google-site-verification: google0d91bc93cfc88895.html ການ​ປູກ​ຫນໍ່​ໄມ້​ຝ​ຣັງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ຫນໍ່​ໄມ້​ຝ​ຣັງ

ຫນໍ່​ໄມ້​ຝະ​ຣັງ ໜໍ່​ໄມ້​ຝ​ຣັງ ການ​ປູກ​ຫນໍ່​ຝ​ຣັງ ຝະ​ຣັງ ຫມໍ່​ໄມ້​ຝະ​ລັງ ການ​ປູກ​ຫນໍ່​ໄມ້​ຝະ​ລັງ​ ຫນໍ່​ຝະ​ລັງ


ໜໍ່­ໄມ້​ຝຣັ່ງ​ໄດ້​ຈັດ​ເຂົ້າ​ໃນຈຳ­ພວກ​ພືດ​ຜັກ​ທີ່​ມີ​ລົດ​ຊາດ​ແຊບ ຊຶ່ງ​ນຳ​ມາ​ປະ­ກອບ​ອາ­ຫານ​ໄດ້ຫຼາຍ​ຊະ­ນິດ​ເປັນ­ຕົ້ນ​ແມ່ນ​ນຳ​ມາຂົ້ວ ແລະ ເຮັດ​ໜໍ່­ໄມ້​ກະ​ປ໋ອງ​ສາມາດ​ຮັກ­ສາ​ໄວ້​ກິນ​ດົນ​ມີ​ຕົ້ນ​ກຳເນີດ​ຢູ່​ໃນ​ປະ­ເທດ​ຈີນ ຫຼັງ​ຈາກ​ນັ້ນ ໄດ້​ແຜ່​ຂະ­ຫຍາຍ​ໄປ​ຍັງ​ປະ­ເທດຕ່າງໆ​ເຊັ່ນ: ສປປ ລາວ, ໄທ, ອິນ ໂດ​ເນ​ເຊຍ, ອົດ​ສະ​ຕາ​ລີ ແລະ ປະເທດ​ອື່ນໆ ປະ­ຈຸ​ບັນ​ໜໍ່­ໄມ້​ຝຣັ່ງ​ນິຍົມ​ກັນ​ປູກ​ຫຼາຍ​ໃນ​ທົ່ວ​ໂລກ.

ສະ­ພາບ​ດິນ​ທີ່​ເໝາະ​ສົມ​ສຳ­ລັບການ​ປູກ​ໜໍ່­ໄມ້​ຝຣັ່ງ:

ເປັນ​ດິນ​ທີ່​ຜຸຜຸ່ຍ​ດີ, ດິນ​ຜົງ​ປົນ​ຊາຍ, ອຸ­ດົມ​ສົມບູນ​ໄປ​ດ້ວຍ​ທາດ​ອາ­ຫານ ຫຼື ເປັນດິນ​ທັບ​ຖົມ​ຈາກ​ນ້ຳ​ຖ້ວມ ຊຶ່ງ​ສາມາດ​ອຸ້ມ​ນ້ຳ​ໄດ້​ດີ ແລະ ຖ່າຍ​ເທ​ອາຫານ​ໄດ້​ສະ­ດວກ​ປະ­ຕິ​ກິ​ລິ​ຍາ​ຂອງ​ດິນ​ແມ່ນ (ph) 5,5-7 ຖ້າ­ວ່າ​ປູກ​ໃນ​ດິນ​ຜົງ​ປົນ​ຊາຍ​ຈະ​ຕັດ​ໜໍ່​ໄດ້ໄວ​ກວ່າ​ດີນ​ປະ­ເພດ​ອື່ນໆ.


ຫນໍ່​ໄມ້​ຝະ​ຣັງ ໜໍ່​ໄມ້​ຝ​ຣັງ ການ​ປູກ​ຫນໍ່​ຝ​ຣັງ ຝະ​ຣັງ ຫມໍ່​ໄມ້​ຝະ​ລັງ ການ​ປູກ​ຫນໍ່​ໄມ້​ຝະ​ລັງ​ ຫນໍ່​ຝະ​ລັງ

ລະ​ດູ​ການ​ປູກ

ລະ­ດູ​ການ​ປູກ​ທີ່​ເໝາະ​ສົມ​ປູກຢູ່​ປະ­ເທດ​ລາວ​ເຮົາ​ຕ້ອງ​ເລີ່ມ​ປູກ ແຕ່​ທ້າຍ​ລະ­ດູ­ຝົນ​ໃນ​ກາງ​ເດືອນ​ຕຸ­ລາ​ເປັນ­ຕົ້ນ​ໄປ ຖ້າ­ວ່າ​ປູກ​ໃນ​ໄລ­ຍະອາ­ກາດ​ຮ້ອນ​ຫຼາຍ​ກໍ​ຈະ​ເຮັດ​ໃຫ້​ໜໍ່­ໄມ້​ຝຣັ່ງ​ຕັ້ງ​ໂຕ​ໄດ້​ຍາກ ແລະ ຂະຫຍາຍ​ໂຕ​ຊ້າ​ບໍ່​ແຂງ­ແຮງ.

ວິ​ທີ​ການ​ປູກ

1.     ການ​ຕຽມ​ດິນ

ສຳ­ລັບ​ໜານ​ປູກ ໜໍ່­ໄມ້​ຝຣັ່ງ​ເປັນ​ພືດ​ຢືນ​ຕົ້ນ​ມີ​ອາ­ຍຸ 5-20 ປີ ດັ່ງ­ນັ້ນ​ ການ​ຕຽມ​ເພື່ອປູກ​ຄວນ​ຂຸດ ຫຼື ໄຖ​ໃຫ້​ເລີກ 30-40 ຊັງ​ຕີ​ແມັດ​ອະ­ນາ­ໄມ​ສິ່ງ​ທີ່​ກີດຂວາງ​ອອກ​ໃຫ້​ໝົດ​ຖ້າ​ເປັນ​ດິນ​ບໍ່ດີ​ເຊັ່ນ​ດິນ​ລ້ວນ ຫຼື ມີ​ອິນ​ຊີ​ວັດ­ຖຸ ໜ້ອຍ​ຄວນ​ໃສ່​ຝຸ່ນ​ຄອກ​ປະ­ມານ 6-12 ໂຕນ​ຕໍ່​ເຮັກ­ຕາ​ປະ­ສົມ​ເຂົ້າກັບ​ດິນ​ໃຫ້​ລະ­ອຽດ​ແລ້ວ​ຂຸດ​ເປັນຂຸມ​ກວ້າງ 50 ຊັງ​ຕີ​ແມັດ ຍາວ ຕາມ​ຄວາມ​ຕ້ອງ­ການ, ແຕ່​ລະຮ່ອງ​ມີ​ໄລ­ຍະ​ຕ່າງ​ກັນ 50-100 ຊັງ​ຕີ​ແມັດ ແລະ ຂຸດ​ເປັນ​ຂຸມ​ເທິງ ຫຼັງ​ຮ່ອງ​ກວ້າງ 20 ຊັງ​ຕີ​ແມັດ, ເລີກ 15 ຊັງ​ຕີ​ແມັດ​ແຕ່​ລະ​ຂຸມ​ຕ່າງກັນ 50-100 ຊັງ​ຕີ​ແມັດ ໃສ່​ຝຸ່ນຄອກ ຫຼື ຝຸ່ນ​ບົ່ມ,ໃສ່​ໃນ​ຮ່ອງ​ກົ້ນຂຸມ 1-2g ປຸ໋ຍ​ເຄມ N:P:K ສູດ 15-15-15 ຫຼື 14-14-21 ຂຸມລະ 1 ບ່ວງ​ແກງ​ແລ້ວ​ຖົມ​ດິນ​ທີ່​ປະສົມ​ໃສ່​ໃຫ້​ໜາ 3-4 ຊັງ​ຕີ​ແມັດ ເມື່ອຕຽມ​ໜານ​ປູກ​ສຳ­ເລັດ​ແລ້ວ​ໃຫ້​ຂຸດຍ້າຍ​ໜໍ່­ໄມ້​ໄປ​ໜານ​ກ້າ​ໄປ​ປູກ​ໂລດ ເມື່ອ​ເວ­ລາ​ຍ້າຍ​ປູກ​ຄວນ​ຍ້າຍຕອນ​ແລງ​ເວ­ລາ​ແສງ​ແດດ​ອ່ອນ, ເລືອກ​ເອົາ​ຕົ້ນ​ທີ່​ງາມ ແລະ ແຂງແຮງ​ດີ​ຂຸດ​ເອົາ​ເທື່ອ​ລະ​ຕົ້ນ​ຄວນ ໃຫ້​ມີ​ດິນ​ຕິດ​ເຫ​ົ້​ງາ​ຂອງ​ເບ້ຍ​ໄປ​ນຳລະ­ວັງ​ບໍ່​ໃຫ້​ຮາກ​ຂາດ​ເວ­ລາ​ປູກຕ້ອງ​ຕັດ​ຍອດ​ອອກ​ເຄິ່ງ​ໜຶ່ງ​ແລ້ວ ຈິ່ງ​ນຳ­ໄປ​ປູກ​ໃນ​ຂຸມ​ທີ່​ຕຽມ​ໄວ້, ຈັບຮາກ​ໃຫ້​ແຜ່​ກະ​ຈ່າຍ­ອອກ​ໄປ ​ຫຼັງຈາກ​ນັ້ນ ​ຖົມ​ດິນ ແລະ ຫົດ​ນ້ຳ​ໃຫ້ສະ​ໝ່ຳ​ສະ­ເໝີ​ພາຍ­ຫຼັງ​ຕົ້ນ​ເຕີບໂຕ​ແລ້ວ​ຈິ່ງ​ພວນ​ດິນ​ຖົມ​ເຫງົ້າຕົ້ນ​ອີກ​ເທື່ອ​ໜຶ່ງ.


ຫນໍ່​ໄມ້​ຝະ​ຣັງ ໜໍ່​ໄມ້​ຝ​ຣັງ ການ​ປູກ​ຫນໍ່​ຝ​ຣັງ ຝະ​ຣັງ ຫມໍ່​ໄມ້​ຝະ​ລັງ ການ​ປູກ​ຫນໍ່​ໄມ້​ຝະ​ລັງ​ ຫນໍ່​ຝະ​ລັງ

2.    ການ​ໃຫ້​ນ້ຳ:

ການ​ໃຫ້​ນ້ຳ​ໜໍ່ໄມ້​ຝຣັ່ງ​ໃນ​ເບື້ອງ​ຕົ້ນ​ໃຫ້​ເທື່ອ​ລະໜ້ອຍ ແລະ ໃຫ້​ເປັນ​ປະ­ຈຳ​ທຸກ​ວັນໃນ​ໄລ­ຍະ​ເດືອນ​ທຳ​ອິດ​ເປັນ​ໄລ­ຍະ ທີ່​ໜໍ່­ໄມ້​ຕັ້ງ​ຕົວ​ເມື່ອ​ຈະ­ເລີນ​ເຕີບ ໂຕ​ຂຶ້ນ​ແລ້ວ​ກໍ​ໃຫ້​ນ້ຳ 4-5 ວັນ​ຕໍ່ເທື່ອ ໂດຍ​ອີງ­ໃສ່​ຄວາມ​ຊຸ່ມ​ຂອງ ດິນ​ເປັນ​ພື້ນ­ຖານຖ້າ​ຝົນ­ຕົກ ຫຼື ດິນແຫ້ງ​ຄວນ​ໃຫ້​ນ້ຳ​ເພີ່ມ​ຂຶ້ນ ແລະ ຖີ່​ຂຶ້ນ​ໜໍ່­ໄມ້​ຝຣັ່ງ​ເປັນ​ພືດ​ທີ່​ຕ້ອງການ​ນ້ຳ​ຫຼາຍ​ແຕ່​ບໍ່​ມັກ​ນ້ຳ​ຖ້ວມ ຫຼື ນ້ຳ​ຂັງ​ຖ້າ​ຝົນ­ຕົກ​ຫຼາຍ​ຕ້ອງ​ເປັ່ງ ນ້ຳ​ອອກ​ຈາກ​ແປງ​ໃຫ້​ໝົດ.

3.    ການ​ບົວ­ລະ­ບັດ​ຮັກ­ສາ:

ໃນໄລ­ຍະ​ຕົ້ນ​ກ້າ​ກຳ­ລັງ​ຈະ­ເລີນ​ເຕີບໂຕ​ຄວນ​ຄັດ​ເອົາ​ຕົ້ນ​ທີ່​ມັນ​ອ່ອນແອ, ບໍ່​ສົມ­ບູນ ແລະ ຕົ້ນ​ທີ່​ເປັນ​ພະຍາດ​ນັ້ນ​ອອກ​ແລ້ວ​ເສຍ​ຫຍ້າ​ໄປ ພ້ອມ​ກັນ​ຈາກ​ນັ້ນ ​ກໍ​ໃສ່​ຝຸ່ນ​ເລັ່ງ​ປະເພດ​ຢູ​ເຣຍ 46% ຈຳ­ນວນ 2 ບ່ວງ​ແກງ​ຕໍ່​ນ້ຳ 20 ລິດ ຫົດ​ໜານກ້າ​ທຸກໆ 7 ວັນ​ພໍ​ເມື່ອ​ຕົ້ນ​ກ້າ​ອາ­ຍຸ ໄດ້​ປະ­ມານ 4-5 ເດືອນ ຂຸດ​ໄປ​ປູກທີ່​ໜານ​ໃຫຍ່.

4.    ການ​ເສຍ​ຫຍ້າ​ພວນ​ດິນ:

ການ​ເສຍ​ຫຍ້າ​ເປັນ​ປັດ​ໄຈ​ໜຶ່ງ​ທີ່ສຳ­ຄັນ ເພື່ອ​ບໍ່​ໃຫ້​ວັດ​ຊະ​ພືດ​ໄປຍາດ​ແຍ່ງ​ອາ­ຫານ​ທັງ​ເປັນ​ການປ້ອງ​ກັນ​ພະ­ຍາດ ແລະ ແມງ­ໄມ້ອີກ​ດ້ວຍ​ການ​ເສຍ​ຫຍ້າ​ໃຊ້​ແຮງງານ​ຄົນ​ກໍ​ໄດ້​ແຕ່​ຄວນ​ປະ­ຕິ­ບັດກ່ອນ​ທີ່​ໜໍ່­ໄມ້​ຈະ​ອອກ​ໜໍ່ ເພື່ອ​ບໍ່​ໃຫ້ກະ­ທົບ­ກະ­ເທືອນ​ຕໍ່​ການ​ຈະ­ເລີນເຕີບ​ໂຕ​ຂອງ​ໜໍ່­ໄມ້​ໃນ​ກໍ­ລະ­ນີ​ທີ່ຫຍ້າ​ຮົກ​ເກີນ​ໄປ​ອາດ​ຈະ​ໃຊ້​ຢາ​ຂ້າ ຫຍ້າ​ກໍ​ໄດ້​ແລ້ວ­ແຕ່​ຄວາມ​ເໝາະສົມ, ການ​ພວນ​ດິນ​ກໍ​ເປັນ​ສິ່ງ​ຈຳເປັນ​ເຮັດ​ໃຫ້​ດິນ​ຜຸ​ຜົງ ແລະ ຖ່າຍ​ເທອາ­ກາດ​ໄດ້​ດີ​ຕ້ອງ​ພວນ​ເລີກ​ປະມານ 7-10 ຊັງ​ຕີ​ແມັດ ຫ່າງ​ຈາກຕົ້ນ​ພືດ 15-20 ຊັງ​ຕີ​ແມັດ ກ່ອນ​ຈະພວນ​ດິນ​ຄວນ​ຢຸດ​ການ​ໃຫ້​ນ້ຳ​ເສຍກ່ອນ​ເພື່ອ​ເຮັດ​ໃຫ້​ດິນ​ແຫ້ງ ແລະ ເປັນ​ການ​ຂ້າ​ຫຍ້າ​ໄປ​ພ້ອມໆ​ກັນ.

5.    ວິ­ທີ​ການ​ໃສ່​ຝຸ່ນ: 

ຫຼັງ​ຈາກ​ປູກ ແລ້ວ​ໃຫ້​ໃສ່ N:P:K ສູດ 15-15-15 ຫຼື ສູດ 13-13-21 ໃຫ້ຂຸດ​ຂຸມ​ໃກ້​ບໍ­ລິ­ເວນ​ເຫງົ້າ​ໜໍ່­ໄມ້ແລ້ວ​ໃສ່​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ​ຈຳ ນວນ 20 ກຣາມ​ຕໍ່​ຂຸມ​ປະ­ສົມ​ກັບຝຸ່ນ​ເຄ​ມີ​ຂຸມ​ລະ 1 ບ່ວງ​ແກງ​ແລ້ວ ຫົດ​ນ້ຳ​ການ​ໃສ່​ຝຸ່ນ​ແຕ່​ລະ​ຄັ້ງ​ໃຫ້ຫ່າງ​ກັນ​ປະ­ມານ 4-5 ເດືອນ.

 6. ການ​ເກັບ​ກ່ຽວ: 

ຫຼັງ​ຈາກການ​ປູກ (ບົ່ງ) ໄດ້ 6-12 ເດືອນກໍ​ເລີ່ມ​ເກັບ​ກ່ຽວ​ໜໍ່​ໄດ້​ຂຶ້ນ​ກັບ​ອາຍຸ​ຂອງ​ຕົ້ນ​ກ້າ​ທີ່​ໃຊ້​ປູກ ແລະ ການບົວ­ລະ­ບັດ​ຮັກ­ສາ​ໄລ­ຍະ​ການ​ເກັບກ່ຽວ​ທຳ​ອິດ­ສາ​ມາດ​ເກັບ​ຕິດ­ຕໍ່ກັນ​ໄປ​ໄດ້​ເຖິງ 1-3 ອາ­ທິດ ຫຼັງຈາກ​ໄລ­ຍະ​ການ​ເກັບ​ກ່ຽວ​ໃນ​ແຕ່ລະ​ໄລ­ຍະ​ແມ່ນ​ແກ່­ຍາວ​ອອກ​ໄປຕາມ​ອາ­ຍຸ​ຂອງ​ພືດ ເມື່ອ​ໜໍ່­ໄມ້​ຝຣັ່ງຈະ­ເລີນ​ເຕີບ​ໂຕ​ເຖິງ​ກຳ­ນົດ​ການເກັບ​ກ່ຽວ​ແລ້ວ​ເຮົາ​ສັງ­ເກດ​ໄດ້​ໃນເວ­ລາ​ຕອນ​ເຊົ້າ​ຈະ​ປາ­ກົດ​ເຫັນຍອດ​ຂາວໆ​ກະ​ຈ່າຍ​ຢູ່​ຕາມ​ໜ້າ­ດິນ ອ້ອມ​ຮອບ​ເຫງົ້າ​ໜໍ່­ໄມ້​ໃນ​ເວ­ລານັ້ນ​ສະ­ແດງ​ໃຫ້​ເຫັນ​ວ່າ​ໜໍ່­ໄມ້​ຝຣັ່ງໃຫຍ່​ພໍ​ທີ່​ເກັບ​ກ່ຽວ​ໄດ້​ແລ້ວ ຖ້າຕ້ອງ­ການ​ຕັດ​ໜໍ່​ຂາວ (ໜໍ່​ອ້ອນ ຫຼື ໜໍ່​ຕ່ຳ) ເລືອກ​ເອົາ​ໜໍ່​ທີ່​ພົ້ນ​ດິນ​ປະມານ 5 ຊັງ​ຕີ​ແມັດ ໃນ​ເວ­ລາ​ຕັດ​ໜໍ່ອ່ອນ​ຖ້າ​ສັງ­ເກດ​ເຫັນ​ວ່າ​ຕົ້ນ​ແມ່ນັ້ນ​ເຖົ້າ​ແກ່​ເກີນ​ໄປ​ມີ​ການ​ຕົກ­ແຕ່ງ ໂດຍ​ໃຊ້​ວິ­ທີ​ການ​ຖອນ ຫຼື ຕັດ​ຖິ້ມແລ້ວ​ລ້ຽງ​ໜໍ່​ໃໝ່​ຂຶ້ນ​ແທນ 3-4 ໜໍ່ສະ­ເໝີ ໃນ​ປີ​ໜຶ່ງໆ​ເຮົາ​ຈະ​ຕັດ​ໜໍ່­ໄມ້ອ່ອນ​ໄດ້​ເປັນ​ໄລ­ຍະ​ຍາວ 8-9 ເດືອນ.

 ຫນໍ່​ໄມ້​ຝະ​ຣັງ ໜໍ່​ໄມ້​ຝ​ຣັງ ການ​ປູກ​ຫນໍ່​ຝ​ຣັງ ຝະ​ຣັງ ຫມໍ່​ໄມ້​ຝະ​ລັງ ການ​ປູກ​ຫນໍ່​ໄມ້​ຝະ​ລັງ​ ຫນໍ່​ຝະ​ລັງຫນໍ່​ໄມ້​ຝະ​ຣັງ ໜໍ່​ໄມ້​ຝ​ຣັງ ການ​ປູກ​ຫນໍ່​ຝ​ຣັງ ຝະ​ຣັງ ຫມໍ່​ໄມ້​ຝະ​ລັງ ການ​ປູກ​ຫນໍ່​ໄມ້​ຝະ​ລັງ​ ຫນໍ່​ຝະ​ລັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ