google-site-verification: google0d91bc93cfc88895.html ​ຕະ​ຫລາດ​ພືດ​ຜັກ​ກຳ​ລັງ​ເປັນ​ທີ່​ຕ້ອງ​ການ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Thursday, February 26, 2015

​ຕະ​ຫລາດ​ພືດ​ຜັກ​ກຳ​ລັງ​ເປັນ​ທີ່​ຕ້ອງ​ການ

ໂຄງ­ການ​ກະ­ສິ­ກຳ​ສະ­ອາດ ເປັນ​ໂຄງ­ການ​ໜຶ່ງ​ທີ່​ປະ­ຊາ­ຊົນ ກໍ​ຄື​ຊາວ​ສວນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ເລີ່ມ​ຮູ້­ຈັກ ແລະ ສະ­ໝັກ​ເຂົ້າ​ເປັນ​ສະ­ມາ­ຊິກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ໂຄງ­ການ​ດັ່ງ­ກ່າວ​ເປັນ​ໂຄງ­ການ​ທີ່​ມີ​ລະ­ບົບ​ໃນ​ການ​ຄຸ້ມ​ຄອງ​ຂອງ​ການ​ປູກ​ພືດ​ຜັກ​ປອດ​ສານ­ພິດ (ສານ​ເຄ​ມີ) ເປັນ​ສິນ­ຄ້າ​ສະ­ໜອງ​ໃຫ້​ຕະ­ຫຼາດ ເພື່ອ​ໃຫ້​ສັງ­ຄົມ​ໄດ້​ບໍ­ລິ­ໂພກ​ພືດ​ຜັກ​ທີ່​ສະ­ອາດ ແລະ ປາ­ສະ­ຈາກ​ສິ່ງ​ເຈືອ​ປົນ​ຈາກ​ສານ​ເຄ​ມີ​ຕົກ​ຄ້າງ.

ອີງ​ຕາມ​ຂໍ້​ມູນ​ບົດ​ສະ­ຫຼຸບ​ຂອງ​ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ການ​ປູກ​ພືດ​ຜັກ​ອິນ​ຊີ ມາ​ຮອດ​ໄລ­ຍະ​ລະ­ດູ­ແລ້ງ ສົກ​ປີ 2010-2011 ມີ​ຈຳ­ນວນ 14 ກຸ່ມ ໃນ 6 ຕົວ​ເມືອງ​ເປົ້າ​ໝາຍ ຄື: ເມືອງ​ຫາດ​ຊາຍ​ຟອງ ສີ​ສັດ­ຕະ​ນາກ ໄຊ​ເຊດ​ຖາ ສີ​ໂຄດ​ຕະ­ບອງ ໄຊ​ທາ­ນີ ແລະ ເມືອງ​ປາກ​ງື່ມ ມີ​ເນື້ອ­ທີ່​ທັງ​ໝົດ 73 ເຮັກ­ຕາ ປະ­ກອບ​ມີ 220 ຄອບ­ຄົວ ກຸ່ມ​ທີ່​ຂະ­ຫຍາຍ​ໃໝ່​ມີ​ຈຳ­ນວນ 6 ກຸ່ມ ຄື: ກຸ່ມ​ຄວາຍ​ແດງ ຖິ່ນ​ຕົມ ຊາຍ​ຟອງ​ເໜືອ ຊາຍ​ຟອງ​ໃຕ້ ຖິ່ນ​ເພຍ ເມືອງ​ຫາດ​ຊາຍ​ຟອງ ກຸ່ມ​ທ່າ​ດິນ​ແດງ​ເໜືອ ເມືອງ​ໄຊ​ທາ­ນີ ແລະ ກຸ່ມ​ທ່າ​ຊ້າງ ເມືອງ​ປາກ​ງື່ມ.

ສະ­ເພາະ​ກຸ່ມ​ເກົ່າ​ໃນ 8 ກຸ່ມ​ນັ້ນ ແມ່ນ​ຈະ​ປູກ​ພືດ​ຜັກ​ປະ­ເພດ​ກິນ​ໃບ​ຜັກ​ກິນ​ໝາກ ຜັກ​ກິນ​ຫົວ ກິນ​ໜໍ່ ກິນ​ດອກ ແລະ ໄມ້​ກິນ​ໝາກ ສາ­ມາດ​ຜະ­ລິດ​ໄດ້​ທັງ​ໝົດ 70.161 ກິ​ໂລ ຖ້າ​ສົມ​ທຽບ­ໃສ່​ການ​ຜະ­ລິດ​ລະ­ດູ­ແລ້ງ​ປີ­ຜ່ານ­ມາ (2009-2010) ເພີ່ມ​ຂຶ້ນ 32 ເຮັກ­ຕາ ເທົ່າ​ກັບ 78%.

ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ບໍ­ລິ­ໂພກ​ພືດ​ຜັກ​ອິນ​ຊີ ພະ​ແນກ​ກະ­ສິ­ກຳ-ປ່າ­ໄມ້ ນະ­ຄອນ­ຫຼວງ ໄດ້​ເຮັດ​ໃຫ້​ມີ​ຕະ­ຫຼາດ­ນັດ​ຢູ່​ເດີນ​ທາດ­ຫຼວງ ທຸກໆ​ວັນ​ພຸດ ແລະ ວັນ​ເສົາ ໄລ­ຍະ 6 ເດືອນ​ຜ່ານ​ມາ ສາ­ມາດ​ຈັດ​ຕະ­ຫຼາດ​ໄດ້​ທັງ​ໝົດ 48 ຄັ້ງ ຊຶ່ງ​ມີ 9 ພາກ­ສ່ວນ​ເຂົ້າ​ຮ່ວມ​ຄື: ກຸ່ມ​ກະ­ສິ­ກຳ​ອິນ​ຊີ 9 ກຸ່ມ ໂຄງ­ການ​ອີ​ເອັມ ກຸ່ມ​ຊາວ­ບ້ານ​ສະ­ພັງ​ໝໍ້ ໂຄງ­ການ​ປູກ​ເຂົ້າ​ອິນ​ຊີ ໜ່ວຍ​ເກັບ​ຊື້​ໂຄງ­ການ​ປຸງ​ແຕ່ງ​ຂັ້ນ​ບ້ານ ກຸ່ມ​ຫວາຍ​ຍືນ​ຍົງ ມີ​ຜົນ​ຜະ­ລິດ​ພືດ​ຜັກ  ຜະ­ລິດ​ພັນ​ປຸງ​ແຕ່ງ 1.258 ລາຍ­ການ ເຂົ້າ​ອິນ​ຊີ 2.222 ກິ​ໂລ ເຫັດ 619 ກິ​ໂລ ລວ​ມູນ​ຄ່າ​ການ​ຊື້-ຂາຍ ຜົນ​ຜະ­ລິດ 759,48 ລ້ານ​ກີບ ຖ້າ​ທຽບ­ໃສ່ 6 ເດືອນ​ຕົ້ນ​ປີ­ຜ່ານ­ມາ ມູນ​ຄ່າ​ການ​ຊື້-ຂາຍ ເພີ່ມ​ຂຶ້ນ 91,23 ລ້ານ​ກີບ ເທົ່າ​ກັບ 13,6%.

ສາ­ເຫດ​ທີ່​ເຮັດ​ໃຫ້­ການ​ຜະ­ລິດ​ພືດ​ຜັກ​ອິນ​ຊີ​ເພີ່ມ​ຂຶ້ນ ກໍ​ຍ້ອນ​ຜູ້​ບໍ­ລິ­ໂພກ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ​ຈາກ​ສານ​ເຄ​ມີ​ທີ່​ຕົກ​ຄ້າງ​ໃນ​ຜົນ​ຜະ­ລິດ​ພືດ​ຜັກ ແລະ ເຂົ້າ​ເຮັດ​ໃຫ້​ຊາວ​ນະ­ຄອນ­ຫຼວງ​ກັບ​ມາ​ບໍ­ລິ­ໂພກ​ພືດ​ຜັກ​ອິນ​ຊີ​ຫຼາຍ​ຂຶ້ນ ຍ້ອນ​ຊາວ​ກະ­ສິ­ກອນ​ເຫັນ​ໄດ້​ທ່າ​ອ່ຽງ​ການ​ເພີ່ມ​ຂຶ້ນ​ຂອງ​ລາ­ຄາ​ຜົນ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ເຮັດ​ໃຫ້​ຊາວ​ກະ­ສິ­ກອນ​ສົນ­ໃຈ ແລະ ຂະ­ຫຍາຍ​ເນື້ອ­ທີ່​ການ​ຜະ­ລິດ ຍ້ອນ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ມີ​ສູງ ແລະ ໃຫ້​ຄວາມ​ສຳ­ຄັນ​ຕໍ່​ກັບ​ຜົນ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ແລະ ຍ້ອນ​ການ​ໂຄ­ສະ­ນາ​ຕາມ​ສື່​ຕ່າງໆ​ຢ່າງ​ກ້ວ​າງ​ຂວາງ ເຮັດ​ໃຫ້​ຜູ້​ບໍ­ລິ­ໂພກ​ຮັບ​ຮູ້ ແລະ ໝັ້ນ​ໃຈ​ຕໍ່​ຜົນ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ​ຢ່າງ​ແຜ່​ຫຼາຍ.

ສຳ­ລັບ​ແຜນ­ການ​ຜະ­ລິດ​ພືດ​ຜັກ​ອິນ​ຊີ​ຂອງ​ໂຄງ­ການ​ກະ­ສິ­ກຳ​ອິນ​ຊີ ໃນ​ລະ­ດູ­ຝົນ​ປີ 2011 ຄື: ປູກ​ເຂົ້າ​ໝຽວ​ອິນ​ຊີ ໃນ​ເນື້ອ­ທີ່ 1.000 ເຮັກ­ຕາ ຜະ­ລິດ​ຕະ​ພາບ 3,60 ໂຕນ (ຢູ່​ເມືອງ​ສັງ​ທອງ) ແລະ ປູກ​ພືດ​ຜັກ​ອິນ​ຊີ ໃນ​ເນື້ອ­ທີ່ 180 ເຮັກ­ຕາ ຜົນ​ຜະ­ລິດ 1.000 ໂຕນ ຢູ່ 6 ເມືອງ ຄື: ເມືອງ​ຫາດ​ຊາຍ​ຟອງ ໄຊ​ເຊດ​ຖາ ສີ​ໂຄດ​ຕະ­ບອງ ສີ​ສັດ­ຕະ​ນາກ ໄຊ​ທາ­ນີ ແລະ ເມືອງ​ປາກ​ງື່ມ.

ໂຄງ­ການ​ກະ­ສິ­ກຳ​ສະ­ອາດ ເປັນ​ໂຄງ­ການ​ໜຶ່ງ​ທີ່​ປະ­ຊາ­ຊົນ ກໍ​ຄື​ຊາວ​ສວນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ເລີ່ມ​ຮູ້­ຈັກ ແລະ ສະ­ໝັກ​ເຂົ້າ​ເປັນ​ສະ­ມາ­ຊິກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ໂຄງ­ການ​ດັ່ງ­ກ່າວ​ເປັນ​ໂຄງ­ການ​ທີ່​ມີ​ລະ­ບົບ​ໃນ​ການ​ຄຸ້ມ​ຄອງ​ຂອງ​ການ​ປູກ​ພືດ​ຜັກ​ປອດ​ສານ­ພິດ (ສານ​ເຄ​ມີ) ເປັນ​ສິນ­ຄ້າ​ສະ­ໜອງ​ໃຫ້​ຕະ­ຫຼາດ ເພື່ອ​ໃຫ້​ສັງ­ຄົມ​ໄດ້​ບໍ­ລິ­ໂພກ​ພືດ​ຜັກ​ທີ່​ສະ­ອາດ ແລະ ປາ­ສະ­ຈາກ​ສິ່ງ​ເຈືອ​ປົນ​ຈາກ​ສານ​ເຄ​ມີ​ຕົກ​ຄ້າງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ