google-site-verification: google0d91bc93cfc88895.html ການ​ປູກ​ພືດ​ບໍ່​ໄຊ້​ດິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ພືດ​ບໍ່​ໄຊ້​ດິນ


ການ​ກ້າ​ເມັດ​ພັນ​ຜັກ:
ການ​ກ້າ​ເມັດ ພັນ​ຜັກ​ແມ່ນ​ກ້າ​ໃສ່​ຟອງ­ນ້ຳ​ເວ­ລາ​ທີ່​ໃສ່​ເມັດ​ລົງ​ໃນ​ຟອງ­ນ້ຳ​ຢ່າ​ໃສ່​ເລິກ​ໃຫ້​ໃສ່​ປະ­ມານ 1Œ2 ມີ​ລີ​ແມັດ ຫຼື ໃຫ້​ເມັດ​ຈົມ​ລົງ​ໄປ​ຈາກ​ໜ້າ​ຟອງ­ນ້ຳ​ທາງ​ເທິງ​ເລັກ​ນ້ອຍ ຖ້າ​ເລິກ​ເກີນ​ໄປ​ຈະ​ເຮັດ​ໃຫ້​ເມັດ​ເກີດ​ມາ​ຍາກ ແລະ ໃຊ້​ເວ­ລາ​ກວ່າ​ຈະ​ຂຶ້ນ​ພົ້ນ​ໜ້າ​ຟອງ­ນ້ຳ​ແລ້ວ​ໃຊ້​ຜ້າ​ກັນ­ແສງ​ປົກ​ຫົດ​ນ້ຳ​ມື້​ລະ 2 ຄັ້ງ ( ເຊົ້າŒແລງ ) ຫຼັງ​ຈາກ​ນັ້ນ 3 ວັນ ເມັດ​ຈະ​ງອກ​ອອກ​ມາ ໃຫ້​ເປີດ ຜ້າ​ກັນ­ແສງ​ທີ່​ປົກ​ໄວ້​ນັ້ນ​ອອກ​ແລ້ວ​ວາງ​ໃສ່​ກາງ­ແຈ້ງ​ພະ­ຍາ­ຍາມ​ໃຫ້​ຖືກ​ແສງ​ແດດ ເພາະ​ຈະ​ເຮັດ​ໃຫ້​ພືດ​ຢືດ​ຕົວ ແລະ ສັງ​ເຄາະ​ແສງ​ໄດ້​ດີ​ເປັນ​ໄລ­ຍະ​ທີ່​ພືດ​ຈະ​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ​ແວດ​ລ້ອມ​ໃໝ່ ແລະ ນ້ຳ​ຕ້ອງ​ຢູ່​ໃນ​ລະ­ບົບ​ຄວນ​ມີ­ຄ່າ​ຄວາມ​ເປັນ​ກົດ pH 5,5Œ6,5 ຈິ່ງ​ຕ້ອງ ມີ​ການ­ກວດ­ເບິ່ງ​ຄ່າ​ຄວາມ​ເປັນ​ກົດ pH ຂອງ​ນ້ຳ​ໃນ​ໜານ​ປູກ.
ການ​ຍ້າຍ​ປູກ:
ຫຼັງ​ຈາກ​ທີ່​ກຽມ​ຮາງ​ປູກ​ໄປ​ທີ່​ຮຽບ​ຮ້ອຍ​ແລ້ວ​ໃຫ້​ນຳ​ຈອກ​ປູກ​ມາ​ຢາຍ​ຕາມ​ຮູ​ທີ່​ເຈາະ​ໄວ້​ເທິງ​ແຜ່ນ​ໂຟມ​ປູກ​ແລ້ວ​ນຳ​ເບ້ຍ​ຜັກ​ນ້ອຍ​ທີ່​ກ້າ​ໄວ້​ນັ້ນ​ມາ​ຈີກ​ອອກ​ເປັນ​ແຕ່​ລະ​ຕົ້ນ​ສຸບ​ໃສ່​ຈອກ​ໃນ​ຟອງ​ກ້າ​ເມັດ​ຢູ່​ກາງ​ກົ້ນ​ຈອກ​ປູ​ກວາງ​ຈອກ​ໃສ່​ຮູ​ໂຟມ​ນ້ຳ​ຈົນ​ກວ່າ​ຈະ​ຄົບ​ທຸກ​ຮູ (15 ຮູ​ຕໍ່ 1 ແຜ່ນ​ໂຟມ).
ການ​ໃສ່​ຝຸ່ນ:
ເມື່ອ​ປູກ​ໄປ​ໄດ້ 1 ວັນ ໃຫ້​ໃສ່​ຝຸ່ນ​ນ້ຳ​ທີ່​ປະ­ສົມ​ໄວ້​ໃສ່​ປະ­ມານ 3 ລິດ​ຕໍ່​ນ້ຳ 600Œ700 ລິດ ກໍ​ຈະ​ໄດ້​ຄ່າ EC ປະ­ມານ 1,8Œ2 ພໍ­ດີ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຜັກ​ສະ­ຫຼັດ ຈາກ​ນັ້ນ​ໃຫ້​ໃສ່​ລົງ​ໄປ​ເມື່ອ​ສັງ­ເກດ​ເຫັນ​ວ່າ​ຄ່າ EC ຫຼຸດ​ລົງ​ການ​ໃສ່​ໃຫ້​ໃສ່​ຕາມ​ການ​ຫຼຸດ​ຂອງ​ຄ່າ EC.
ການ​ດູ​ແລ​ຮັກ­ສາ:
ການ​ຮັກ­ສາ​ລະ­ດັບ​ນ້ຳ​ໃນ​ຮາງ​ປູກ​ບໍ່​ໃຫ້​ນ້ຳ​ແຫ້ງ ເພາະ ຈະ​ເຮັດ​ໃຫ້​ຜັກ​ບໍ່​ຈະ­ເລີນ​ເຕີບ​ໂຕ​ດີ​ເທົ່າ​ທີ່​ຄວນ ແລະ ຍັງ​ເຮັດ​ໃຫ້​ດູດ​ນ້ຳ​ເພ​ງ່າຍ ເປັນ­ຕົ້ນ​ແມ່ນ​ລະ­ດູ​ຮ້ອນ ນ້ຳ​ມັກ​ຈະ​ແຫ້ງ​ໄວ 2 ວັນ ຕ້ອງ​ໄດ້​ຕື່ມ​ນ້ຳ 1 ຄັ້ງ.
   ຫຼັງ​ຈາກ​ຜັກ​ອາ­ຍຸ​ໄດ້​ປະ­ມານ 20 ວັນ ໃຫ້​ຫຼຸດ​ລະ­ດັບ​ນ້ຳ​ໃນ​ຮາງ​ລົງ​ໃຫ້​ເຫຼືອ ພຽງ 2,5Œ3 ຊັງ​ຕີ​ແມັດ ເພື່ອ​ໃຫ້​ຮາກ ຜັກ​ໄດ້​ຮັບ​ອາ­ກາດ​ຫຼາຍ​ຂຶ້ນ​ການ​ຈະ­ເລີນ​ເຕີບ​ໂຕ​ກໍ​ຈະ​ໄວ​ກວ່າ​ປົກ­ກະ­ຕິ ເມື່ອ​ຜັກ​ອາ­ຍຸ​ໄດ້ 30Œ35 ວັນ ໃຫ້​ເອົາ​ນ້ຳ​ໃນ​ຮາງ​ອອກ ແລ້ວ​ຕື່ມ​ນ້ຳ​ໃຫ້​ເຕັມ​ຮາງ​ຄື ຕອນ​ປູກ​ໃໝ່ ເພື່ອ​ເຈືອ​ຈາງ​ສານ​ອາ­ຫານ​ໃນ​ຮາງ​ປູກ​ກ່ອນ​ເກັບ​ຜົນ​ຜະ­ລິດ 3Œ5 ວັນ.
ການ​ເກັບ​ຜົນ​ຜະ­ລິດ:
ເມື່ອ​ອາ­ຍຸ​ຜັກ ໄດ້​ປະ­ມານ 35Œ40 ວັນ ກໍ​ສາ­ມາດ ເກັບ​ຜົນ​ຜະ­ລິດ​ໄດ້ ໂດຍ​ການ​ຖອນ​ຕົ້ນ​ຜັກ​ອອກ​ຈາກ​ຈອກ​ບໍ່​ຈຳ­ເປັນ​ຕ້ອງ​ຕັດ​ຮາກ​ອອກ ເພາະ​ການ​ປະ​ຮາກ​ຕິດ​ກັບ​ຕົ້ນ​ຜັກ​ຈະ​ເຮັດ​ໃຫ້​ຜັກ​ສາ­ມາດ​ດູດ​ນ້ຳ​ໄດ້ ແລະ ຈະ​ຢູ່​ໄດ້​ດົນ​ກວ່າ​ການ​ເກັບ​ຜົນ​ຜະ­ລິດ​ແບບ​ເອົາ​ຮາກ​ອອກ​ປົກ­ກະ­ຕິ​ຜົນ​ຜະ­ລິດ ໄດ້​ປະ­ມານ 10Œ15 ຕົ້ນ​ຕໍ່​ກິ​ໂລ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ