ​ຮອບ​ວຽນ ແລະ ໃນ​ປັດຈຸບັນ​ເຫັນ​ວ່າ​ທ່າແຮງຄວາມ​ຕ້ອງການ​ເບ້ຍ​ໄມ້​ສູງ​ຂຶ້ນ ຍ້ອນ​ການ​ຊີ້​ນຳ​ຂອງ​ພັກ-ລັດ ໄດ້​ລະດົມ​ໃຫ້ປະຊາຊົນ​ປູກ​ຕົ້ນໄມ້ ຈຶ່ງ​ໄດ້​ຂະຫຍາຍ​ສວນ​ອອກເປັນ 4 ເຮັກຕາ​ກວ່າ ໄດ້​ກ້າ​ເບ້ຍ​ໄມ້ ປະກອບ​ມີ ໄມ້​ປະດັບ ໄມ້​ມົງ​ຄຸນ ໄມ້​ກິນ​ໝາກ​ກິນ​ໃບ ແລະ ໄມ້​ອຸດສາ​ຫະ​ກຳ ເບ້ຍ​ໄມ້​ທຸກ​ປະເພດ​ທີ່ກ່າວ​ມາ​ນີ້​ ແມ່ນ​ລ້ວນ​ແລ້ວແຕ່ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ລູກ​ຄ້າ.
ສຳລັບ​ທຶນ​ທີ່​ນຳ​ມາ​ລົງທຶນໃນ​ການ​ດຳເນີນ​ທຸລະ​ກິດ​ນີ້ ແມ່ນປະກອບ​ມີ​ທຶນ​ສ່ວນ​ຕົວ ແລະ ໄດ້ກູ້​ຢືມ​ຈາກ​ທະນາຄານ ໂດຍ​ໄດ້ນຳ​ໃຊ້​ທຶນ​ສູງ​ສົມຄວນ ແລະ ສຳລັບ​ລາຍ​ຮັບ​ທີ່​ໄດ້​ມາ​ແມ່ນ​ໄດ້​ພຽງແຕ່​ກຸ້ມ​ກິນ ໃນ​ການ​ເຮັດ​ສວນ​ກ້າເບ້ຍ​ໄມ້​ນີ້​ໄດ້​ໃຊ້​ແຮງ​ງານ​ຫຼັກ 18 ຄົນ. ສຳລັບ​ຕະຫຼາດ​ຫຼັກໆ​ໃນ​ການຈຳໜ່າຍ​ເບ້ຍ​ໄມ້​ຂອງ​ສວນດັ່ງກ່າວ​ນີ້ ແມ່ນ​ກຸ່ມບໍລິສັດ​ຕ່າງໆ ມາ​ສັ່ງ​ໃຫ້​ກ້າ​ເບ້ຍ​ໄມ້ ແລະ ອີກສ່ວນ​ໜຶ່ງ​ໄດ້​ມີ​ແມ່​ຄ້າ​ມາ​ຊື້​ໄປຂາຍ​ຕໍ່ ສຳລັບ​ປີ​ນີ້​ໄດ້​ວາງ​ຄາດໝາຍ​ຜະລິດ​ເບ້ຍ​ໄມ້ໃຫ້​ໄດ້ 850.000 ເບ້ຍ ເພື່ອ​ໃຫ້​ສາມາດຕອບ​ສະໜອງ​ການ​ສັ່ງ​ຈອງ​ຂອງລູກ​ຄ້າ ແລະ ສຳລັບ​ປີ 2014 ກໍ່ສາມາດ​ຜະລິດ​ເບ້ຍ​ໄມ້​ຈຳໜ່າຍໄດ້ 7 ແສນ​ເບ້ຍ.
ພາຍຫຼັງ​ໄດ້​ຫັນ​ມາ​ປະກອບອາຊີບ​ນີ້ ​ເຫັນ​ວ່າ​ສະພາບ​ຄອບຄົວດີ​ຂຶ້ນ ລູກ​ໄດ້​ຮ່ຳຮຽນ ການ​ດຳລົງ​ຊີວິດ​ໃນ​ຄອບຄົວ​ດີ​ຂຶ້ນ​ເປັນກ້າວໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ